ຫວຽດ​ນາມ ແລະ ເອ​ຢິບ ສູ້​ຊົນ​ນຳ​ວົງ​ເງິນ​ສອງ​ສົ້ນ​ບັນ​ລຸ 1 ຕື້ USD

14:06 | 06/01/2021

ຍ​ສ​ໝ - ທ່ານ ຫງວຽນ​ຢຸ​ຍ​ຮຶງ ຫົວ​ໜ້າ​ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ເອ​ຢິ​ບ ໃຫ້​ຮູ້​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ມີ​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ມີ​ຜົນ​ກະ​ທົບຫຼາຍ​ພໍ​ສົມ​ຄວນ​ຕໍ່​ການ​ເຄື່ອນ​ໄຫວ​ຄ້າ​ຂາຍ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ຕາ​ເວັນ​ອອກ​ກາງ - ອາບ​ຟຼິກ​ການັບ​ທັງ 2 ດ້ານ ທາງ​ລົບ ແລະ ທາງບວກ.

ຫວຽດ ນາມ ແລະ ເອ ຢ ບ ສ ຊ ນ ນຳ ວ ງ ເງ ນ ສອງ ສ ນ ບ ນ ລ 1 ຕ usd WB: ການ​ເຕີບ​ໂຕເສດ​ຖະ​ກິດ​ຫວຽດ​ນາມ​ອາດຈະ​ບັນ​ລຸ​ກ່​ວາ 7%ໃນ​ໄຕ​ມາດ II 2021
ຫວຽດ ນາມ ແລະ ເອ ຢ ບ ສ ຊ ນ ນຳ ວ ງ ເງ ນ ສອງ ສ ນ ບ ນ ລ 1 ຕ usd ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ທ່າ​ກ່ຳ​ປັ່ນ ແລະ ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ເອ​ຢິບ
ຫວຽດ ນາມ ແລະ ເອ ຢ ບ ສ ຊ ນ ນຳ ວ ງ ເງ ນ ສອງ ສ ນ ບ ນ ລ 1 ຕ usd
ທ່ານ ຫງວຽນ​ຢຸ​ຍ​ຮຶງ ຫົວ​ໜ້າ​ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳເອ​ຢິບ (ພາບ: VOV)

ເອ​ຢິ​ບ ຍາມ​ໃດ​ກໍ່​ໄດ້​ຖື​ວ່າ​ແມ່ນ​ຕະຫຼາດ​ທີ່​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ແມ່ນ​ປະ​ຕູ​ເຂົ້າ​ອອກ​ໃຫ້​ແກ່​ສິນ​ຄ້າ ຫວຽດ​ນາມ​ເຂົ້າ​ຕະຫຼາດ​ອາບຟຼິກ​ກາ. ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19, ສິນ​ຄ້າ​ສົ່ງ​ອອກ​ຂອງ ຫວຽດ​ນາມ ໄປ​ຍັງ​ເອ​ຢິບ ຖືກ​ຜົນ​ສະ​ທ້ອນ​ຢ່າງ​ແຮງ ແຕ່​ຍັງ​ຄົງ​ຮັກ​ສາ​ໄດ້​ສະ​ຖຽນ​ລະ​ພາບ​ເມື່ອ​ທຽບ​ໃສ່​ກັບ​ຊຸມ​ປີ​ກ່ອນ ແລະ ສິນ​ຄ້າ​ບາງ​ຊະ​ນິດ​ທີ່​ມີ​ແງ່​ຫວັງ​ພັດ​ທະ​ນາ.

ທ່ານ ຫງວຽນ​ຢຸ​ຍ​ຮຶງ ຫົວ​ໜ້າ​ຫ້ອງ​ການ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ເອ​ຢິ​ບ ໃຫ້​ຮູ້​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ມີ​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ມີ​ຜົນ​ກະ​ທົບຫຼາຍ​ພໍ​ສົມ​ຄວນ​ຕໍ່​ການ​ເຄື່ອນ​ໄຫວ​ຄ້າ​ຂາຍ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ຕາ​ເວັນ​ອອກ​ກາງ - ອາບ​ຟຼິກ​ການັບ​ທັງ 2 ດ້ານ ທາງ​ລົບ ແລະ ທາງບວກ.

ສຳ​ລັບ​ເອ​ຢິບ​ເວົ້າ​ສະ​ເພາະ, ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ລັດ​ຖະ​ບານ ພິ​ເສດ​ແມ່ນ​ໃນ​ໄລ​ຍະ​ທ້າຍ​ເດືອນ​ມີ​ນາ ຮອດ ເດືອນ​ມິ​ຖຸ​ນາ 2020 ຄື ຄຳ​ສັ່ງ ປະກາດສະພາວະສຸກເສີນ (Curfew), ຫ້າມ​ເຕົ້າ​ໂຮມຫຼາຍ​ຄົນ, ປິດ​ປະ​ຕູ​ບັນ​ດາ​ເຂດ​ທ່ອງ​ທ່ຽວ, ເຂດ​ລະຫຼິ້ນ​ບັນ​ເທົງ… ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ ເອ​ຢິ​ບ​ຖືກ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ, ກຳ​ລັງ​ຊື້​ຂາຍຫຼຸດ​ລົງ​ເຮັດ​ໃຫ້​ວົງ​ເງິນ​ແລກ​ປ່ຽນ​ການ​ຄ້າຫຼຸດ​ລົງ.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທາງບ​ວກ ພັດ​ເກີດ​ຂຶ້ນ​ຈາກ​ບັນ​ຫາ​ກ່ຽວ​ກັບ​ການ​ສະ​ໜອ​ງ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ ​ໂຄວິດ - 19 ພາ​ໄປ​ເຖິງ​ທ່າ​ທ່ຽວ ເອ​ຢິ​ບ​ຕ້ອງ​ຫັນ​ບັນ​ດາ​ນັກ​ສະ​ໜອງ​ເປັນຫຼາຍ​ຮູບ​ແບບ​ ມາ​ຈາກຫຼາຍ​ປະ​ເທດ​ເພື່ອຫຼີກ​ລ້ຽງ​ການ​ອີງ​ໃສ່​ແຫຼ່ງ​ສິນ​ຄ້າ​ຂອງ​ປະ​ເທດ​ໃດ​ໜຶ່ງ. ພິ​ເສດ, ເອ​ຢິ​ບ​ແມ່ນ​ປະ​ເທດ​ມີ​ການນໍາ​ເຂົ້າ​ເກີນ​ດຸນ, ມີ​ສິນ​ຄ້າຫຼາຍ​ປະ​ເພ​ດ​ອີງ​ໃສ່​ແຫຼ່ງ​ສະ​ໜອງ​ຈາກ​ຕ່າງ​ປະ​ເທດ. ດັ່ງ​ນັ້ນ, ພວກ​ເຮົາ​ພັດ​ມີ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເພື່ອ​ເປີດກວ້າງ ແລະ ເພີ່ມ​ທະ​ວີ​ວົງ​ເງິນ​ການ​ຄ້າ ກັບ​ເອ​ຢິບ.

ໃນ​ຫຼາຍ​ປີ​ມານີ້, ມີບາງ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ​ມີ​ວົງ​ເງິ​ນ​ສອງ​ສົ້ນ​ກັບ ເອ​ຢິບ ບັນ​ລຸ​ໄດ້ 1 ຕື້ USD/ປີ ​ຄື ອິ​ນ​ໂດ​ເນ​ເຊຍ, ໄທ. ໃນ​ຂະ​ນະ​ນັ້ນ, ເຖິງວ່າ ຫວຽດ​ນາມ ແລະ ເອ​ຢິບ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ແຕ່​ເດືອນ​ກັນ​ຍາ 1963, ສອງ​ປະ​ເທດ​ກໍ່​ໄດ້​ລົງ​ນາມ​ສັນ​ຍາ​ການ​ຄ້າ​ ແຕ່​ເດືອນ​ພຶດ​ສະ​ພາ 1994 ແລະ ມີ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ກ່ຽວ​ກັບ​ເສດ​ຖະ​ກິດຫຼາຍ​ສະ​ບັບ ກໍ່​ຄື​ເລື່ອງ​ສອງ​ປະ​ເທດ​ມຸ່ງ​ໄປ​ສູ່​ຄາດ​ໝາຍ 1 ຕື້ USD ແຕ່ຫຼາຍ​ປີ​ມານີ້, ເຖິງ​ຢ່າງ​ໃດ​ກໍ່​ຕາມຍອດ​ວົງ​ເງິນ​ການ​ຄ້າ ນຳ​ເຂົ້າ -​ສົ່ງ​ອອກ​ຂອງ ຫວຽດ​ນາມ - ເອ​ຢິບ ໃນ​ປີ 2019 ຢູ່​ລະ​ດັບ​ສູງ​ທີ່​ສຸດ​ບັນ​ລຸ​ໄດ້​ພຽງ​ແຕ່ 500 ລ້ານ USD. ດັງ​ນັ້ນ ອາດ​ເຫັນ​ໄດ້​ວ່າ ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ດ້ານ​ກາ​ນ​ຄ້າ​ລະ​ຫວ່າງ ສອງ​ປະ​ເທດ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ຢ່າງ​ຖືກ​ຕ້ອງ. ເພາະ​ສະ​ນັ້ນ, ພວກ​ເຮົາ​ອາດ​ຈະ​ຕັ້ງ​ເປົ້າ​ໝາຍ​ບັນ​ລຸ​ໄດ້​ວົງ​ເງິນ​ກາ​ນ​ຄ້າ 1 ຕື້ USD ແບບ​ຍືນ​ຍົງ​ໃນ​ຮອບ​ເວ​ລາ 3 – 5 ປີ ຈະ​ມາ​ເຖິງ ຖ້າ​ຫາກວ່າ​ມີ​ການ​ກະ​ກ​ຽມ​ເປັນ​ຢ່າງ​ດີ​ໃຫ້​ແກ່​ໄລ​ຍະ​ຍາວ.

ຫວຽດ ນາມ ແລະ ເອ ຢ ບ ສ ຊ ນ ນຳ ວ ງ ເງ ນ ສອງ ສ ນ ບ ນ ລ 1 ຕ usd WB: ການ​ເຕີບ​ໂຕເສດ​ຖະ​ກິດ​ຫວຽດ​ນາມ​ອາດຈະ​ບັນ​ລຸ​ກ່​ວາ 7%ໃນ​ໄຕ​ມາດ II 2021

ຍ​ສ​ໝ - ຕາມ​ການ​ຄາດ​ຄະ​ເນ​ຂອງ WB, ຂະ​ແໜງ​ກະ​ສິ​ກຳ​ຄາດ​ວ່າ​ຈະ​ມີ​ການ​ຟື້ນ​ຟູ​ພາຍຫຼັງ​ຜົນ​ກະ​ທົບ​ຈາກໂລກລະບາດໃນ​ໄຕ​ມາດ I 2020 ແລະ ບັນ​ດາ​ຄວາມ​ເສຍ​ຫາຍ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ​ໃນ​ປີ 2020. ຂະ​ແໜງ​ການ​ບໍ​ລິ​ການ​ສືບ​ຕໍ່​ຟື້ນ​ຟູ​ຍ້ອນ​ການ​ຍົກ​ເລິກ​ມາດ​ຕະ​ການ​ຈຳ​ກັດ​ບໍ​ລິ​ເວນ​ໃນ​ສັງ​ຄົມ ເກືອບ​ທັງ​ໝົດ ແລະ ດ້ວຍ​ຄວາມ​ຕ້ອງ​ການ​ເພີ່ມ​ຂຶ້ນ​ຂອງ​ຊັ້ນ​ກາງ​ພາຍ​ໃນ​ປະ​ເທດ

ຫວຽດ ນາມ ແລະ ເອ ຢ ບ ສ ຊ ນ ນຳ ວ ງ ເງ ນ ສອງ ສ ນ ບ ນ ລ 1 ຕ usd ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ທ່າ​ກ່ຳ​ປັ່ນ ແລະ ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ເອ​ຢິບ

ຍ​ສ​ໝ - ທ່ານ Mohamed Taher ElSherief ເຈົ້າ​ຄອງ​ນະ​ຄອນ Alexandria ເອ​ຢິ​ບຖື​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ເອ​ຢິບ ກໍ່​ຄື​ບັນ​ດາ​ທ້ອງ​ຖິ່ນ 2 ປະ​ເທດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ໄດ້​ພັດ​ທະ​ນາ​ຢ່າງ​ແຮງ, ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ກາ​ນ້​ຄາ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ວົງ​ເງິນ​ສົ່ງ​ອອກ​ລະ​ຫວ່າງ​ສອງ​ປະ​ເທດ​ຍັງ​ຕ່ຳ​ກ່​ວາ​ເມື​່ອ​ທຽບ​ໃສ່​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ຂອງ​ທັງ​ສອງ​ຝ່າຍ.

ຫວຽດ ນາມ ແລະ ເອ ຢ ບ ສ ຊ ນ ນຳ ວ ງ ເງ ນ ສອງ ສ ນ ບ ນ ລ 1 ຕ usd ເອຢິບ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ຫວຽດ​ນາມ

ຍ​ສໝ - ທ່ານ ແທງ​ກົງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ເອ​ຢິບໃຫ້​ຮູ້​ວ່າ:ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ, ກ່ອນ​ອື່ນ​ໝົດ​ຕ້ອງ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ເພື່ອ​ຈາກ​ນັ້ນ, ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ກັນ. ສອງ​ປະ​ເທດ​ພ້ອມ​ກັນ​ຮ່ວມ​ມື ແລະ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ພ້ອມ​ກັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.