ງານ​ວາງ​ສະ​ແດງ​ສາ​ກົນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ຫວຽດ​ນາມ

06:30 | 03/01/2021

ຍ​ສໝ - ງານ​ວາງ​ສະ​ແດງ​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງວິ​ສາ​ຫະ​ກິດ, ພິ​ເສ​ດ​ແມ່ນ​ວິ​ສາ​ຫ​ະ​ກິດ​ເຕັກ​ໂນ​ໂລ​ຢີ​ພາຍ​ໃນ​ປະ​ເທດ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ຫວຽດ​ນາມ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ຂອງ​ພາກ​ພື້ນ​ໃນ​ຍຸກ​ສະ​ໄໝ​ໃໝ່.

ກອງ​ປະ​ຊຸມ​ສຳ​ມະ​ນາ ສະ​ເຫຼີມ​ສະຫຼອງ ການ​ສ້າງ​ຕັ້ງ​ເວ​ທີ​ປາ​ໄສ​ ທະ​ເລ​ອາ​ຊຽນ (AMF) ຄົບ​ຮອບ 10 ປີ
IMF: ຫວຽດ​ນາມ​ຕ້ານ​ໂລກ​ລະ​ບາດ Covid – 19 ປະ​ສົບ​ຜົນ​ສຳ​ເລັດ​ສ້າງ​ທິດ​ກ້າວ​ເດີນ​ໃໝ່​ໃຫ້​ແກ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ
ງານ​ວາງ​ສະ​ແດງ​ສາ​ກົນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ຫວຽດ​ນາມ

ທ່ານ​ເຈິ່ນ​ຢຸຍ​ດົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ ແຜນ​ການ ແລະ ການ​ລົງ​ທຶນ ເປັນ​ເຈົ້າ​ພາ​ບ​ຈັດ​ຕັ້ງ​ຖະ​ແຫຼງ​ການ​ກ່ຽວ​ກັ​ບ​ງານ​ວາງ​ສະ​ແດງ (ພາບ: vov.vn)

ງານ​ວາງ​ສະ​ແດງ​ສາ​ກົນ ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ຫວຽດ​ນາມ 2021 (VIIE 2021) ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 9 – 10 ມັງ​ກອນ ປີ 2020 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ງານ​ວາງ​ສະ​ແດງ​ສາ​ກົນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ, ໂດຍ​ກະ​ຊວງ​ແຜນ​ການ ແລະ ກາ​ນ​ລົງ​ທຶນ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ.

ງານ​ວາງ​ສະ​ແດງ​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງວິ​ສາ​ຫະ​ກິດ, ພິ​ເສ​ດ​ແມ່ນ​ວິ​ສາ​ຫ​ະ​ກິດ​ເຕັກ​ໂນ​ໂລ​ຢີ​ພາຍ​ໃນ​ປະ​ເທດ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ຫວຽດ​ນາມ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ຂອງ​ພາກ​ພື້ນ​ໃນ​ຍຸກ​ສະ​ໄໝ​ໃໝ່.

ງານ​ວາງ​ສະ​ແດງ​ແນະ​ນຳ, ວາງ​ສະ​ແດງບັນ​ດາ​ມາດ​ຕະ​ການ, ຂໍ້​ລິ​ເລີ່ມ, ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ປ່ຽນ​ແປງ​ໃໝ່ຕະຫຼອດ​ຮອດ​ບັນ​ດາ​ຫົວ​ຂໍ້​ຊີ​ວະ​ພາບ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ຄື ມາດ​ຕະ​ການ​ເຕັກ​ໂນ​ໂລ​ຢີ​ໃນ​ຂົງ​ເຂດ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ໂຮ​ງ​ງານ ອັດ​ສະ​ລິ​ຍະ, ກອງ​ຈອນ​ໃຊ້​ພູມ​ປັນ​ປະ​ດິດ, ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ…ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຮ້ານ​ວາງ​ສະ​ແດງ​ປະ​ມາ​ນ 150 ຮ້ານ. ທ່ານ ເຈິ່ນ​ຢຸຍ​ດົງ, ຮອງ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດ​ນາ​ມ​ໃຫ້​ຮູ້​ວ່າ:

ການ​ປ່​ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ມີ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ເຮັດ​ແນ​ວ​ໃດ​ສາ​ມາດ​ປ່​ຽນ​ແປງ​ເຕັກ​ໂນ​ໂລ​ຢີ, ປ່ຽນ​ແປງ​ກ່ຽວ​ກັບ​ຮູບ​ພາບ​ການ​ຄຸ້ມ​ຄອງ, ດຳ​ເນີນ​ທຸ​ລະ​ກິດ​ເພື່ອ​ແນ​ໃສ່​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ ແລະ ມູນ​ຄ່າ​ຂອງ​ວິ​ສາ​ຫະ​ກິດ. ຜົ​ນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ໃໝ່​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ, ຕະຫຼອດ​ຮອດ​​ແຕ່​ລະ​ວິ​ສາ​ຫະ​ກິດ​ສາ​ມາດ​ຄິດ​ໄລ່​ໄດ້​ຜ່ານ​ບັນ​ດາ​ດັດ​ຊະ​ນີ​ກ່ຽ​ວ​ກັບ​ລາຍ​ຮັບ, ຜົນ​ປະ​ໂຫຍດ ແລະ ການ​ປະ​ກອບ​ສ່ວນ​ດ້ານ​ພາ​ສີ, ການ​ສ້າງວຽກ​ເຮັດ​ງານ​ທຳ.

ໃນ​ຂອບ​ເຂດ​ງານ​ວາງ​ສະ​ແດງ​ຈະ​ດຳ​ເນີນ​ພິ​ທີ​ວາງ​ສິ​ລະ​ເລິກ​ສູນ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ແຫ່ງ​ຊາດ​ຢູ່​ເຂດ​ເຕັກ​ໂນໂລ​ຢີ​ສູງ ຮ່​ວາ​ລາກ (ຮ່າ​ໂນ້ຍ). ສູນ​ຈະ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ຂອງ​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ, ນັກ​ວິ​ທະ​ຍາ​ຊາດ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ.

ຫວຽດ​ນາມ ​ຕັ້ງ​ໜ້າ​​ປະ​ຕິ​ບັດ​ຂໍ້​ຕົກ​ລົງຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ Paris

ຍ​ສ​ໝ - ການ​ໂອ້​ລົມ​ສົນ​ທະ​ນາ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ຄົ້ນ​ຄ້​ວາ ແບ່ງ​ປັນ​ວິ​ໄສ​ທັດ​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍເ​ຊິ່ງ ຫວຽດ​ນາມພ​ວມ​ປະ​ເຊີນ​ໜ້າ, ແບ່ງ​ປັນ​ວິ​ທີ​ການ​ປະ​ພຶດ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສິ່ງ​ແວດ​ລ້ອມ ເຊິ່ງ​ແຕ່​ລະ​ຄົນ​ສາ​ມາດ​ນຳ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ.

ອົງການສະຫະປະຊາຊາດເພື່ອການພັດທະນາ ໜູນຊ່ວຍ ຫວຽດນາມ ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​

ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ສົມທົບກັບລັດຖະບານຫວຽດນາມ ແລະ ກອງທຶນອາກາດຂຽວ (GCF) ໜູນຊ່ວຍການປູກທີ່ປ່າຊາຍເລນໃໝ່ປະມານ 4.000 ເຮັກຕາ ຢູ່ບັນດາເຂດແຄມທະເລທີ່ຖືກກະທົບໄດ້ງ່າຍຈາກການປ່ຽນແປງຂອງດິນຟ້າອາກາດ ຢູ່ 5 ແຂວງຄື: ກວາງງ້າຍ, ແທັງຮ໊ວາ, ກວາງນາມ, ກ່າເມົາ ແລະ ນາມດິ້ງ.

ການ​ໂອ້​ລົ​ມ​ສົນ​ທະ​ນາ “ການ​ທູດຫຼາຍ​ຝ່າຍ ຫວຽດ​ນາມ: ປະ​ກອບ​ສ່ວນ​ໃນ​ໄລ​ຍະ 75 ປີ​ທີ່​ຜ່ານ​ມາ ແລະ ການ​ກຳ​ນົດ​ທິດ​ໃນ​ໄລ​ຍະ​ຍຸດ​ທະ​ສາ​ດ​ໃໝ່”

ຍ​ສ​ໝ - ການ​ໂອ້​ລົມ​ສົນ​ທະ​ນາ​ຊ່​ວຍ​ຢັ້ງ​ຢືນ​ຢ່າງ​ຈະ​ແຈ້ງ​ແຜນ​ການ​ຖື​ການ​ທູດຫຼາຍ​ຝ່າຍ​ແມ່ນ​ກຳ​ນົດ​ທິດ​ການ​ຕ່າງ​ປະ​ເທດ​ສຳ​ຄັນ​, ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ ກັບ​ການ​ທູດ​ສອງ​ຝ່າຍ​ເພື່ອ​ເປົ້າ​ໝາຍ​ປົ​ກ​ປັກ​ຮັກ​ສາ ແລະ ຊຸກ​ຍູ້​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ​ໃຫ້​ດີ​ທີ່​ສຸດ, ຍົກ​ສູງ​ທີ່​ຕັ້ງ ແລະ ອິດ​ທິ​ພົນ​ຂອງ​ປະ​ເທດ​ຊາດ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.