ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ເຊິ່ງແມ່ນຈຸດພົ້ນເດັ່ນໃນວຽກງານການຕ່າງປະເທດ ຂອງປີ 2020

10:43 | 05/01/2021

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ 2021, ທ່ານ ບຸຍ​ແທັງ​ເຊີນ​ກຳ​ມະ​ການ​ສູນ​ກາງ​ພັກ, ລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ໄດ້​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ ເຊິ່ງ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ ຂອງ​ປີ 2020.

UKVFTA ນຳມາເຊິ່ງກາລະໂອກາດ ໃຫ້ການ ສົ່ງອອກສິນຄ້າຂອງ ຫວຽດນາມ
ສັນຍາ UKVFTA ຈະໄດ້ຮັບການປະຕິບັດໂດຍຊົ່ວຄາວ

ການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ເຊິ່ງແມ່ນຈຸດພົ້ນເດັ່ນໃນວຽກງານການຕ່າງປະເທດ ຂອງປີ 2020
ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 37 ໂດຍ​ຫວຽດ​ນາມ​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ

ເມື່ອ​ຕອບ​ສຳ​ພາດທ່ານຮອງລັດຖະມົນຕີ ບຸ່ຍແທັງເຊີນ ຖືວ່າ, ປີ 2020 ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ບັນລຸໄດ້ຜົນງານທີ່ເປັນໜ້າເອກອ້າງທະນົງໃຈກ່ຽວກັບການພັດທະນາ ແລະ ການຕ່າງປະເທດ, ໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ນັບຖືຈາກເພື່ອນມິດສາກົນ. ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ທີ່​ສຳ​ຄັນ, ນັ້​ນ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ, ນຳ​ຫວຽດ​ນາມ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ນຳ​ໜ້າ​ໃນ​ພາກ​ພື້ນ​ໃນ​ການ​ຊຸກ​ຍູ້ ແລະ ເຂົ້າ​ຮ່ວມ​ບັນ​ດາ​ການ​ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ​ສາ​ກົນ, ສວຍ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ພາຍນອກ​ເພື່ອ​ຮັບ​ໃຊ້​ໃຫ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ.

ນັບແຕ່ຕົ້ນປີ 2020, ຫວຽດນາມ ຕັ້ງໜ້າຂົນຂວາຍ, ສົມທົບກັບສະຫະພາບເອີລົບ (ອີຢູ) ປະ​ຕິ​ບັດ​ກ​ານໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ອີຢູໃຫ້​ສຳ​ເລັດ, ສັນຍານີ້ໄດ້ເລີ່ມປະຕິບັດນັບແຕ່ວັນທີ 1 ສິງຫາ 2020. ໃນເບື້ອງຕົ້ນ, ໝາກຜົນການປະຕິບັດສັນຍາ FTA ຫວຽດນາມ - ອີຢູ (EVFTA) ໄດ້ສະແດງໃຫ້້ເຫັນຜົນງານທີ່ສຳຄັນ, ປະກອບສ່ວນນຳວົງເງິນສົ່ງອອກ-ນຳເຂົ້າຂອງຫວຽດນາມ ສືບຕໍ່ເພີ່ມຂຶ້ນໃນປີນີ້, ບັນລຸລະດັບ 540 ຕື້ USD, ໃນນັ້ນການສົ່ງອອກເກີນດຸນບັນລຸກວ່າ 19 ຕື້ USD. ທ້າຍປີ 2020, ຫວຽດນາມ ຫາກໍ່ລົງນາມໃນສັນຍາການຄ້າເສລີຫວຽດນາມ - ລາຊະອານາຈັກອັງກິດ ເພື່ອແນໃສ່ຊຸກຍູ້ການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນກັບອັງກິດ, ເຊິ່ງແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ຢູ່ເອີລົບ, ພາຍຫຼັງອັງກິດຖອນຕົວອອກຈາກອີຢູ ນັບແຕ່ວັນທີ 31 ທັນວາ 2020. ດ້​ວຍ​ບັນ​ດາ​ສັນ​ຍາ FTA “ຍຸກ​ສະ​ໄໝ​ໃໝ່” ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ຄັ້ງ​ທຳ​ອິດ​ໃນ​ທົ່ວ​ໂລກ​ກ່ຽວ​ກັບ​ເສດ​ຖະ​ກິ​ດີ​ຈີ​ຕອນ ພ້ອມ​ກັບ​ຕາ​ໜ່າງ​ຂອງ ສັນ​ຍາ FTA 250 ສະ​ບັບ ແລະ ບັນ​ດາ​ກົນ​ໄກ​ເຊື່ອມ​ຕໍ່​ເຊິ່ງ​ກັນ​ແລະ​ກັນ, ອາ​ຊີ - ປາ​ຊີ​ຟິກ ສືບ​ຕໍ່​ແມ່ນ​ເຂດ​ນຳ​ໜ້າ, ກຳ​ລັງ​ໜູນ​ຕົ້ນ​ຕໍ​ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ, ພັດ​ທະ​ນາ, ປ່ຽ​ນ​ແປງ​ໃໝ່ ປະ​ດິດ​ຄິດ​ສ້າງ ແລະ ເຊື່ອມ​ຕໍ່​ເສດ​ຖະ​ກິດ​ທົ່ວ​ໂລກ.

ໂດຍແມ່ນປະທານອາຊຽນ 2020, ຫວຽດນາມ ໄດ້ສົມທົບກັນ ກັບບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນເພື່ອຊຸກຍູ້ການລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ຢູ່ຮ່າໂນ້ຍ ໃຫ້ສຳເລັດ. ການລົງນາມໃນສັນຍາ RCEP ນີ້ແມ່ນມີຄວາມໝາຍທີ່ໃຫຍ່ຫຼວງ, ຢືນຢັນຄວາມຕັດສິນໃຈຂອງບັນດາປະເທດແມ່ນສືບຕໍ່ຮັກສາທ່າຮ່ວມມື ແລະ ເຊື່ອມຕໍ່, ສ້າງກຳລັງໜູນຢ່າງຕັ້ງໜ້າໃຫ້ແກ່ການຟື້ນຟູເສດຖະກິດຢູ່ພາກພື້ນ. ແມ່ນ​ກົນ​ໄກ​ທີ່​ມີ​ບົດ​ບາດ​ແຖວ​ໜ້າ​ຢູ່​ອາ​ຊີ - ປາ​ຊີ​ຟິກ, APEC ໄດ້​ຮັບ​ຮອງ​ເອົາ​ວິ​ໄສ​ທັດ​ຮອດ​ປີ 2040 ດ້ວຍ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊີ - ປາ​ຊີ​ຟິກ​ເປີດ, ຂະ​ຫຍັນ​ຂັນ​ເຄື່ອນ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ສັນ​ຕິ​ພາບ, ບົນ​ພື້ນ​ຖານ​ຊຸກ​ຍູ້​ການ​ຄ້າ, ການ​ລົງ​ທຶນ, ປ່ຽ​ນ​ແປງ​ໃໝ່, ຫັນ​ເປັນ​ດີ​ຈີ​ຕອນ, ການ​ເຕີບ​ໂຕ​ຢ່າງ​ແຮງ, ສົມ​ດຸນ, ປອດ​ໄພ, ຍືນ​ຍົງ ແລະ ກວມ​ລວມ.

ທ່ານຮອງລັດຖະມົນຕີ ບຸ່ຍແທັງເຊີນ ຢືນຢັນວ່າ, ດ້ວຍບັນດາບາດກ້າວໃນປີ 2020, ຫວຽດນາມ ຕັດສິນໃຈຈະປະຕິບັດບັນດາເປົ້າໝາຍການເຕີບໂຕ, ສືບຕໍ່ປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ນຳຫວຽດນາມ ກ້າວຂຶ້ນຢ່າງໝັ້ນຄົງໃນໄລຍະທີ່ຈະມາເຖິງ.

ເອີ​ລົບ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ​ທີ 2 ຂອງຫວຽດ​ນາມ

ຍ​ສ​ໝ - ຕາມ​ສະ​ຖິ​ຕິແລ້ວ, ປັດ​ຈຸ​ບັນ ເອີ​ລົບ​ພວມ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ​ທີ 2 ຂອງ ຫວຽດ​ນາມ​ເມື່ອກວມ​ເອົາ 20% ຍອດ​ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ​ສິນ​ຄ້າ, ທ່ານ ຫງວຽນ​ມິງ​ຫ໋າຍ ຮອງ​ປະ​ທານ Eurocham ໃຫ້​ຮູ້​ວ່າ:

ສັນ​ຍາ EVFTA ລົງ​ນາມ​ຂໍ້​ຕົກ​ລົງ​ປະ​ສົມ​ຕົ້ນ​ກຳ​ເນີນ​ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ກັບ ສ.ເກົາຫຼີ

ຍ​ສ​ໝ - ພາຍຫຼັງ​ສັນ​ຍາ​ EVFTA ມີ​ຜົນ​ສັກ​ສິດ, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຫວຽດ​ນາມ ແລະ ກະ​ຊວງ​ການ​ຄ້າ, ອຸດ​ສາ​ຫະ​ກຳ ແລະ ພະ​ລັງ​ງານ ສ.ເກົາຫຼີ ​ໄດ້​ເລີ່ມ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ຝ່າຍ​ເພື່ອ​ຜັນ​ຂະ​ຫຍາຍ​ເງື່ອນ​ໄຂ​ປະ​ສົບ​ຕົ້​ນ​ກຳ​ເນີນ​ຜະ​ລິດ​ຕະ​ພັນ​ຕຳ​ແຜ່ນ​ຕັດ​ຫຍິບ​ໃນ​ຂອບ​ເຂດ​ສັນ​ຍາ EVFTA.

ຫວຽດ​ນາມ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ APEC

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin, ວັນທີ 20 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 27 ຕາມຮູບການທາງອອນລາຍ. ກອງປະຊຸມ ແມ່ນການເຄື່ອນໄຫວສຳຄັນທີ່ສຸດຂອງ ສັບປະດາຂັ້ນສູງ APEC ຄັ້ງທີ 27 ...

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.