ປີ 2021, ລັດ​ຖະ​ບານ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ ໂລກ​ລະ​ບາດ​ໂຄວິດ - 19

06:30 | 06/01/2021

ຍ​ສ​ໝ - ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ເປົ້າ​ໝາຍ​ທີ່​ວາງ​ອອກ, ລັດ​ຖະ​ບານ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ (ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ) ຈັດ​ຕັ້ງ​ປະ​ຕິ​ບັດຫຼາຍ​ໜ້າ​ທີ່ ແລະ ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ຂ້ຽວ​ຂາດ, ຄົບ​ຊຸດ ແລະ ມີ​ປະ​ສິດ​ທິ​ຜົນ.      

ສື່ມວນ​ຊົນ​ຕ່າງ​ປະ​ເທດ: ຫວຽດ​ນາມ ນຳ​ໜ້າ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19
ອິນ​ໂດ​ເນ​ເຊຍ ​ຄວາມ​ຮ່ຳ​ຮຽນ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ
ປີ 2021, ລັດ​ຖະ​ບານ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ ໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ

ປີ 2021, ລັດ​ຖະ​ບານ​ຈະ​ສືບ​ຕໍ່​ໜູນ​ຊ່ວ ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ ໂລກ​ລະ​ບາດ​ໂຄວິດ - 19 ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ພົ້ນ​ເດັ່ນ​ຢູ່​ມາ​ຕິ​ເລກ​ທີ 2 ວ່າ​ດ້ວຍ​ໜ້າ​ທີ່, ມາດ​ຕະ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລ​ະ​ກິດ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍງ​ແຫ່ງ​ຊາດ​ປີ 2021 ເຊິ່ງ​ໄດ້​ກໍ່​ໄດ້​ປະ​ກາດ​ໃຊ້​ຈາກ​ລັດ​ຖະ​ບານ.

ມະ​ຕິ​ທີ່​ໄດ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລົງ​ນາມ​ປະ​ກາດ​ໃຊ້​ໃນ​ວັນ​ທີ 1 ມັງ​ກອນ 2021 ດ້ວຍ​ເປົ້າ​ໝາຍ​ສືບ​ຕໍ່​ສ້າງ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ກ່​ວາ​ອີກ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ້​ງ​ແຍ້ງ.

ຕາມ​ມະ​ຕິ​ແລ້ວ, ປີ 2021 ມີ​ຄວາມ​ໝາຍ​ສຳ​ຄັນ ຕໍ່​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ - ສັງ​ຄົມ​ຂອງ​ຫວຽດ​ນາມ​ໃນ​ສະ​ພາບ​ການ​ໃໝ່. ນີ້​ແມ່ນ​ປີ​ຍູ້​ແຮງ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19, ແມ່ນ​ປີ​ທຳ​ອິດ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ ເສດ​ຖະ​ກິດ - ສັງ​ຄົມ ໄລ​ຍະ 2021 – 2030 ແລະ ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ໄລ​ຍະ 2021 – 2025. ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ, ໜ້າ​ທີ່ ປີ 2021 ຢ່າງ​ມີ​ໄຊ​ຈະ​ສ້າງ​ປະ​ຖົມ​ປັດ​ໄຈ ແລະ ສົ່ງ​ເສີມ​ຢ່າງ​ແຮງ​ໃຫ້​ແກ່​ຊຸມ​ປີ​ຕ​ໍ່​ໄປ.

ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ເປົ້າ​ໝາຍ​ທີ່​ວາງ​ອອກ, ລັດ​ຖະ​ບານ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ (ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ) ຈັດ​ຕັ້ງ​ປະ​ຕິ​ບັດຫຼາຍ​ໜ້າ​ທີ່ ແລະ ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ຂ້ຽວ​ຂາດ, ຄົບ​ຊຸດ ແລະ ມີ​ປະ​ສິດ​ທິ​ຜົນ.

ສຸມ​ໃສ່​ຊີ້​ນຳ​ການ​ແກ້​ໄຂ​ບັນ​ດາ​ຂໍ້​ຈຳ​ກົດ, ຕິດ​ຂັດ​ໃນ​ວຽກ​ງານ​ສົມ​ທົບ​ກັນ​ລະ​ຫວ່າງ​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ​ຢ່າງ​ທັນ​ການ. ພ້ອມ​ທັງ, ເອົາ​ໃຈ​ໃສ່​ແກ້​ໄຂ​ບັນ​ດາ​ຂ​ໍ​້​ປົກ​ຜ່ອງ​ຍ້ອນ​ບໍ່​ໄດ້​ກຳ​ນົດ​ລະ​ອຽດ, ຊັບ​ຊ້ອນ, ຂັດ​ແຍ້ງ​ກັນ​ກ່ຽວ​ກັບ​ການ​ຄຸ້​ມ​ຄອງ​ຂອງ​ລັດ ໃນ​ຂ​ົງ​ເຂດ​ການ​ລົງ​ທຶນ, ທີ່​ດິນ, ກ່​ໍ​ສ້າງ ແລະ ຊັບ​ພະ​ຍາ​ກອນ, ສິ່ງ​ແວດ​ລ້ອມ, ປະ​ຕິ​ບັດ​ປະ​ສົມ​ບັນ​ດາ​ເອ​ກະ​ສານກອບ​ນິ​ຕິ​ກຳ ເພື່​ອ​ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ເອ​ກະ​ພາບ, ຄົບ​ຊຸດ, ໂປງ​ໃສ, ເຂົ້າ​ໃຈ​ງ່າຍ ແລະ ສຳ​ຜັດ​ງ່າຍ​ຂອງ​ລະ​ບົບ​ກົດ​ໝາຍ.

ສຸມ​ໃສ່​ຊີ້​ນຳ​ການ​ສ້າງ​ຕັ້ງ ແລະ ປະ​ຕິ​ບັດ​ຍຸດ​ທະ​ສາດ, ແຜນ​ການ​ໄລ​ຍະ​ກາງ, ໄລ​ຍະ​ຍາວດ້ວຍ​ເປົ້າ​ໝາຍ​ຢ່າງ​ຈະ​ແຈ້ງ, ມີ​ວິ​ວັດ​ການ​ປະ​ຕິ​ບັດ​ຢ່າງ​ລະ​ອຽດ ເພື່ອ​ສ້າງ​ບາດ​ລ້ຽວ​ແບບ​ຍືນ​ຍົງ ຕໍ່​ບັນ​ດາ​ດັດ​ຊະ​ນີ​ທີ່​ມີ​ລັກ​ສະ​ນະ​ພື້ນ​ຖານ​ແຕ່​ຍາກ​ທີ່​ຈະ​ປັບ​ປຸງ​ໄດ້​ໃນ​ໄລ​ຍະ​ສັ້ນ​ຄື ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຜ່ານຫຼາຍ​ແງ່​ມູນ, ພັດ​ທະ​ນາ​ເຂດ​ພູ​ດອຍ, ເຂດ​ຫ່າງ​ໄກ​ສອກ​ຫຼີກ…

ສູ້​ຊົນ​ຮັກ​ສາ​ ແລະ ​ປັບ​ປຸງ​ລະ​ດັບ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ພ້ອມ​ທັງ, ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ສື່ມວນ​ຊົນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ທົ່ວ​ສັງ​ຄົມ, ເປັນ​ຕົ້ນ​ແມ່ນ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ກ່ຽວ​ກັບ​ເນື້ອ​ໃນ​ ແລະ ຄວາມ​ໝາຍ​ຂອງ​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ​ເພື່ອ​ພັດ​ທະ​ນາ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ແບບ​ຍືນ​ຍົງ​ໂດຍ​ໄວ.

ສື່ມວນ​ຊົນ​ຕ່າງ​ປະ​ເທດ: ຫວຽດ​ນາມ ນຳ​ໜ້າ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສໝ - ອາ​ຊ​ຽນ​ບໍ່​ພຽງ​ແຕ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເທົ່າ​ນັ້ນ ຫາກ​ຍັງ​ຮ່ວມ​ສຳ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ບັນ​ດາ​ປະ​ເທດ​ຕ່າງໆ​ເພື່ອ​ຮັບ​ມື​ຢູ່ຫຼາຍ​ລະ​ດັບ ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ຈາກ​ໂລກ​ລະ​ບາດ.

ອິນ​ໂດ​ເນ​ເຊຍ ​ຄວາມ​ຮ່ຳ​ຮຽນ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ

ຍ​ສ​ໝ - Jakarta Post ໃຫ້​ຮູ້​ວ່າ ມີຫຼາຍ​ປັດ​ໄຈ​ນຳ​ຜົນ​ສຳ​ເລັດ​ມາ​ໃຫ້​ຫວຽດ​ນາມ, ໃນ​ນັ້ນ​ຄວາມ​ສຳ​ຄັນ​ແຖວ​ໜ້າ​ແມ່ນ​ການຮັບ​ມື​ກັບ​ໂລກ​ລະ​ບາ​ດ​ຢ່າງ​ທັນ​ທີ.

ຫວຽດນາມ ບັນລຸໄດ້ຜົນງານເບື້ອງຕົ້ນໃນການປ້ອງກັນ, ສະກັດກັ້ນ ໂລກ​ລະ​ບາດ​ໂຄວິດ - 19

ຍສໝ - ພາຍຫຼັງເກືອບ 1 ປີ, ທຸກກຳລັງໄດ້ເຂົ້າຮ່ວມບັ້ນປ້ອງກັນ, ສະກັດກັ້ນໂລກລະບາດ, ຫວຽດນາມ ບັນລຸໄດ້ຜົນງານເບື້ອງຕົ້ນໃນການປ້ອງກັນ, ສະກັດກັ້ນ ໂລກ​ລະ​ບາດ​ໂຄວິດ - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.