ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງເດືອນ 11 ຂອງ ສປປ.ລາວ ບັນລຸໄດ້ປະມານ 869 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງເດືອນ 11 ຂອງ ສປປ.ລາວ ບັນລຸໄດ້ປະມານ 869 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ບັນລຸໄດ້ປະມານ 869 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 436 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 434 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 2 ລ້ານໂດລາສະຫາລັດ.

ປະເທດລາວ: ເຊັນສັນຍາໂຄງການກໍ່ສ້າງຕຶກອາຄານກອງບັນຊາການທະຫານອາກາດ

ປະເທດລາວ: ເຊັນສັນຍາໂຄງການກໍ່ສ້າງຕຶກອາຄານກອງບັນຊາການທະຫານອາກາດ

ໃນຕອນແລງຂອງ ວັນທີ 25 ທັນວາ 2020 ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດຂຶ້ນພິທີເຊັນສັນຍາໂຄງການ ກໍ່ສ້າງຕຶກອາຄານກອງບັນຊາ ການທະຫານອາກາດ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ບໍລິສັດ (Fron tier Services Group Co, Ltd).

ມອບ​ຂອງ​ຂວັ​ນ ກ່​ວາ 200 ພູດ​ໃຫ້​ແກ່​ປະ​ຊາ​ຊົນ​ບ້ານ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ - ລາວ

ມອບ​ຂອງ​ຂວັ​ນ ກ່​ວາ 200 ພູດ​ໃຫ້​ແກ່​ປະ​ຊາ​ຊົນ​ບ້ານ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ - ລາວ

ຍ​ສ​ໝ - ທ່ານ​ພັນ​ໂທ ຟ້າມ​ຕຸງ​ເລິມ, ຮອງຜູ້ຮັບຜິດຊອບການເມືອງ ທະ​ຫານ​ຊາຍ​ແດນ ແຂວງ​ເທື່ອ​ທຽນ​ເຫ້ວ ໄດ້​ຕາງ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ງານ ໄດ້​ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ​ໄປ​ຍັງ​ພະ​ນັກ​ງານ, ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ສອງ​ບ້ານ ກາ​ໂລ ແລະ ບ້ານ​ເຊ​ຊາບ, ເມືອງ ກາ​ລືມ, ແຂວງ​ເຊກອງ.

ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງຕຳຫຼວດລາວ ຈະສືບຕໍ່ພັດທະນາຢ່າງຕັ້ງໜ້າ, ນັບມື້ນັບກ້າວເຂົ້າສູ່ລວງເລິກ

ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງຕຳຫຼວດລາວ ຈະສືບຕໍ່ພັດທະນາຢ່າງຕັ້ງໜ້າ, ນັບມື້ນັບກ້າວເຂົ້າສູ່ລວງເລິກ

ຍສໝ -  ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ  ຖືເປັນສໍາຄັນການເພີ່ມທະວີການຮ່ວມມືຮອບດ້ານກັບລາວ, ຖືວ່ານີ້ແມ່ນພື້ນຖານເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງຢູ່ແຕ່ລະປະເທດ, ຕໍ່ສູ້ເຮັດໃຫ້ທຸກກົນອຸບາຍທໍາລາຍມ້າງເພ, ແບ່ງແຍກນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງປະເທດຖືກປະລາໄຊ...

ປະເທດລາວ ໄດ້ປະກາດໃໝ່ວ່າ ບຸກຄົນທີ່ເຂົ້າມາລາວ ຕ້ອງໃຊ້ມາດຕະການແຍກອອກຫ່າງຕາມກົດລະບຽບ ໃໝ່

ປະເທດລາວ ໄດ້ປະກາດໃໝ່ວ່າ ບຸກຄົນທີ່ເຂົ້າມາລາວ ຕ້ອງໃຊ້ມາດຕະການແຍກອອກຫ່າງຕາມກົດລະບຽບ ໃໝ່

ຄະນະ​ສະເພາະ​ກິດ ອອກ​ມາດ​ຕະການ​ໃໝ່ ບຸກຄົນ​ທີ່​ເດີນທາງ​ເຂົ້າ​ມາ​ໃນ ສປປ ລາວ ຈະ​ຕ້ອງ​ໃສ່​ອຸປະກອນ​ຕິດຕາມ​ທາງ​ການ​ແພດ​ເພື່ອ​ໃຫ້​ສາມາດ​ຕິດຕາມ​ການ​ເຄື່ອນ​ໄຫວ​ຂອງ​ບຸກຄົນ​ດັ່ງກ່າວ​ໄດ້​ໃນ​ຂອບ​ເຂດ 14 ວັນ.

ສ້າງ​ຕັ້ງ​​ບໍ​ລິ​ສັດຮ່ວມ​ທຸ​ລະ​ກິດ​ພັດ​ທະ​ນາ ທ່າ​ກ່ຳ​ປັ່ນ ຫວູງອ໊າງ ລາວ - ຫວຽດ​ນາມ

ສ້າງ​ຕັ້ງ​​ບໍ​ລິ​ສັດຮ່ວມ​ທຸ​ລະ​ກິດ​ພັດ​ທະ​ນາ ທ່າ​ກ່ຳ​ປັ່ນ ຫວູງອ໊າງ ລາວ - ຫວຽດ​ນາມ

ຍ​ສ​ໝ - ບໍລິສັດການຄ້ານ້ຳມັນອາຍແກັດ ລາວ (Petro Trade) ຫາກໍປະກາດພາກສ່ວນສະພາບໍລິຫານ ບໍລິສັດພັດທະນາທ່າກ່ຳປັ່ນ ຫວູງອ໊າງ ລາວ - ຫວຽດນາມ (VDS).

ມອບ​ໃບ​ຢັ້ງ​ຢືນ​ຊຸດ​​ຮຽນ​ພາ​ສາ ຫວຽດ​ ໃຫ້​ແກ່​ນັກ​ສຶກ​ສາ​ລາວ

ມອບ​ໃບ​ຢັ້ງ​ຢືນ​ຊຸດ​​ຮຽນ​ພາ​ສາ ຫວຽດ​ ໃຫ້​ແກ່​ນັກ​ສຶກ​ສາ​ລາວ

ຍ​ສ​ໝ - ພາຍຫຼັງ​ການ​ຮຽນ​ມາ​ເປັນ​ເວ​ລາ 9 ເດືອນ​ຢູ່​ໂຮງ​ຮຽນ, ມີ​ນັກ​ສຶ​ກ​ສາ​ລາວ 74 ຄົນ​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຈົບ​ຊຸດ​ການ​ຮຽນ​ພາ​ສາ​ຫວຽດ, ໃນ​ນັ້ນ​ມີ ນັກ​ສຶກ​ສາ 6 ຄົນ​ບັນ​ລຸ​ໄດ້​ຜົນ​ດີ​ເດັ່ນໃນ​ການ​ຮ່ຳ​ຮຽນ ແລະ ຫຼໍ່ຫຼອມ ເຊິ່ງ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກ​ໂຮງ​ຮຽນ.

ໜູນ​ຊ່ວຍ ສະ​ບຽງ​ອາ​ຫານ ແລະ ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ​ເຊກອງ ລາວ

ໜູນ​ຊ່ວຍ ສະ​ບຽງ​ອາ​ຫານ ແລະ ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ​ເຊກອງ ລາວ

ຍ​ສ​ໝ - ທ່ານ​ພັນ​ເອກ ຫງວຽນ​ກວາງ​ນາມ, ຕາງ​ໜ້າ​ກອງ​ບັນ​ຊາ​ຫານ​ທະ​ຫານ​ຊາຍ​ແດນ​ແຂວງ​ກ໋​ວາງ​ນາມ, ຮອງ​ຜູ້​ບັນ​ຊາ​ການ, ຫົວ​ໜ້າເສ​ນາ​ທິ​ການທະ​ຫານ​ຊາຍ​ແດນ​ແຂວງ ໄດ້​ມອບ​ເຂົ້ນ​ສານ 2,2ໂຕນ, ສະ​ບຽງ​ອາ​ຫານ, ທັນ​ຍາ​ຫານ, ອຸ​ປະ​ກອນ​ການ​ແພດ ພ້ອມ​ກັບ​ວັດ​ຖຸ​ຕ່າງໆ ເພື່ອ​ຮັບ​ໃຊ້​ໃຫ້​ແກ່ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລ​ະ​ບາດ​ໂຄວິດ - 19

ແນະນໍາວັດທະນະທໍາອາຫານການກິນຫວຽດນາມ ຢູ່ ລາວ

ແນະນໍາວັດທະນະທໍາອາຫານການກິນຫວຽດນາມ ຢູ່ ລາວ

ວັນທີ 23 ທັນວາ, ທີ່ມະຫາວິທະຍາໄລລາວ ຢູ່ນະຄອນຫຼວງຮ່າໂນ້ຍ, ງານບຸນອາຫານການກິນນາໆຊາດໂດຍໂຮງຮຽນພາສາ, ມະຫາວິທະຍາໄລແຫ່ງຊາດລາວ ຈັດຕັ້ງ, ດໍາເນີນດ້ວຍການເຂົ້າຮ່ວມຂອງນັກສຶກສາຫຼາຍພັນຄົນທີ່ມາຈາກຄະນະວິຊາອື່ນໆ.

ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ

ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ

ໃນວັນທີ 24 ທັນວາ 2020 ຢູ່ທີ່ສຳນັກງານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີພິທີມອບຮັບເງິນຊ່ວຍເຫຼືອຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈຳນວນ 165.000.000 ດົງ (ໜຶ່ງຮ້ອຍຫົກສິບຫ້າລ້ານດົງ) ເພື່ອນຳໄປຊ່ວຍເຫຼືອປະຊາຊົນຢູ່ພາກກາງ ແລະ ເຂດໄຕຫງວຽນ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ.

ສອງຄະນະພົວພັນຕ່າງປະເທດ ກູບາ-ລາວ ຮ່ວມກອງປະຊຸມທາງໄກ

ສອງຄະນະພົວພັນຕ່າງປະເທດ ກູບາ-ລາວ ຮ່ວມກອງປະຊຸມທາງໄກ

ໃນ​ວັນທີ 24 ທັນວາ 2020 ນີ້, ສະ​ຫາຍ ນາງ ສູນ​ທອນ ໄຊ​ຍະ​ຈັກ ກຳ​ມ​ະ​ກາ​ນ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ ໄດ້ເຂົ້າຮ່ວມກອງ ປະຊຸມທາງໄກ ກັບ ຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດກູບາ, ນໍາໂດຍ ສະຫາຍ Angle Aezuaga Reyes ວ່າການຫົວໜ້າ ຄະນະພົວພັນ ຕ່າງປະເທດສູນກາງພັກ ກອມມູນິດກູບາ.

ໜັງສືພິມ  ຂອງ ສປປ.ລາວ ໄດ້ສະແດງຄວາມຊົມເຊີຍຫວຽດນາມ ໃນການສຳເລັດການຊີ້ນຳອາຊຽນ 2020

ໜັງສືພິມ ຂອງ ສປປ.ລາວ ໄດ້ສະແດງຄວາມຊົມເຊີຍຫວຽດນາມ ໃນການສຳເລັດການຊີ້ນຳອາຊຽນ 2020

ຍສໝ - ໜັງສືພິມປະຊາຊົນ (Pasaxon) ຂອງປະເທດລາວ ສະບັບອອກໃນວັນທີ 21 ທັນວາ ມີບົດຂຽນທີ່ຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມ ໃນການເປັນປະທານອາຊຽນ 2020.

ໄຂ​ຫ້ອງ​ສອນ​ພາ​ສາ​ຕ່າງ​ປະ​ເທດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ລາວ

ໄຂ​ຫ້ອງ​ສອນ​ພາ​ສາ​ຕ່າງ​ປະ​ເທດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ລາວ

ຍ​ສ​ໝ - ຄາດ​ວ່າ​ຊຸດ​ຮ​ຽນ​ຈະ​ດຳ​ເນີນ​ໃນ 3 ເດືອນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ສິດ​ສອນ​ຂອງ​ບັນ​ດາ​ຄູ​ສອນ ລາວ​ທີ່​ເຄີຍ​ຮຽນ​ຢູ່​ຫວຽດ​ນາມ, ຄູ​ສອນ ຫວຽດ​ນາມ​ທີ່​ເຄີຍ​ຮຽນ​ຢູ່​ລາວ ແລະ ຄູ​ສອນ​ຕ່າງ​ປະ​ເທດ

ລາວ​ສືບ​ຕໍ່​ຈຳ​ກັດ​ບໍ​ລິ​ເວນ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ສາມ​ລ່ຽມ​ຄຳ​ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ລາວ​ສືບ​ຕໍ່​ຈຳ​ກັດ​ບໍ​ລິ​ເວນ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ສາມ​ລ່ຽມ​ຄຳ​ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສໝ - ຕາມ​ລາຍ​ການນີ້, ປະ​ຊາ​ຊົນ​ລາວ​ທຸກ​ຄົນ ແລະ ຊາວ​ຕ່ງ​ປະ​ເທດ​ເມື່ອ​ເຂົ້າ​ອອກ ເຂດ​ເສດ​ຖະ​ກິດ​ສາມ​ລ່ຽມ​ຄຳ​ຕ້ອງ​ໄດ້​ຮັບ​ການ​ຕົກ​ລົງ​ຈາກ​ຄະ​ນະ​ຄຸ້ມ​ຄອງ ເຂດ​ເສດ​ຖະ​ກິດ​ພິ​ເສດ. ບັນ​ດາ​ພໍ່​ຄ້າ​ໄດ້​ຈຳ​ແນກ​ການ​ເຄື່ອນ​ໄຫວ​ຢູ່​ຕະຫຼາດ​ຊົ່ວ​ຄາວ​ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ກໍ່​ຍັງ​ບໍ່​ທັນ​ສາ​ມາດ​ກັບ​ຄືນ​ຄ້າ​ຂ່າວ ຕະຫຼອດ​ຮອດ​ເມື່ອ​ມີ​ປະ​ກາດ​ໃໝ່.

ຫວຽດ​ນາມ - ລາວ - ກ​ຳ​ປູ​ເຈຍ ສືບ​ຕໍ່​ປະ​ຕິ​ບັດ​ຮູບ​ແບບ “ສາມ​ປະ​ເທດ​ມີ​ຈຸດ​ນັດ​ພົບ​ດຽວ​ກັນ”

ຫວຽດ​ນາມ - ລາວ - ກ​ຳ​ປູ​ເຈຍ ສືບ​ຕໍ່​ປະ​ຕິ​ບັດ​ຮູບ​ແບບ “ສາມ​ປະ​ເທດ​ມີ​ຈຸດ​ນັດ​ພົບ​ດຽວ​ກັນ”

ຍ​ສ​ໝ - ແຜນ​ການພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ສາມ​ລ່ຽມ​ພັດ​ທະ​ນາ CLV ໄດ້​ຮັບ​ການ​ສ້າງ​ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ ຈະ​ປະ​ກອບ​ສ່ວນ​ເຊື່ອມ​ຕໍ່​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ຂອງ​ສາມ​ປະ​ເທດ, ສ້າງ​ບັນ​ດາ​ສາຍ​ກາ​ນ​ທ່ອງ​ທ່ຽວ, ເຊື່ອມ​ໂຍງ​ບັນ​ດາ​ຈຸດ​ນັດ​ພົບ, ສ້າງ​ການ​ແຜ່ຂະ​ຫ​ຍາຍ, ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ - ສັງ​ຄົມ​ຢູ່​ເຂດນີ້ ແລະ ຈາກ​ນັ້ນ​ເປີດ​ກ້​ວາງ​ໄປ​ສູ່​ບັນ​ດາ​ທ້ອງ​ຖິ່ນ​ໃນ​ຂອບ​ເຂດ​ສາມ​ປະ​ເທດ

ຍີ່ປຸ່ນ ສະໜອງທຶນ 4 ແສນກວ່າໂດລາ ປັບປຸງອຸປະກອນ ການແພດ, ກໍ່ສ້າງຂົວ ແລະ ໂຮງຮຽນໃນລາວ

ຍີ່ປຸ່ນ ສະໜອງທຶນ 4 ແສນກວ່າໂດລາ ປັບປຸງອຸປະກອນ ການແພດ, ກໍ່ສ້າງຂົວ ແລະ ໂຮງຮຽນໃນລາວ

ເມື່ອ​ບໍ່​ດົນ​ມາ​ນີ້, ລັດຖະບານຍີ່ປຸ່ນ ໄດ້ສະໜອງ​ທຶນຊ່ວຍເຫລືອລ້າ ໃຫ້​ແກ່ ສປປ ລາວ ຈຳນວນ 403.768 ໂດລາສະຫະລັດ ໃຫ້​​ໂຄງ​ການ ​ດ້ານ​ສາ​ທາ​ລະ​ນະ​ສຸກ 2 ​ໂຄງ​ການ ​ໃນ ​ແຂວງ​ຫລວງ​ພະ​ບາງ ແລະ ນະຄອນຫລວງວຽງ​ຈັນ, ໂຄງ​ການ​ສ້າງ​ຂົວ​ 2 ໂຄງ​ການ​ ຢູ່​ ແຂວງ​ບໍ່​ແກ້ວ ແລະ​ ແຂວງ​ຈຳ​ປາ​ສັກ ແລະ ​1 ​ໂຄງ​ການ​ດ້ານ​ການ​ສຶກ​ສາ​ ຢູ່ ​ແຂວງ​ຈຳ​ປາ​ສັກ, ໂດຍຜ່ານ​ໂຄງ​ການ​ເສີມ​ສ້າງ ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ ​ຂັ້ນ​ຮາກ​ຖານ (GGPs) ​ເຊິ່ງພິທີເຊັນສັນຍາ​ໂຄງການ ​ດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 18 ທັນ​ວາ 2020, ຢູ່ສະຖານທູດຍີ່ປຸ່ນ ນະ​ຄອນຫລວງ​ວຽງ​ຈັນ ລະຫວ່າງ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​ ແລະ ໂຕແທນ ຂອງອຳນາດການປົກຄອງຈາກເມືອງ ແລະ ແຂວງ ທີ່ໄດ້ຮັບໂຄງການດັ່ງກ່າວ, ​ໂດ​ຍມີ​ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິຍານ.

ນາຍົກລັດຖະມົນຕີ ລາວ ເນັ້ນໃຫ້ທຸກຄົນມີສະຕິລະວັງຕົວສູງຂຶ້ນ ໃນການຕ້ານ-ສະກັດກັ້ນພະຍາດໂຄວິດ-19

ນາຍົກລັດຖະມົນຕີ ລາວ ເນັ້ນໃຫ້ທຸກຄົນມີສະຕິລະວັງຕົວສູງຂຶ້ນ ໃນການຕ້ານ-ສະກັດກັ້ນພະຍາດໂຄວິດ-19

ໃນວັນທີ 22 ທັນວາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລ່ງຂ່າວຜ່ານສື່ມວນຊົນ ເພື່ອສື່ສານເຖິງພີ່ນ້ອງ ຊາວລາວ ໃນທົ່ວປະເທດ ຊາບຢ່າງທົ່ວເຖິງກັນ ໃນສິ່ງທີ່ມີຄວາມສຳຄັນຍິ່ງ ເພື່ອຂໍໃຫ້ທຸກໆຄົນ ໃຫ້ມີສະຕິລະວັງຕົວ ແລະ ໃຫ້ການຮ່ວມມື ກັບລັດຖະບານ ແລະ ໜ່ວຍງານ ທີ່ກ່ຽວຂ້ອງ ກ່ຽວກັບບັນຫາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ທີ່ອາດຈະເກີດຂຶ້ນຮອບໃໝ່ ໃນປະເທດລາວ.

ລາວ: ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ

ລາວ: ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ

ອີງໃສ່ສະພາບການລະບາດ ຂອງປະເທດເພື່ອນບ້ານ ທີ່ມີການລະບາດ ພາຍໃນປະເທດຢ່າງຕໍ່ເນື່ອງ ແລະ ແຜ່ລາມໄປຫລາຍແຂວງນັ້ນ ກໍ່ຍ້ອນປະຊາຊົນ ບໍ່ເອົາໃຈໃສ່ ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ທີ່ລັດຖະບານວາງ ອອກຢ່າງເຄັ່ງຄັດ, ເຊິ່ງ ສປປ ລາວ ແມ່ນມີຄວາມສ່ຽງສູງ ທີ່ຈະມີຜູ້ຕິດເຊື້ອ ເຂົ້າມາແຜ່ເຊື້ອ ແລະ ເກີດການລະບາດຮອບໃໝ່ ໃນປະເທດ. ສະນັ້ນ, ເພື່ອສະກັດກັ້ນ ການລະບາດແຕ່ຫົວທີ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ, ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ ພ້ອມທັງ, ຮຽກຮ້ອງມາຍັງ ປະຊາຊົນລາວບັນດາເຜົ່າ ໃຫ້ເຫັນເຖິງຄວາມສຳຄັນ ໃນການປະຕິບັດ ຕາມແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວ ຂ້ອງວາງອອກຢ່າງເຄັ່ງຄັດ.

ລາວ ອາດມີຄວາມສ່ຽງສູງຕໍ່ການຕິດເຊື້ອ ໂຄວິດ-19

ລາວ ອາດມີຄວາມສ່ຽງສູງຕໍ່ການຕິດເຊື້ອ ໂຄວິດ-19

ເພື່ອສະກັດກັ້ນ ການລະບາດແຕ່ຫົວທີ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ, ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ ພ້ອມທັງ, ຮຽກຮ້ອງມາຍັງ ປະຊາຊົນລາວບັນດາເຜົ່າ ໃຫ້ເຫັນເຖິງຄວາມສຳຄັນ ໃນການປະຕິບັດ ຕາມແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວ ຂ້ອງວາງອອກຢ່າງເຄັ່ງຄັດ.

ການຮ່ວມມືດ້ານອຸຕຸນິຍົມ-ອຸທົກກະສາດຫວຽດນາມ - ລາວ ໄດ້ຕິດພັນຈາກມູນເຊື້ອສະໜິດຕິດແໜ້ນຢ່າງໝັ້ນແກ່ນລະຫວ່າງສອງປະເທດໃນປະຫວັດສາດ

ການຮ່ວມມືດ້ານອຸຕຸນິຍົມ-ອຸທົກກະສາດຫວຽດນາມ - ລາວ ໄດ້ຕິດພັນຈາກມູນເຊື້ອສະໜິດຕິດແໜ້ນຢ່າງໝັ້ນແກ່ນລະຫວ່າງສອງປະເທດໃນປະຫວັດສາດ

ຍສໝ - ທີ່ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ ແລະລາວ, ໂດຍການເປັນປະທານຮ່ວມຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ, ການນໍາລັດຖະບານສອງປະເທດຫວຽດນາມ - ລາວ ໄດ້ເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຊຸກຍູ້ການຮ່ວມມືກ່ຽວກັບການພະຍາກອນອາກາດ ແລະການເຕືອນໄພພິບັດທາງທຳມະຊາດລະຫວ່າງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຂອງສອງປະເທດ.