ນາຍົກລັດຖະມົນຕີ ລາວ ເນັ້ນໃຫ້ທຸກຄົນມີສະຕິລະວັງຕົວສູງຂຶ້ນ ໃນການຕ້ານ-ສະກັດກັ້ນພະຍາດໂຄວິດ-19

06:30 | 23/12/2020

ໃນວັນທີ 22 ທັນວາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລ່ງຂ່າວຜ່ານສື່ມວນຊົນ ເພື່ອສື່ສານເຖິງພີ່ນ້ອງ ຊາວລາວ ໃນທົ່ວປະເທດ ຊາບຢ່າງທົ່ວເຖິງກັນ ໃນສິ່ງທີ່ມີຄວາມສຳຄັນຍິ່ງ ເພື່ອຂໍໃຫ້ທຸກໆຄົນ ໃຫ້ມີສະຕິລະວັງຕົວ ແລະ ໃຫ້ການຮ່ວມມື ກັບລັດຖະບານ ແລະ ໜ່ວຍງານ ທີ່ກ່ຽວຂ້ອງ ກ່ຽວກັບບັນຫາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ທີ່ອາດຈະເກີດຂຶ້ນຮອບໃໝ່ ໃນປະເທດລາວ.

ນາຍ ກລ ດຖະມ ນຕ ລາວ ເນ ນໃຫ ທ ກຄ ນມ ສະຕ ລະວ ງຕ ວສ ງຂ ນ ໃນການຕ ານ ສະກ ດກ ນພະຍາດໂຄວ ດ 19 ຫວຽດນາມຈັດຕັ້ງລາຍການພົບປະແລກປ່ຽນນັກທູດໜຸ່ມ ອາຊຽນ 2020
ນາຍ ກລ ດຖະມ ນຕ ລາວ ເນ ນໃຫ ທ ກຄ ນມ ສະຕ ລະວ ງຕ ວສ ງຂ ນ ໃນການຕ ານ ສະກ ດກ ນພະຍາດໂຄວ ດ 19 ຄາດວ່າ ການເຕີບໂຕຂອງຫວຽດນາມຈະບັນລຸ ເກືອບ 3% ໃນປີ 2020
ນາຍ ກລ ດຖະມ ນຕ ລາວ ເນ ນໃຫ ທ ກຄ ນມ ສະຕ ລະວ ງຕ ວສ ງຂ ນ ໃນການຕ ານ ສະກ ດກ ນພະຍາດໂຄວ ດ 19
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ.

ຖ້າພວກເຮົາເບິ່ງອອກສູ່ໂລກ ຍັງເຫັນໄດ້ຢ່າງຈະແຈ້ງວ່າ: ໂຄວິດ-19 ກໍາລັງເປັນ ໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົາ ນັບມື້ນັບເພີ່ມຂຶ້ນ, ຊຶ່ງຍັງບໍ່ທັນມີ ກຳລັງແຮງໃດໆ ມາສະກັດກັ້ນໄດ້ເທື່ອ ແລະ ຄາດຄະເນວ່າ ອີກສອງສາມວັນຂ້າງໜ້າ ຈະມີຜູ້ຕິດເຊື້ອສະສົມເຖິງ 80 ລ້ານຄົນ ແລະ ຈຳນວນ ຕົວເລກຜູ້ເສຍຊີວິດ ກໍອາດຈະເພີ່ມຂຶ້ນເຖິງ 2 ລ້ານຄົນ ໃນທົ່ວໂລກ. ສິ່ງທີ່ເປັນອັນຕະລາຍຍິ່ງ ໄປກວ່ານັ້ນ ໄດ້ຮັບຂໍ້ມູນຈາກນັກວິທະຍາສາດ ການແພດໃນໂລກໃຫ້ຮູ້ວ່າ ໂຄວິດ-19 ໄດ້ມີການກາຍພັນ ເປັນພັນທີ່ຮ້າຍແຮງຂຶ້ນກວ່າເກົ່າ, ການແຜ່ເຊື້ອຈະມີຄວາມໄວຂຶ້ນ ແລະ ສະລັບສັບຊ້ອນກວ່າ ສາຍພັນເດີມ ແລະ ການກວດເຫັນຜູ້ຕິດເຊື້ອ ປັດຈຸບັນນີ້ສ່ວນຫລາຍບໍ່ມີອາການ ເຊິ່ງເຮັດໃຫ້ການປ້ອງກັນ, ຄວບຄຸມ ຍິ່ງເພີ່ມຄວາມຫຍຸ້ງຍາກ ສັບສົນຂຶ້ນຕື່ມ.

ສິ່ງທີ່ເວົ້າມາຂ້າງເທິງນັ້ນ, ໄດ້ເກີດຂຶ້ນຢູ່ບາງປະເທດເພື່ອນບ້ານ ທີ່ມີຊາຍແດນຕິດກັບ ປະເທດເຮົາແລ້ວ ດັ່ງທີ່ເປັນຂ່າວໄປນັ້ນ. ດັ່ງນັ້ນ, ມັນຮຽກຮ້ອງ ໃຫ້ພວກເຮົາ ຕ້ອງເພີ່ມສະຕິລະວັງຕົວ ໃຫ້ສູງກວ່າເກົ່າ ແລະ ສູງກວ່າທີ່ເປັນຢູ່ໃນປັດຈຸບັນ ເພື່ອພວກເຮົາໄດ້ສ້າງ ກໍາລັງແຮງທຸກດ້ານ ສຳລັບຮັບມືກັບ ໄພອັນຕະ ລາຍນີ້ຢ່າງຈິງຈັງ ບໍ່ດັ່ງນັ້ນ, ໂຄວິດ-19 ຈະສາມາດກັບມາປະເທດ ເຮົາຮອບໃໝ່ ຊຶ່ງຈະຮ້າຍແຮງກວ່າເກົ່າ ແລະ ເຮັດໃຫ້ການຄວບຄຸມຈະພົບ ກັບຄວາມສ່ຽງໃຫຍ່ ສຳລັບປະເທດ ແລະ ປະຊາຊົນເຮົາ.

ດັ່ງນັ້ນ, ຂ້າພະເຈົ້າ ຈຶ່ງໄດ້ຮຽກປະຊຸມ ຄະນະສະເພາະກິດ ກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ໃນປະເທດເຮົາ ຊຶ່ງໄດ້ໃຊ້ເວລາຫລາຍຊົ່ວໂມງ ເພື່ອຄົ້ນຄວ້າ, ວິໄຈ ແລະ ປະເມີນສະຖານະການ ການແຜ່ລະບາດຂອງ ພະຍາດໂຄວິດ-19 ໃນທົ່ວໂລກ, ໃນອາຊຽນ ແລະ ໃນປະເທດໃກ້ຄຽງ ທີ່ມີຊາຍແດນຕິດກັບປະເທດເຮົາ ຢ່າງເລິກເຊິ່ງ. ພ້ອມກັນນັ້ນ ກໍໄດ້ຕີລາຄາ, ປະເມີນສະຖານະການ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງໂຄວິດ-19 ໃນປະເທດເຮົາ ຢ່າງລະອຽດທີ່ຖ້ວນ, ຊຶ່ງກອງປະຊຸມ ໄດ້ຕີລາຄາຢ່າງຊັດເຈນວ່າ ໃນໄລຍະທີ່ຜ່ານມາ ຢູ່ປະເທດພວກເຮົາ ສາມາດຄວບຄຸມ, ປ້ອງກັນ ແລະ ແກ້ໄຂ ບັນຫານີ້ໄດ້ດີ, ມີຜູ້ຕິດເຊື້ອສະສົມບໍ່ຫລາຍ ແລະ ບໍ່ທັນມີຜູ້ເສຍຊີວິດ, ການປີ່ນປົວຜູ້ຕິດເຊື້ອ ກໍມີຜົນສຳເລັດເປັນຢ່າງດີ.

ເຖິງແນວໃດກໍຕາມ, ທ່ານນາຍົກລັດຖະມົນຕີ ກໍໄດ້ມີຄຳແນະນຳ ພາກສ່ວນກ່ຽວຂ້ອງ ແລະ ຂໍຮຽກ ຮ້ອງມາຍັງພໍ່ແມ່ ພີ່ນ້ອງລາວທຸກໆຄົນ ໂດຍສະເພາະ ໃຫ້ຄະນະສະເພາະກິດ ທົບທວນຄືນຄຳສັ່ງສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ແລະ ທົບທວນຄືນເບິ່ງວ່າ ບັນດາມາດຕະການຜ່ອນຜັນ ຈາກຄໍາສັ່ງເລກທີ 06/ນຍ ນັ້ນ ຈະກັບມາໃຊ້ອັນໃດ ແລະ ຈະມີມາດຕະການ ເພີ່ມເຕີມອັນໃດແດ່ ເພື່ອຮັບມືກັບສະພາບການໃໝ່. ຖ້າມີມາດຕະການໃໝ່ອອກມາ ຂໍໃຫ້ມີການສະໜັບສະໜູນ ຮ່ວມມືໃນການປະຕິບັດ ຂອງທຸກໆຄົນ; ສິ່ງທີ່ຈະຕ້ອງປະຕິບັດ ນັບແຕ່ມື້ນີ້ເປັນຕົ້ນໄປ ແມ່ນໂຈະການອະນຸຍາດໃຫ້ພົນລະເມືອງ ຢູ່ບັນດາປະເທດທີ່ມີ ການລະບາດໃນຊຸມຊົນ ຂອງໂຄວິດ-19 ເຂົ້າປະເທດເຮົາ, ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ, ສືບຕໍ່ຢຸດຕິການເປີດ ໃຫ້ມີຖ້ຽວບິນເໝົາລໍາ ໄປ-ມາ ຈາກຕ່າງປະເທດໃນໄລຍະນີ້, ນອກຈາກກໍລະນີ ຈຳເປັນແທ້ໆ, ແຕ່ຕ້ອງໄດ້ຂໍອະນຸຍາດທຸກໆຄັ້ງ; ໃຫ້ສືບຕໍ່ກະກຽມສະຖານທີ່ກັກກັນຊົ່ວຄາວ ໃຫ້ມີມາດຕະຖານທີ່ດີກວ່າເກົ່າ ແລະ ຫລາຍກວ່າເກົ່າ, ກຽມເພີ່ມສະຖານທີ່, ຢາ, ອຸປະກອນຕ່າງໆ ເພື່ອຮັບໃຊ້ການປີ່ນປົວ ຜູ້ຕິດເຊື້ອໂຄວິດ-19 ແລະ ໃຫ້ຄາດຄະເນລ່ວງໜ້າ ໃຫ້ເໝາະສົມ ເພື່ອຮັບມືເມື່ອມີເຫດສຸກເສີນ ແລະ ກໍລະນີ ມີຜູ້ຕິດເຊື້ອຂະຫຍາຍກວ້າງ ແລະ ໄວ. ຂະນະດຽວກັນ ກໍໃຫ້ກະກຽມກ່ຽວກັບ ການຮັບເອົາການຊ່ວຍເຫລືອ ຢາວັກຊີນ ຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ເຊັນຮ່ວມກັນມາແລ້ວ ເພື່ອນໍາວັກຊີນມາສັກ ໃຫ້ປະຊາຊົນ, ກ່ອນອື່ນແມ່ນບັນດາກຸ່ມເປົ້າໝາຍສ່ຽງ ໃຫ້ໄດ້ໄວເທົ່າທີ່ຈະໄວໄດ້, ພ້ອມທັງໃຫ້ກຽມງົບປະມານ ເພື່ອສັ່ງຢາວັກຊີນຕື່ມອີກ ເພື່ອໃຫ້ປະຊາຊົນລາວ ໄດ້ຮັບການສັກຢ່າງ ເໝາະສົມໃນເວລາອັນຄວນ.

ພ້ອມກັນນັ້ນ ຂໍຮຽກຮ້ອງໃຫ້ປະຊາຊົນ ທຸກຄົນປະຕິບັດໄລຍະຫ່າງ, ບໍ່ສຳພັດມືໃນເວລາ ພົບກັນ (ໃຫ້ໃຊ້ການຍົກມືນົບ ທັກທາຍຕາມປະເພນີລາວເຮົາ, ຊຶ່ງທັງງົດງາມ ແລະ ປອດໄພ), ໃຫ້ທຸກໆຄົນໃຊ້ຜ້າອັດປາກ-ອັດດັງ ໃນເວລາຢູ່ໃນຊຸມຊົນ, ໃນເວລາອອກຈາກເຮືອນ ໄປ-ມາ ຢ່າງເຄັ່ງຄັດ ຍ້ອນໄລຍະນີ້ ຢູ່ປະເທດເຮົາພວມ ມີວັນສຳຄັນຂອງພັກ ແລະ ຂອງຊາດຫລາຍ, ຈຶ່ງຂໍໃຫ້ທຸກຄົນ ຈົ່ງປະຕິບັດໄລຍະຫ່າງ ແລະ ໃສ່ຜ້າອັດປາກ-ອັດດັງ ຢ່າງເຄັ່ງຄັດ, ລ້າງມື, ສີດຢາຂ້າເຊື້ອທຸກໆຄັ້ງ ໃຫ້ທຸກໆຄົນກ່ອນເຂົ້າຮ່ວມງານຕ່າງໆ; ພ້ອມກັນນັ້ນ ກໍໃຫ້ຈຳກັດງານດອງ ໃຫ້ກະທັດຮັດ, ບໍ່ອະນຸຍາດໃຫ້ຈັດງານຄອນເສີດ, ງານລາຕີສະໂມສອນ ແລະ ຮຽກຮ້ອງບໍ່ໃຫ້ມີການ ຈັດງານສະຫລອງປີໃໝ່ສາກົນ ທີ່ຈັດເປັນງານໃຫຍ່, ຂໍໃຫ້ສະຫລອງຢູ່ກັບ ເຮືອນພາຍໃນຄອບຄົວຂອງໃຜລາວ, ຊຶ່ງຖືວ່າມີຄວາມອົບອຸ່ນກວ່າ ແລະ ປອດໄພກວ່າ.

ນອກຈາກນີ້ແລ້ວ, ທາງຄະນະສະເພາະກິດ ຈະມີການແນະນໍາມາດຕະການ ລະອຽດຂອງແຕ່ລະໄລຍະ ຂໍໃຫ້ທຸກຄົນຕິດຕາມ ແລະ ປະຕິບັດຕາມມາດ ຕະການຕ່າງໆ ທີ່ສື່ມວນຊົນໄດ້ອອກ ລາຍການເປັນປະຈຳທຸກໆມື້ນັ້ນ ໃຫ້ເປັນຄວາມຊິນເຄີຍ ທີ່ຕ້ອງປະຕິບັດຢູ່ເລື້ອຍໆ.

ຂ້າພະເຈົ້າຫວັງວ່າ ຄຳເຫັນ, ຄຳສະເໜີຂອງຂ້າພະເຈົ້າມື້ນີ້ ຈະເປັນການສ້າງຄະຕິເຕືອນໃຈ ໃຫ້ທຸກຄົນພາຍໃນຊາດ ລວມທັງຊາວຕ່າງປະເທດ ທີ່ດຳລົງຊີວິດຢູ່ ສປປ ລາວ ໃຫ້ເປັນເອກະພາບກັນ ແລະ ຖືຄຳຂວັນທີ່ວ່າ “ຮ່ວມແຮງຮ່ວມໃຈສູ້ໄພ ໂຄວິດ” ໃຫ້ກາຍເປັນພາກ ປະຕິບັດທີ່ແທ້ຈິງ.

ນາຍ ກລ ດຖະມ ນຕ ລາວ ເນ ນໃຫ ທ ກຄ ນມ ສະຕ ລະວ ງຕ ວສ ງຂ ນ ໃນການຕ ານ ສະກ ດກ ນພະຍາດໂຄວ ດ 19 ການຮ່ວມມືດ້ານອຸຕຸນິຍົມ-ອຸທົກກະສາດຫວຽດນາມ - ລາວ ໄດ້ຕິດພັນຈາກມູນເຊື້ອສະໜິດຕິດແໜ້ນຢ່າງໝັ້ນແກ່ນລະຫວ່າງສອງປະເທດໃນປະຫວັດສາດ

ຍສໝ - ທີ່ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ ແລະລາວ, ໂດຍການເປັນປະທານຮ່ວມຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ, ການນໍາລັດຖະບານສອງປະເທດຫວຽດນາມ - ລາວ ໄດ້ເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຊຸກຍູ້ການຮ່ວມມືກ່ຽວກັບການພະຍາກອນອາກາດ ແລະການເຕືອນໄພພິບັດທາງທຳມະຊາດລະຫວ່າງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຂອງສອງປະເທດ.

ນາຍ ກລ ດຖະມ ນຕ ລາວ ເນ ນໃຫ ທ ກຄ ນມ ສະຕ ລະວ ງຕ ວສ ງຂ ນ ໃນການຕ ານ ສະກ ດກ ນພະຍາດໂຄວ ດ 19 ຫວຽດນາມ, ລາວ, ກໍາປູເຈຍຜັນຂະຫຍາຍທ່າໄດ້ປຽບໃນການທ່ອງທ່ຽວຢູ່ພາກພື້ນ

ຍສໝ - ພັດທະນາການທ່ອງທ່ຽວ ເຂດສາມລ່ຽມພັດທະນາ CLV ຕາມທິດຍືນຍົງ ແລະ ມີຄວາມຮັບຜິດຊອບ, ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ອະນຸລັກ, ບູລະນະຊັບພະຍາກອນການທ່ອງທ່ຽວ, ເສີມຂະຫຍາຍມູນເຊື້ອສີສັນຊາດ, ຮ່ວມມືກັນເພື່ອປົກປັກຮັກສາຄວາມໝັ້ນຄົງ, ການປ້ອງກັນຊາດ, ຄວາມເປັນລະບຽບຮຽບຮ້ອງທາງສັງຄົມ.

ນາຍ ກລ ດຖະມ ນຕ ລາວ ເນ ນໃຫ ທ ກຄ ນມ ສະຕ ລະວ ງຕ ວສ ງຂ ນ ໃນການຕ ານ ສະກ ດກ ນພະຍາດໂຄວ ດ 19 ສຳນັກຂ່າວສານຫວຽດນາມ ແລະ SPA ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານ

ຍສໝ - ທ່ານເອກອັກຄະລັດຖະທູດ ຫວູຫວຽດຢູ້ງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການລົງນາມໃນບົດບັນທຶກຊ່ວຍຈຳດັ່ງກ່າວນີ້ ບໍ່ພຽງແຕ່ແມ່ນຂີດໝາຍສຳຄັນໃນການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງສຳນັກຂ່າວ, ແຕ່ຍັງປະກອບສ່ວນເຂົ້າໃນຂະບວນການຮ່ວມມືສອງຝ່າຍອີກດ້ວຍ.

kpl.gov.la

ເຫດການ
302 Found

Found

The document has moved here.