ໜັງສືພິມ ຂອງ ສປປ.ລາວ ໄດ້ສະແດງຄວາມຊົມເຊີຍຫວຽດນາມ ໃນການສຳເລັດການຊີ້ນຳອາຊຽນ 2020

14:39 | 24/12/2020

ຍສໝ - ໜັງສືພິມປະຊາຊົນ (Pasaxon) ຂອງປະເທດລາວ ສະບັບອອກໃນວັນທີ 21 ທັນວາ ມີບົດຂຽນທີ່ຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມ ໃນການເປັນປະທານອາຊຽນ 2020.

ໜ ງສ ພ ມ ຂອງ ສປປ ລາວ ໄດ ສະແດງຄວາມຊ ມເຊ ຍຫວຽດນາມ ໃນການສຳເລ ດການຊ ນຳອາຊຽນ 2020 ອາຊຽນ 2020: ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ບົດບາດທີ່ດີເດັ່ນຂອງຫວຽດນາມ
ໜ ງສ ພ ມ ຂອງ ສປປ ລາວ ໄດ ສະແດງຄວາມຊ ມເຊ ຍຫວຽດນາມ ໃນການສຳເລ ດການຊ ນຳອາຊຽນ 2020 ສື່​ມວນ​ຊົນ​ຕ່າງ​ປະ​ເທດ: ຫວຽດນາມ ໄດ້ປະຕິບັດໜ້າທີ່ເປັນປະທານອາຊຽນ 2020 ຢ່າງສຳເລັດຜົນ
ໜ ງສ ພ ມ ຂອງ ສປປ ລາວ ໄດ ສະແດງຄວາມຊ ມເຊ ຍຫວຽດນາມ ໃນການສຳເລ ດການຊ ນຳອາຊຽນ 2020
ໜັງສືພິມ Pasaxon (ໝາຍຄວາມວ່າ “ປະຊາຊົນ”) ໄດ້ສະແດງຄວາມຊົມເຊີຍຫວຽດນາມ ໃນການສຳເລັດການຊີ້ນຳອາຊຽນ 2020. (ພາບ: VOV)

ບົດຂຽນໃນໜັງສືພິມ Pasaxon ໄດ້ລະບຸວ່າ, ໃນປີ 2020, ເຖິງວ່າໄດ້ຮັບຜົນກະທົບຢ່າງໜັກຈາກການລະບາດຂອງພະຍາດ COVID-19, ແຕ່ວ່າ “ກຳປັ່ນອາຊຽນ” ທີ່ຂັບເຄື່ອນໂດຍປະເທດຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ອາຊຽນ 2020 ໂດຍຫວຽດນາມເປັນປະທານ ໄດ້ຮັບຜົນສຳເລັດຢ່າງຮອບດ້ານ. ບໍ່ຫົວຊາວ່າຈະມີຜົນກະທົບຈາກການລະບາດຂອງພະຍາດ COVID-19, ແຕ່ຫວຽດນາມຍັງບໍ່ພາດບັນດາວາລະປະຊຸມອາຊຽນ 2020, ໂດຍມີການຈັດຕັ້ງກອງປະຊຸມທີ່ປະສົບຜົນສຳເລັດ ດ້ວຍຮູບການຖ່າຍທອດສົດ, ເຊັ່ນ: ກອງປະຊຸມສຸດຍອດອາຊຽນ 36, 37, ແລະ AMM 53, ADMM + ...

ພິເສດ, ຫວຽດນາມໄດ້ສະເໜີບັນດາຂໍ້ລິເລີ່ມ ແລະ ຈັດຕັ້ງກອງປະຊຸມສຸດຍອດພິເສດອາຊຽນພິເສດ ເພື່ອເຊື່ອມຕໍ່ອາຊຽນໃນການປ້ອງກັນ ແລະ ຕ້ານພະຍາດ COVID-19. ອີງຕາມບັນດາຂໍ້ລິເລີ່ມໄດ້ຫວຽດນາມສະເໜີ, ເອກະສານຫຼາຍສະບັບໄດ້ຮັບຮອງ, ໃນນັ້ນມີຫຼາຍຂໍ້ລິເລີ່ມ ແລະ ບຸລິມະສິດຂອງຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຢ່າງໝັ້ນຄົງ ແລະ ເຂັ້ມແຂງຂອງອາຊຽນ.

ບົດຂຽນໃນໜັງສືພິມ Pasaxon ກໍ່ຢັ້ງຢືນວ່າ, ດ້ວຍຜົນສຳເລັດຂອງປະທານອາຊຽນ 2020, ຫວຽດນາມ ແມ່ນຜູ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ເປັນປະເທດທີ່ມີຄວາມຮັບຜິດຊອບ. ໃນການຈັດຕັ້ງປະຕິບັດຂໍ້ຕົກລົງທີ່ໄດ້ສະເໜີຢ່າງຈິງຈັງ, ສ້າງພື້ນຖານອັນໜັກແໜ້ນໃຫ້ປະເທດອື່ນໆ ໃນສະພາບການທີ່ອາຊຽນກຳລັງປະເຊີນ​​ໜ້າ ກັບສິ່ງທ້າທາຍຫຼາຍຢ່າງໃນປະຈຸບັນ.

ພ້ອມກັນນັ້ນ, ຫວຽດນາມ ກໍ່ປະສົບຜົນສຳເລັດໃນການໂຄສະນາ ໃຫ້ເພື່ອນມິດສາກົນຮູ້ເຖິງປະຊາຄົມອາຊຽນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ, ຢືນຢັນຊື່ສຽງ ແລະ ທີ່ຕັ້ງຂອງຫວຽດນາມໃນເວທີສາກົນ.

ບົດຂຽນຍັງຍົກອອກບາງຄຳເຫັນ ແລະ ຕີລາຄາສູງຂອງຄະນະເລຂາອາຊຽນ ແລະ ບັນດາຄູ່ຮ່ວມມືຄືອິນເດຍ ແລະ ຍີ່ປຸ່ນ ໃຫ້ແກ່ຫວຽດນາມໃນປີປະທານ 2020. ຕາມນັ້ນແລ້ວ, ໃນຖານະເປັນປະທານອາຊຽນ, ຫວຽດນາມ ໄດ້ນຳໜ້າອາຊຽນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພ້ອມກັນນັ້ນກໍ່ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມຈະສືບຕໍ່ຊຸກຍູ້ບັນດາຜົນສຳເລັດທີ່ບັນລຸໄດ້ໃນໄລຍະຈະມາເຖິງ.

ໜ ງສ ພ ມ ຂອງ ສປປ ລາວ ໄດ ສະແດງຄວາມຊ ມເຊ ຍຫວຽດນາມ ໃນການສຳເລ ດການຊ ນຳອາຊຽນ 2020 ອາຊຽນ 2020: ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ບົດບາດທີ່ດີເດັ່ນຂອງຫວຽດນາມ

ຍສໝ - ຕາມທ່ານເອກອັກຄະລັດຖະທູດຍີ່ປຸ່ນແລ້ວ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ໄດ້ “ປະສົບຜົນສຳເລັດຢ່າງດີງາມ” ຍ້ອນຄວາມດີເດັ່ນຂອງຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020.

ໜ ງສ ພ ມ ຂອງ ສປປ ລາວ ໄດ ສະແດງຄວາມຊ ມເຊ ຍຫວຽດນາມ ໃນການສຳເລ ດການຊ ນຳອາຊຽນ 2020 ເວທີປາໄສປະຊາຊົນອາຊຽນ 2020: ສາມັກຄີທຸກຊັ້ນຄົນຂອງປະຊາຊົນອາຊຽນເພື່ອຮັບມືກັບສິ່ງທ້າທາຍທົ່ວໂລກ

ຍສໝ - ເມື່ອບໍ່ດົນມານີ້, ເວທີປາໄສປະຊາຊົນອາຊຽນ 2020 (APF 2020) ໄດ້ຈັດຂຶ້ນໃນຮູບແບບທາງອິນເຕີເນັດດ້ວຍຫົວຂໍ້ “ສາມັກຄີປະຊາຊົນໃນອາຊີຕາເວັນອອກສ່ຽງໃຕ້ໃຫ້ເປັນຊຸມຊົນທີ່ມີຄວາມກວມລວມ, ສະໜິດຕິພັນ ແລະເປັນເຈົ້າການຮັບມື”.

ໜ ງສ ພ ມ ຂອງ ສປປ ລາວ ໄດ ສະແດງຄວາມຊ ມເຊ ຍຫວຽດນາມ ໃນການສຳເລ ດການຊ ນຳອາຊຽນ 2020 ສາກົນໄດ້ຕີລາຄາສູງ ບົດບາດເປັນປະທານອາຊຽນ 2020 ຂອງຫວຽດນາມ

ອາ​ຊຽນ ໄດ້​ຮັບ​ການ​ກຳ​ເນີດແຕ່​ປີ 1967 ແລະ ປາດຖະ​ໜາ ​ຢາກ​ສ້າງ​ສະ​ຫະ​ສະ​ມາ​ຄົມ ​​ທີ່​ເຕົ້າ​ໂຮມ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທັງ​ໝົດ ​ເພື່ອ​ມຸ່ງ​ໄປ​ເຖິງ​ພາກ​ພື້ນ ​ສັນ​ຕິ​ພາບ-ເສ​ລີ-ວັດ​ທະ​ນາ​ຖາ​ວອນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.