ລາວ ອາດມີຄວາມສ່ຽງສູງຕໍ່ການຕິດເຊື້ອ ໂຄວິດ-19

16:21 | 22/12/2020

ເພື່ອສະກັດກັ້ນ ການລະບາດແຕ່ຫົວທີ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ, ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ ພ້ອມທັງ, ຮຽກຮ້ອງມາຍັງ ປະຊາຊົນລາວບັນດາເຜົ່າ ໃຫ້ເຫັນເຖິງຄວາມສຳຄັນ ໃນການປະຕິບັດ ຕາມແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວ ຂ້ອງວາງອອກຢ່າງເຄັ່ງຄັດ.

ລາວ ອາດມ ຄວາມສ ຽງສ ງຕ ການຕ ດເຊ ອ ໂຄວ ດ 19 ສື່ມວນ​ຊົນ ເຢຍ​ລະ​ມັນ​ຕີ​ລາ​ຄາ​ສູງ​ການ​ຮັບ​ມື​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ
ລາວ ອາດມ ຄວາມສ ຽງສ ງຕ ການຕ ດເຊ ອ ໂຄວ ດ 19 ທ່ານອະດີດຮອງນາຍົກລັດຖະມົນຕີເຢຍລະມັນ P. Rösler ຕີລາຄາສູງບັນດາຜົນງານທີ່ຫວຽດນາມບັນລຸໄດ້ໃນການຕ້ານໂລກລະບາດ ໂຄວິດ - 19
ລາວ ອາດມ ຄວາມສ ຽງສ ງຕ ການຕ ດເຊ ອ ໂຄວ ດ 19
ພາບປະກອບ

ໃນວັນທີ 21 ທັນວາ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 559ຄົນ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ມາຮອດປັດຈຸບັນ ສປປ ລາວ ກວດພົບເຊື້ອສະສົມທັງໝົດ 41 ຄົນ, ປິ່ນປົວຫາຍດີ 37 ຄົນ, ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ 4 ຄົນ, ທຸກຄົນແມ່ນມີອາການເບົາບາງ, ບໍ່ມີອາການຫຍັງ.ໃນຄະນະທີ່ຢູ່ບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 22 ທັນວາ 2020 ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 1.411.283ຄົນ ແລະ ເສຍຊີວິດ 32.072 ຄົນ.

ໃນວັນທີ 22 ທັນວາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລ່ງຂ່າວຜ່ານສື່ມວນຊົນ ເພື່ອສື່ສານເຖິງພີ່ນ້ອງ ຊາວລາວ ໃນທົ່ວປະເທດ ຊາບຢ່າງທົ່ວເຖິງກັນ ໃນສິ່ງທີ່ມີຄວາມສຳຄັນຍິ່ງ ເພື່ອຂໍໃຫ້ທຸກໆຄົນ ໃຫ້ມີສະຕິລະວັງຕົວ ແລະ ໃຫ້ການຮ່ວມມື ກັບລັດຖະບານ ແລະ ໜ່ວຍງານ ທີ່ກ່ຽວຂ້ອງ ກ່ຽວກັບບັນຫາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ທີ່ອາດຈະເກີດຂຶ້ນຮອບໃໝ່ ໃນປະເທດລາວ.

ຖ້າພວກເຮົາເບິ່ງອອກສູ່ໂລກ ຍັງເຫັນໄດ້ຢ່າງຈະແຈ້ງວ່າ: ໂຄວິດ-19 ກໍາລັງເປັນ ໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົາ ນັບມື້ນັບເພີ່ມຂຶ້ນ, ຊຶ່ງຍັງບໍ່ທັນມີ ກຳລັງແຮງໃດໆ ມາສະກັດກັ້ນໄດ້ເທື່ອ ແລະ ຄາດຄະເນວ່າ ອີກສອງສາມວັນຂ້າງໜ້າ ຈະມີຜູ້ຕິດເຊື້ອສະສົມເຖິງ 80 ລ້ານຄົນ ແລະ ຈຳນວນ ຕົວເລກຜູ້ເສຍຊີວິດ ກໍອາດຈະເພີ່ມຂຶ້ນເຖິງ 2 ລ້ານຄົນ ໃນທົ່ວໂລກ. ສິ່ງທີ່ເປັນອັນຕະລາຍຍິ່ງ ໄປກວ່ານັ້ນ ໄດ້ຮັບຂໍ້ມູນຈາກນັກວິທະຍາສາດ ການແພດໃນໂລກໃຫ້ຮູ້ວ່າ ໂຄວິດ-19 ໄດ້ມີການກາຍພັນ ເປັນພັນທີ່ຮ້າຍແຮງຂຶ້ນກວ່າເກົ່າ, ການແຜ່ເຊື້ອຈະມີຄວາມໄວຂຶ້ນ ແລະ ສະລັບສັບຊ້ອນກວ່າ ສາຍພັນເດີມ ແລະ ການກວດເຫັນຜູ້ຕິດເຊື້ອ ປັດຈຸບັນນີ້ສ່ວນຫລາຍບໍ່ມີອາການ ເຊິ່ງເຮັດໃຫ້ການປ້ອງກັນ, ຄວບຄຸມ ຍິ່ງເພີ່ມຄວາມຫຍຸ້ງຍາກ ສັບສົນຂຶ້ນຕື່ມ.

ສິ່ງທີ່ເວົ້າມາຂ້າງເທິງນັ້ນ, ໄດ້ເກີດຂຶ້ນຢູ່ບາງປະເທດເພື່ອນບ້ານ ທີ່ມີຊາຍແດນຕິດກັບ ປະເທດເຮົາແລ້ວ ດັ່ງທີ່ເປັນຂ່າວໄປນັ້ນ. ດັ່ງນັ້ນ, ມັນຮຽກຮ້ອງ ໃຫ້ພວກເຮົາ ຕ້ອງເພີ່ມສະຕິລະວັງຕົວ ໃຫ້ສູງກວ່າເກົ່າ ແລະ ສູງກວ່າທີ່ເປັນຢູ່ໃນປັດຈຸບັນ ເພື່ອພວກເຮົາໄດ້ສ້າງ ກໍາລັງແຮງທຸກດ້ານ ສຳລັບຮັບມືກັບ ໄພອັນຕະ ລາຍນີ້ຢ່າງຈິງຈັງ ບໍ່ດັ່ງນັ້ນ, ໂຄວິດ-19 ຈະສາມາດກັບມາປະເທດ ເຮົາຮອບໃໝ່ ຊຶ່ງຈະຮ້າຍແຮງກວ່າເກົ່າ ແລະ ເຮັດໃຫ້ການຄວບຄຸມຈະພົບ ກັບຄວາມສ່ຽງໃຫຍ່ ສຳລັບປະເທດ ແລະ ປະຊາຊົນເຮົາ.

ລາວ ອາດມ ຄວາມສ ຽງສ ງຕ ການຕ ດເຊ ອ ໂຄວ ດ 19 ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ກ່ວາ 67 ລ້ານຄົນ

ປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ - 19 ແມ່ນ 15.351.692 ຄົນ.

ລາວ ອາດມ ຄວາມສ ຽງສ ງຕ ການຕ ດເຊ ອ ໂຄວ ດ 19 ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ "ລູກກຸນ​ແຈ” ເພື່ອໃຫ້​ພັດ​ທະ​ນາເສດ​ຖະ​ກິດ ຫວຽດ​ນາມ ​ໃນໄລ​ຍະ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ໜັງ​ສື​ພິມ Manila Times ຂອງ ຟີ​ລິບ​ປິນ ​ສະ​ບັບ​ອອກວັນ​ທີ 3 ທັນ​ວາ ໄດ້​ລົງ​ບົດ​ຂ​ຽນ​ທີ່ຕີ​ລາ​ຄາ​ສູງຕໍ່ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ສະ​ກັດ​ກັ້ນ​ວິ​ກິດ​ການ​ໂລກ​ລະ​ບາດ​ໂຄວິດ - 19.

ລາວ ອາດມ ຄວາມສ ຽງສ ງຕ ການຕ ດເຊ ອ ໂຄວ ດ 19 ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ກ່ວາ 63 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.464.764 ຄົນ

ປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນ ອາເມລິກາ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.