ສ້າງ​ຕັ້ງ​​ບໍ​ລິ​ສັດຮ່ວມ​ທຸ​ລະ​ກິດ​ພັດ​ທະ​ນາ ທ່າ​ກ່ຳ​ປັ່ນ ຫວູງອ໊າງ ລາວ - ຫວຽດ​ນາມ

13:35 | 26/12/2020

ຍ​ສ​ໝ - ບໍລິສັດການຄ້ານ້ຳມັນອາຍແກັດ ລາວ (Petro Trade) ຫາກໍປະກາດພາກສ່ວນສະພາບໍລິຫານ ບໍລິສັດພັດທະນາທ່າກ່ຳປັ່ນ ຫວູງອ໊າງ ລາວ - ຫວຽດນາມ (VDS).

ແນະນໍາວັດທະນະທໍາອາຫານການກິນຫວຽດນາມ ຢູ່ ລາວ
ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ
ສ້າງ​ຕັ້ງ​​ບໍ​ລິ​ສັດຮ່ວມ​ທຸ​ລະ​ກິດ​ພັດ​ທະ​ນາ ທ່າ​ກ່ຳ​ປັ່ນ ຫວູງອ໊າງ ລາວ - ຫວຽດ​ນາມ
ທ່າກ່ຳປັ່ນ ຫວູງອ໊າງ, ມຸ່ງໄປເຖິງການຮັບເອົາກ່ຳປັ່ນ ທີ່ບັນຈຸສິນຄ້າໄດ້ແຕ່ 5.000 – 100.000 ໂຕນ (ພາບ: baohatinh.vn)

ພິທີປະກາດຖືກດຳເນີນໃນວັນທີ 25 ທັນວາ ໂດຍມີການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີກະຊວງການເງິນ ລາວ ບຸນເຫຼືອ ສິນໄຊວໍລະວົງ. ບໍລິສັດ VDS ລາວ ແມ່ນ ບໍລິສັດຮ່ວມທຸລະກິດລະຫວ່າງ ລັດຖະບານ ລາວ ແລະ ບໍລິສັດ Petro Trade. ກະຊວງການເງິນ ລາວ ຖືຫຸ້ນສ່ວນດ້ວຍທຶນຂອງລັດ ແມ່ນ 51%, ໄລຍະເຄື່ອນໄຫວແມ່ນ 50 ປີ ແລະ ສາມາດຕໍ່ເວລາຕາມການຕົກລົງລະຫວ່າງສອງຝ່າຍ.

ການສ້າງຕັ້ງບໍລິສັດຮ່ວມທຸລະກິດນີ້ ແມ່ນເພື່ອແນໃສ່ປະຕິບັດຍຸດທະສາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ເປີດກວ້າງທ່າກ່ຳປັ່ນ ຫວູງອ້າງ ເລກ 1, ເລກ 2 ແລະ ເລກ 3 ຕາມຂໍ້ຕົກລົງທີ່ ລັດຖະບານ ລາວ - ຫວຽດນາມ ໄດ້ລົງນາມ, ເພີ່ມທະວີກຳລັງຄວາມສາມາດໃນການສົ່ງຕໍ່ສິນຄ້າຢູ່ທ່າກ່ຳປັ່ນ ຫວູງອ໊າງ, ມຸ່ງໄປເຖິງການຮັບເອົາກ່ຳປັ່ນມາທຽບທ່າ ທີ່ບັນຈຸສິນຄ້າໄດ້ແຕ່ 5.000 – 100.000 ໂຕນ ແລະ ສະໜອງການບໍລິການໃຫ້ແກ່ຕູ້ container ແຕ່ 50.000 – 1.200.000 ຕູ້ ດ້ວຍປະລິມານສິນຄ້າທີ່ມີນໍ້າຫນັກແຕ່ 3 ລ້ານໂຕນຂຶ້ນເຖິງ 20 ລ້ານໂຕນ ໃນປີ 2030.

ທ່າ​ກ່ຳ​ປັ່ນ ຫວູງອ໊າງ ມີ​ບົດ​ບາ​ດ​ສຳ​ຄັນ​ຕໍ່​ນະ​ໂຍ​ບາຍ ຂອງ​ລັດ​ຖະ​ບານ​ລາວ, ໃນ​ການ​ສຳ​ຜັດ​ກັບ​ການ​ເຄື່ອ​ນ​ໄຫ​ວ​ເດີນ​ເຮືອ ແລະ ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງຕໍ່​ພາກ​ພື້​ນ, ພ້​ອມ​ທັງ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີ​ບ​ໂຕເສດ​ຖະ​ກິດ​ລາວ ຜ່ານ​ການ​ພັ​ດ​ທະ​ນາ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ​ ແລະ ຂົນ​ສົ່ງ, ການ​ຄ້າ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ລາວ ແລະ ຫວຽດ​ນາມ.

ແນະນໍາວັດທະນະທໍາອາຫານການກິນຫວຽດນາມ ຢູ່ ລາວ

ວັນທີ 23 ທັນວາ, ທີ່ມະຫາວິທະຍາໄລລາວ ຢູ່ນະຄອນຫຼວງຮ່າໂນ້ຍ, ງານບຸນອາຫານການກິນນາໆຊາດໂດຍໂຮງຮຽນພາສາ, ມະຫາວິທະຍາໄລແຫ່ງຊາດລາວ ຈັດຕັ້ງ, ດໍາເນີນດ້ວຍການເຂົ້າຮ່ວມຂອງນັກສຶກສາຫຼາຍພັນຄົນທີ່ມາຈາກຄະນະວິຊາອື່ນໆ.

ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ

ໃນວັນທີ 24 ທັນວາ 2020 ຢູ່ທີ່ສຳນັກງານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີພິທີມອບຮັບເງິນຊ່ວຍເຫຼືອຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈຳນວນ 165.000.000 ດົງ (ໜຶ່ງຮ້ອຍຫົກສິບຫ້າລ້ານດົງ) ເພື່ອນຳໄປຊ່ວຍເຫຼືອປະຊາຊົນຢູ່ພາກກາງ ແລະ ເຂດໄຕຫງວຽນ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ.

ສອງຄະນະພົວພັນຕ່າງປະເທດ ກູບາ-ລາວ ຮ່ວມກອງປະຊຸມທາງໄກ

ໃນ​ວັນທີ 24 ທັນວາ 2020 ນີ້, ສະ​ຫາຍ ນາງ ສູນ​ທອນ ໄຊ​ຍະ​ຈັກ ກຳ​ມ​ະ​ກາ​ນ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ ໄດ້ເຂົ້າຮ່ວມກອງ ປະຊຸມທາງໄກ ກັບ ຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດກູບາ, ນໍາໂດຍ ສະຫາຍ Angle Aezuaga Reyes ວ່າການຫົວໜ້າ ຄະນະພົວພັນ ຕ່າງປະເທດສູນກາງພັກ ກອມມູນິດກູບາ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.