ໜູນ​ຊ່ວຍ ສະ​ບຽງ​ອາ​ຫານ ແລະ ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ​ເຊກອງ ລາວ

13:32 | 26/12/2020

ຍ​ສ​ໝ - ທ່ານ​ພັນ​ເອກ ຫງວຽນ​ກວາງ​ນາມ, ຕາງ​ໜ້າ​ກອງ​ບັນ​ຊາ​ຫານ​ທະ​ຫານ​ຊາຍ​ແດນ​ແຂວງ​ກ໋​ວາງ​ນາມ, ຮອງ​ຜູ້​ບັນ​ຊາ​ການ, ຫົວ​ໜ້າເສ​ນາ​ທິ​ການທະ​ຫານ​ຊາຍ​ແດນ​ແຂວງ ໄດ້​ມອບ​ເຂົ້ນ​ສານ 2,2ໂຕນ, ສະ​ບຽງ​ອາ​ຫານ, ທັນ​ຍາ​ຫານ, ອຸ​ປະ​ກອນ​ການ​ແພດ ພ້ອມ​ກັບ​ວັດ​ຖຸ​ຕ່າງໆ ເພື່ອ​ຮັບ​ໃຊ້​ໃຫ້​ແກ່ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລ​ະ​ບາດ​ໂຄວິດ - 19

ລັດຖະບານຝຣັ່ງ ສະໜັບສະໜູນ 5 ແສນກວ່າໂດລາສະຫະລັດເພື່ອ ຟື້ນຟູຊີວິດການເປັນຢູ່ ຂອງຊຸມຊົນ ແຂວງອັດຕະປື ແລະ ເຊກອງ
ແຂວງ ກວາງຫງາຍ ສສ.ຫວຽດນາມ ໜູນຊ່ວຍ ແຂວງ ຈຳປາສັກ ສປປ.ລາວ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19
ໜູນ​ຊ່ວຍ ສະ​ບຽງ​ອາ​ຫານ ແລະ ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ​ເຊກອງ ລາວ
ພິ​ທີ​ມອບ​ຮັບ​ທັນ​ຍາ​ຫານ, ສະ​ບຽງ​ອາ​ຫານ, ອຸ​ປະ​ກອນ​ການ​ແພດ

ວັນ​ທີ 24 ທັນ​ວາ, ຢູ່​ດ່ານ​ຊາຍ​ແດນ ນາມ​ຢາງ, ແຂວງ ກ໋​ວາງ​ນາມ, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ ກ໋​ວາງ​ນາມ ໄດ້​ຈັດ​ການ​ໜູນ​ສະ​ບຽງ​ອານ​ຫານ ແລະ ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່ກອງຮ້ອຍ 533, ກອງ​ຮ້ອຍ​ປ້ອງ​ກັນ​ເປົ້າ​ໝາຍ 104, ກອງ​ບັນ​ຊາ​ການກອງ​ທັບ​ແຂວງ​ເຊກອງ (ລາວ).

ທ່ານ​ພັນ​ເອກ ຫງວຽນ​ກວາງ​ນາມ, ຕາງ​ໜ້າ​ກອງ​ບັນ​ຊາ​ຫານ​ທະ​ຫານ​ຊາຍ​ແດນ​ແຂວງ​ກ໋​ວາງ​ນາມ, ຮອງ​ຜູ້​ບັນ​ຊາ​ການ, ຫົວ​ໜ້າເສ​ນາ​ທິ​ການທະ​ຫານ​ຊາຍ​ແດນ​ແຂວງ ໄດ້​ມອບ​ເຂົ້ນ​ສານ 2,2ໂຕນ, ສະ​ບຽງ​ອາ​ຫານ, ທັນ​ຍາ​ຫານ, ອຸ​ປະ​ກອນ​ການ​ແພດ ພ້ອມ​ກັບ​ວັດ​ຖຸ​ຕ່າງໆ ເພື່ອ​ຮັບ​ໃຊ້​ໃຫ້​ແກ່ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລ​ະ​ບາດ​ໂຄວິດ - 19ຄື​: ເຄື່ອງ​ແທກ​ອຸນ​ຫະ​ພູມ​ຮ່າງ​ກາຍ, ​​ຖັງ​ຊີດ​ຢາ​ຂ້າ​ເຊື້ອ, ນ້ຳ​ຢາ​ຂ້າ​ເຊື້ອ, ໂຖງ​ມື… ດ້ວຍຍອດ​ມູນ​ຄ່າ​ກ່​ວາ 50 ລ້ານ​ດົ່ງ​ໃຫ້​ແກ່​ກົມ​ກອງ​ລາວ.ການ​ເຄື່ອນ​ໄຫວມອບ​ຂອງ​ຂວັນ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ, ການ​ລະ​ດົມ​ກຳ​ລັງ​ໃຈ, ການ​ແບ່ງ​ປັນ​ຂອງ​ທະ​ຫານ​ຊາຍ​ແດນ​ແຂວງ​ກ໋ວາງ​ນາມ​ໄປ​ຍັງ​ບັນ​ດາ​ກຳ​ລັງ​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ຊາຍ​ແດນ​ຂອງ​ແຂວງ​ເຊກອງ​ໃນ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19.

ໂດຍ​ຕາງ​ໜ້າ​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ​ເຊກອງ (ລາວ), ທ່ານ​ພັນ​ເອກ​ຈັນ​ຫອນ ຕັງ​ພະ​ໄຊ, ຫົວ​ໜ້າ​ຫ້ອງ​ການ​ເຕັກ​ນິກກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ເຊກອງ (ລາວ) ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຕໍ່​ການ​ເອົາ​ໃຈ​ໃສ່, ການ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ​ຂອງ​ທະ​ຫານ​ຊາຍ​ແດນ​ແຂວງ​ກ໋​ວາງ​ນາມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຫວຽດ​ນາມ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ແຕ່​ຍັງ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ຢ່າງ​ທັນ​ການ, ແທດ​ຈິງ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ອຸ​ປະ​ກອນ​ການ​ແພດ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບ. ຜ່ານ​ນັ້ນ​ໄດ້ເພີ່ມ​ທະ​ວີ​ນ້ຳ​ໃຈ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ສອງ​ຝ່າຍ, ປະ​ກອບ​ສ່ວນ​ເຂົ້າ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ ແລະ ຮັກ​ສາ​ສຸ​ຂະ​ພາບ​ເພື່ອ​ໃຫ້​ພະ​ນັກ​ງານ, ນັກ​ຮົບ​ກົມ​ກອງ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ.

ແລະ​ກໍ່​ໃນ​ວັນ​ດຽ​ວ​ກັນ, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ເກົ່າ​ແຈວ (ແຂວງ​ຮ່າ​ຕິງ), ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ ຫວຽດ​ນາມ ແລະ ກົມ​ໃຫຍ່​ຄວາມ​ໝັ້ນ​ຄົງ, ກົມ​ໃຫຍ່​ຕຳຫຼວດ (ກະ​ຊວງ​ຄວາມ​ໝັ້ນ​ຄົງ​ລາວ) ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື, ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍົກ​ສູງ​ປະ​ສິ​ດ​ທິ​ຜົນ​ໃນ​ວຽກ​ງານ​ເພີ່ມ​ທະ​ວີການ​ສົມ​ທົບ​ກັນ​ຮັກ​ສາ​ອະ​ຕິ​ປະ​ໄຕ​ຄວາມ​ໝັ້ນ​ຄົງ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ.

ເນື່ອງ​ໃນ​ໂອ​ກາດນີ້, ກອງ​ບັນ​ດາ​ການ​ທະ​ຫານ​ຊາຍ​ແດນ​ຫວຽດ​ນາມ ໄດ້​ມອບ​ໃຫ້​ກົມ​ໃຫຍ່​ຄວາ​ມ​ໝັ້ນ​ຄົງ, ກົມ​ໃຫຍ່​ຕຳຫຼວດ (ກະ​ຊວງ​ຄວາມ​ໝັ້ນ​ຄົງ​ລາວ) ແຕ່​ລະ​ຫົວ​ໜ່ວຍ​ອຸ​ປະ​ກອນປ້ອງ​ກັນ​ກະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ມີ​ມູ​ນ​ຄ່າ 300 ລ້ານ​ດົງ ພ້ອມ​ກັນ​ເງິນ​ເປັນ​ຈຳ​ນວນ 10.000 USD

ລັດຖະບານຝຣັ່ງ ສະໜັບສະໜູນ 5 ແສນກວ່າໂດລາສະຫະລັດເພື່ອ ຟື້ນຟູຊີວິດການເປັນຢູ່ ຂອງຊຸມຊົນ ແຂວງອັດຕະປື ແລະ ເຊກອງ

ປະຊາຊົນ 16.500 ກວ່າຄົນ ໃນແຂວງອັດຕະປື ແລະ ເຊກອງ ຈະໄດ້ຮັບການສະໜັບສະໜູນ ຈາກໂຄງການຊ່ວຍເຫລືອຂອງປະເທດຝຣັ່ງ ຈໍານວນ 546.000 ໂດລາສະຫະລັດ ເພື່ອຟື້ນຟູຊີວິດການເປັນຢູ່, ປັບປຸງລາຍໄດ້ຂອງຊຸມຊົນ ແລະ ຊ່ວຍໃຫ້ຊຸມຊົນສາມາດ ຜ່ານລະດູການຂາດ ເຂີນດ້ວຍອາຫານ ທີ່ມີໂພຊະນາການຫລາຍຂຶ້ນ, ເຊິ່ງມີຄວາມຈຳເປັນຢ່າງຍິ່ງ ໃນສະພາບທີ່ເສດຖະກິດສັງຄົມ ໄດ້ຮັບຜົນກະທົບຈາກ ການແຜ່ລະບາດຂອງ ໂຄວິດ-19.

ແຂວງ ກວາງຫງາຍ ສສ.ຫວຽດນາມ ໜູນຊ່ວຍ ແຂວງ ຈຳປາສັກ ສປປ.ລາວ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

ຍສໝ - ກອງບັນຊາການທະຫານແຂວງ ກວາງຫງາຍ ໄດ້ສົມທົບກັບພະແນກສາທາລະນະສຸກ, ພະແນກພົວພັນຕ່າງປະເທດແຂວງ ມອບເຄື່ອງອຸປະກອນການແພດທີ່ຈຳເປັນໃຫ້ກອງບັນຊາການທະຫານແຂວງ ຈຳປາສັກ.

ແຂວງ ເຊີນລາ ສສ. ຫວຽດນາມ ມອບຜ້າອັດປາກ ໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ສປປ. ລາວ

ຍສໝ - ຫວ່າງແລ້ວນີ້, ພະແນກສາທາລະນະສຸກ ແລະ ພະແນກການພົວພັນຕ່າງປະເທດແຂວງ ເຊີນລາ ສສ. ຫວຽດນາມ ໄດ້ມອບຜ້າອັດປາກ-ດັງ 30.000 ອັນ ໃຫ້ແກ່ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ສປປ. ລາວ ເພື່ອປ້ອງກັນ ແລະ ຄວຍຄຸມ ໂລກລະບາດໂຄວິດ - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.