ສອງຄະນະພົວພັນຕ່າງປະເທດ ກູບາ-ລາວ ຮ່ວມກອງປະຊຸມທາງໄກ

16:25 | 24/12/2020

ໃນ​ວັນທີ 24 ທັນວາ 2020 ນີ້, ສະ​ຫາຍ ນາງ ສູນ​ທອນ ໄຊ​ຍະ​ຈັກ ກຳ​ມ​ະ​ກາ​ນ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ ໄດ້ເຂົ້າຮ່ວມກອງ ປະຊຸມທາງໄກ ກັບ ຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດກູບາ, ນໍາໂດຍ ສະຫາຍ Angle Aezuaga Reyes ວ່າການຫົວໜ້າ ຄະນະພົວພັນ ຕ່າງປະເທດສູນກາງພັກ ກອມມູນິດກູບາ.

ສອງຄະນະພ ວພ ນຕ າງປະເທດ ກ ບາ ລາວ ຮ ວມກອງປະຊ ມທາງໄກ ກະຊວງສາທາລະນະສຸກ ສປປ ລາວ ຢັ້ງຢືນວ່າ ລາວ ປະສົບກັບກໍລະນີຕິດເຊື້ອ Covid-19 ເປັນ 2 ຄົນທຳອິດ
ສອງຄະນະພ ວພ ນຕ າງປະເທດ ກ ບາ ລາວ ຮ ວມກອງປະຊ ມທາງໄກ ກູບາ ໄດ້ຈັດພິທີເຊີດຊູມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ
ສອງຄະນະພ ວພ ນຕ າງປະເທດ ກ ບາ ລາວ ຮ ວມກອງປະຊ ມທາງໄກ
2 ຄະນະພົວພັນຕ່າງປະເທດ ກູບາ-ລາວ ຮ່ວມກອງປະຊຸມທາງໄກ

ໃນກອງປະຊຸມ, ສະ​ຫາຍ ນາງ ສູນ​ທອນ ໄຊ​ຍະ​ຈັກ ໄດ້ແຈ້ງສະພາບ ການທີ່ພົ້ນເດັ່ນຢູ່ ສປປ ລາວ ໃນໄລຍະມໍ່ໆມານີ້, ໂດຍສະເພາະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ປປ ລາວ ແລະ ການກະກຽມ ຈັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປ ລາວ ໃນຕົ້ນປີ 2021; ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີລາຄາສູງ​ຕໍ່​​ ຜົນສຳ​ເລັດ​ອັນໃຫຍ່ຫລວງ ທີ່ປະຊາຊົນກູ​ບາອ້າຍນ້ອງ ​ພາຍໃຕ້ການນໍາພາ ຂອງພັກກອມມູນິດກູບາ ຍາດມາໄດ້ຕະຫລອດ ໄລຍະ 55 ປີ ຜ່ານມາ ໂດຍສະເພາະແມ່ນການນໍາພາ ການ​ພັດທະນາ​ ເສດຖະກິດ-​ສັງຄົມ​​ ແລະ ປົກ​ປັກ​ຮັກສາໝາກຜົນ​​ ຂອງການ​ປະຕິວັດ ໄວ້ໄດ້ຢ່າງໝັ້ນຄົງ; ພ້ອມ​ທັງສະແດງ ຄວາມຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່ສາຍພົວພັນ ມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ກໍຄື ສອງຄະນະພົວພັນ ຕ່າງປະເທດສູນກາງພັກ ລາວ-ກູບາ, ​ເຊິ່ງໄດ້ປະ​ກອບ​ສ່ວນ​ຢ່າງ ໃຫຍ່ຫລວງເຂົ້າ​ໃນ​ການ ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອອັນດີງາມ ລະ​ຫວ່າງສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດລາວ-ກູ​ບາ ​ໃຫ້ນັບ​ມື້​ຂະຫຍາຍຕົວ ຍິ່ງໆຂຶ້ນ, ເປັນການປະກອບສ່ວນ ເຂົ້າໃນພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ​. ​ສະຫາຍຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອຢ່າງໃຫຍ່ຫລວງ ແກ່ປະຊາຊົນລາວ ທັງໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໃນໄລຍະສ້າງສາພັດທະນາ ສປປ ລາວ ໃນປັດຈຸບັນ.

ໃນໂອກາດດັ່ງກ່າວ, ​ສະ​ຫາຍ Angle Aezuaga Reyes ໄດ້ສະ​ແດງ​ຄວາມປິຕິຍິນ ດີທີ່ໄດ້ມີໂອກາດ​ພົບປະ ແລະ ປຶກສາຫາລື ລະຫວ່າງ 2 ຄະນະພົວພັນຕ່າງປະເທດ ກູບາ-ລາວ ໃນທ່າມກາງຂອງການແຜ່ລະບາດ ຂອງພະຍາດໂຄວິດ-19. ສະຫາຍ ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບ ການພົ້ນເດັ່ນຂອງກູບາໃນປະຈຸບັນ ແລະ ການກະກຽມຈັດ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກກອມມູນິດກູບາ ໃນຕົ້ນປີ 2021 ທີ່ຈະມາເຖິງ; ພ້ອມ​ທັງໄດ້ສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ທີ່​​ໄດ້ໃຫ້ການສະໜັບ ສະໜູນ​ຊ່ວຍ​ເຫລືອກູບ​າ ຕະຫລອດ​ໄລຍະ​ຜ່ານ​ມາ ​ໂດຍ​ສະ​ເພາະ ​ໃຫ້ການ​ສະໜັບສະໜູນ​ກູ​ບາ ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ; ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໂດຍສະເພາະ ການສ້າງຕັ້ງໂຮງຮຽນມິດຕະພາບ ລາວ-ກູບາ (ມສ ດົງບັງ) ແຫ່ງທໍາອິດ, ພ້ອມທັງປະດິດ ສະຖານຮູບຫລໍ່ເຄິ່ງຄີງຂອງ ສະຫາຍ ໂຮເຊ ມາກຕີ, ວິລະຊົນກູບາ ທີ່ໂຮງຮຽນດັ່ງກ່າວ ແລະ ການຮ່ວມມືໃນຂະແໜງ ອື່ນໆ, ​ເຊິ່ງ​ທັງໝົດນັ້ນ ເປັນ​ການ​ ປະ​ກອບ​ສ່ວນທີ່​ສຳຄັນ ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ ແລະ ​​ເສີມ​ຂະຫຍາຍ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ ລະ​ຫວ່າງສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ກູ​ບາ-ລາວ ໃຫ້​​ນັບ​ມື້ແຕກດອກອອກ​ຜົນຍິ່​ງໆ​ຂຶ້ນ. ນອກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບທິດທາງການຮ່ວມມື ລະຫວ່າງ ພັກປະຊາຊົນ ປະຕິ ວັດລາວ ແລະ ພັກກອມມູນິດກູບາ ໃນຕໍ່ໜ້າ ແລະ ແລກປ່ຽນທັດສະນະ ຕໍ່ບັນຫາພາກພື້ນ ແລະ ສາກົນທີ່ 2 ຝ່າຍຕ່າງມີຄວາມສົນໃຈນໍາກັນ.

ສອງຄະນະພ ວພ ນຕ າງປະເທດ ກ ບາ ລາວ ຮ ວມກອງປະຊ ມທາງໄກ ລັດຖະມົນຕີກະຊວງການຕ່າງປະເທດອຸຊເບກິສຖານ ຕີລາຄາສູງຕໍ່ສາຍພົວພັນທີ່ເປັນມູນເຊື້ອ, ມິດຕະພາບອັນດີງາມລະຫວ່າງຫວຽດນາມ ແລະອຸຊເບກິສຖານ

ຍສໝ - ທ່ານ Abdulaziz Kamilov ລັດຖະມົນຕີກະຊວງການຕ່າງປະເທດອຸຊເບກິສຖານ ຕີລາຄາສູງຕໍ່ສາຍພົວພັນທີ່ເປັນມູນເຊື້ອ, ມິດຕະພາບອັນດີງາມລະຫວ່າງຫວຽດນາມ ແລະອຸຊເບກິສຖານ; ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດກະສິກໍາ...

ສອງຄະນະພ ວພ ນຕ າງປະເທດ ກ ບາ ລາວ ຮ ວມກອງປະຊ ມທາງໄກ ຫວຽດນາມປະກອບສ່ວນສຳຄັນເຂົ້າໃນການຍົກ​ສູງສຽງ ແລະ ພາບພົດຂອງອາຊຽນ

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດ Djani ເນັ້ນໜັກວ່າ, ຫວຽດນາມໄດ້ປະກອບສ່ວນ ສຳຄັນເຂົ້າໃນການຍົກ​ສູງສຽງ ແລະ ພາບພົດ ຂອງອາຊຽນ ຢູ່ສະພາຄວາມ ໝັ້ນຄົງ. ພ້ອມທັງເຊື່ອໝັ້ນ ວ່າ, ຫວຽດນາມ ຈະສືບຕໍ່ຊຸກຍູ້ການປະກອບສ່ວນຂອງຕົນໃນຫຼາຍຂົງເຂດຂອງສະພາຄວາມໝັ້ນຄົງ, ພິເສດແມ່ນໃນບັນດາຄວາມມານະພະຍາຍາມນຳ​ສ້າງສັນຕິພາບມາສູ່ຕາເວັນອອກກາງ ແລະ ອາຟຣິກາ ໃນປີ 2021.

ສອງຄະນະພ ວພ ນຕ າງປະເທດ ກ ບາ ລາວ ຮ ວມກອງປະຊ ມທາງໄກ ໜັງສືພິມ ຂອງ ສປປ.ລາວ ໄດ້ສະແດງຄວາມຊົມເຊີຍຫວຽດນາມ ໃນການສຳເລັດການຊີ້ນຳອາຊຽນ 2020

ຍສໝ - ໜັງສືພິມປະຊາຊົນ (Pasaxon) ຂອງປະເທດລາວ ສະບັບອອກໃນວັນທີ 21 ທັນວາ ມີບົດຂຽນທີ່ຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມ ໃນການເປັນປະທານອາຊຽນ 2020.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.