ຍີ່ປຸ່ນ ສະໜອງທຶນ 4 ແສນກວ່າໂດລາ ປັບປຸງອຸປະກອນ ການແພດ, ກໍ່ສ້າງຂົວ ແລະ ໂຮງຮຽນໃນລາວ

15:00 | 23/12/2020

ເມື່ອ​ບໍ່​ດົນ​ມາ​ນີ້, ລັດຖະບານຍີ່ປຸ່ນ ໄດ້ສະໜອງ​ທຶນຊ່ວຍເຫລືອລ້າ ໃຫ້​ແກ່ ສປປ ລາວ ຈຳນວນ 403.768 ໂດລາສະຫະລັດ ໃຫ້​​ໂຄງ​ການ ​ດ້ານ​ສາ​ທາ​ລະ​ນະ​ສຸກ 2 ​ໂຄງ​ການ ​ໃນ ​ແຂວງ​ຫລວງ​ພະ​ບາງ ແລະ ນະຄອນຫລວງວຽງ​ຈັນ, ໂຄງ​ການ​ສ້າງ​ຂົວ​ 2 ໂຄງ​ການ​ ຢູ່​ ແຂວງ​ບໍ່​ແກ້ວ ແລະ​ ແຂວງ​ຈຳ​ປາ​ສັກ ແລະ ​1 ​ໂຄງ​ການ​ດ້ານ​ການ​ສຶກ​ສາ​ ຢູ່ ​ແຂວງ​ຈຳ​ປາ​ສັກ, ໂດຍຜ່ານ​ໂຄງ​ການ​ເສີມ​ສ້າງ ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ ​ຂັ້ນ​ຮາກ​ຖານ (GGPs) ​ເຊິ່ງພິທີເຊັນສັນຍາ​ໂຄງການ ​ດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 18 ທັນ​ວາ 2020, ຢູ່ສະຖານທູດຍີ່ປຸ່ນ ນະ​ຄອນຫລວງ​ວຽງ​ຈັນ ລະຫວ່າງ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​ ແລະ ໂຕແທນ ຂອງອຳນາດການປົກຄອງຈາກເມືອງ ແລະ ແຂວງ ທີ່ໄດ້ຮັບໂຄງການດັ່ງກ່າວ, ​ໂດ​ຍມີ​ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິຍານ.

ຍ ປ ນ ສະໜອງທ ນ 4 ແສນກວ າໂດລາ ປ ບປ ງອ ປະກອນ ການແພດ ກ ສ າງຂ ວ ແລະ ໂຮງຮຽນໃນລາວ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ນຳໃຊ້ຂັ້ນຕອນການເຂົ້າເມືອງຢ່າງໃໝ່ ຕ່າມໄລຍະສັ້ນ ແລະ ບໍ່ຕ້ອງແຍກອອກຫ່າງເຕົ້າໂຮມ
ຍ ປ ນ ສະໜອງທ ນ 4 ແສນກວ າໂດລາ ປ ບປ ງອ ປະກອນ ການແພດ ກ ສ າງຂ ວ ແລະ ໂຮງຮຽນໃນລາວ ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ
ຍ ປ ນ ສະໜອງທ ນ 4 ແສນກວ າໂດລາ ປ ບປ ງອ ປະກອນ ການແພດ ກ ສ າງຂ ວ ແລະ ໂຮງຮຽນໃນລາວ

ຍີ່ປຸ່ນ ສະໜອງທຶນ 4 ແສນກວ່າໂດລາ ປັບປຸງອຸປະກອນ ການແພດ, ກໍ່ສ້າງຂົວ ແລະ ໂຮງຮຽນໃນລາວ

ໜຶ່ງ​ໃນ​ໂຄງ​ການ ​ດ້ານ​ສາ​ທາ​ລະ​ນ​ະ​ສຸກ ແມ່ນ​ການຈັດ​ຫາ​ອຸ​ປະ​ກອນຕ່າງໆ ​ເປັນ​ຕົ້ນ ຕູ້​ແຊ່​ແຂງ​ເລືອດ ແລະ ກ່ອງ​ສຳ​ລັບ​ຂົນສົ່ງໃຫ້​ແກ່ສູນ​ເລືອດ ຂອງອົງ​ການ​ກາ​ແດງ ໃນ​ນະ​ຄອນຫລວງວຽງ​ຈັນ. ໂຄງ​ການ​ດັ່ງ​ກ່າວ, ​ມີ​ຈຸດ​ປະ​ສົງ ​ເພື່ອ​ຮັກ​ສາ​ສະ​ພາບ​​ເລືອດໃ​ຫ້​ ຢູ່​ໃນອຸນ​ຫະ​ພູມ​ທີ່​ເໝາະ​ສົມ ​ເພື່ອ​ນຳ​ໃຊ້​ລະ​ຫວ່າງ ​ສູນເລືອດ​ ແລະ ​ແຂວງຕ່າງໆ. ໂຄງ​ການ​ນີ້​, ຈະ​ດຳ​ເນີນ​ການພາຍ​ໃຕ້ກອບ ​ການ​ຮ່ວມ​ມື​ລະ​ຫວ່າງ​ ພາກ​ລັດ​ ແລະ​ ເອ​ກະ​ຊົນ ໂດຍສົມທົບກັບ​ບໍ​ລິ​ສັດ Daido Industry ຂອງປະ​ເທດ​ຍີ່​ປຸ່ນ ທີ່​ຜະ​ລິດ​ອຸ​ປະ​ກອນ​ ການ​ແພດຫລາຍ​ຊະ​ນິດ​. ພ້ອມ​ນັ້ນ, ຍັງ​ມີ​ໂຄງ​ການ​​ກໍ່ສ້າງ​ສູນ​ສຸ​ຂະ​ພາບ​ຢູ່ ໂນນ​ສະ​ຫວັນ ແຂວງຫລວງ​ພະ​ບາງ, ເຊິ່ງຈຸ​ດ​ປະ​ສົງຂອງ​ໂຄງ​ການ ​ແມ່ນ​ເພື່ອ​ຍົກ​ລະ​ດັບ ຄຸນນະພາບໃຫ້ແກ່​ການ​ປິ່ນ​ປົວ ແລະ ປັບປຸງສິ່ງອຳນວຍ ຄວາມສະດວກ ດ້ານການແພດ ​ແລະ ອື່ນໆ.

ສຳລັບໂຄງ​ການ​ສ້າງ​ຂົວ​ 2 ໂຄງ​ການ ​ຈະຖືກຈັດຕັ້ງປະຕິບັດ​ຢູ່​ ບ້ານນາ​ມີ​ຖິ່ນ ແຂວງ​ບໍ່​ແກ້ວ ແລະ ບ້ານ​ບົກ ແຂວງ​ຈຳ​ປາ​ສັກ, ຕາມ​ລຳ​ດັບ, ເຊິ່ງເປັນພື້ນທີ່ ທີ່ມີຂໍ້ຈຳກັດ ໃນການເຂົ້າເຖິງລະບົບ ສາ​ທາ​ລະ​ນຸປະ​ໂພກ ລວມ​ເຖິງ​ຕະຫລາດ​​ທ້ອງ​ຖິ່ນ, ໂດຍ​ສະ​ເພາະ​ແມ່ນໃນ​ລະ​ດູ​ຝົນ. ສ່ວນໂຄງ​ການ​ດ້ານ​ການ​ສຶກ​ສາ ​ແມ່ນການກໍ່​ສ້າງ​ອາ​ຄານ​ໃຫ້​ແກ່ ​ໂຮງ​ຮຽນມັດ​ທະ​ຍົມ​ຕອນ​ຕົ້ນ​ ດອນ​ແດງ ໃນ ​ແຂວງ​ຈຳ​ປາ​ສັກ, ​ມີ​ຈຸດ​ປະ​ສົງ ​ໃນ​ການ​ປັບ​ປຸງ ​ສິ່ງ​ແວດ​ລ້ອມ​​ກາ​ນ​ສຶກ​ສາ ໂດຍ​ການ​ສ້າງ​ອາ​ຄານ ​​ຮຽນຫລັງ​ໃໝ່ ພ້ອມສິ່ງ​ອຳ​ນວຍ​ຄວາມ​ສະ​ດວກຕ່າງໆ.

ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ການຕ່າງປະເທດ​​ ແມ່​ນ້ຳຂອ​ງ-ຍີ່​ປຸ່ນ ຄັ້ງທີ 13 ທີ່​ໄດ້​ຈັດ​ຂຶ້ນ ​ໃນ​ເດືອນ​ກໍ​ລະ​ກົດ ປີ 2020​ ຜ່ານ​ມານີ້, ລັດ​ຖະ​ບານ​ຍີ່​ປຸ່ນ​ ໄດ້​ເນັ້ນໜັກວ່າຈະຈັດຕັ້ງປະຕິບັດ ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ ​ເປັນ​ມູນ​ຄ່າ 1 ຕື້​ເຢນ ພາຍໃນຊ່ວງທ້າຍ ເດືອນມີນາ 2021, ໃນຮູບແບບຂອງແຜນລິເລີ່ມ KUNASONE (ຮາກ​ຫ​ຍ້າ) ເພື່ອສົ່ງເສີມເປົ້າໝາຍ ການພັດທະນາທີ່ຍືນຍົງ ໃຫ້ແກ່ພາກພື້ນແມ່ນ້ຳຂອງ. ທັງ​ນີ້, ​ແນ​ໃສ່ສົ່ງ​ເສີມ ​ການ​ພັດ​ທະ​ນາ ​ເສດ​ຖະ​ກິ​ດ-ສັງ​ຄົມ​ ຂອງ​ແຕ່​ລະທ້ອງ​ຖິ່ນ​ ຂອງ​ທຸກ​ປະ​ເທດ ໃນພາກພື້ນ​ແມ່​ນ້ຳ​ຂອງ​ ເຊິ່ງລວມ​ທັງ ສ​ປ​ປ ລາວ. ພ້ອມ​ນັ້ນ, ທ່ານ ທາເກວາກະ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ​ລາວ ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ເພື່ອຮັບ​ປະ​ກັນ “​ບໍ່​ໃຫ້​ມີ​ໃຜ​ຖື​ກ​ຖິ້ມ​ໄວ້​ທາງຫລັງ” ຜ່ານ​ການ​ແກ້​ໄຂ​ ຄວາມ​ແຕກ​ໂຕນ​​ໃນພາກພື້ນ, ລັດ​ຖະ​ບານ​ຍີ່​ປຸ່​ນ ​ຈະສືບຕໍ່ໃຫ້ການຊ່ວຍເຫລືອ ລັດຖະບານລາວ ປັບປຸງພື້ນຖານຊີວິດ ການເປັນຢູ່ຂັ້ນຮາກຖານຕໍ່ໄປ.

ຍ ປ ນ ສະໜອງທ ນ 4 ແສນກວ າໂດລາ ປ ບປ ງອ ປະກອນ ການແພດ ກ ສ າງຂ ວ ແລະ ໂຮງຮຽນໃນລາວ ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%

ທະນາຄານ UOB ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 3 ປີ 2020 ວ່າແມ່ນ 3% ແລະ ໄຕມາດ 4 ປີ 2020 ແມ່ນ 4%.

ຍ ປ ນ ສະໜອງທ ນ 4 ແສນກວ າໂດລາ ປ ບປ ງອ ປະກອນ ການແພດ ກ ສ າງຂ ວ ແລະ ໂຮງຮຽນໃນລາວ ສະຫະພາບເອີຣົບ ສະໜອງທຶນ 2 ລ້ານກວ່າເອີໂຣ ເຂົ້າໃນວຽກຕ້ານການລະບາດໂຄວິດ-19 ຢູ່ລາວ

ພິທີ​ເປີດ​ໂຄງການ​ດັ່ງກ່າວ, ​ໄດ້​ຈັດ​ຂຶ້ນ ​ໃນ​ວັນ​ທີ 18 ສິງຫາ 2020 ທີ່ນະຄອນຫລງວຽງຈັນ, ​ໂດຍ ທ່ານ ໄບຣອັນ ອຸປະທູດ ອີຢູປະຈຳລາວ ​ກ່າວວ່າ: ໂຄງການດັ່ງກ່າວ, ເປັນສ່ວນໜຶ່ງໃນການສະໜັບສະໜູນລັດຖະບານລາວ ໃນການຕອບໂຕ້ການລະບາດ ຂອງພະຍາດໂຄວິດ-19 ແນໃສ່ຫລຸດ ຜ່ອນຄວາມສ່ຽງ, ຜົນກະທົບທາງ ເສດຖະກິດ-ສັງຄົມ ແລະ ສຸຂະພາບ ຂອງ​ປະຊາຊົນ​ລາວ ​ບັນດາ​ເຜົ່າ ຈາກການລະບາດຂອງ​ໂຄ​ວິດ-19.

ຍ ປ ນ ສະໜອງທ ນ 4 ແສນກວ າໂດລາ ປ ບປ ງອ ປະກອນ ການແພດ ກ ສ າງຂ ວ ແລະ ໂຮງຮຽນໃນລາວ ເອດີບີ ສະໜອງທຶນ 40 ລ້ານກວ່າໂດລາ ສົ່ງເສີມທຸລະກິດ ກະສິກຳແບບຍືນຍົງ ແທດເໝາະກັບສະພາບແວດລ້ອມ

ໃນວັນທີ 6 ກັນຍາ 2018, ຢູ່ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີລົງນາມ​ ສັນຍາ ​ທຶນ​ຊ່ວຍ​ເຫລືອລ້າ ຂອງ ທະນາຄານ​ພັດທະນາ​ອາຊີ​ (​ເອດີ​ບີ) ສະໜອງທຶນ ​40,5 ລ້ານ​ໂດ​ລາ​ສະຫະລັດ ຊ່ວຍເຫລືອ ສປປ ລາວ ເພື່ອນຳໃຊ້ເຂົ້າໃນ​ໂຄງການ​ສົ່ງ​ເສີມ ​ລະບົບ​ຕ່ອງ​ໂສ້​ການ​ຜະລິດ​ກະສິກຳ ​ເປັນ​ສິນຄ້າ ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

kpl.gov.la

ເຫດການ
302 Found

Found

The document has moved here.