ຍສໝ - ວັນທີ 20 ເດືອນກັນຍາ, ມາເລເຊຍ ໄດ້ຮຽກຮ້ອງຫັນເປັນປອດທະຫານ ທະເລຕາເວັນອອກ ເມື່ອນາຍົກລັດຖະມົນຕີ ມາເລເຊຍ ທ່ານ ມະຫາທິດ ໂມຮາມາດ ໄດ້ປະກາດໃຊ້ເອກະສານ ກ່ຽວກັບນະໂຍບາຍການຕ່າງປະເທດທຸກດ້ານທຳອິດ ຂອງລັດຖະບານສຳພັນທະພາບ ປາກາຕານ ຮາຣາປານ ຂອງລາວ ແຕ່ເວລາ ໄດ້ກຳອຳນາດ ໃນປີກ່ອນ.
ຍສໝ - ຕາມຜູ້ໂຄສົກກະຊວງການຕ່າງປະເທດ, ບັນດາກະທຳທີ່ສະກັດກັ້ນການເຄື່ອນໄຫວນໍ້າມັນອາຍແກັສຂອງ ຫວຽດນາມ ຢູ່ຂອບເຂດທະເລຂອງຕົນ ແມ່ນການລະເມີດກົດໝາຍສາກົນ ແລະ UNCLOS ປີ 1982.
ຕອນເຊົ້າວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມສໍາມະນາກຸ່ມປະຕິບັດງານອາຊຽນ ກ່ຽວກັບການຕ້ານ ແລະສະກັດກັ້ນອາດຊະຍາກໍາຢາເສບຕິດຜ່ານທາງທະເລ ຄັ້ງທີ 4. ກອງປະຊຸມຄັ້ງນີ້ມີການເຂົ້າຮ່ວມຂອງຜູ້ແທນ 60 ຄົນ ທີ່ມາຈາກ 9 ປະເທດສະມາຊິກອາຊຽນ, ຄະນະເລຂາອາຊຽນ ແລະຈີນ.
ຍສໝ - ວັນທີ 12 ກັນຍາ 2019, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະໜອງຂໍ້ມູນຂ່າວສານໃຫ້ບັນດາອົງການສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບກຸ່ມກ່ຳປັ່ນ ໄຮຢາງ 08 ຂອງ ຈີນ ທີ່ເຄື່ອນໄຫວຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງ ຫວຽດນາມ,
ຍສໝ - ເມື່ອໃຫ້ຂໍ້ສັງເກດກ່ຽວກັບບັນດາການເຄື່ອນໄຫວມໍ່ໆມານີ້ຂອງຈີນ ຢູ່ ທະເລຕາເວັນອອກ, ພິເສດ ພາຍຫລັງ ກຳປັ່ນ ໄຮ້ຢາງ 8 ຂອງຈີນ ລະເມີດເຂດເສດຖະກິດຈຳເພາະ ຂອງຫວຽດນາມ, ຫາງສຽງສາກົນໄດ້ກ່າວປະນາມບັນດາການກະທຳຜິດກົດໝາຍຂອງ ຈີນ
ບັນດາການກະທຳລະເມີດກົດໝາຍຂອງຈີນ ຢູ່ເຂດທະເລຕາເວັນອອກ ຫວ່າງມໍ່ໆມານີ້, ພິເສດແມ່ນຢູ່ ບ໋າຍຕືຈິ໊ງ ຂອງຫວຽດນາມ, ໄດ້ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນ.
ຍສໝ - ຕອນບ່າຍວັນທີ 1 ກັນຍາ, ກຳປັ່ນກອງທັບເຮືອ 18 - ກອງພົນ 171 - ກອງບັນຊາການທະຫານເຂດ 2 - ເຫຼົ່າທັບເຮືອ ໄດ້ອອກຈາກທ່າເຮືອ, ເລີ່ມເຂົ້າຮ່ວມຢ່າງເປັນທາງການໃນການຊ້ອມຮົບທາງທະເລອາຊຽນ - ສະຫະລັດອາເມລິກາແຕ່ວັນທີ 2 - 6 ກັນຍາ ຢູ່ອ່າວໄທ ແລະ ເຂດທະເລໃຕ້ຂອງ ກາເມົາ.
ຍສໝ - ໃນວັນທີ 29 ສິງຫາ 2019, ເວັບໄຊຂອງກະຊວງການຕ່າງປະເທດເຢຍລະມັນ ໄດ້ລົງແຈ້ງການກ່ຽວກັບຖະແຫຼງການຮ່ວມຂອງຝລັ່ງ, ເຢຍລະມັນ ແລະ ອັງກິດ ກ່ຽວກັບສະພາບການຢູ່ທະເລຕາເວັນອອກ.
ຍສໝ - ທ່ານນາຍົກລັດຖະມົນຕີກໍ່ປາດຖະໜາວ່າ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ຈະເຂົ້າໃຈສະພາບການໃນປັດຈຸບັນຢູ່ທະເລຕາເວັນອອກຢ່າງຈະແຈ້ງ, ມີສຽງເວົ້າທີ່ສະແດງໃຫ້ເຫັນທັດສະນະສະໜັບສະໜູນເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ການວັດທະນາຖາວອນ, ຮັບປະກັນຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກບົນຈິດໃຈເຄົາລົບນັບຖືກົດໝາຍສາກົນ
ຍສໝ - ສຳນັກຂ່າວ Reuters ລາຍງານວ່າ ວັນທີ 23 ສິງຫາ, ສະຫະລັດອາເມລິກາ ໄດ້ສະແດງຄວາມລຳບາກໃຈຢ່າງເລິກເຊິ່ງ ຕໍ່ການແຊກແຊງຂອງຈີນໃນກິດຈະກຳ ນ້ຳມັນອາຍແກັສ ໃນເຂດທະເລຂອງຫວຽດນາມ. ສິ່ງດັ່ງກ່າວເຮັດໃຫ້ປະຊາຄົມສາກົນຕັ້ງຄຳຖາມຢ່າງຈິງຈັງ ຕໍ່ຄຳໝັ້ນສັນຍາຂອງ ປັກກິ່ງ ໃນການແກ້ໄຂການຂັດແຍ້ງທາງທະເລໂດຍ ມາດຕະການສັນຕິພາບ.
ຍສໝ - ເປັນຄັ້ງທີ 2 ໃນຮອບເວລາ 1 ເດືອນຜ່ານມາ, ກ່ຳປັ່ນສຳຫຼວດໄຮ້ຢ໊າງ 8 ຂອງຈີນ ແລະ ກ່ຳປັ່ນປ້ອງກັນຈຳນວນໜຶ່ງຂອງຈີນ ໄດ້ກັບມາເຄື່ອນໄຫວລະເມີດເຂດໄຫຼ່ທະວີບຂອງຫວຽດນາມ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ແລະ ພັນລະຍາ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ໃນຕອນເຊົ້າວັນທີ 23 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Scott Morrison ໄດ້ດຳເນີນການເຈລະຈາ.
ຍສໝ - ຕາມກະຊວງການຕ່າງປະເທດຫວຽດນາມ, ໃນວັນທີ 2 ກັນຍາ, ຫວຽດນາມຈະເຂົ້າຮ່ວມນຳ ສະມາຄົມປະເທດອາຊຽນ ເພື່ອເຂົ້າຮ່ວມການຊ້ອມເຝິກອົບຮົມຮ່ວມຄັ້ງທຳອິດ ກັບກອງທັບເຮືອອາເມລິກາ ຢູ່ເຂດອ່າວໄທ.
ຍສໝ - ຕອນເຊົ້າວັນທີ 19 ສິງຫານີ້, ທ່ານ Locsin ລັດຖະມົນຕີການຕ່າງປະເທດ ຟີລິບປິນ ກ່າວວ່າ ໄດ້ຊີ້ ນຳ ຫ້ອງການກະຊວງການຕ່າງປະເທດ ອາຊີ ປາຊີຟິກ ຟີລິບປີນ (DFA) ສົ່ງຈົດໝາຍຄັດຄ້ານພາຍຫລັງ ຟີລິບປິນໄດ້ຄົ້ນພົບ ກຳປັ່ນຮົບຈີນ ຈຳນວນ 5 ລຳ ເຂົ້າໄປໃນຊ່ອງແຄບທະເລ Sibutu Strait ຂອງແຂວງ Tawi-Tawi ຂອງຟີລິບປິນໃນວັນທີ 4 ກໍລະກົດ ແລະ 4 ສິງຫາ.
ຍສໝ - ວັນທີ 16 ສິງຫາ, ເມື່ອຕອບຄໍາຖາມຂອງນັກຂ່າວຫວຽດນາມ ແລະຕ່າງປະເທດທີ່ກ່ຽວຂ້ອງເຖິງເລື່ອງກໍາປັ່ນສໍາຫຼວດ Haiyang 8 ຂອງຈີນ ກັບມາເຄື່ອນໄຫວລະເມີດເຂດເສດຖະກິດຈຳເພາະ ແລະໄຫຼ່ທະວີບຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງຖະແຫຼງການ.
ຫວຽດນາມ ມີທັດສະນະ, ຫຼັກໝັ້ນຢ່າງຈະແຈ້ງ, ສະໜັບສະໜູນແກ້ໄຂການຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ ດ້ວຍມາດຕະການທາງການເມືອງໂດຍສັນຕິ
ຍສໝ - ໃນວັນທີ 14 ສິງຫາ, ຢູ່ສິງກະໂປ, ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ Chee Wee Kiong ເລຂາຜູ້ປະຈໍາການກະຊວງການຕ່າງປະເທດສິງກະໂປ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຫວຽດນາມ - ສິງກະໂປ ຄັ້ງທີ 12.
ປີ 2019 ແມ່ນຂີດໝາຍ 25 ປີ ແຫ່ງວັນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS) ມີຜົນສັກສິດຢ່າງເປັນທາງການ, ເອກະສານສະບັບດັ່ງກ່າວໄດ້ຮັບຖືວ່າແມ່ນ “ລັດຖະທໍາມະນູນກ່ຽວກັບມະຫາສະໝຸດ” ຂອງ ໂລກ. ເຖິງວ່າ UNCLOS ໄດ້ຮັບການໃຫ້ສັດຕະຍາບັນນັບແຕ່ປີ 1996 ກໍຕາມ, ແຕ່ ຈີນ ຍັງມີບັນດາການກະທໍາລະເມີດກົດໝາຍ ແລະ ບໍ່ປະຕິບັດຕາມບັນດາຂໍ້ກໍານົດຂອງ UNCLOS. ບັນດາການກະທໍາຫວ່າງມໍ່ໆມານີ້ຂອງ ຈີນ ຢູ່ ທະເລຕາເວັນອອກ ຖືກບັນດານັກຮຽນຮູ້ສາກົນກ່າວປະນາມຢ່າງຮຸນແຮງ.
ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM 52) ເຊິ່ງດຳເນີນໃນວັນທີ 31 ກໍລະກົດ, ຢູ່ບາງກອກ, ປະເທດໄທ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ປຶກສາຫາລືຫຼາຍເນື້ອໃນກ່ຽວກັບສະພາບສ້າງປະຊາຄົມ, ການພົວພັນທາງການທູດ ແລະ ກວດກາຄືນການກະກຽມໃຫ້ບັນດາກອງປະຊຸມຂັ້ນສູງໃນທ້າຍປີ, ກໍຄືແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຕອນເຊົ້າວັນທີ 31 ກໍລະກົດ, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM 52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢ່າງເປັນທາງການ, ຢູ່ນະຄອນຫຼວງບາງກອກ, ປະເທດໄທ.