ຫວຽດນາມຮຽກຮ້ອງໃຫ້ຈີນຖອນກຸ່ມກໍາປັ່ນອອກຈາກເຂດທະເລຂອງຫວຽດນາມ

15:39 | 19/08/2019

ຍສໝ - ວັນທີ 16 ສິງຫາ, ເມື່ອຕອບຄໍາຖາມຂອງນັກຂ່າວຫວຽດນາມ ແລະຕ່າງປະເທດທີ່ກ່ຽວຂ້ອງເຖິງເລື່ອງກໍາປັ່ນສໍາຫຼວດ Haiyang 8 ຂອງຈີນ ກັບມາເຄື່ອນໄຫວລະເມີດເຂດເສດຖະກິດຈຳເພາະ ແລະໄຫຼ່ທະວີບຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງຖະແຫຼງການ.

ຕາມແຫຼ່ງຂ່າວຈາກບັນດາອົງການກ່ຽວຂ້ອງ, ວັນທີ 13 ສິງຫາ 2019, ກໍາປັ່ນສໍາຫຼວດ Haiyang 8 ແລະກໍາປັ່ນປ້ອງກັນ ຈໍານວນໜຶ່ງຂອງຈີນ ໄດ້ກັບມາເຄື່ອນໄຫວລະເມີດເຂດທະເລຂອງຫວຽດນາມ. ນີ້ແມ່ນເຂດທະເລທີ່ຂຶ້ນກັບສິດອະທິປະໄຕ ແລະສິດອຳນາດສານຂອງຫວຽດນາມ, ເຊິ່ງໄດ້ກໍານົດຕາມຂໍ້ກໍານົດຕ່າງໆຂອງສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ໄດ້ປະຊາສຳພັນກັບຈີນ, ຄັດຄ້ານເລື່ອງຈີນ ລະເລີດຢ່າງຮ້າຍແຮງ, ຮຽກຮ້ອງຈີນ ຕ້ອງຖອນກຸ່ມກໍາປັ່ນທັງໝົດດັ່ງກ່າວອອກຈາກເຂດທະເລຂອງຫວຽດນາມ, ເຄົາລົບສິດອະທິປະໄຕ, ສິດອຳນາດສານ, ສິດຕ່າງໆ ແລະຜົນປະໂຫຍດອັນຊອບທໍາ, ຖືກຕາມກົດໝາຍຂອງຫວຽດນາມ, ຕາມສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະກົດໝາຍສາກົນ.

ຫວຽດນາມຮຽກຮ້ອງໃຫ້ຈີນຖອນກຸ່ມກໍາປັ່ນອອກຈາກເຂດທະເລຂອງຫວຽດນາມ

ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ. (ພາບ: TTXVN)

ບັນດາກໍາລັງກ່ຽວຂ້ອງຂອງຫວຽດນາມ ສືບຕໍ່ຜັນຂະຫຍາຍມາດຕະການປະຕິບັດອະທິປະໄຕ, ສິດອະທິປະໄຕ ແລະສິດອຳນາດສານຖືກຕາມກົດໝາຍຂອງຫວຽດນາມ ແລະກົດໝາຍສາກົນ. ຫວຽດນາມ ກໍ່ຢືນຢັນຖືສັນຕິພາບ, ຄວາມໝັ້ນຄົງເປັນສໍາຄັນທີ່ສຸດ, ເຄົາລົບກົດໝາຍຢູ່ທະເລາຕາເວັນອອກ ແລະສະແດງໃຫ້ເຫັນເຈດຕະນາດີໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບກັບຈີນ ເພື່ອຜົນປະໂຫຍດຂອງສອງລັດ, ປະຊາຊົນສອງປະເທດ ແລະເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະສາກົນ, ພ້ອມທັງເດັດດ່ຽວ, ຢຶດໝັ້ນປົກປັກຮັກສາບັນດາສິດ ແລະຜົນປະໂຫຍດອັນຊອບທໍາ, ຖືກຕາມກົດໝາຍຂອງຕົນ. ຫວຽດນາມ ຮຽກຮ້ອງໃຫ້ປະເທດຕ່າງໆທີ່ກ່ຽວຂ້ອງ ແລະປະຊາຄົມສາກົນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ທະເລຕາເວັນອອກ, ພາກພື້ນ ແລະສາກົນ

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.