ນັກຮຽນຮູ້ລັດເຊຍ: ຫວຽດນາມມີທັດສະນະຈະແຈ້ງຢູ່ທະເລຕາເວັນອອກ

14:44 | 16/08/2019

ຫວຽດນາມ ມີທັດສະນະ, ຫຼັກໝັ້ນຢ່າງຈະແຈ້ງ, ສະໜັບສະໜູນແກ້ໄຂການຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ ດ້ວຍມາດຕະການທາງການເມືອງໂດຍສັນຕິ

ຫວ່າງມໍ່ໆມານີ້, ເລື່ອງກ່ຳປັ່ນຄົ້ນຄວ້າ ຫາຍຢ໊າງ 8 ຂອງຈີນ ເຊິ່ງໄດ້ປ້ອງກັນດ້ວຍເຮືອຮົບ ເຂົ້າໄປສຳຫຼວດຢູ່ເຂດທະເລຕາເວັນອອກ, ລະເມີດເຂດເສດຖະກິດຈຳເພາະຂອງຫວຽດນາມ ນັ້ນ ໄດ້ດຶງດູດຄວາມສົນໃຈຈາກນັກຊ່ຽວຊານ ແລະ ນັກຮຽນຮູ້ສາກົນ, ໃນນັ້ນມີນັກຮຽນຮູ້ລັດເຊຍ.

ນັກຮຽນຮູ້ລັດເຊຍ: ຫວຽດນາມມີທັດສະນະຈະແຈ້ງຢູ່ທະເລຕາເວັນອອກ

ຮ້ານເຈາະນ້ຳມັນ DK1 ຂອງຫວຽດນາມ. (ພາບປະກອບ)

ວັນທີ 15 ສິງຫາ, ວາລະສານ “ໂລກຫຼາຍຂົ້ວ” ຂອງລັດເຊຍ ໄດ້ລົງບົດຂຽນຂອງນັກຮຽນຮູ້ Grigory Lokshin - ສະຖາບັນຕາເວັນອອກໄກ, ສະພາມະຫາບັນດິດວິທະຍາສາດລັດເຊຍ ດ້ວຍຫົວຂໍ້ວ່າ “ບໍ່ຄັດຄ້ານ, ແຕ່ກໍ່ບໍ່ແມ່ນວ່າ ເວລາກໍ່ພ້ອມກັນ”, ໄດ້ໄຈ້ແຍກສະພາບການທີ່ກ່ຽວຂ້ອງເຖິງທະເລຕາເວັນອອກໃນໄລຍະຜ່ານມາ. ຕາມບົດໄຈ້ແຍກດັ່ງກ່າວແລ້ວ, ຕຳແໜ່ງການເຄື່ອນໄຫວຂອງກ່ຳປັ່ນຈີນ ແມ່ນນອນໃນເຂດຖະກິດຈຳເພາະ 200 ໄມທະເລຂອງຫວຽດນາມ ຕາມສົນທິສັນຍາສະຫະປະຊາຊາດ 1982, ເຊິ່ງຫ່າງຈາກນະຄອນ ວູງເຕົ່າ ພຽງແຕ່ 160 ໄມທະເລ. ຕຳແໜ່ງດັ່ງກ່າວແມ່ນນອນຢູ່ນອກເຂດຊາຍແດນຂອງຈີນ ອີງຕາມແຜນທີ່ປີ 1947 ຂອງປະເທດນີ້. ໃນຂະນະນັ້ນ, ແຜນທີ່ “ເສັ້ນ 9 ຕອນ” ກວມເອົາ 90% ເນື້ອທີ່ທະເລຕາເວັນອອກນັ້ນແມ່ນສາກົນບໍ່ໄດ້ຮັບຮູ້, ຍ້ອນໃນເຫດຮ້ອງຟ້ອງຂອງຟີລິບປິນ ສຳລັບຈີນ, ສານຍຸຕິທຳສາກົນຢູ່ The Hague ໄດ້ຍົກອອກຄຳຕັດສິນ, ຕາມນັ້ນແລ້ວ, ບັນດາຄຳຮຽກສິດຂອງຈີນ ກ່ຽວກັບ “ສິດປະຫວັດສາດ” ຢູ່ທະເລຕາເວັນອອກ ໄດ້ຮັບການຖະແຫຼງວ່າ ແມ່ນບໍ່ມີພື້ນຖານ ແລະ ໄປຝືນກັບພັນທະຕາມສົນທິສັນຍາສະຫະປະຊາຊາດ ປີ 1982 ເຊິ່ງຈີນ ໄດ້ລົງນາມ.

ຕາມນັກຮຽນຮູ້ແລ້ວ, ຫວຽດນາມ ມີທັດສະນະ, ຫຼັກໝັ້ນຢ່າງຈະແຈ້ງ, ສະໜັບສະໜູນແກ້ໄຂການຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ ດ້ວຍມາດຕະການທາງການເມືອງໂດຍສັນຕິ, ບໍ່ນຳໃຊ້ອາວຸດ ແລະ ນາບຂູ່ນຳໃຊ້ອາວຸດ, ບົນພື້ນຖານກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ, ສ້າງກົດແຫ່ງການປະພຶດໃນທະເລຕາເວັນອອກໃຫ້ສຳເລັດໂດຍໄວ ແລະ ມີລັກສະນະບັງຄັບດ້ານກົດໝາຍ, ເຊິ່ງບັນດາລັດຖະມົນຕີການຕ່າງປະເທດຂອງບັນດາປະເທດອາຊຽນ ໄດ້ໃຫ້ການສະໜັບສະໜູນຢ່າງສຸດຂີດໃນການພົບປະຢູ່ບາງກອກ, ປະເທດໄທ ໃນຕົ້ນເດືອນສິງຫາ ຜ່ານມາ.

ຕີລາຄາສູງອິດທິພົນຊື່ສຽງຂອງຫວຽດນາມ ໃນອາຊຽນ, ນັກຮຽນຮູ້ເຊື່ອໝັ້ນວ່າ, ດ້ວຍເລື່ອງຈະດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020, ຫວຽດນາມ ຈະສາມາດປັບປຸງຄວາມເປັນເອກະພາບ ແລະ ຍົກສູງບົດບາດຂອງອາຊຽນ ກວ່າອີກ ໃນການແກ້ໄຂການຂັດແຍ້ງອະທິປະໄຕລະຫວ່າງບັນດາປະເທດຢູ່ທະເລຕາເວັນອອກ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ເຫດການ