ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ປຶກ​ສາ​ຫາ​ລື​ຫຼາຍ​ບັນ​ຫາຢ​ູ່​ພາກ​ພື້ນ

20:21 | 11/08/2019

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM 52) ເຊິ່ງດຳເນີນໃນວັນທີ 31 ກໍລະກົດ, ຢູ່ບາງກອກ, ປະເທດໄທ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ປຶກສາຫາລືຫຼາຍເນື້ອໃນກ່ຽວກັບສະພາບສ້າງປະຊາຄົມ, ການພົວພັນທາງການທູດ ແລະ ກວດກາຄືນການກະກຽມໃຫ້ບັນດາກອງປະຊຸມຂັ້ນສູງໃນທ້າຍປີ, ກໍຄືແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ບັນດາທ່ານລັດຖະມົນຕີໄດ້ຢືນຢັນຄວາມຕັດສິນໃຈໃນການປະຕິບັດວິໄສທັດປະຊາຄົມອາຊຽນ ຮອດປີ 2025 ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສືບຕໍ່ຜັນຂະຫຍາຍບັນດາການກຳນົດທິດ, ຂໍ້ລິເລີ່ມສ້າງອາຊຽນ ໃຫ້ມີີຄວາມເຂັ້ມແຂງດ້ວຍຕົນເອງ, ປະດິດຄິດສ້າງ ແລະ ພັດທະນາຍືນຍົງໃນທຸກດ້ານ, ພ້ອມກັນນັ້ນກໍ່່ຢືນຢັນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື ຮັກສາ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ກໍາຈັດສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນຢ່າງມີປະສິດທິຜົນ.

ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ປຶກ​ສາ​ຫາ​ລື​ຫຼາຍ​ບັນ​ຫາຢ​ູ່​ພາກ​ພື້ນ

ທ່ານນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາ ກ່າວຄໍາເຫັນທີ່ກອງປະຊຸມ. (ພາບ: TTXVN)

ເມື່ອປຶກສາຫາລືກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ບັນດາລັດຖະມົນຕີໄດ້ຮັບຮູ້ຄວາມວິຕົກກັງວົນກ່ຽວກັບການເຄື່ອນໄຫວຖົມດິນເປັນເກາະ, ພິເສດແມ່ນບັນດາເຫດການທີ່ພວມເກີດຂຶ້ນຢູ່ທະເລຕາເວັນອອກ. ບັນດາລັດຖະມົນຕີໄດ້ອອກຖະແຫຼງການຮ່ວມຂອງກອງປະຊຸມ, ໃນນັ້ນຮຽກຮ້ອງບັນດາຝ່າຍຫຼີກລ້ຽງເລື່ອງເຮັດໃຫ້ຄວາມເຄັ່ງຕຶງ ຢູ່ທະເລຕາເວັນອອກເພີ່ມຂຶ້ນດ້ວຍການດັດແປງພື້ນທີ່ຕົວຈິງ ຫຼື ບັນດາເຫດການທີ່ຮ້າຍແຮງ. ຕາມນັ້ນແລ້ວ, ອາຊຽນ ຢືນຢັນຄືນໃໝ່ຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນ, ສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982, ຮຽກຮ້ອງໃຫ້ບັນດາຝ່າຍຄວນລະງັບໃຈ, ບໍ່ຫັນເປັນການທະຫານ ແລະ ຫຼີກລ້ຽງມີບັນດາການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ; ແກ້ໄຂການຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982. ບັນດາປະເທດອາຊຽນ ໃຫ້ຄຳໝັ້ນສັນຍາສືບຕໍ່ມານະພະຍາຍາມປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ, ຄຸນນະພາບ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ເຫດການ