ອາເມລິກາ ສະແດງ ຄວາມລຳບາກໃຈຢ່າງເລິກເຊິ່ງ ເມື່ອ ປະເທດຈີນ ແຊກແຊງເຂົ້າໃນກິດຈະກຳ ນ້ຳມັນ ແລະ ນ້ຳມັນອາຍແກັສ ຂອງຫວຽດນາມ.

15:09 | 26/08/2019

ຍສໝ - ສຳນັກຂ່າວ Reuters ລາຍງານວ່າ ວັນທີ 23 ສິງຫາ, ສະຫະລັດອາເມລິກາ ໄດ້ສະແດງຄວາມລຳບາກໃຈຢ່າງເລິກເຊິ່ງ ຕໍ່ການແຊກແຊງຂອງຈີນໃນກິດຈະກຳ ນ້ຳມັນອາຍແກັສ ໃນເຂດທະເລຂອງຫວຽດນາມ. ສິ່ງດັ່ງກ່າວເຮັດໃຫ້ປະຊາຄົມສາກົນຕັ້ງຄຳຖາມຢ່າງຈິງຈັງ ຕໍ່ຄຳໝັ້ນສັນຍາຂອງ ປັກກິ່ງ ໃນການແກ້ໄຂການຂັດແຍ້ງທາງທະເລໂດຍ ມາດຕະການສັນຕິພາບ.

ຖະແຫຼງການຂອງກະຊວງການຕ່າງປະເທດສະຫະລັດ ອາເມລິກາ ກ່າວວ່າ ການຈັດສົ່ງກຳປັ່ນສຳຫຼວດ ໂດຍລັດຖະບານຈີນ ພ້ອມດ້ວຍກຳປັ່ນປະກອບອາວຸດເຂົ້າໄປໃນເຂດທະເລ ຂອງຫວຽດນາມໃນວັນທີ 13 ສິງຫາ ແມ່ນການປີນຂັ້ນໄດຄຳຮາມຂອງ ປັກກິ່ງ ຕໍ່ການພັດທະນາຊັບພະຍາກອນໃນ ທະເລຕາເວັນອອກ ຂອງບັນດາປະເທດໃນພາກພື້ນ.

ອາເມລິກາ ສະແດງ ຄວາມລຳບາກໃຈຢ່າງເລິກເຊິ່ງ ເມື່ອ ປະເທດຈີນ ແຊກແຊງເຂົ້າໃນກິດຈະກຳ ນ້ຳມັນ ແລະ ນ້ຳມັນອາຍແກັສ ຂອງຫວຽດນາມ.

ກຳປັ່ນ ໄຮ້ຢາງ 8 (Haizang 8) ແລະ ສືບຕໍ່ການລະເມີດຢ່າງຮ້າຍແຮງຕໍ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ. (ພາບ:thoidai.com.vn)

ກະຊວງການຕ່າງປະເທດສະຫະລັດອາເມລິກາ ກ່າວວ່າ, ໃນອາທິດທີ່ຜ່ານມາ, ຈີນໄດ້ໃຊ້ມາດຕະການເພີ່ມຂື້ນເພື່ອແຊກແຊງກິດຈະກຳ ທາງເສດຖະກິດໄລຍະຍາວ ຂອງບັນດາປະເທດອາຊຽນທີ່ມີປະກາດອະທິປະໄຕໃນທະເລຕາເວັນອອກ. ກະຊວງການຕ່າງປະເທດ ອາເມລິກາ ກ່າວວ່າ "ເປົ້າໝາຍຂອງປັກກິ່ງ ແມ່ນບັງຄັບໃຫ້ປະເທດຕ່າງໆປະຕິເສດທີ່ຈະຮ່ວມມືກັບບໍລິສັດນ້ຳມັນຕ່າງປະເທດ ແລະ ເຮັດວຽກກັບບັນດາ ວິສາຫະກິດລັດຈີນເທົ່ານັ້ນ".

ກະຊວງການຕ່າງປະເທດສະຫະລັດອາເມລິກາ ໃຫ້ຮູ້ວ່າ: ການກະທຳ ຂອງຈີນສາມາດ ເກີດຄວາມທຳລາຍສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ເຮັດໃຫ້ຈຳວາງຄ່າໃຊ້ຈ່າຍທາງດ້ານເສດຖະກິດຕໍ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໂດຍການສະກັດກັ້ນການເຂົ້າໃກ້້ຊັບພະຍາກອນ Hydrocarbon ທີ່ບໍ່ໄດ້ຮັບການຂຸດຄົ້ນ, ຄາດວ່າຈະມີມູນຄ່າ 2,5 ພັນຕື້ໂດລາ.

ກຳປັ່ນຮົບຂອງສະຫະລັດອາເມລິກາ ໄດ້ຈັດການລາດຕະເວນເປັນປະຈຳ ໃນເດີນທະເລຕາເວັນອອກ ເພື່ອທ້າທາຍການຮຽກທວງຂອງຈີນຕໍ່ເຂດນ່ານທະເລທີ່ຍຸດທະສາດ. ໂຄສົກກະຊວງການຕ່າງປະເທດສະຫະລັດອາເມລິກາ ທ່ານນາງ Morgan Ortagus ກ່າວວ່າ ຈີນໄດ້ດັດແປງ ແລະ ຕັ້ງຄ້າຍທະຫານທີ່ມີການຂັດແຍ້ງທາງທະຫານຢູ່ໃນທະເລຕາເວັນອອກ ພ້ອມດ້ວຍຄວາມພະຍາຍາມອື່ນໆເພື່ອຢືນຢັນການຮຽກຮ້ອງທາງທະເລທີ່ຜິດກົດໝາຍ ໃນຕາເວັນອອກ. ໃນນັ້ນລວມນຳໃຊ້ທະຫານທະເລ ເພື່ອຂູ່ເຂັນປະເທດອື່ນ, ທຳລາຍສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.

ອາເມລິກາ ສະແດງ ຄວາມລຳບາກໃຈຢ່າງເລິກເຊິ່ງ ເມື່ອ ປະເທດຈີນ ແຊກແຊງເຂົ້າໃນກິດຈະກຳ ນ້ຳມັນ ແລະ ນ້ຳມັນອາຍແກັສ ຂອງຫວຽດນາມ.

ທ່ານນາງ Morgan Ortagus ໂຄສົກກະຊວງການຕ່າງປະເທດ ອາເມລິກາ ເນັ້ນໜັກ ຈີນຄວນຢຸດຕິການຂູ່ເຂັນ ແລະ ຈຳກັດການສ່ວນຮ່ວມຂອງຕົນໃນກິດຈະກຳ ທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ. (ພາບ:Reuters)

"ສະຫະລັດອາເມລິກາຄັດຄ້ານຢ່າງຮຸນແຮງ ຕໍ່ການກົດຂີ່ຂູດຮີດ ແລະ ການຂົ່ມຂູ່ໂດຍຝ່າຍໃດຝ່າຍໜຶ່ງ ເພື່ອຢັ້ງຢືນຮຽກທວງກຳລັງດິນແດນ ຫລື ເຂດທະເລຂອງຕົນ. ຈີນຄວນຢຸດຕິການຂູ່ເຂັນ ແລະ ຈຳກັດການສ່ວນຮ່ວມຂອງຕົນໃນກິດຈະກຳ ທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ.” ຖະແຫຼງການຂອງກະຊວງການຕ່າງປະເທດອາເມລິກາໄດ້ເນັ້ນໜັກ.

ກ່ຽວຂ້ອງກັບບັນຫານີ້, ຫວຽດນາມໄດ້ຮຽກຮ້ອງໃຫ້ຈີນ ຖອນກຳປັ່ນທັງໝົດ ອອກໄປຈາກເຂດທະເລ ຂອງຫວຽດນາມ. ໂຄສົກກະຊວງການຕ່າງປະເທດ ເລທິ້ທູຮັ່ງ ໄດ້ຖະແຫຼງຂ່າວ ແລະ ຕອບຄືນກ່ຽວກັບການກັບຄືນຂອງກຸ່ມກຳປັ່ນ ໄຮ້ຢາງ 8 (Haizang 8) ແລະ ສືບຕໍ່ການລະເມີດຢ່າງຮ້າຍແຮງຕໍ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ. ທ່ານນາງ ເລທິ້ທູຮັ່ງ ເນັ້ນຫນັກວ່າ: ໃນຊຸມມື້ຜ່ານມາ, ກຸ່ມກຳປັ່ນສຳຫລວດ ໄຮ້ຢາງ 8 ຂອງຈີນ ໄດ້ກັບຄືນ ແລະ ສືບຕໍ່ມີການກະທຳລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ;ຫວຽດນາມ ໄດ້ພົວພັນກັບຝ່າຍຈີນ ກ່ຽວກັບບັນຫານີ້ເປັນ ຫລາຍເທື່ອແລ້ວ, ຮຽກຮ້ອງຈີນ ຢຸດຕິການລະເມີດໃນທັນທີ, ຖອນກຳປັ່ນທັງໝົດອອກຈາກເຂດເຂດຖະກິດຈຳເພາະຂອງຫວຽດນາມ, ບໍ່ມີການກະທຳລະເມີດ ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ ທະເລຕາເວັນອອກກໍຄືຢູ່ ພາກພື້ນ ຫວຽດນາມ ສະເຫນີບັນດາປະເທດກ່ຽວຂ້ອງ ແລະ ປະຊາຄົມສາກົນ ປະກອບສ່ວນຕັ້ງຫນ້າ, ແທດຈິງ ເຂົ້າໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ສັນຕິພາບ, ຄວາມໝັ້ນຄົງໃນພາກພຶ້ື້ນ, ຄວາມປອດໄພການເດີນທະເລ ແລະ ການບິນ, ເຄົາລົບກົດໝາຍວ່າດ້ວຍທະເລ, ເໝາະສົມກັບກົດໝາຍສາກົນ ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982; ຫວຽດນາມ ມີ ພື້ນຖານດ້ານນິຕິທຳ ແລະ ພະຍານຫລັກຖານປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕສຳລັບ ໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ, ສອດຄອ່ງກັບກົດໝາຍສາກົນ. ກ່ຽວກັບການລະເມີດຂອງກຸ່ມກຳປັ່ນໄຮ້ຢາງ 8, ພວກຂ້າພະເຈົ້າໄດ້ເວົ້າເປັນຫລາຍເທື່ອແລ້ວວ່າ ນີ້ແມ່ນເຂດທະເລຂອງຫວຽດນາມ ໄດ້ກຳນົດຕາມສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982.”

(ຄຳຮຸ່ງ)

ເຫດການ