ຫວຽດນາມ ແລະ ສິງກະໂປ ເອກະພາບ ການແກ້ໄຂບັນຫາທະເລຕາເວັນອອກ ໂດຍອີງໃສ່ UNCLOS

12:11 | 16/08/2019

ຍສໝ - ໃນວັນທີ 14 ສິງຫາ, ຢູ່ສິງກະໂປ, ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ Chee Wee Kiong ເລຂາຜູ້ປະຈໍາການກະຊວງການຕ່າງປະເທດສິງກະໂປ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຫວຽດນາມ - ສິງກະໂປ ຄັ້ງທີ 12.

ສອງຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາມາດຕະການຢ່າງລະອຽດ ເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງກວ່າອີກ, ໃນນັ້ນ, ມີເລື່ອງສືບຕໍ່ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນຢູ່ທຸກຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ, ຮັກສາ ແລະເສີມຂະຫຍາຍບັນດາກົນໄກຮ່ວມມື, ດຳເນີນການປຶກສາຫາບືສອງຝ່າຍເປັນປະຈໍາ.

ຫວຽດນາມ ແລະ ສິງກະໂປ ເອກະພາບ ການແກ້ໄຂບັນຫາທະເລຕາເວັນອອກ ໂດຍອີງໃສ່ UNCLOS

ທ່ານ ຫງວຽນກ໊ວກຢູງ ແລະ ທ່ານ Vivian Balakrishman. (ພາບ: baoquocte.vn)

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍໝາກຜົນກອງປະຊຸມລັດຖະມົນຕີເຊື່ອມຕໍ່ສອງພື້ນຖານເສດຖະກິດຄັ້ງທີ 14 ຢູ່ສິງກະໂປ ເປັນຢ່າງດີ (ໃນເດືອນ ມີນາ 2019), ໂດຍສະເພາະຢູ່ໃນບັນດາຂົງເຂດ: ການເງິນ, ຖະແຫຼງຂ່າວສື່ສານ, ການສຶກສາ - ກໍ່ສ້າງ, ການຄົມມະນາຄົມຂົນສົ່ງ, ການລົງທຶນ, ການຄ້າ ແລະການບໍລິການ... ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍໝາກຜົນການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃນໄລຍະຜ່ານມາ.

ກ່ຽວກັບບັນດາບັນຫາທີ່ເກີດຂຶ້ນຢູ່ທະເລຕາເວັນອອກຫວ່າງແລ້ວນີ້, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ຮຽກຮ້ອງໃຫ້ລະງັບໃຈ, ບໍ່ນາບຂູ່ນໍາໃຊ້ກຳລັງອາວຸດ ຫຼື ນໍາໃຊ້ກຳລັງອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີໂດຍອີງໃສ່ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS), ຜັນຂະຫຍາຍຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ ແລະຊຸກຍູ້ການເຈລະຈາເພື່ອບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ ແລະສອດຄ່ອງກັບກົດໝາຍສາກົນ.

ເນື່ອງໃນໂອກາດນີ້, ທ່ານ ຫງວຽນກ໊ວກຢູງ ແລະຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ Vivian Balakrishnan ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ. ທ່ານ Vivian Balakrishnan ຕີລາຄາສູງຕໍ່ບັນດາຜົນງານໃນການພັດທະນາ ແລະທີ່ຕັ້ງຂອງຫວຽດນາມໃນເວທີສາກົນນັບນື້ນັບຍົກສູງຂຶ້ນ, ທ່ານເຊື່ອໝັ້ນຢ່າງແນ່ວແນ່ວ່າ, ຫວຽດນາມ ຈະດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ແລະຄະນະກໍາມະການບໍ່ປະຈໍາສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ປະສົບຜົນສຳເລັດ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.