ຊຸມຊົນສາກົນອອກສຽງ ກ່ຽວກັບບັນດາການກະທຳຜິດກົດໝາຍຂອງ ຈີນ ຢູ່ທະເລຕາເວັນອອກ

11:38 | 12/09/2019

ຍສໝ - ເມື່ອໃຫ້ຂໍ້ສັງເກດກ່ຽວກັບບັນດາການເຄື່ອນໄຫວມໍ່ໆມານີ້ຂອງຈີນ ຢູ່ ທະເລຕາເວັນອອກ, ພິເສດ ພາຍຫລັງ ກຳປັ່ນ ໄຮ້ຢາງ 8 ຂອງຈີນ ລະເມີດເຂດເສດຖະກິດຈຳເພາະ ຂອງຫວຽດນາມ, ຫາງສຽງສາກົນໄດ້ກ່າວປະນາມບັນດາການກະທຳຜິດກົດໝາຍຂອງ ຈີນ

ຫວ່າງແລ້ວນີ້, ປອ Rajaram Panda ຢູ່ ສະພາຕ່ຳ ອິນເດຍ ໄດ້ກ່າວປະນາມ ຈີນ ພວມຊອກຫາວິທີນາບຂູ່ປະເທດນ້ອຍ ບັງຄັບໃຫ້ເຂົາເຈົ້າຕ້ອງປະລະບັນດາສິດອັນຖືກຕ້ອງກັບກົດໝາຍຂອງຕົນ. ນັ້ນແມ່ນການກະທຳບໍ່ອາດຮັບຮູ້ໄດ້ສຳລັບບໍ່ວ່າປະເທດໃດທີ່ປະຕິບັດຕາມກົດໝາຍ ແລະ ຈີນ ພວມລະເມີດກົດໝາຍສາກົນ.

ຕາມ ປອ Panda, ຫວຽດນາມ ມີສິດປົກປັກຮັກສາອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງຕົນ ຍ້ອນສິ່ງນັ້ນ ແມ່ນຖືກຕ້ອງກັບກົດໝາຍຕາມຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ຫວຽດນາມ ກໍ່ມີສິດຊອກຫາການຮ່ວມມືຂອງບໍ່ວ່າປະເທດເພື່ອນມິດໃດໃນວິວັດການຮຽກຮ້ອງກຳປັ່ນຂອງປະເທດທີ່ລະເມີດອອກຈາກບ່ອນນັ້ນ.

ຊຸມຊົນສາກົນອອກສຽງ ກ່ຽວກັບບັນດາການກະທຳຜິດກົດໝາຍຂອງ ຈີນ ຢູ່ທະເລຕາເວັນອອກ

ກຳປັ່ນ ໄຮ້ຢາງ 8 ຂອງຈີນ ລະເມີດເຂດເສດຖະກິດຈຳເພາະ ຂອງຫວຽດນາມ. (ພາບ: Schottel)

ນອກຈາກນັ້ນ, ເວັບໄຊ Eurasia Review ໄດ້ຄັດສະເໜີບົດຂຽນຂອງນັກຂ່າວ ອິນໂດເນເຊຍ ທີ່ຄັດຄ້ານບັນດາການກະທຳຜິດກົດໝາຍຂອງ ຈີນ ຢູ່ທະເລຕາເວັນອອກ, ພິເສດແມ່ນຢູ່ເຂດ ບາຍຕືຈິ໊ງ ຂອງ ຫວຽດນາມ.ບົດຂຽນຢືນຢັນວ່າ ບັນດາການກະທຳໃໝ່ຂອງ ຈີນ ຢູ່ທະເລຕາເວັນອອກ ໄດ້ລະເມີດສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ເຊິ່ງປະເທດນີ້ໄດ້ລົງນາມ ແລະ ແມ່ນສາຍເຫດທີ່ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກຊົ່ວຮ້າຍລົງ. ນັກຂຽນກໍ່ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ຮຽກຮ້ອງ ຈີນ ໂດຍກົງໃຫ້ຖອນບັນດາກ່ຳປັ່ນຂອງເຂົາເຈົ້າອອກຈາກເຂດ ບາຍຕືຈິ໊ງ ໃນທັນ.

ບົດຂຽນຍົກອອກການກະທຳຂອງ ຈີນ ຢູ່ທະເລຕາເວັນອອກ ຖືກບັນດາປະເທດ ແລະ ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານກ່າວປະນາມ. ອາເມລິກາ ໄດ້ຕຳໜິຕິຕຽນບັນດາການກະທຳພຽງລຳພັງຝ່າຍດຽວ, ທີ່ມີລັກສະນະເກາະຜິດຂອງ ຈີນ. ຍີ່ປຸ່ນ, ສະຫະພາບ ເອີຣົບ (ອີຢູ), ຝຣັ່ງ, ເຢຍລະມັນ, ການາດາ, ອົດສະຕາລີ ແລະ ບາງປະເທດອື່ນ ກໍ່ຕຳໜິຕິຕຽນບັນດາການກະທຳພຽງລຳພັງຝ່າຍດຽວຂອງ ຈີນ ຢູ່ທະເລຕາເວັນອອກ ແລະ ຮຽກຮ້ອງໃຫ້ຮັກສາຄວາມເປັນລະບຽບຮຽບຮ້ອຍ ໂດຍອີງໃສ່ກົດໝາຍສາກົນ. ສະມາຄົມທະນາຍຄວາມປະຊາທິປະໄຕສາກົນ (IADL) ກໍ່ຕຳໜິຕິຕຽນ ຈີນ ວ່າໄດ້ລະເມີດບັນດາສິດຖືກຕ້ອງຕາມກົດໝາຍຂອງ ຫວຽດນາມ ຢູ່ເຂດ ບາຍຕືຈິ໊ງ.

ຊຸມຊົນສາກົນອອກສຽງ ກ່ຽວກັບບັນດາການກະທຳຜິດກົດໝາຍຂອງ ຈີນ ຢູ່ທະເລຕາເວັນອອກ

(ພາບປະກອບ: TTXVN)

ຕາມບົດຂຽນຂອງນັກຂ່າວຜູ້ດັ່ງກ່າວ, ເລື່ອງທຳອິດ ແລະ ສຳຄັນທີ່ສຸດ ເຊິ່ງ ອາຊຽນ ແລະ ປະຊາຄົມສາກົນຄວນປະຕິບັດ ເພື່ອສະກັດກັ້ນ ຈີນ ແມ່ນກ່າວປະນາມບັນດາການກະທຳເກາະຜິດພຽງລຳພັງຝ່າຍດຽວຂອງ ຈີນ ເຊິ່ງໄດ້ລະເມີດກົດໝາຍສາກົນທີ່ກ່ຽວຂ້ອງເຖິງເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ແລະຖືວ່າ: ອາຊຽນ ຕ້ອງສາມັກຄີກັນ, ສ້າງຄວາມຮັບຮູ້ລວມໃນກຸ່ມກ່ຽວກັບບັນຫາທະເລຕາເວັນອອກ. ນອກນັ້ນ, ອາຊຽນ ຄວນສົ່ງເສີມການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ແລະ ຫຼີກລ້ຽງການປະທະກັນ, ພ້ອມທັງ ກ້າວໄປເຖິງປະມວນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ຜູກມັດດ້ານນິຕິກຳ, ອີງໃສ່ UNCLOS ແລະ ບັນດາກົດຂໍ້ບັງຄັບສາກົນອື່ນໂດຍໄວ.

ຕີລາຄາບັນດາການກະທຳພຽງລຳພັງຝ່າຍດຽວຂອງ ຈີນ ຢູ່ທະເລຕາເວັນອອກ, ທ່ານປະລິນຍາເອກ Gerhard Will, ນັກຊ່ຽວຊານກ່ຽວກັບທະເລຕາເວັນອອກ ສັງກັດກອງທຶນວິທະຍາສາດ ແລະ ການເມືອງ ເຢຍລະມັນ (SWP) ຖືວ່າ ໃນຊຸມອາທິດຜ່ານມາ, ຈີນ ໄດ້ມີບັນດາການກະທຳລະເມີດກົດໝາຍສາກົນຢູ່ທະເລຕາເວັນອອກຕື່ມອີກ. ຕາມທ່ານປະລິນຍາເອກ Gerhard Will ແລ້ວ, ຈຸດປະສົງຂອງການກະທຳນີ້ ແມ່ນແນໃສ່ເນັ້ນໜັກວ່າ ທະເລຕາເວັນອອກບໍ່ພຽງແຕ່ກ່ຽວຂ້ອງເຖິງຜົນປະໂຫຍດພາກພື້ນເທົ່ານັ້ນ ຫາກຍັງລວມເອົາທັງຜົນປະໂຫຍດສາກົນອີກດ້ວຍ. ນອກນັ້ນ, ເລື່ອງ ເອີຣົບ ອອກຖະແຫຼງການຮ່ວມກ່ຽວກັບທະເລຕາເວັນອອກ ຍັງສະແດງໃຫ້ເຫັນວ່າ ປະຊາຄົມສາກົນປາດຖະໜາຢາກແກ້ໄຂບັນຫານີ້ ຕາມກົດໝາຍສາກົນ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.