ພາຍຫຼັງຫວຽດນາມ, ປະເທດ ຟີລິບປິນ ສົ່ງຈົດໝາຍທາງການທູດ ເພື່ອ ຄັດຄ້ານເລ່ືອງກຳປັ່ນຂອງຈີນ ລ່ວງລະເມີດເຂດທະເລຫຼາຍຄັ້ງ

07:57 | 22/08/2019

ຍສໝ - ຕອນເຊົ້າວັນທີ 19 ສິງຫານີ້, ທ່ານ Locsin ລັດຖະມົນຕີການຕ່າງປະເທດ ຟີລິບປິນ ກ່າວວ່າ ໄດ້ຊີ້ ນຳ ຫ້ອງການກະຊວງການຕ່າງປະເທດ ອາຊີ ປາຊີຟິກ ຟີລິບປີນ (DFA) ສົ່ງຈົດໝາຍຄັດຄ້ານພາຍຫລັງ ຟີລິບປິນໄດ້ຄົ້ນພົບ ກຳປັ່ນຮົບຈີນ ຈຳນວນ 5 ລຳ ເຂົ້າໄປໃນຊ່ອງແຄບທະເລ Sibutu Strait ຂອງແຂວງ Tawi-Tawi ຂອງຟີລິບປິນໃນວັນທີ 4 ກໍລະກົດ ແລະ 4 ສິງຫາ.

ພາຍຫຼັງຫວຽດນາມ, ປະເທດ ຟີລິບປິນ ສົ່ງຈົດໝາຍທາງການທູດ ເພື່ອ ຄັດຄ້ານເລ່ືອງກຳປັ່ນຂອງຈີນ ລ່ວງລະເມີດເຂດທະເລຫຼາຍຄັ້ງ

ລັດຖະມົນຕີວ່າການກະຊວງການຕ່າງປະເທດຟີລິບປິນ ທ່ານ Locsin ສະແດງການປະທ້ວງຢ່າງຮຸນແຮງ ເລ່ືອງກຳປັ່ນຂອງຈີນ ລ່ວງລະເມີດເຂດທະເລຫຼາຍຄັ້ງ. (ພາບ: baothoidai.com.vn)

ລັດຖະມົນຕີວ່າການກະຊວງການຕ່າງປະເທດຟີລິບປິນ ຂຽນວ່າ: "ກະລຸນາສົ່ງຈົດໝາຍທາງການທູດເພື່ອຄັດຄ້ານ; ບອກພວກເຂົາວ່າພວກເຂົາໄດ້ລະເມີດມັນ."

ນີ້ແມ່ນຈົດໝາຍທາງການທີ່ຄັດຄ້ານ ຄັ້ງທີ 2 ຂອງຟີລິບປິນ ເພື່ອຕໍ່ຕ້ານການມີໜ້າຢ່າງ ຜິດກົດໝາຍ ຂອງ ກຳປັ່ນຮົບຈີນ ໃນເຂດສິດພິເສດເສດຖະກິດ (EEZ) ຂອງຟີລິບປິນ. ຖະແຫຼງການຂອງທ່ານ Locsin ມີຂື້ນພາຍຫຼັງທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ ທ່ານ Delfin Lorenzana ຍົກອອກບັນຫາດັ່ງກ່າວ. ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ Delfin Lorenzana ໄດ້ເນັ້ນໜັກເຖິງການ ມີກຳປັ່ນຈີນທີ່ຜິດກົດໝາຍ ໃນເຂດທະເລ ຂອງຟີລິບປິນທີ່ “ເຮັດໃຫ້ຫຼາຍຄົນບໍ່ໂລ່ງໃຈ”.

ພາຍຫຼັງຫວຽດນາມ, ປະເທດ ຟີລິບປິນ ສົ່ງຈົດໝາຍທາງການທູດ ເພື່ອ ຄັດຄ້ານເລ່ືອງກຳປັ່ນຂອງຈີນ ລ່ວງລະເມີດເຂດທະເລຫຼາຍຄັ້ງ

ກຳປັ່ນຂອງຈີນ ເລກໝາຍ 195 ປະກົດຕົວຢູ່ເຂດທະເລ ຂອງຟີລິບປິນ. (ພາບ: baothoidai.com.vn)

ກອງທັບຟີລິບປິນກ່າວວ່າ ນັບແຕ່ເດືອນມິຖຸນາ ເປັນຕົ້ນມາ, ພວກເຂົາໄດ້ກວດພົບ ກຳປັ່ນຮົບຂອງຈີນ ຈຳນວນ 13 ລຳທີ່ ກຳລັງຂ້າມເຂດທະເລ ຂອງຟີລິບປິນ ໂດຍບໍ່ໄດ້ແຈ້ງໃຫ້ເຈົ້າໜ້າທີ່ທ້ອງຖິ່ນຮູ້ລ່ວງໜ້າ.

ກ່ອນນັ້ນ, ໃນວັນທີ 16 ສິງຫາ ຫວຽດນາມ ກໍ່ໄດ້ສົ່ງຈົດໝາຍທາງການທູດ ເພື່ອ ຄັດຄ້ານ ການຝຶກອົບຮົມການທະຫານ ຢ່າງຜິດກົດໝາຍ ຂອງຈີນຢູ່ ໝູ່ເກາະ ຮວ່າງຊາ ຂອງຫວຽດນາມ. ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງຖະແຫຼງການວ່າ ຫວຽດນາມ ໄດ້ປະຊາສຳພັນກັບຈີນ, ຄັດຄ້ານເລື່ອງຈີນ ລະເລີດຢ່າງຮ້າຍແຮງ, ຮຽກຮ້ອງຈີນ ຕ້ອງຖອນກຸ່ມກໍາປັ່ນທັງໝົດດັ່ງກ່າວອອກຈາກເຂດທະເລຂອງຫວຽດນາມ, ເຄົາລົບສິດອະທິປະໄຕ, ສິດອຳນາດສານ, ສິດຕ່າງໆ ແລະຜົນປະໂຫຍດອັນຊອບທໍາ, ຖືກຕາມກົດໝາຍຂອງຫວຽດນາມ, ຕາມສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະກົດໝາຍສາກົນ. ຫວຽດນາມ ກໍ່ຢັ້ງຢືນ ຖືສັນຕິພາບ, ຄວາມໝັ້ນຄົງເປັນສໍາຄັນທີ່ສຸດ, ເຄົາລົບກົດໝາຍຢູ່ທະເລາຕາເວັນອອກ ແລະສະແດງໃຫ້ເຫັນເຈດຕະນາດີໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບກັບຈີນ ເພື່ອຜົນປະໂຫຍດຂອງສອງລັດ, ປະຊາຊົນສອງປະເທດ ແລະເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະສາກົນ, ພ້ອມທັງເດັດດ່ຽວ, ຢຶດໝັ້ນປົກປັກຮັກສາບັນດາສິດ ແລະຜົນປະໂຫຍດອັນຊອບທໍາ, ຖືກຕາມກົດໝາຍຂອງຕົນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.