ການ​ໂອ້​ລົມ​ສົ​ນ​ທະ​ນາ​ທາງ​ອອນ​ລາຍ ລະ​ຫວ່າງ ເລ​ຂາ​ທີ​ໜຶ່ງ​ ສູນ​ກາງຊາວ​ໜຸ່ມກອມ​ມູ​ນິດໂຮ່​ຈີ​ມິນ ແລະ ເລ​ຂາ​ສູນ​ກາງ​ ​ຊາວ​ໜຸ່ມປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ການ​ໂອ້​ລົມ​ສົ​ນ​ທະ​ນາ​ທາງ​ອອນ​ລາຍ ລະ​ຫວ່າງ ເລ​ຂາ​ທີ​ໜຶ່ງ​ ສູນ​ກາງຊາວ​ໜຸ່ມກອມ​ມູ​ນິດໂຮ່​ຈີ​ມິນ ແລະ ເລ​ຂາ​ສູນ​ກາງ​ ​ຊາວ​ໜຸ່ມປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ສອງຝ່າຍກໍ່ສືບຕໍ່ສາມັກຄີກັນ, ສະໜິດຕິດພັນ, ໜູນຊ່ວຍ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາການເຄື່ອນໄຫວພົວພັນຮ່ວມມືຂອງຊາວໜຸ່ມຫຼາຍຝ່າຍໃນພາກພື້ນ ແລະ ໂລກ, ເປັນຕົ້ນແມ່ນກົນໄກຮ່ວມມືຊາວໜຸ່ມ ອາຊຽນ.

ຫ້ອງວ່າການປະທານປະເທດ ຈັດກອງປະຊຸມສະຫລຸບປະຈຳປີ 2020 ແລະ ທິດທາງແຜນການ ປີ 2021

ຫ້ອງວ່າການປະທານປະເທດ ຈັດກອງປະຊຸມສະຫລຸບປະຈຳປີ 2020 ແລະ ທິດທາງແຜນການ ປີ 2021

ຫວ່າງແລ້ວນີ້, ຢູ່ຫ້ອງວ່າການປະທານປະເທດ ໄດ້ຈັດກອງປະຊຸມສະ ຫລຸບປະຈຳປີ 2020 ແລະ ທິດທາງແຜນການປີ 2021, ໂດຍການເປັນປະທານຂອງ ທ່ານ ຄຳເມິງ ພົງທະດີ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະ ເທດ, ມີບັນດາຄະນະພັກ, ຮອງຫົວໜ້າຫ້ອງວ່າການປະທານປະເທດ, ພະນັກງານ-ລັດຖະກອນ ປະ ຈຳຫ້ອງວ່າການປະທານປະເທດເຂົ້າຮ່ວມ.

ຮັດແໜ້ນການພົວພັນມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ - ລາວ ກວ່າອີກ

ຮັດແໜ້ນການພົວພັນມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ - ລາວ ກວ່າອີກ

ຕອນບ່າຍວັນທີ 19 ມີນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ ລາວ ໄດ້ນໍາໜ້າຄະນະພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາ ລາວ ແລະຜູ້ຕາງໜ້າບັນດາອົງການຂອງຫວຽດນາມ ຄຽງຂ້າງສະຖານທູດ ໄປສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດ ລາວ, ອວຍພອນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດ ລາວ ຄົບຮອບ 66 ປີ (22-3-1955 / 22-3-2021).

ໄຊຊະນະທາງເລກ 9 - ພາກໃຕ້ລາວ ປີ 1971 ແມ່ນໜຶ່ງໃນບັນດາເຫດການປະຫວັດສາດທີ່ມີລັກສະນະຍຸດທະສາດ,ສ້າງທ່າ ແລະກໍາລັງແຮງໃຫ້ແກ່ການບຸກໂຈມຕີຄັ້ງໃຫຍ່ໃນລະດູບານໃໝ່ປີ 1975

ໄຊຊະນະທາງເລກ 9 - ພາກໃຕ້ລາວ ປີ 1971 ແມ່ນໜຶ່ງໃນບັນດາເຫດການປະຫວັດສາດທີ່ມີລັກສະນະຍຸດທະສາດ,ສ້າງທ່າ ແລະກໍາລັງແຮງໃຫ້ແກ່ການບຸກໂຈມຕີຄັ້ງໃຫຍ່ໃນລະດູບານໃໝ່ປີ 1975

ຍສໝ - ທາງເລກ 9 - ພາກໃຕ້ລາວ ຍັງແມ່ນບັ້ນຮົບທີ່ມີລັກສະນະຫັນປ່ຽນສະຖານະການ, ແມ່ນໜຶ່ງໃນບັນດາບັ້ນຮົບໃຫຍ່ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນພາລະກິດຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ, ສະແດງໃຫ້ເຫັນສະຕິປັນຍາ, ເຈດຈໍານົງອົງອາດກ້າແກ່ນ, ນໍ້າໃຈຮັກຊາດ, ນໍ້າໃຈພິລະອາດຫານ, ຍອມເສຍສະຫຼະຊີວິດເພື່ອປົກປັກຮັກສາປະເທດຊາດ.

ເຜີຍແຜ່ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ເຜີຍແຜ່ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ໃນ​ວັນທີ 19 ມີນາ 2021 ທີ່ ແຂວງຫລວງພະບາງ, ກົມ​ເສດ​ຖະ​ກິດ ກະ​ຊວງ​ການ​ຕ່າງ​ປະ​ເທດ​ ໄດ້​ຈັດ​ກອງ​ປະ​ຊຸມ​ເຜີຍ​ແຜ່​ ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຫົວຂໍ້: “ການ​ຮ່ວມ​ມືພາກ​ພື້ນ ແລະ ສາ​ກົນ”  ພາຍໃຕ້ການສະໜັບສະໜູນ ຈາກກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຮ່ວມ ຂອງ ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງປະ​ເທດ ແລະ ທ່ານ ນາງ ສິລິພອນ ສຸ ພັນທອງ ຮອງ​ເຈົ້າ​ແຂວງຫລວງພະບາງ, ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ສູນ​ກາງ ແລະ ຂະ​ແໜງ​ການທີ່​ກ່ຽ​ວ​ຂ້ອງ ແຂວງຫລວງນໍ້າທາ, ຜົ້ງສາລີ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ບໍ່ແກ້ວ ແລະ ແຂວງອຸດົມໄຊ.

ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມ ສະພາວັດທະນະທໍາອາຊີ ຄັ້ງທີ 2 ຜ່ານວີດີໂອທາງໄກ

ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມ ສະພາວັດທະນະທໍາອາຊີ ຄັ້ງທີ 2 ຜ່ານວີດີໂອທາງໄກ

ໃນວັນທີ 19 ມີນາ 2021 ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະ ຊຸມສະພາ ວັດທະນະທຳອາຊີ (Asian Cultural Council ຫລື ACC) ຄັ້ງທີ 2, ເຊິ່ງຮ່ວມກັນຈັດຂຶ້ນໂດຍ ສະພາວັດ ທະນະທໍາອາຊີ ແລະ ອົງການພັກ ການເມືອງໃນອາຊີ (ICAPP ໄອແຄັບ).

ຫ້ອງວ່າການສູນກາງພັກ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ຫ້ອງວ່າການສູນກາງພັກ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ຫວ່າງແລ້ວນີ້, ຫ້ອງ​ວ່າການ​ສູນ​ກາງ​ພັກ ​ໄດ້​ຈັດ​ຕັ້ງ​ເຊື່ອມ​ຊຶມ ​ແລະ ຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ​ ປະຕິວັດ​ລາວ ​ໃຫ້​ກຽດ​ເຜີຍ​ແຜ່​ໂດຍ​ ທ່ານ ທອງ​ສະ​ລິດ ມັງໜໍ່​ເມກ ​ເລຂາທິການ​ສູນ​ກາງ​ພັກ, ​ເລຂາ​ຄະນະບໍລິຫານງານ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ​ໂດຍ​ມີ​ພະນັກງານ​ຫລັກ​ແຫ​ລ່ງ, ​ຫົວໜ້າ​ພະ​ແນ​ກ, ຮອງ​ພະ​ແນ​ກ ພາຍ​ໃນ​ຫ້ອງ​ວ່າການ​ສູນ​ກາງ​ພັກ ​ເຂົ້າ​ຮ່ວມ.

ລາວ: ນັບແຕ່ທ້າຍປີ 2020 ຮອດວັນທີ 18 ມີນາ 2021 ມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມທັງໝົດ 156 ຄົນ

ລາວ: ນັບແຕ່ທ້າຍປີ 2020 ຮອດວັນທີ 18 ມີນາ 2021 ມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມທັງໝົດ 156 ຄົນ

ຕາມ ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາວແລ້ວ, ອຳນາດການປົກຄອງ ຕ້ອງເອົາໃຈໃສ່ ວຽກງານສ້າງຂະບວນການ ແລະ ເຮັດສຸຂະສຶກສາໃຫ້ຄວາມຮູ້ ແລະ ຂໍ້ມູນຂ່າວສານ ກ່ຽວກັບການຈຳກັດ ແລະ ຄວບຄຸມໜອນນໍ້າຍຸງລາຍ ໃຫ້ພໍ່ແມ່ປະຊາຊົນ ຮັບຮູ້ເຖິງຜົນຮ້າຍ ແລະ ວິທີປ້ອງກັນ ຈາກຍຸງລາຍ ເປັນພາຫະນຳເຊື້ອ ຖ້າພວກເຮົາ ສາມາດຄວບຄຸມ ໜອນນໍ້າຍຸງລາຍໄດ້ດີ ປະຊາຊົນບັນດາເຜົ່າ ກໍຈະບໍ່ມີ ຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍ.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ

ຫວ່າງແລ້ວນີ້, ທີ່ ຄະນະພົວພັນ ຕ່າງປະເທດສູນກາງພັກ, ທ່ານ ນາງສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ລໍດອຍດຳບາ ກາລ໌ບັດຣັກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ.

ຄະນະສະເພາະກິດ ຢືນຢັນ ສປປ ລາວ ບໍ່ພົບຜູ້ຕິດເຊື້ອເພີ່ມ

ຄະນະສະເພາະກິດ ຢືນຢັນ ສປປ ລາວ ບໍ່ພົບຜູ້ຕິດເຊື້ອເພີ່ມ

ໃນວັນທີ 19 ມີນາ 2021 ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ເພີ່ມ  ມາຮອດປັດຈຸບັນ ເຫັນວ່າສະພາບການລະບາດ ຂອງພະຍາດໂຄວິດ-19 ຂອງແຕ່ລະປະເທດ ໃນທົ່ວໂລກ ຄ່ອຍໆຫລຸດລົງເທື່ອລະໜ້ອຍ ເນື່ອງຈາກຫລາຍປະເທດ ມີມາດຕະການສັກວັກແຊງ ປ້ອງກັນພະ ຍາດ ໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງ ເຊິ່ງກໍເປັນວິທີໜຶ່ງ ທີ່ຈະສາມາດປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດດັ່ງກ່າວໄດ້ ແຕ່ອາດຈະໄດ້ໃຊ້ເວລາ ເພື່ອໃຫ້ການສັກວັກແຊງຄວບຄຸມ, ທົ່ວເຖິງ ແລະ ສາມາດຈຳກັດການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫລືອ 1.8 ລ້ານໂດລາ ເຂົ້າໃນວຽກງານ ເກັບກູ້ລະເບີດ - ສຶກສາ - ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບ

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫລືອ 1.8 ລ້ານໂດລາ ເຂົ້າໃນວຽກງານ ເກັບກູ້ລະເບີດ - ສຶກສາ - ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບ

ຫວ່າງແລ້ວນິີ້, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ເປັນມູນຄ່າປະມານ 1.8  ລ້ານໂດລາສະຫະລັດ ໃຫ້ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ (NGOs)ເພື່ອຈັດຕັ້ງປະຕິບັດ 5 ໂຄງການ ມີ: ໂຄງການເກັບກູ້ລະເບີດ ບໍ່ທັນແຕກທີ່ ແຂວງຊຽງຂວາງ, 2 ໂຄງການສຶກສາທີ່ ແຂວງສະຫວັນນະເຂດ ແລະ ວຽງຈັນ, ໂຄງການທັນຕະແພດ ທີ່ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ໂຄງການຝຶກອົບຮົມວິຊາຊີບ ທີ່ນະຄອນຫລວງວຽງຈັນ.

ຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ ສົມເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ

ຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ ສົມເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ

ຍສໝ - ພາຍຫຼັງກໍ່ສ້າງມາໄດ້ 32 ເດືອນ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກທາງດ້ານດິນຟ້າອາກາດ, ຝົນຕົກ, ແດດຮ້ອນ, ກໍ່ຄືຜົນສະທ້ອນຈາກພະຍາດໂຄວິດ-19... ນັກຮົບແມ່ທັບນ້ອຍ 11 ໄດ້ກໍ່ສ້າງສໍາເລັດເປັນສ່ວນຫຼາຍ, ປະຈຸບັນພວມເຮັດໃຫ້ສໍາເລັດ ແລະຕິດຕັ້ງລາຍລະອຽດສຸດທ້າຍເພື່ອໃຫ້ໄດ້ໃຊ້.

ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ ຟື້ນຟູຊີວິດການເປັນຢູ່ ຫລັງນໍ້າຖ້ວມ ຢູ່ພາກໃຕ້ຂອງລາວ

ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ ຟື້ນຟູຊີວິດການເປັນຢູ່ ຫລັງນໍ້າຖ້ວມ ຢູ່ພາກໃຕ້ຂອງລາວ

ທ່ານ ຢານ ເດລບາເຣີ ໄດ້ກ່າວວ່າ: ໄພນໍ້າຖ້ວມໄດ້ທຳລາຍຜົນຜະລິດເຂົ້າໃນນາ ຢ່າງຫລວງຫລາຍ ເຊິ່ງເປັນສິ່ງຊໍ້າເຕີມໃສ່ຄວາມທ້າທາຍເກົ່າທີ່ມີຢູ່ແລ້ວ ຂອງບັນດາຄອບຄົວທີ່ຢູ່ໃນພື້ນທີ່ ທີ່ພົບກັບບັນຫາການຂາດເຂົ້າກິນເປັນປະຈໍາ ໃນແຕ່ລະປີ.

ຫໍສະພາແຫ່ງຊາດລາວ ເປັນສັນຍາລັກແຫ່ງໄມຕີຈິດມິດຕະພາບລະຫວ່າງສອງປະເທດ ລາວ - ຫວຽດນາມ

ຫໍສະພາແຫ່ງຊາດລາວ ເປັນສັນຍາລັກແຫ່ງໄມຕີຈິດມິດຕະພາບລະຫວ່າງສອງປະເທດ ລາວ - ຫວຽດນາມ

ຍສໝ - ​ໂຄງການ ຫໍສະພາແຫ່ງຊາດລາວ ຫຼັງໃໝ່ ​​ມີ​ເນື້ອ​ທີ່​ທັງ​ໝົດ 23.400 ຕາ​ແມັດ, ​ໃນ​ນັ້ນມີເນື້ອ​ທີ່​ປຸກ​ອາຄານ 7.171 ຕາ​ແມັດ, ກວ້າງ 78 ​ເມັດ, ​ເນື້ອ​ທີ່​ຈອດ​ລົດ ​ແລະທາງ​ສັນຈອນ 9.450 ຕາ​ແມັດສາມາດ​ຈອດ​ລົດ​ໃຫຍ່​ໄດ້ 273 ຄັນ, ລົດ​ເມ 3 ຄັນ, ລົດ​ຈັກ 270 ຄັນ, ​ເປັນ​ອາຄານ 5 ຊັ້ນ, ສູງ 34,6 ​ແມັດ, ສາ​ມາດ​ບັນຈຸ​ໄດ້ 800-1.000 ຄົນ. ສ່ວນ​ຫ້ອງ​ປະຊຸມ​ສຳ​ລັບ ສສຊ ບັນຈຸ​ໄດ້ 433 ຄົນ.  

ນັກລົງທຶນລາວ-ຈີນ ກຽມສ້າງສູນ ການຄ້າຊຸມຊົນ ຢູ່ບຶງທາດຫລວງ

ນັກລົງທຶນລາວ-ຈີນ ກຽມສ້າງສູນ ການຄ້າຊຸມຊົນ ຢູ່ບຶງທາດຫລວງ

ຕາງໜ້າເຊັນສັນຍາການຮ່ວມມື ຄັ້ງນີ້ ໂດຍທ່ານ ນາງ ຫວງ ຊຸຍ ເຫວີນ (Huang Xiu Wen) ຜູ້ອໍານວຍການໂຄງການເສດຖະກິດພິເສດບຶງທາດຫລວງ ແລະ ທ່ານ ອິນທີ ເດືອນສະຫວັນ ຜູ້ອໍານວຍການບໍລິສັດ ກຣີນດີດໂຄເວີລີລາວ, ເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ພ້ອມດ້ວຍພະນັກງານ ແລະ ພາກທຸລະກິດເຂົ້າຮ່ວມ.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບ ບັນດາເອກອັກຄະລັດຖະທູດຕ່າງປະເທດປະຈຳ ສປປ ລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບ ບັນດາເອກອັກຄະລັດຖະທູດຕ່າງປະເທດປະຈຳ ສປປ ລາວ

ເມື່ອບໍ່ດົນມານີ້, ຢູ່ທີ່​​ຄະນະ​ພົວພັນ​ຕ່າງ ປະ​ເທດ​ສູນ​ກາ​ງພັກ, ທ່ານ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ເລຂາທິການສູນກາງພັກ, ຫົວໜ້າ​ຄະນະ​ພົວພັນ​ ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ຕ້ອນ ຮັບການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ ​ທ່ານ ​ເຈດສະດາ ກະຕະເວທິ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ທ່ານ ​​ໂພຣ ແຄລີ (​Paul Kelly), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ.

ລັດຖະມົນຕີຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ

ລັດຖະມົນຕີຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ

ຫວ່າງແລ້ວນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ (ປະເທດປະທານອາຊຽນ ສົກປີ 2021) ແລະ ມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ.

ລາວ: ພາຍໃຕ້ການນຳພາທີ່ສະຫລາດສ່ອງໃສ ແລະ ປີຊາສາມາດຂອງພັກ ເຮັດໃຫ້ປະເທດຊາດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ລາວ: ພາຍໃຕ້ການນຳພາທີ່ສະຫລາດສ່ອງໃສ ແລະ ປີຊາສາມາດຂອງພັກ ເຮັດໃຫ້ປະເທດຊາດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດຄົບຮອບ 66 ປີ ຂອງວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ໃນປີນີ້ ຢູ່ພາຍໃນທາງແຂວງ ໄຊສົມບູນ ພວກເຮົາກໍໄດ້ມີ ຫລາຍຂະບວນການ ເປັນຕົ້ນ ຂະບວນການແຂ່ງຂັນການສ້າງໜ່ວຍພັກ ປອດໃສເຂັ້ມແຂງ ແລະ ໜັກແໜ້ນ, ເຊິ່ງປັດຈຸບັນ ພວກເຮົາພວມ ປະກາດ ແຜນການຮັບຮອງ ແຕ່ລະໜ່ວຍພັກ ປອດໃສເຂັ້ມແຂງໜັກແໜ້ນ ຂອງແຕ່ລະຂະແໜງການ ໂດຍສະເພາະ ພະແນກແຮງງານພວກເຮົາ ກໍໄດ້ຮັບການ ຮັບຮອງແຜນ ສ້າງໜ່ວຍພັກ ປອດໃສເຂັ້ມແຂງໜັກແໜ້ນ ໃນປີ 20201. ນອກຈາກນີ້, ຍັງມີຂະບວນການກິລາ, ສິລະປະ ຕິດພັນກັບຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ, ແຂ່ງຂັນກັນສ້າງຜົນງານ ໃນການປະຕິບັດ ໜ້າທີ່ການເມືອງ ຂອງຕົນ ໃຫ້ມີຜົນສຳ ເລັດໃນປີ 2021 ແລະ ຂ້າພະເຈົ້າຕາງໜ້າ ໃຫ້ການນຳຂອງແຂວງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ແຂວງໄຊສົມບູນ ຂໍອວຍພອນໄຊ ໃຫ້ການນຳ ພັກ-ລັດ ທຸກທ່ານຈົ່ງ ມີສຸຂະພາບເຂັ້ມແຂງ ມີພາລານາໄມທີ່ສົມບູນ ສືບຕໍ່ນຳພາປະເທດຊາດ ໃຫ້ມີການພັດທະນາ ຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.

ສະຫລຸບຖອດຖອນບົດຮຽນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ

ສະຫລຸບຖອດຖອນບົດຮຽນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ຕາງໜ້າໃຫ້ການນໍາພັກ-ລັດ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທຸກຂັ້ນ ພ້ອມດ້ວຍອໍານາດການປົກຄອງ-ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ.

ລາວ: ກອງປະຊຸມວຽກງານຍຸຕິທໍາທົ່ວປະເທດປະຈໍາປີ 2020

ລາວ: ກອງປະຊຸມວຽກງານຍຸຕິທໍາທົ່ວປະເທດປະຈໍາປີ 2020

ກອງປະຊຸມວຽກງານ ຍຸຕິທໍາທົ່ວປະເທດ ປະຈໍາປີ 2020 ໄດ້ໄຂຂຶ້ນໃນລະຫວ່າງ ວັນທີ 10-11 ມີນາ 2021 ທີ່ກະຊວງດັ່ງກ່າວ, ໂດຍມີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທໍາ, ມີບັນດາ ຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ ຍຸຕິທໍາແຂວງ-ນະຄອນຫລວງ ເຂົ້າຮ່ວມ.