ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຊີ້ນຳວຽກງານກະກຽມ ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ແຂວງຈຳປາສັກ

15:03 | 20/04/2021

ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວຊີ້ນຳວຽກງານ ກະກຽມເຜີຍແຜ່ ຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ຢູ່ແຂວງຈຳປາສັກ, ໃນວັນທີ 19 ເມສາ 2021, ທີ່ສຳນັກງານຫ້ອງວ່າການ ແຂວງຈຳປາສັກ, ໂດຍການຕ້ອນຮັບຂອງ ທ່ານ ວິໄລວົງ ບຸດດາຄຳ ກຳ ມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ, ມີບັນດາ ທ່ານ ສະຫາຍ ຄະນະປະຈຳພັກ ແຂວງຈຳປາສັກ ເຂົ້າຮ່ວມ.

ຫ້ອງວ່າການສູນກາງພັກ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຫ້ອງວ່າການສູນກາງພັກ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ
ຢູນີເທວ ຈັດສຳມະນາດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ດີຈີຕອນ ຢູ່ແຂວງຈຳປາສັກ ຢູນີເທວ ຈັດສຳມະນາດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ດີຈີຕອນ ຢູ່ແຂວງຈຳປາສັກ
ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຊີ້ນຳວຽກງານກະກຽມ ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ແຂວງຈຳປາສັກ
ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຊີ້ນຳວຽກງານກະກຽມ ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ແຂວງຈຳປາສັກ

ທ່ານ ວິໄລວົງ ບຸດດາຄຳ ໄດ້ລາຍງານບາງວຽກທີ່ສຳຄັນ ໃນໄຕມາດທີ I ກໍຄື ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 3. ຜົນສຳເລັດໃນ 3 ເດືອນຕົ້ນປີ ໄຕມາດທີ I, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ວຽກກໍ່ສ້າງຮາກຖານການມືອງ, ວຽກງານ 3 ສ້າງພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ແລະ ວຽກງານເສດຖະກິດ-ສັງຄົມ. ສຳລັບການກະກຽມ ເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແມ່ນໄດ້ມີການກະກຽມເນື້ອໃນ ຈິດໃຈຂອງມະຕິ (ບົດລາຍງານການເມືອງ) ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ; ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ (2021-2025); ກົດລະບຽບພັກປະຊາຊົນ ປະຕິວັດລາວ ຄັ້ງທີ XI (ສະບັບປັບປຸງ); ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຂອງແຂວງ (2021-2025) ແລະ ສຳລັບວຽກງານ ຄວບຄຸມພະຍາດໂຄວິດ-19 ຂອງຄະນະສະເພາະກິດຂັ້ນແຂວງ ເລີ້ມແຕ່ຕົ້ນປີ 2020 ມາຮອດ ວັນທີ 16 ເມສາ 2021 ມີຄົນເຂົ້າມາ 3 ດ່ານສາກົນ ທັງໝົດ 108.890 ຄົນ, ມີຄົນລາວ 47.600 ຄົນ ຕ່າງປະເທດ 61.290 ຄົນ ສະເພາະໃນປີ 2021 ມີຄົນເຂົ້າຜ່ານດ່ານສາກົນວັງເຕົ່າ ແລະ ດ່ານສາກົນ ໜອງນົກຂຽນ 22.815 ຄົນ ເຂົ້າມາປະມານ 200-300 ຄົນ/ວັນ ໃນນັ້ນ ເປັນແຮງງານລາວ ເຂົ້າມາວັນລະປະມານ 50-100 ຄົນ, ນອນນັ້ນ ແມ່ນເປັນຄົນຕ່າງປະເທດ ທີ່ຂັບລົດຂົນສົ່ງເຂົ້າ-ອອກແຕ່ລະວັນ ແລະ ໄດ້ເກັບຕົວຢ່າງກວດຊອກຫາເຊື້ອ COVID-19 ຜ່ານມາ ແຂວງຈໍາປາສັກ ມີແຮງງານມາກັກບໍລິເວນ ຢູ່ສູນຂອງແຂວງສະສົມທັງໝົດ 19.003 ຄົນ ໃນປີ 2021 ມີແຮງງານມາກັກ ບໍລິເວນແລ້ວທັງໝົດ 7.106 ຄົນ ປັດຈຸບັນຍັງມີຄົນ ກັກບໍລິເວນ ຢູ່ສູນຫລັກ 21 ເມືອງປະທຸມພອນ ມີ 303 ຄົນ ແລະ ກັກຢູ່ສູນຂອງ 9 ເມືອງ, ສ່ວນບຸກຄົນທີ່ກັກບໍລິເວນຢູ່ 6 ໂຮງແຮມໃນປີ 2021 ສະສົມທັງໝົດ 160 ຄົນ ຍັງເຫລືອກັກບໍລິເວນປະຈຸບັນ 16 ຄົນ.

ໂອກາດນີ້, ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ກຳມະການກົມການ ເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ມີຄຳເຫັນຊີ້ນຳໃນ ການເຜີຍແຜ່ຜົນສຳເລັດ ກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ແຂວງຈຳປາສັກ ຈະຕ້ອງໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນເນື້ອໃນຈິດໃຈທີ່ສຳຄັນຂອງບັນດາມະຕິທີ່ນຳມາເຜີຍແຜ່ເຊື່ອມຊຶມ ແລະ ທັງເປັນການປຸກລະ ດົມ ກຳລັງແຮງ ຂອງທົ່ວສັງຄົມ, ອົງການຈັດຕັ້ງສັງຄົມ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ລວມທັງປະຊາຊົນບັນດາເຜົ່າເຂົ້າຮ່ວມປະກອບສ່ວນຈັດຕັ້ງປະຕິບັດບັນດາມະຕິດັ່ງກ່າວເຂົ້າສູ່ວຽກງານຕົວຈິງ. ນອກນັ້ນ, ຄະນະພັກ ທຸກຂັ້ນຈະຕ້ອງໄດ້ເສີມຂະຫຍາຍຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງ, ກຳນົດແຈ້ງໃນການປະຕິບັດ ບັນດາມາດຕະການຕົວຈິງເພື່ອຮັບປະກັນຍົກສູງຄວາມຮັບຜິດຊອບຂອງສະມາຊິດພັກ. ຕ້ອງມີຄວາມຮັບຜິດຊອບ ຕໍ່ຜົນໄດ້ຜົນເສຍ ໃນການປະຕິບັດໜ້າທີ່, ເສີມຂະຫຍາຍຢ່າງແຂງແຮງ ໃນການຄົ້ນຄວ້າຄົ້ນຄິດ, ກ້າເຮັດກ້າຮັບ ຜິດຊອບ ຕາມຂອບເຂດ ສິດຂອງຕົນ.

ໄຂກອງປະຊຸມສະໄໝສາມັນເມື່ອທີ XI, ສະພາແຫ່ງຊາດຊຸດທີ XIV ໄຂກອງປະຊຸມສະໄໝສາມັນເມື່ອທີ XI, ສະພາແຫ່ງຊາດຊຸດທີ XIV

ກອງປະຊຸມສະໄໝສາມັນເທື່ອທີ XI, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ຈະໄຂຂຶ້ນໃນຕອນເຊົ້າວັນທີ 24 ເມສາ.

ບັນດາທ້ອງຖິ່ນຫວຽດນາມ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ບັນດາທ້ອງຖິ່ນຫວຽດນາມ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ຕັດສິນໃຈປະຕິບັດມະຕິດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃຫ້ເປັນຢ່າງດີ

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI

ຍ​ສ​ໝ - ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາສໍາຄັນດັ່ງນີ້: ຕີລາຄາຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ປຶກສາຫາລື ກ່ຽວກັບຄວາມຮັບຜິດຊອບຂອງສູນກາງ ຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ວາງອອກ, ຮັບຮອງເອົາແຜນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.

kpl.gov.la

ເຫດການ
302 Found

Found

The document has moved here.