ລາວ: ປັດຈຸບັນມີຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍທັງໝົດ 4 ຄົນ ນະຄອນຫລວງວຽງຈັນ 3 ຄົນ ແລະ ຢູ່ຈຳປາສັກ 1 ຄົນ

11:11 | 19/04/2021

ໃນວັນທີ 14 ເມສາ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ໃຫ້ຖະແຫລງກ່ຽວກັບການເຝົ້າລະວັງ, ຄວບຄຸມ ປ້ອງກັນ ແລະ ແກ້ໄຂ ພະຍາດໂຄວິດ-19 ໃນ ສປປ ລາວ.

ການສົ່ງອອກສິນຄ້າຂອງຫວຽດນາມ ໄດ້ເພີ່ມຂຶ້ນ 6,9% ເຊິ່ງແມ່ນຕົວເລກທີ່ໜ້າປະເອີບໃຈ ການສົ່ງອອກສິນຄ້າຂອງຫວຽດນາມ ໄດ້ເພີ່ມຂຶ້ນ 6,9% ເຊິ່ງແມ່ນຕົວເລກທີ່ໜ້າປະເອີບໃຈ
ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ
undefined
ພາບປະກອບ

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກໄດ້ລາຍງານບາງຕອນ ວ່າ: ໃນວັນທີ 13 ເມສາ 2021 ມີຜູ້ເດີນທາງເຂົ້າມາ ສປປ ລາວ ຜ່ານດ່ານຕ່າງໆ ທັງໝົດ 2.095 ຄົນ, ເຊິ່ງທັງໝົດແມ່ນໄດ້ຜ່ານການກວດວັດແທກອຸນຫະພູມ ແລະ ນຳສົ່ງຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ແລະ ຜ່ານການເກັບຕົວຢ່າງມາກວດໃນວັນທີ 13 ເມສາ 2021 ທັງໝົດ 524 ຕົວຢ່າງ ຜົນກວດເຫັນວ່າ ພົບ 1 ຕົວຢ່າງ ມີເຊື້ອໂຄວິດ-19 ທີ່ມີລາຍລະອຽດດັ່ງນີ້,ກໍລະນີຢັ້ງຢືນທີ 53: ເພດຍິງ, ອາຍຸ 25 ປີ, ສັນຊາດ ລາວ, ອາຊີບ ຂາຍອາຫານຕາມສັ່ງຢູ່ເຂດຫົວລຳໂພງ, ກຸງເທບ, ປະເທດໄທ.

ວັນທີ 07 ເມສາ 2021 ຜູ້ກ່ຽວເດີນທາງ ມາ ສປປ ລາວ ຜູ້ດຽວ, ໂດຍຂຶ້ນລົດຢູ່ສະຖານນີໝໍຊິດ ຈາກນັ້ນລົດອອກປະມານ 19:00 ໂມງ. ວັນທີ 08 ເມສາ 2021 ໄດ້ເດີນທາງມາຮອດດ່ານວັງເຕົ່າຢູ່ອຸບົນລາດສະທານີ ປະມານ 06 ໂມງເຊົ້າ ແລະ ໄດ້ນັ່ງລໍຖ້າຈົນຮອດປະມານ 07:30 ໂມງເຊົ້າ ຈຶ່ງຂ້າມດ່ານດັ່ງກ່າວ ເຂົ້າມາ ສປປ ລາວ ໂດຍໄດ້ໃສ່ຜ້າອັດປາກ ແລະ ດັງຕະຫລອດເວລາ ນັບແຕ່ມື້ເດີນທາງ. ຫລັງຈາກນັ້ນ ໄດ້ຖືກເກັບຕົວຢ່າງສົ່ງກວດໃນຕອນເຊົ້ານັ້ນ ແລະ ຮອດຕອນບ່າຍ ກໍ່ໄດ້ຖືກສົ່ງມາຕິດຕາມຢູ່ສູນຫລັກ 21, ເມືອງປະທຸມພອນ ວັນທີ 08-13 ເມສາ 2021 (ຈໍານວນ 06 ວັນ). ຜູ້ກ່ຽວໄດ້ນອນຢູ່ສູນຫລັກ 21 ຮ່ວມກັນກັບຜູ້ອື່ນໃນຫ້ອງດຽວກັນທັງໜົດ 18 ຄົນ (ເປັນເພດຍິງທັງໜົດ). ການກິນເຂົ້າກິນນໍ້າ ແມ່ນຜູ້ກ່ຽວໄດ້ກິນແຍກຕ່າງຫາກ ແລະ ກິນຜູ້ດຽວຕະຫລອດເວລາ. ວັນທີ 13 ເມສາ 2021 ເວລາ 14:00 ໂມງ, ຜົນກວດຢັ້ງຢືນ ແມ່ນພົບເຊື້ອ COVID-19. ເວລາ 16:00 ໂມງ, ຈຶ່ງໄດ້ນໍາເອົາຜູ້ກ່ຽວຍ້າຍເຂົ້າມາປີ່ນປົວຢູ່ສູນໂພນທອງ ຫລັງກວດພົບເຊື້ອທາງທີມແພດກໍ່ໄດ້ລົງເກັບຕົວຢ່າງອີກ 18 ຄົນ ທີ່ນອນພັກຢູ່ຫ້ອງດຽວກັນທີ່ສູນຈຳກັດບໍລິເວນ ແຕ່ບໍ່ພົບເຊື້ອ ແລະ ສືບຕໍ່ໃຫ້ພວກກ່ຽວກັກຕົວ.

ປັດຈຸບັນມີຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍທັງໝົດ 4 ຄົນ ນະຄອນຫລວງວຽງຈັນ 3 ຄົນ ແລະ ຢູ່ຈຳປາສັກ 1 ຄົນ, ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທັງໝົດຈຳນວນ 42 ສູນ ແລະ ມີຜູ້ກັກຕົວທັງໝົດ 4.217 ຄົນ.

ຍູ້ແຮງການຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ ຫວຽດນາມ-ສິງກະໂປ ຍູ້ແຮງການຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍ ຫວຽດນາມ-ສິງກະໂປ

ລັດຖະມົນຕີທັງສອງທ່ານໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນຊຸກຍູ້ການຄ້າ ແລະການລົງທຶນສອງຝ່າຍ, ເພີ່ມທະວີການຮ່ວມມືໃນຂົງເຂດອື່ນໆ, ກໍ່ຄືຍູ້ແຮງການຮ່ວມມືໃນຂອບເຂດອາຊຽນ ແລະເວທີປາໄສຫຼາຍຝ່າຍ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ພາກພື້ນ.

ພິທີບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ 2021: ມີການເຄື່ອນໄຫວຕອບບຸນແທນຄຸນຫຼາຍຢ່າງຕໍ່ບັນພະບຸລຸດ, ມຸ່ງໄປເຖິງກົກເຄົ້າເຫງົ້າກໍ ພິທີບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ 2021: ມີການເຄື່ອນໄຫວຕອບບຸນແທນຄຸນຫຼາຍຢ່າງຕໍ່ບັນພະບຸລຸດ, ມຸ່ງໄປເຖິງກົກເຄົ້າເຫງົ້າກໍ

ຈຸດສຸມຂອງງານບຸນແມ່ນພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ ຕາມປະເພນີທີ່ເປັນມູນເຊື້ອ ນັບແຕ່ເວລາ 7 ໂມງຂອງວັນທີ 21 ເມສາ (ກົງກັບວັນທີ 10 ມີນາ ໄລ່ຕາມຈັນທະປະຕິທິນ).

ຮັບປະກັນຄວາມປອດໄພ ແລະ ສິດໃນການເຂົ້າເຖິງບໍລິການດ້ານການແພດ ແລະ ການສຶກສາສຳລັບຊາວຫວຽດນາມຢູ່ອາເມລິກາ ຮັບປະກັນຄວາມປອດໄພ ແລະ ສິດໃນການເຂົ້າເຖິງບໍລິການດ້ານການແພດ ແລະ ການສຶກສາສຳລັບຊາວຫວຽດນາມຢູ່ອາເມລິກາ

ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ ຮ່າກິມຫງອກ ໄດ້ມີການໂອ້ລົມສົນທະນາທາງຖ່າຍທອດສົດກັບ ຜູ້ແທນສະພາຕ່ຳອາເມລິກາ ທ່ານ Joaquin Castro - ປະທານຮ່ວມກຸ່ມອາຊຽນປະຈຳສະພາອາເມລິກາ, ປະທານອະນຸກຳມະການພັດທະນາສາກົນ, ອົງການຈັດຕັ້ງສາກົນ ແລະ ຜົນກະທົບທາງສັງຄົມຂອງທຸລະກິດທົ່ວໂລກ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.