ສ​ປ​ປ.ລາວ ​ອອກ​ຂໍ້​ຕົ​ກ​ລົງ​ປິດ​ການ​ເດີນ​ທາ​ງ​ເຂົ້າ​ອອກ​ນະ​ຄອນຫຼວງວຽງ​ຈັນ

16:35 | 22/04/2021

ສປປ ລາວ ອອກຂໍ້ຕົກລົງປິດການເດີນທາງເຂົ້າອອກນະຄອນຫຼວງ ວຽງຈັນ ເປັນການຊົ່ວຄາວ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19. ຂໍ້ຕົກລົງດັ່ງກ່າວ ເລີ່ມປະຕິບັດແຕ່ເວລາ 6 ໂມງ 00 ນາທີ ຂອງວັນທີ 22 ເມສາ ຫາເວລາ 24 ໂມງຂອງວັນທີ 5 ພຶດສະພາ.

ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ ສປ ຈີນ ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ ສປ ຈີນ
ຫວຽດ​ນາມ ແລະ ໄຕ​ຫວັນ (ຈີ​ນ) ລົງ​ນາມ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ແຫຼ່ງ​​ຊັບ​ພະ​ຍາ​ກອນ​ມະ​ນຸດ ທີ່​ມີ​ຄຸນ​ນະ​ພາ​ບ​ສູງ ຫວຽດ​ນາມ ແລະ ໄຕ​ຫວັນ (ຈີ​ນ) ລົງ​ນາມ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ແຫຼ່ງ​​ຊັບ​ພະ​ຍາ​ກອນ​ມະ​ນຸດ ທີ່​ມີ​ຄຸນ​ນະ​ພາ​ບ​ສູງ
ສ​ປ​ປ.ລາວ ​ອອກ​ຂໍ້​ຕົ​ກ​ລົງ​ປິດ​ການ​ເດີນ​ທາ​ງ​ເຂົ້າ​ອອກ​ນະ​ຄອນຫຼວງວຽງ​ຈັນ
ດ່ານກວດຄົນເຂົ້າອອກນະຄອນຫຼວງ ວຽງຈັນ

ບຸກຄົນທີ່ປະຕິບັດໜ້າທີ່ ແລະ ຂົນສົ່ງສິນຄ້າ ທີ່ໄດ້ຮັບການອະນຸຍາດຈາກ ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ໂຄວິດ - 19 ຈຶ່ງຈະໄດ້ເຂົ້າ - ອອກນະຄອນຫຼວງ ສ່ວນປະຊາຊົນນະຄອນຫຼວງ ຈະໃຫ້ອອກຈາກເຮືອນ ກໍພຽງແຕ່ເມື່ອໄປຊື້ເຄື່ອງໃຊ້ສອຍທີ່ຈຳເປັນ. ລາວ ກໍສືບຕໍ່ປິດປະຕູດ່ານຊາຍແດນສາກົນ, ດ່ານປະເພນີ ທາງບົກ ແລະ ທາງນ້ຳ ທີ່ຕິດກັບບັນດາປະເທດໃກ້ຄຽງ ເຊິ່ງໂລກລະບາດພວມແຜ່ລະບາດໃນຊຸມຊົນ, ເວັ້ນເສຍແຕ່ກໍລະນີຈຳເປັນ ແລະ ບັນດາການເຄື່ອນໄຫວຂົນສົ່ງສິນຄ້າ ທີ່ໄດ້ຮັບການອະນຸຍາດ; ສືບຕໍ່ປິດປະຕູບັນດາສະຖານທີ່ບັນເທີງ, ຮ້ານຄາຣາໂອເກະ, ພັດທະຄານ, ຮ້ານກາເຟອີນເຕີແນັດ, ຮ້ານນວດ, ສູນຟິດເນັດ ແລະ ສູນກິລາ ໃນຂອບເຂດທົ່ວປະເທດ.

ລັດຖະບານ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການປິດການເດີນທາງເຂົ້າອອກນະຄອນຫຼວງ ວຽງຈັນ ພາຍຫຼັງທີ່ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 26 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນເວລາ 24 ຊົ່ວໂມງຜ່ານມາ. ນີ້ແມ່ນຄັ້ງທຳອິດ ທີ່ລາວ ຢັ້ງຢືນມີຈຳນວນຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ພາຍໃນວັນຢູ່ໃນລະດັບ 2 ຕົວເລກ ນັບແຕ່ເມື່ອໂລກລະບາດແຜ່ລະບາດຢູ່ປະເທດນີ້ ໃນເດືອນ ມີນາ 2020 ມານີ້.

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຈຳກັດທຸກການກະທຳ ເຮັດໃຫ້ສະພາບການຢູ່ ໂຊມາລີ ສັບສົນຂຶ້ນຕື່ມ ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຈຳກັດທຸກການກະທຳ ເຮັດໃຫ້ສະພາບການຢູ່ ໂຊມາລີ ສັບສົນຂຶ້ນຕື່ມ

ວັນທີ 20 ເມສາ ຕາມເວລາ ນິວຢອກ ທ່ານເອກອັກຄະລັດຖະທູດ ດັ້ງດິງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເປັນປະທານກອງປະຊຸມສົນທະນາຢ່າງບໍ່ເປັນທາງການຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່ຽວກັບວິວັດທະນາການເລືອກຕັ້ງ ແລະ ສະພາບຄວາມສະຫງົບຢູ່ ໂຊມາລີ.

ການພົບປະມິດຕະພາບເນື່ອງໃນໂອກາດ 50 ປີແຫ່ງວັນເຊັນສົນທິສັນຍາສັນຕິພາບປະຊາຊົນຫວຽດນາມ - ອາເມລິກາ ການພົບປະມິດຕະພາບເນື່ອງໃນໂອກາດ 50 ປີແຫ່ງວັນເຊັນສົນທິສັນຍາສັນຕິພາບປະຊາຊົນຫວຽດນາມ - ອາເມລິກາ

ຍສໝ - ໃນວັນທີ 20 ເມສາ, ສະມາຄົມຫວຽດນາມ - ອາເມລິກາ (ສັງກັດສະຫະພັນບັນດາອົງການມິດຕະພາບຫວຽດນາມ) ໄດ້ສົມທົບກັບຄະນະກຳມະການສະເຫຼີມສະຫຼອງສັນຕິພາບຫວຽດນາມ ຂອງອາເມລິກາ ໄດ້ຈັດການພົບປະມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາສັນຕິພາບປະຊາຊົນຫວຽດນາມ - ອາເມລິກາ ( 1971 - 2021).

ຫວຽດນາມ ນັບມື້ນັບສວມບົດບາດສຳຄັນກວ່າຢູ່ສະຫະປະຊາຊາດ ຫວຽດນາມ ນັບມື້ນັບສວມບົດບາດສຳຄັນກວ່າຢູ່ສະຫະປະຊາຊາດ

ຍສໝ - ໃນວັນທີ 19 ເມສາ 2021,ຈຸດພົ້ນເດັ່ນສຳຄັນທີ່ສຸດໃນເດືອນ ເມສາ ໂດຍຫວຽດນາມ, ປະທານສະພາຄວາມໝັ້ນຄົງ, ສະເໜີກ່ຽວກັບ “ເພີ່ມທະວີການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົນທະນາໃນການສະກັດກັ້ນການປະທະກັນ” ໂດຍທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເປັນປະທານ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.

vovworld.vn

ເຫດການ
302 Found

Found

The document has moved here.