ເພື່ອແນໃສ່ໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ກຳລັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນແນວໜ້າ, ສູນກາງສະພາກາແດງ ຫວຽດນາມ ໄດ້ຜັນຂະຫຍາຍຍຸດທະສາດ “ເຊື່ອມຕໍ່ປະຊາຄົມ - ຜ່ານຜ່າສິ່ງທ້າທາຍ” ຊື່ງໄດ້ປະຕິບັດແຕ່ເດືອນສິງຫາ ຫາເດືອນພະຈິກ ປີ 2021.
ຍສໝ - ໂດຍໄດ້ຮັບການມອບສິດຈາກການນຳກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນຈັດຕະວາ ຫງວຽນຮຸ່ງທັ້ງ, ຮອງຫົວໜ້າ, ເສນາທິການໃຫຍ່ກົມໃຫຍ່ພະລາທິການເນັ້ນໜັກວ່າ ຫວຽດນາມ ແລະ ກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດຕິດພັນ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ.
ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ, ທ່ານຮອງປະທານາທິບໍດີ , ລັດຖະມົນຕີກະຊວງການຕ່າງປະເທດ ສະວິດ Ignazio Cassis ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫ່ວາງວັນທີ 4 - 6 ສິງຫາ 2021.
ເປົ້າໝາຍໄດ້ຮັບຜົນປະໂຫຍດຂອງຍຸດທະສາດ ແມ່ນຜູ້ຕິດເຊື້ອຕິດພະຍາດອັນຕະລາຍ, ເດັກນ້ອຍກຳພາ, ຜູ້ມີອາຍຸສູງບໍ່ມີບ່ອນພັກພາອາໄສ, ຜູ້ບໍ່ມີເຮືອນຊານບ້ານຊ່ອງ, ແຮງງານຕ່າງແຂວງບໍ່ມີວຽກເຮັດງານທຳ, ປະສົບກັບຄວາມຫຍຸ້ງຍາກ, ປັດຈຸບັນພວມພັກເຊົ່າຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ.
ຍສໝ - ພາຍຫຼັງການກໍ່ສ້າງໂດຍດ່ວນມາເປັນເວລາ ກ່ວາ 1 ເດືອນ, ໂຮງໝໍພາກສະໜາມຟື້ນຟູສຸຂະພາບໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ທີ່ມີອາການໜັກ ແລະ ສຸກເສີນ ໄດ້ສຳເລັດ ແລະ ນຳເຂົ້າສູ່ການເຄື່ອນໄຫວ.
ຍສໝ - ຕາມຕົວເລກສະຖິຕິຂອງກົມຮ່ວມມືສາກົນ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມແລ້ວ, ປັດຈຸບັນ ຫວຽດນາມ ມີນັກສຶກສາ ປະມານ 190.000 ຄົນທີ່ພວມຮ່ຳຮຽນ, ຄົ້ນຄ້ວາ ຢູ່ຕ່າງປະເທດ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19.
ໄລ່ຮອດເວລາ 1 ໂມງຂອງວັນທີ 30 ສິງຫາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 217,2 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,514 ລ້ານຄົນເສຍຊີວິດ.
ຍສໝ - ເຊົ້າວັນທີ 21 ກັນຍາ, ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ນະຄອນຮ່າໂນ້ຍ ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ທ່ານ Andrey Pavlovich Shulydin (ສັນຊາດ ລັດເຊຍ), ໂດຍແມ່ນຄູສອນພາສາລັດເຊຍ ຢູ່ ຮ່າໂນ້ຍ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ທ່ານ Andrey ຕ້ອງເສຍວຽກເຮັດງານທຳ (ນັບແຕ່ເດືອນມີນາ/2021) ແລະ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນຊີວິດການເປັນຢູ່...
ຍສໝ - ຕາມນັ້ນແລ້ວ, ສະຫະພັນໃຫຍ່ແຮງງານຫວຽດນາມ ກໍ່ສະເໜີໜູນຊ່ວຍເງິນສົດໃຫ້ແກ່ຜູ້ອອກແຮງງານທີ່ຕ້ອງຢຸດເຮັດວຽກ ຍ້ອນແມ່ນເປົ້າໝາຍຕ້ອງແຍກປ່ຽວ 14 ວັນຂຶ້ນໄປ ຢູ່ສະຖານທີ່ແຍກຕົວລວມໝູ່ (ກໍລະນີ F1) ຫຼື ແຍກຕົວຢູ່ເຮືອນ (ກໍລະນີ F2) ຫຼືໃນບັນດາເຂດທີ່ຖືກຈຳກັດການເຂົ້າອອກຕາມຄຳຮຽກຮ້ອງຂອງອົງການແຫ່ງລັດ ທີ່ມີສິດອຳນາດ ແມ່ນໜູນຊ່ວຍເງິນໃຫ້ແກ່ຜູ້ອອກແຮງງານທີ່ຕ້ອງຢຸດເຮັດວຽກໃນເວລາ 14 ວັນ, ແຕ່ເງິນເດືອນຢຸດງານຕ່ຳກ່ວາເງິນເດືອນຕ່ຳສຸດໃນເຂດ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຖືວ່າ: ຈຸດເວລານີ້ ຄວນປຸກລະດົມແຫຼ່ງກຳລັງຮັບມືຢ່າງສູງສຸດ ແລະ ເດັດດ່ຽວແກ້ໄຂບັນດາກໍລະນີເຂົ້າເມືອງຢ່າງຜິດກົດໝາຍໃຫ້ເຂັ້ມງວດ.
ຍສໝ - ໜັງສືພິມ Manila Times ຂອງ ຟີລິບປິນ ສະບັບອອກວັນທີ 3 ທັນວາ ໄດ້ລົງບົດຂຽນທີ່ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການສະກັດກັ້ນວິກິດການໂລກລະບາດໂຄວິດ - 19.
ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 28 ຕຸລາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 245,7 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 4,98 ລ້ານຄົນ.
ໃນວັນທີ 13 ມັງກອນ 2021, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ວັນທີ 1-11 ມັງ ກອນ 2021 ມີລາຍງານກໍລະນີຄົນເຂົ້າມາ ສປປ ລາວ ບໍ່ຖືກລະບຽບ ໂດຍໃຊ້ເຮືອນ້ອຍ ຂ້າມມາຈາກປະເທດເພື່ອບ້ານ ຜ່ານເຂດເມືອງສັງທອງ, ນະຄອນຫລວງວຽງຈັນ, ມີທັງໝົດ 10 ຄົນ, ໃນນັ້ນ ເປັນເພດຊາຍ 7 ຄົນ, ທັງໝົດ ແມ່ນຖືກນຳເຂົ້າໄປຈຳກັດບໍລິເວນຢູ່ ສູນທີ່ຄະນະສະເພາະກິດກຳນົດໄວ້.
ຍສໝ - ຕອນບ່າຍວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ, ສະພາໃຫ້ຄຳປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ໄດ້ສົມທົບກັບສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍຫວຽດນາມ, ອົງການພັດທະນາສາກົນອາເມລິກາ ໄດ້ຈັດກອງປະຊຸມ “ປະກອບແນວຄວາມຄິດກ່ຽວກັບການປະຕິຮູບລະບຽບການບໍລິຫານ ຊ່ວຍໃຫ້ວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດພາຍຫຼັງໂລກລະບາດໂຄວິດ- 19”.
ຍສໝ - ມາຮອດປະຈຸບັນ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດໄດ້ສົ່ງເງິນກວ່າ 60 ຕື້ດົ່ງ ພ້ອມກັບອຸປະກອນການແພດ ແລະ ຜະລິດຕະພັນຫຼາຍຢ່າງ ເພື່ອໜູນຊ່ວຍວຽກງານປ້ອງກັນ, ຄວບຄຸມໂລກລະບາດພາຍໃນປະເທດ.
ຕອນເຊົ້າວັນທີ 3 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ໄປຍັງລັດ ປີນາງ ມອບຂອງຂວັນຈຳນວນ 100 ພູດ ເພື່ອໜູນຊ່ວຍພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ທີ່ນີ້ ພວມປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19.
ປັດຈຸບັນ ຫວຽດນາມມີຜູ້ຕິດເຊື້ອ 1070 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 35 ຄົນເສຍຊີວິດ.
ຍສໝ - ສະຫະພັນໃຫຍ່ແຮງງານຫວຽດນາມ ຫາກໍ່ປະກາດຂຊ້ຕົກລົງວ່າດ້ວຍການຈ່າຍບ້ວງເງິນ ເພື່ອສະໜັບສະໜູນເດັກກຳພ້າ ເຊິ່ງພໍ່ແມ່ເປັນສະມາຊິກອົງການກຳມະບານ ທີ່ເສຍຊີວິດຍ້ອນພະຍາດໂຄວິດ -19.
ຍສໝ - ວັນທີ 5 ກັນຍາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຢູ່ນະຄອນຮ່າໂນ້ຍ ໄດ້ສົມທົບກັນມອບຂອງຂວັນ 154 ພູດ (ເຄື່ອງໃຊ້ທີ່ຈຳເປັນ, ອຸປະກອນການແພດ ແລະ 500.000 ດົ່ງ) ໃຫ້ແກ່ນັກສຶກສາກຳປູເຈຍທີ່ພວມຮຽນຢູ່ບັນດາມະຫາວິທະຍາໄລໃນບໍລິເວັນນະຄອນຮ່າໂນ້ຍທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດ COVID-19.
ຍສໝ - ວັນທີ 12 ສິງຫາ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ - ກະຊວງການຕ່າງປະເທດໄດ້ປະສານສົມທົບກັບຄະນະກຳ ມະການຊາວຫວຽດນາມຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ເພື່ອຈັດຕັ້ງໂຄງການ: “ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈກັບນະຄອນໂຮ່ຈີມິນ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ -19”.