ມອບປຶ້ມຝາກເງິນປະຢັດກຳມະບານຫວຽດນາມ ໃຫ້ເດັກກໍາພ້າທີ່ມີພໍ່ແມ່ທີ່ເສຍຊີວິດ ຍ້ອນພະຍາດໂຄວິດ -19

12:17 | 25/10/2021

ຍສໝ - ສະຫະພັນໃຫຍ່ແຮງງານຫວຽດນາມ ຫາກໍ່ປະກາດຂຊ້ຕົກລົງວ່າດ້ວຍການຈ່າຍບ້ວງເງິນ ເພື່ອສະໜັບສະໜູນເດັກກຳພ້າ ເຊິ່ງພໍ່ແມ່ເປັນສະມາຊິກອົງການກຳມະບານ ທີ່ເສຍຊີວິດຍ້ອນພະຍາດໂຄວິດ -19.

"ອ້ອມແຂນແຫ່ງຄວາມຮັກ - ປະເທດຊາດເປັນຈິດໜຶ່ງໃຈດຽວ, ເອົາຊະນະພະຍາດໂຄວິດ -19"
ບັນດາອົງການຈັດຕັ້ງບໍ່ຂື້ນກັບລັດຖະບານຕ່າງປະເທດ ຮ່ວມແຮງຮ່ວມໃຈກັບສະຫະພັນມິດຕະພາບດົ່ງນາຍເພື່ອປ້ອງກັນ ແລະຄວບຄຸມພະຍາດໂຄວິດ -19 ບັນດາອົງການຈັດຕັ້ງບໍ່ຂື້ນກັບລັດຖະບານຕ່າງປະເທດ ຮ່ວມແຮງຮ່ວມໃຈກັບສະຫະພັນມິດຕະພາບດົ່ງນາຍເພື່ອປ້ອງກັນ ແລະຄວບຄຸມພະຍາດໂຄວິດ -19
ມອບປຶ້ມຝາກເງິນປະຢັດກຳມະບານຫວຽດນາມ ໃຫ້ເດັກກໍາພ້າທີ່ມີພໍ່ແມ່ທີ່ເສຍຊີວິດ ຍ້ອນພະຍາດໂຄວິດ -19

ມອບປຶ້ມຝາກເງິນປະຢັດກຳມະບານຫວຽດນາມ ໃຫ້ເດັກກໍາພ້າທີ່ມີພໍ່ແມ່ທີ່ເສຍຊີວິດ ຍ້ອນພະຍາດໂຄວິດ -19.

ຕາມນັ້ນແລ້ວ, ປຶ້ມຝາກເງິນປະຢັດ ແຕ່ລະຫົວມີມູນຄ່າ 10 ແລະ 20 ລ້ານດົ່ງ/ນ້ອງ. ຄ່າໃຊ້ຈ່າຍ ແມ່ນໄດ້ມາຈາກແຫຼ່ງການເງິນສະສົມຂອງສະຫະພັນໃຫຍ່ແຮງງານ ແລະ ການຫັນເປັນລັກສະນະສັງຄົມຂອງຫວຽດນາມ.

ຕາມຂໍ້ຕົກລົງດັ່ງກ່າວ, ເດັກກຳພ້າທີ່ມີອາຍຸຕ່ຳກວ່າ 16 ປີ ເຊິ່ງພໍ່ ຫຼື ແມ່ເປັນສະມາຊິກອົງການກຳມະບານ ທີ່ເສຍຊີວິດຍ້ອນພະຍາດໂຄວິດ -19 ຈະໄດ້ຮັບປຶ້ມປະຢັດມູນຄ່າ 10 ລ້ານດົ່ງ/ນ້ອງ.

ເດັກກຳພ້າທີ່ມີອາຍຸຕ່ຳກວ່າ 16 ປີ ເຊິ່ງພໍ່ແມ່ເປັນສະມາຊິກອົງການກຳມະບານ ທີ່ເສຍຊີວິດທັງສອງຄົນ ຍ້ອນພະຍາດໂຄວິດ -19 ຈະໄດ້ຮັບປຶ້ມຝາກເງິນປະຢັດ ມູນຄ່າ 20 ລ້ານດົ່ງ (ລວມທັງກໍລະນີທີ່ພໍ່ ຫຼື ແມ່ລ້ຽງດ່ຽວ). ໃນກໍລະນີທີ່ພໍ່ແມ່ທັງສອງເສຍຊີວິດຍ້ອນ ໂຄວິດ -19 ແຕ່ມີພຽງຄົນດຽວທີ່ເປັນສະມາຊິກອົງການກຳມະບານ ກໍ່ຈະຍັງຊົມໃຊ້ນະໂຍບາຍຕາມນີ້. ເວລາທີ່ຈະນຳໃຊ້ໃຫ້ການຊ່ວຍເຫຼືອ ແມ່ນເລີ່ມແຕ່ວັນທີ 27 ເມສາຫາ 31 ທັນວາ 2021.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.