ຫວຽດນາມສືບຕໍ່ເຈລະຈາກ່ຽວກັບການສະໜອງວັກຊີນປ້ອງກັນພະຍາດໂຄວິດ -19 ກັບ ບັນດາປະເທດ

06:07 | 08/08/2021

ຍສໝ - ແນໃສ່ເປົ້າໝາຍມີວັກຊີນຢ່າງພຽງພໍສຳລັບການສັກຢາວັກຊີນເພື່ອບັນລຸເປົ້າໝາຍ​ທີ່ຈ​ຳ​ເປັນໃນການ​ສ້າງ​ຄວາມຕ້ານທານຕໍ່ພະຍາດໃນຊຸມຊົນໂດຍໄວ, ຫວຽດນາມ ພວມສືບຕໍ່ເຈລະຈາກັບບັນດາປະເທດ, ຄູ່ຮ່ວມ​ມື, ຜູ້ຜະລິດ ແລະຜູ້ສະໜອງວັກຊີນທົ່ວໂລກ...

ສັກ​ວັກ​ຊ​ິນ​ກັ​ນ​ໂຄວິດ - 19 ໃຫ້​ແກ່​ຊາວ​ຈີນ​ທີ່​ພວມ​ເຮັດ​ວຽກ​ຢູ່ເຂດ​ອຸດ​ສາ​ຫະ​ກຳ VSIP ສັກ​ວັກ​ຊ​ິນ​ກັ​ນ​ໂຄວິດ - 19 ໃຫ້​ແກ່​ຊາວ​ຈີນ​ທີ່​ພວມ​ເຮັດ​ວຽກ​ຢູ່ເຂດ​ອຸດ​ສາ​ຫະ​ກຳ VSIP
ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຊື້​ວັກ​ຊິນ​ກັ​ນໂຄວິດ - 19 ໃຫ້​ໄດ້ 150 ລ້ານ​ໂດສ ໃນ​ປີ 2021 ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຊື້​ວັກ​ຊິນ​ກັ​ນໂຄວິດ - 19 ໃຫ້​ໄດ້ 150 ລ້ານ​ໂດສ ໃນ​ປີ 2021
ຫວຽດນາມສືບຕໍ່ເຈລະຈາກ່ຽວກັບການສະໜອງວັກຊີນປ້ອງກັນພະຍາດໂຄວິດ -19 ກັບ ບັນດາປະເທດ
ທ່ານ​ນາງໂຄສົກກະຊວງການຕ່າງປະເທດ ເລຖີ້ທູຮັ່ງ. ພາບ: vtc.vn

ຕອບຄຳຖາມຂອງນັກຂ່າວທີ່ຖາມວ່າ ຈີນພວມສືບຕໍ່ປຶກສາຫາລືການໜຸນຊ່ວຍວັກຊີນໃຫ້ຫວຽດນາມຫຼືບໍ່ ນັ້​ນ, ທ່ານ​ນາງໂຄສົກກະຊວງການຕ່າງປະເທດ ເລຖີ້ທູຮັ່ງ ກ່າວວ່າ: ເພື່ອຄວາມຫຼາກຫຼາຍຂອງແຫຼ່ງວັກຊີນ, ແນໃສ່ເປົ້າໝາຍມີວັກຊີນຢ່າງພຽງພໍສຳລັບການສັກຢາວັກຊີນເພື່ອບັນລຸເປົ້າໝາຍ​ທີ່​ຈຳ​ເປັນໃນການ​ສ້າງ​ຄວາມຕ້ານທານຕໍ່ພະຍາດໃນຊຸມຊົນໂດຍໄວ, ຫວຽດນາມ ພວມສືບຕໍ່ເຈລະຈາກັບບັນດາປະເທດ, ຄູ່ຮ່ວມ​ມື, ຜູ້ຜະລິດ ແລະຜູ້ສະໜອງວັກຊີນທົ່ວໂລກ, ໃນ​ນັ້​ນ​ມີປະເທດຈີນ.”

ທ່ານນາງ ເລຖີ້ທູຮັ່ງ ຍັງໄດ້ເນັ້ນໜັກວ່າ ໃນສະຖານະການໂລກລະບາດຄືໃນປະຈຸບັນ, ​ທຸກການຊ່ວຍເຫຼືອຂອງບັນດາປະເທດ ແລະຄູ່ຮ່ວມມືໃນການຕໍ່ສູ້ກັບພະຍາດແຜ່ລະບາດ ລ້ວນ​ແຕ່​ເປັ​ນ​ທີ່​ເຄົາ​ລົບ​ນັ​ບ​ຖ​ື ແລະມີຄຸນຄ່າ​ອັນ​ລ​້ຳ​ຄ່າ.

“ມາຮອດປະຈຸບັນ, ຫວຽດນາມໄດ້ຮັບວັກຊີນ 18 ລ້ານໂດສ ຈາກຫຼາຍປະເທດຄູ່ຮ່ວມມື ແລະອົງການຈັດຕັ້ງສາກົນ. ໃນສະພາບການຂາດແຄນວັກຊີນຄືໃນປະຈຸບັນ, ກໍ່ຄືຄວາມຕ້ອງການວັກຊີນທີ່​ສູງຢູ່ຫວຽດນາມຄືໃນປະຈຸບັນ, ພວກຂ້າ​ພະ​ເຈົ້າ​ຂ​ໍສະແດງຄວາມຂອບໃຈສໍາລັບບັນດາການໜູນຊ່ວຍ, ​ການ​ປະ​ກອບ​ສ່ວນ ເຖິງວ່າ​ຈະແມ່ນນ້ອຍທີ່ສຸດກໍ່​ຕາມ. ພວກຂ້າ​ພະ​ເຈົ້າຫວັງວ່າ ຈະສືບຕໍ່ໄດ້ຮັບການໜູນຊ່ວຍຈາກບັນດາປະເທດ, ຄູ່ຮ່ວມມື ແລະອົງການຈັດຕັ້ງ ເພື່ອເພີ່ມທະວີການສັກຢາກັນພະຍາດພາຍໃນປະເທດ, ​ມຸ່ງ​ໄປ​ສູ່​ເປົ້າໝາຍການສ້າງ​ຄວາມຕ້ານທານຕໍ່ພະຍາດໃນຊຸມຊົນ,” ທ່ານນາງ ເລຖີ້ທູຮັ່ງ ກ່າວຕື່ມ.

ໄຊພອນ

ເຫດການ
302 Found

Found

The document has moved here.