ໜູນ​ຊ່ວຍ​ປະ​ຊາ​ຊົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

15:50 | 12/08/2021

ເພື່ອແນໃສ່ໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ກຳລັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນແນວໜ້າ, ສູນກາງສະພາກາແດງ ຫວຽດນາມ ໄດ້ຜັນຂະຫຍາຍຍຸດທະສາດ “ເຊື່ອມຕໍ່ປະຊາຄົມ - ຜ່ານຜ່າສິ່ງທ້າທາຍ” ຊື່ງໄດ້ປະຕິບັດແຕ່ເດືອນສິງຫາ ຫາເດືອນພະຈິກ ປີ 2021.

ຮູບ​ພາບ​ເຮັດ​ຈາກກະດຸມເພື່ອ​ໂຄ​ສະ​ນາ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຮູບ​ພາບ​ເຮັດ​ຈາກກະດຸມເພື່ອ​ໂຄ​ສະ​ນາ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ລັດ​ຖະ​ບານ​ຫວຽດ​ນາມ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ລັດ​ຖະ​ບານ​ຫວຽດ​ນາມ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ພາບປະກອບ
ພາບປະກອບ

ຍຸດທະສາດດັ່ງກ່າວສຸມໃສ່ 3 ການເຄື່ອນໄຫວຕົ້ນຕໍແມ່ນ: ໜູນຊ່ວຍ “ເຄື່ອງຂອງໃຫ້ແກ່ຄອບຄົວ ກາແດງ” ຢູ່ 20 ແຂວງ, ນະຄອນ; ໜູນຊ່ວຍຄາບເຂົ້າໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19 ທີ່ປະສົບກັບຄວາມຫຍຸ້ງຍາກ ພວມໄດ້ຮັບການປິ່ນປົວຢູ່ບັນດາໂຮງໝໍຢູ່ຮ່າໂນ້ຍ, ໜູນຊ່ວຍເງິນສົດໃຫ້ແກ່ຜູ້ອອກແຮງງານຕ່າງແຂວງ ທີ່ບໍ່ມີວຽກເຮັດງານທຳ ເຊິ່ງປະສົບກັບຄວາມຫຍຸ້ງຍາກ ປັດຈຸບັນພວມພັກເຊົ່າ ຢູ່ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ.

ເປົ້າໝາຍໄດ້ຮັບຜົນປະໂຫຍດຂອງຍຸດທະສາດ ແມ່ນຜູ້ຕິດເຊື້ອຕິດພະຍາດອັນຕະລາຍ, ເດັກນ້ອຍກຳພາ, ຜູ້ມີອາຍຸສູງບໍ່ມີບ່ອນພັກພາອາໄສ, ຜູ້ບໍ່ມີເຮືອນຊານບ້ານຊ່ອງ, ແຮງງານຕ່າງແຂວງບໍ່ມີວຽກເຮັດງານທຳ, ປະສົບກັບຄວາມຫຍຸ້ງຍາກ, ປັດຈຸບັນພວມພັກເຊົ່າຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຫຼືຍັງບໍ່ທັນໄດ້ຮັບການໜູນຊ່ວຍຈາກບັນດາແຫຼ່ງຕ່າງໆ.

ໃນໄລຍະຜ່ານມາ, ສະພາກາແດງທຸກຂັ້ນໃນທົ່ວປະເທດ ໄດ້ຕັ້ງໜ້າຜັນຂະຫຍາຍວຽກງານຂົນຂວາຍ, ໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນຢ່າງທັນການ ແລະ ມີປະສິດທິຜົນ, ໜູນຊ່ວຍຜ່ານສູນກາງສະພາກາແດງ ແລະ ສະໜັບສະໜູນບັນດາທ້ອງຖິ່ນຕ່າງໆ.

ເພື່ອແນໃສ່ລະດົມແຫຼ່ງກຳລັງໃຫ້ຫຼາຍກ່ວາອີກເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮັບມືກັບໂລກລະບາດໂຄວິດ - 19, ວັນທີ 4 ສິງຫາ, ຄະນະປະຈຳສູນກາງສະພາກາແດງ ຫວຽດນາມ ໄດ້ຕົກລົງ ສືບຕໍ່ຮຽກຮ້ອງສະໜັບສະໜູນຮັບມືກັບໂລກລະບາດໂຄວິດ - 19 ຈົນຮອດວັນທີ 30 ກັນຍາ 2021.

ກ່ອນໜ້ານັ້ນ, ໃນວັນທີ 26 ພຶດສະພາ, ຄະນະບໍລິຫານງານສູນກາງສະພາກາແດງ ຫວຽດນາມ ໄດ້ປະກາດໃຊ້ຄຳຮຽກຮ້ອງກ່ຽວກັບການສະໜັບສະໜູນປະຊາຊົນຮັບມືກັບໂລກລະບາດໂຄວິດ - 19. ໃນໄລຍະຜ່ານມາ, ສະພາກາແດງທຸກຂັ້ນໃນທົ່ວປະເທດ ໄດ້ຕັ້ງໜ້າຜັນຂະຫຍາຍວຽກງານຂົນຂວາຍ, ໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນຢ່າງທັນການ ແລະ ມີປະສິດທິຜົນ, ໜູນຊ່ວຍຜ່ານສູນກາງສະພາກາແດງ ແລະ ສະໜັບສະໜູນບັນດາທ້ອງຖິ່ນຕ່າງໆ.

ໄລ່ຮອດຕອນເຊົ້າວັນທີ 12 ສິງຫາ 2021, ທົ່ວປະເທດມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 241.543 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 85.154 ຄົນ.

ໄຊພອນ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.