ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສົບ​ສົນ​ໃນ​ທົ່ວ​ໂລກ

14:56 | 30/08/2021

ໄລ່ຮອດເວລາ 1 ໂມງຂອງວັນທີ 30 ສິງຫາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 217,2 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,514 ລ້ານຄົນເສຍຊີວິດ.

ນາຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງ​ຈິງເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ໄກ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ນາຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງ​ຈິງເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ໄກ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ເກາະ​ເຈື່ອງ​ຊາ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ທົ່ວ​ປະ​ເທດ ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເກາະ​ເຈື່ອງ​ຊາ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ທົ່ວ​ປະ​ເທດ ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສົບ​ສົນ​ໃນ​ທົ່ວ​ໂລກ
ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ (ພາບ: AFP/ TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 30 ສິງຫາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 217,2 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,514 ລ້ານຄົນເສຍຊີວິດ.

ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ 654.689 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 39.665.515 ຄົນ. ຖັດຈາກ ອາເມລິກາ ແມ່ນ ອິນເດຍ ແລະ ບຣາຊິນ. ຖ້າໄລ່ຕາມພາກພື້ນແລ້ວ, ອາຊີ ແມ່ນທະວີບຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ຢືນອັນດັບທີ 2 ກ່ຽວກັບຈຳນວນຜູ້ເສຍຊີວິດ. ເອີຣົບ ຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ຢືນອັນດັບທີ 2 ໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ.

vovworld.vn

ເຫດການ