ພາຍຫຼັງເຮັດວຽກມາເປັນເວລາ 7 ວັນ, ຕອນເຊົ້າວັນທີ 1 ມັງກອນ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ອັດລົງຢ່າງສົມກຽດຢູ່ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງ ຜູ້ແທນ 1587 ສະຫາຍ, ບັນດານັກປະຕິວັດອາວຸໂສ, ແມ່ຫວຽດນາມ ວິລະຊົນ…ພາຍໃຕ້ການເປັນປະທານຂອງທ່ານນາງ ຫງວຽນທິກິມເງິນປະທານສະພາແຫ່ງຊາດ.
ວັນທີ 25 ມັງກອນ, ສື່ມວນຊົນສາກົນ ແລະ ພາກພື້ນພ້ອມກັນລົງຂ່າວດ້ວຍຄວາມສົນໃຈ, ຕີລາຄາສູງ ແລະ ເຊື່ອໝັ້ນຕໍ່ບັນດາທິດທາງຍຸດທະສາດເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ສືບຕໍ່ຮັບຮອງເອົາ.
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງກວ໋າງຈິ ຈັດຕັ້ງກອງປະຊຸມຂ່າວແນະນໍາກອງປະຊຸມສໍາມະນາວິທະຍາສາດກ່ຽວກັບ “ໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ” ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ (1971-2021).
ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ແຂວງຫລວງພະບາງ ຄັ້ງທີ VII ໄດ້ໄຂຂຶ້ນໃນວັນທີ 16 ມີນາ 2021 ຢູ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການແຂວງ, ໂດຍມີ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫລວງພະບາງ, ພ້ອມດ້ວຍ ພະເຖ ຣາ-ນຸເຖຣະ ແລະ ຜູ້ແທນສົມບູນ ຈຳນວນ 161 ທ່ານ, ໃນນີ້ມີີແຂກຮັບເຊີນ 48 ທ່ານ, ຜູ້ແທນສົມບູນທັງໝົດ 113 ທ່ານ, ຍິງ 15 ທ່ານ, ພະສົງ 3 ອົງ, ມາຈາກ 7 ຊົນເຜົ່າ, ເປັນຕົວແທນໃຫ້ແກ່ 13 ຊົນເຜົ່າ ໃນທົ່ວແຂວງ ເຂົ້າຮ່ວມ.
ສອງຝ່າຍໄດ້ເປັນ ເອກະພາບຕີລາຄາສູງ ຕໍ່ສາຍພົວພັນຮ່ວມມື ມິດຕະພາບທີ່ປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃນໄລຍະຜ່ານມາ, ປຶກສາຫາລືກ່ຽວກັບ ທິດທາງການຮ່ວມມື ລະຫວ່າງສອງພັກ ໃນຊຸມປີຕໍ່ໜ້າ, ພ້ອມທັງໄດ້ແລກປ່ຽນ ທັດສະນະ ຕໍ່ສະພາບການພາກພື້ນ ແລະ ສາກົນ ຈຳນວນໜຶ່ງທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.
ໃນວັນທີ 19 ມີນາ 2021 ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະ ຊຸມສະພາ ວັດທະນະທຳອາຊີ (Asian Cultural Council ຫລື ACC) ຄັ້ງທີ 2, ເຊິ່ງຮ່ວມກັນຈັດຂຶ້ນໂດຍ ສະພາວັດ ທະນະທໍາອາຊີ ແລະ ອົງການພັກ ການເມືອງໃນອາຊີ (ICAPP ໄອແຄັບ).
ຫວ່າງແລ້ວນີ້, ຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ກຽດເຜີຍແຜ່ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍມີພະນັກງານຫລັກແຫລ່ງ, ຫົວໜ້າພະແນກ, ຮອງພະແນກ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.
ຫວ່າງແລ້ວນີ້, ທີ່ ຄະນະພົວພັນ ຕ່າງປະເທດສູນກາງພັກ, ທ່ານ ນາງສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ລໍດອຍດຳບາ ກາລ໌ບັດຣັກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ.
ເພື່ອຜັນຂະຫຍາຍການປະຕິບັດບັນລຸຜົນສຳເລັດ, ກົມການເມືອງໄດ້ຮຽກຮ້ອງໃຫ້ອົງຄະນະພັກທຸກຂັ້ນ, ອົງການຈັດຕັ້ງຂອງພັກ ຖືການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ, ເຜີຍແຜ່ ແລະ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກ ແມ່ນວຽກງານປະຈຳ, ຕ້ອງປະຕິບັດຢ່າງເຂັ້ມງວດ, ມີແບບມີແຜນ ແລະ ມີວິທະຍາສາດໃນຕະຫຼອດໄລຍະຂອງທັງອາຍຸການ.
ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດທົງ ເລຂານຸການໃຫ່ຍສະພາທິດສະດີສູນກາງ, ກຳມະການປະຈຳໜ່ວຍບັນນາທິການເອກະສານກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກເປັນຜູ້ບັນລະຍາຍການໂອ້ລົມທີ່ມີຫົວເລື່ອງ “ຈຸດສຸມໂຄສະນາກ່ຽວກັບມະຕິກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ”
ເມື່ອບໍ່ດົນມານີ້, ຢູ່ທີ່ຄະນະພົວພັນຕ່າງ ປະເທດສູນກາງພັກ, ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະດາ ກະຕະເວທິ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ທ່ານ ໂພຣ ແຄລີ (Paul Kelly), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ.
ເນື່ອງໃນໂອກາດຄົບຮອບ 66 ປີ ຂອງວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ໃນປີນີ້ ຢູ່ພາຍໃນທາງແຂວງ ໄຊສົມບູນ ພວກເຮົາກໍໄດ້ມີ ຫລາຍຂະບວນການ ເປັນຕົ້ນ ຂະບວນການແຂ່ງຂັນການສ້າງໜ່ວຍພັກ ປອດໃສເຂັ້ມແຂງ ແລະ ໜັກແໜ້ນ, ເຊິ່ງປັດຈຸບັນ ພວກເຮົາພວມ ປະກາດ ແຜນການຮັບຮອງ ແຕ່ລະໜ່ວຍພັກ ປອດໃສເຂັ້ມແຂງໜັກແໜ້ນ ຂອງແຕ່ລະຂະແໜງການ ໂດຍສະເພາະ ພະແນກແຮງງານພວກເຮົາ ກໍໄດ້ຮັບການ ຮັບຮອງແຜນ ສ້າງໜ່ວຍພັກ ປອດໃສເຂັ້ມແຂງໜັກແໜ້ນ ໃນປີ 20201. ນອກຈາກນີ້, ຍັງມີຂະບວນການກິລາ, ສິລະປະ ຕິດພັນກັບຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ, ແຂ່ງຂັນກັນສ້າງຜົນງານ ໃນການປະຕິບັດ ໜ້າທີ່ການເມືອງ ຂອງຕົນ ໃຫ້ມີຜົນສຳ ເລັດໃນປີ 2021 ແລະ ຂ້າພະເຈົ້າຕາງໜ້າ ໃຫ້ການນຳຂອງແຂວງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ແຂວງໄຊສົມບູນ ຂໍອວຍພອນໄຊ ໃຫ້ການນຳ ພັກ-ລັດ ທຸກທ່ານຈົ່ງ ມີສຸຂະພາບເຂັ້ມແຂງ ມີພາລານາໄມທີ່ສົມບູນ ສືບຕໍ່ນຳພາປະເທດຊາດ ໃຫ້ມີການພັດທະນາ ຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.
ຕອນບ່າຍວັນທີ 25 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການພົບປະສະຫຼຸບອາຍຸການ 2016 – 2021 ຂອງລັດຖະບານ.
ສິ່ງສຳຄັນ ຕ້ອງສູ້ຊົນເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວໃນທົ່ວຂະແໜງຍຸຕິທຳມີຄວາມກົມກຽວ, ປອດໃສ, ໜັກແໜ້ນ, ເຂັ້ມແຂງ ເພື່ອຮັບປະກັນເຮັດລ້ອນໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍ; ສືບຕໍ່ປົກປັກຮັກສາຄວາມສາມັກຄີເປັນເອກະພາບທີ່ມີມາແລ້ວນັ້ນ ພ້ອມກັນເຊີດຊູຄວາມຮັບ ຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ.
ການທີ່ສະຫາຍ ຖືກຮັບເລືອກໃຫ້ ດໍາລົງຕຳແໜ່ງ ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງໃຫ້ເຫັນເຖິງ ການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈ ອັນເດັດຂາດ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ຕໍ່ກັບການປະກອບສ່ວນອັນຍິ່ງໃຫຍ່, ສຳຄັນຂອງສະຫາຍ ເຂົ້າໃນພາລະກິດປະຕິວັດ ແລະ ວຽກງານການພັດທະນາ ເສດຖະກິດ-ສັງຄົມ ຂອງລາວ. ຂ້າພະເຈົ້າເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ຄວາມເຊື່ອໝັ້ນ, ປະສົບການອັນໃຫຍ່ຫລວງ ຂອງສະຫາຍ, ສະຫາຍຈະນຳພາປະເທດຊາດ ແລະ ປະຊາຊົນລາວອ້າຍນ້ອງ ປະຕິບັດສຳເລັດ ຕາມມະຕິ ກອງປະຊຸມ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດ ລາວ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນໄລຍະ 2021–2025.
ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ຕັດສິນໃຈປະຕິບັດມະຕິດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃຫ້ເປັນຢ່າງດີ
ຍສໝ - ບົດຂຽນໄດ້ສະຫລຸບວ່າຄວາມເຊື່ອຂອງປະຊາຊົນຕໍ່ພັກກອມມູນິດຫວຽດນາມກ່ອນການລະບາດຂອງໂລກລະບາດ ໂຄວິດ-19 ໄດ້ສ້າງໂອກາດໃຫ້ພັກກອມມູນິດຫວຽດນາມວາງອອກເສັ້ນທາງ ແລະ ນະໂຍບາຍທີ່ເໝາະສົມເພື່ອຮັບມືກັບໂລກລະບາດໂຄວິດ -19 ຢ່າງມີ ປະສິດທິຜົນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22-3-1955/22-3-2021), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ຍສໝ - ຫົວໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ແບ່ງປັນໃນກອງປະຊຸມກ່ຽວກັບບັນດາທັດສະນະ, ນະໂຍບາຍຂອງພັກໃນຂົງເຂດວັດທະນະທຳ.
ການວາງພວງມະລາໃນຄັ້ງນີ້, ເພື່ອເປັນການສະແດງ ເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງ ພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດ ປະຕິວັດຢ່າງ ອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ປະກາດ ເອກະລາດ, ສະຖາປະນາເປັນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.