ການນຳພັກ,ລັດເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນ, ອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ

20:27 | 01/09/2021

ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະມານໂຮ່ຈີມິນ.

ການນຳພັກ, ລັດ ວາງພວງມະລາ ເນື່ອງໃນໂອກາດ ສະຫລອງວັນສ້າງຕັ້ງພັກ ຄົບຮອບ 66 ປີ ການນຳພັກ, ລັດ ວາງພວງມະລາ ເນື່ອງໃນໂອກາດ ສະຫລອງວັນສ້າງຕັ້ງພັກ ຄົບຮອບ 66 ປີ
ການນຳພັກ, ລັດ ຫວຽດນາມ ອວຍພອນການນຳພັກ, ລັດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ ການນຳພັກ, ລັດ ຫວຽດນາມ ອວຍພອນການນຳພັກ, ລັດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ
(ການນຳໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະມານໂຮ່ຈີມິນ)
(ການນຳໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະມານໂຮ່ຈີມິນ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 - 02 ກັນຍາ 2021), ຕອນເຊົ້າວັນທີ 01 ກັນຍາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະມານໂຮ່ຈີມິນ. ເຂົ້າຮ່ວມພິທີມີທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ. ຕໍ່ຈາກນັ້ນຄະນະຜູ້ແທນໄດ້ໄປວາງພວງມາລາ ແລະ ຖະຫວາຍດອກໄມ້ທູບທຽນອາໄລຫາບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ຖະໜົນ ບັກເຊີນ, ຮ່າໂນ້ຍ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ຄະນະຜູ້ແທນຄະນະພັກນະຄອນໂຮ່ຈີມິນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ໄປວາງພວງມາລາ ແລະ ຖະຫວາຍດອກໄມ້ທູບທຽນອາໄລຫາປະທານໂຮ່ຈີມິນ, ປະທານ ໂຕນດຶກທັງເຊັ່ນດຽວກັນ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.