ສືບ​ຕໍ່​ຍູ້​ແຮງ​ການ​ກໍ່​ສ້າງ, ປັບ​ປຸງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດການ​ນຳພາ​ຂອງ ພັກ

16:12 | 05/10/2021

ວັນທີ 4 ຕຸລາ 2021 ຢູ່ ຮ່າໂນ້ຍ, ໃນບົດກ່າວປາໄສໄຂກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງທັດສະນະ, ແຜນນະໂຍບາຍ ສືບຕໍ່ກໍ່ສ້າງ, ປັບປຸງພັກ. ໜ້າທີ່ກໍ່ສ້າງ, ປັບປຸງພັກ ແມ່ນເພື່ອແນໃສ່ສະກັດກັ້ນ, ຍູ້ປະກົດການເສື່ອມທາດຂາດຄຸນກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ປະກົດການ “ຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ໃຫ້ຖອຍໄປ, ຍົກສູງກຳລັງຄວາມສາມາດການນຳພາ, ກຳລັງຕໍ່ສູ້, ສ້າງຂີດໝາຍໃໝ່ໃນເສັ້ນທາງແຫ່ງການພັດທະນາຂອງພັກ, ຂອງປະເທດຊາດ ແລະ ຂອງຊາດ ຫວຽດນາມ.

ຫວຽດ​ນາມ ແລະ ຈີນ ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ ຫວຽດ​ນາມ ແລະ ຈີນ ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ
ຊຸກ​ຍູ້ ແລະ ປົ​ກ​ປ້ອງ​ສິດ​ທິ​ມະ​ນຸດ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ ​ສຸດ, ແມ່ນ​ເປົ້າ​ໝາ​ຍ​ສຸດ​ທ້າຍ​ ແລະ ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຂອງ ຫວຽດ​ນາມ ຊຸກ​ຍູ້ ແລະ ປົ​ກ​ປ້ອງ​ສິດ​ທິ​ມະ​ນຸດ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ ​ສຸດ, ແມ່ນ​ເປົ້າ​ໝາ​ຍ​ສຸດ​ທ້າຍ​ ແລະ ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຂອງ ຫວຽດ​ນາມ
ສືບ​ຕໍ່​ຍູ້​ແຮງ​ການ​ກໍ່​ສ້າງ, ປັບ​ປຸງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດການ​ນຳພາ​ຂອງ ພັກ
ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ຖືກໄຂຂຶ້ນໃນວັນທີ 4 ຕຸລາ 2021 (ພາບ: VOV)

ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ການນຳພາຂອງພັກກອມມູນິດ ຫວຽດນາມ ແມ່ນປັດໄຈຕັດສິນຊີ້ຂາດທຸກໄຊຊະນະຂອງການປະຕິວັດ ຫວຽດນາມ. ການກໍ່ສ້າງ, ປັບປຸງພັກ ຍາມໃດກໍແມ່ນໜ້າທີ່ຫຼັກແຫຼ່ງແກ່ນສານ, ມີຄວາມສຳຄັນເປັນພິເສດຕໍ່ພັກ ແລະ ລະບອບ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ ໄດ້ວາງອອກບັນດາໜ້າທີ່ພື້ນຖານເພື່ອກໍ່ສ້າງພັກ ແລະ ປັບປຸງລະບົບການເມືອງໃຫ້ນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ; ໃນນັ້ນ ຢັ້ງຢືນ ຈະສືບຕໍ່ຢຶດໝັ້ນການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ XI ແລະ ມະຕິສູນກາງພັກຄັ້ງທີ 4 ຊຸດທີ XII ກ່ຽວກັບການກໍ່ສ້າງ, ປັບປຸງພັກ. ເພື່ອຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ກອງປະຊຸມສູນກາງພັກຄັ້ງທີ 4 ນີ້ ຈະສືບຕໍ່ປຶກສາຫາລື, ສ້າງຄວາມເຫັນດີເປັນເອກະພາບສູງກ່ຽວກັບບັນດາແຜນນະໂຍບາຍ, ເປົ້າໝາຍ, ໜ້າທີ່ ແລະ ມາດຕະການ ເພື່ອແນໃສ່ “ເພີ່ມທະວີການກໍ່ສ້າງ, ປັບປຸງພັກ; ສະກັດກັ້ນ, ຍູ້ປະກົດການເສື່ອມທາດຂາດຄຸນກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ພາຍໃນພັກ” ໃຫ້ຖອຍໄປ. ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ:

“ສະເໜີໃຫ້ບັນດາສະຫາຍ ຈົ່ງປະກອບຄຳເຫັນກ່ຽວກັບຄວາມຈຳເປັນ, ຄວາມຖືກຕ້ອງຂອງການປະກາດໃຊ້ບົດສະຫຼຸບຂອງກອງປະຊຸມສູນກາງພັກຄັ້ງນີ້ ກ່ຽວກັບການສືບຕໍ່ປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ XII ດ້ວຍຊື່ເອີ້ນ, ຫົວຂໍ້ ແລະ ຂອບຂະໜາດໃໝ່ຂອງຮ່າງບົດສະຫຼຸບ. ຕ້ອງຊີ້ໃຫ້ເຫັນຢ່າງຈະແຈ້ງ ອັນໃດຄວນປັບປຸງ, ຄວນເພີ່ມເຕີມ; ພ້ອມກັບການສະກັດກັ້ນ, ຍູ້ຖອຍນັ້ນ ຕ້ອງຕັ້ງໜ້າປ້ອງກັນ, ສະກັດກັ້ນ ແລະ ເປັນເຈົ້າການ, ຢືດໝັ້ນຕໍ່ສູ້, ປັບໄໝກໍລະນີເສື່ອມທາດຂາດຄຸນກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ… ຢ່າງຂ້ຽວຂາດ ແລະ ເຂັ້ມງວດ. ຈາກນັ້ນ, ປະເມີນສະພາບການ ແລະ ຊອກຫາເຫດຜົນ, ເປົ້າໝາຍ, ທັດສະນະຢ່າງຈະແຈ້ງ, ແນວຄິດຊີ້ນຳ ແລະ ບັນດາແຜນນະໂຍບາຍ, ມາດຕະການແກ້ໄຂຕ້ອງສອດຄ່ອງກັບແຕ່ລະເນື້ອໃນ, ແຕ່ລະບັນຫາ, ໂດຍສະເພາະແມ່ນບັນດາມາດຕະການທີ່ມີລັກສະນະບຸກທະລຸໃນອາຍຸການນີ້.”

ບົນພື້ນຖານສືບທອດມະຕິສະບັບຕ່າງໆຂອງສູນກາງພັກກ່ອນນີ້, ໂດຍສະເພາະແມ່ນມະຕິສູນກາງພັກຄັ້ງທີ 4 ຊຸດທີ XI ແລະ ຊຸດທີ XII, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີວ່າ:

“ສືບຕໍ່ປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ XII ໃຫ້ບັນລຸປະສິດທິຜົນສູງສຸດ; ພ້ອມທັງສະເໜີສຸມໃສ່ໃຫ້ບຸລິມະສິດປະຕິບັດບັນດາໝວດໜ້າທີ່, ມາດຕະການຈຸດສຸມກ່ຽວກັບການກໍ່ສ້າງຖັນແຖວພະນັກງານທຸກຂັ້ນ; ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບວຽກງານແນວຄິດການເມືອງ, ການຕຳຫນິຕິຊົມຕົນເອງ ແລະ ຕຳໜິຕິຊົມເພື່ອນສະຫາຍ; ສຸມໃສ່ການສ້າງກົດໝາຍ, ກົນໄກ, ນະໂຍບາຍໃຫ້ສົມບູນແບບ; ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາ, ກົດລະບຽບພັກ, ຢຶດໝັ້ນຕໍ່ສູ້ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້; ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງບັນດາອົງການໂດຍປະຊາຊົນເລືອກຕັ້ງ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ແລະ ປະຊາຊົນ ທີ່ເຂົ້າຮ່ວມການກໍ່ສ້າງພັກ.”

ກ່ຽວກັບການປັບປຸງ, ເພີ່ມເຕີມຂໍ້ກຳນົດເລກທີ 47, ລົງວັນທີ 01 ພະຈິກ 2011 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XI ກ່ຽວກັບຂໍ້ຫ້າມສຳລັບສະມາຊິກພັກ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງ, ປັບປຸງພັກ, ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ຄວາມຈິງ ເກືອບ 10 ປີ ຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ບັນດາຂໍ້ກຳນົດດັ່ງກ່າວ ແມ່ນມີຄວາມຈຳເປັນທີ່ສຸດ; ບັນດາເນື້ອໃນສ່ວນຫຼາຍທີ່ລະບຸໃນຂໍ້ກຳນົດນັ້ນ ແມ່ນຍັງສອດຄ່ອງ ແລະ ຕອບສະໜອງໄດ້ຕາມບັນດາຄຳຮຽກຮ້ອງຕ້ອງການໃນການຄຸ້ມຄອງ, ການສຶກສາ ແລະ ຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານ, ສະມາຊິກພັກ. ເຖິງຢ່າງໃດກໍຕາມ, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່, ຄວນສືບຕໍ່ປັບປຸງເພີ່ມເພີ່ມບາງເນື້ອໃນສຳຄັນກ່ຽວກັບການຝຶກຝົນແນວຄິດການເມືອງ, ຮັກສາຈັນຍາບັນຄຸນສົມບັດ, ແບບແຜນການດຳລົງຊີວິດຂອງພະນັກງານ, ສະມາຊິກພັກໃຫ້ສົມບູນແບບ. ທ່ານເລຂາທິການໃຫຍ່ຊີ້ແຈ້ງວ່າ:

“ສະເໜີໃຫ້ບັນດາສະຫາຍກຳມະການສູນກາງພັກ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມ ດ້ວຍປະສົບການ ແລະ ພຶດຕິກຳຕົວຈິງທີ່ອຸສົມສົມບູນຢູ່ຂັ້ນທ້ອງຖິ່ນ, ອົງການ, ຫົວໜ່ວຍທີ່ຕົນພວມເຮັດວຽກ ຈົ່ງປະກອບຄຳເຫັນຢ່າງລະອຽດ, ແທດຈິງ, ມີຄວາມເປັນໄປໄດ້, ດັດປັບໂດຍກົງເຂົ້າໃນຮ່າງຂໍ້ກຳນົດ, ສ້າງຄວາມເຫັນດີເຫັນພ້ອມສູງໃນສູນກາງ ເພື່ອປະກາດໃຊ້ຂໍ້ກຳນົດໃໝ່ ກ່ຽວກັບບັນດາຂໍ້ຫ້າມສຳລັບສະມາຊິກພັກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຊັດເຈນ, ຄົບຖ້ວນ, ເຂົ້າໃຈງ່າຍ, ຈື່ໄດ້ງ່າຍ, ປະຕິບັດໄດ້ງ່າຍ ແລະ ກວດກາ, ຕິດຕາມໄດ້ງ່າຍ, ປະກອບສ່ວນດັດປັບຄວາມຮັບຮູ້ ແລະ ການກະທຳຂອງພະນັກງານ, ສະມາຊິກພັກຕາມທິດ ຕັ້ງໜ້າ, ຖືກຕ້ອງ, ສ້າງການຫັນປ່ຽນຢ່າງແຮງ ແລະ ເດັ່ນຊັດກວ່າອີກໃນວຽກງານກໍ່ສ້າງ, ປັບປຸງພັກໃນໄລຍະຈະມາເຖິງ”.

ສິ້ນສຸດບົດກ່າວປາໄສ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ສູນກາງ ຈົ່ງເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບ, ການຄົ້ນຄວ້າ, ປຶກສາຫາລືຢ່າງກົງໄກກົງມາ, ປະກອບຄຳເຫັນເພື່ອສ້າງບົດລາຍງານ, ໂຄງການ, ຮ່າງມະຕິສະບັບຕ່າງໆ ແລະ ບົດສະຫຼຸບຂອງສູນກາງພັກ ໃຫ້ສົມບູນແບບ ແລະ ພິຈາລະນາ, ຕົກລົງໃນກອງປະຊຸມຄັ້ງຕໍ່ໄປ, ສ້າງຂີດໝາຍໃໝ່ໃນເສັ້ນທາງພັດທະນາຂອງພັກ, ຂອງປະເທດຊາດ ແລະ ຂອງຊາດ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.