ຫວຽດນາມມີ 3 ຕົວເມືອງດີທີ່ສຸດໃນໂລກ ເພື່ອສົມທົບທັງການເຮັດວຽກ ທັງພັກຜ່ອນ

06:38 | 23/09/2021

ຍສໝ - ໃນບັນຊີລາຍຊື່ເກືອບ 150 ຕົວເມືອງດີທີ່ສຸດໃນໂລກ ເພື່ອສົມທົບທັງການເຮັດວຽກ ທັງພັກຜ່ອນ, ມີ 3 ຕົວເມືອງຂອງຫວຽດນາມ ຄື: ຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ໂຫ້ຍອ່ານ.

ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຊຸມຊົນ ຢູ່ເມືອງ ກະບາງ ແຂວງ ຢາລາຍ ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຊຸມຊົນ ຢູ່ເມືອງ ກະບາງ ແຂວງ ຢາລາຍ
ຫໍພິພທະພັນວິຈິດສິນຫວຽດນາມ ເປີດຕົວເຕັກໂນໂລຢີການທ່ອງທ່ຽວອອນໄລ໌ 3D ຫໍພິພທະພັນວິຈິດສິນຫວຽດນາມ ເປີດຕົວເຕັກໂນໂລຢີການທ່ອງທ່ຽວອອນໄລ໌ 3D

Holidu, ເວັບໄຊຂອງອັງກິດ ທີ່ຊ່ຽວຊານດ້ານການທ່ອງທ່ຽວສາກົນ ໄດ້ກ່າວເຖິງນິຍາມຂອງຄຳວ່າ workation ເຊິ່ງເປັນການລວມກັນລະຫວ່າງ ການເຮັດວຽກ ແລະ ການພັກຜ່ອນ.

Holidu ໄຈ້ແຍກຕົວເລກດັດສະນີສະແດງຕ່າງໆ ເພື່ອຍົກອອກລາຍຊື່ຕົວເມືອງໃນໂລກ ທີ່ເປັນຈຸດໝາຍປາຍທາງທີ່ດີທີ່ສຸດ ສໍາລັບໄລຍະເວລາສົມທົບທັງການເຮັດວຽກ ທັງພັກຜ່ອນ.

ຫວຽດນາມມີ 3 ຕົວເມືອງດີທີ່ສຸດໃນໂລກ ເພື່ອສົມທົບທັງການເຮັດວຽກ ທັງພັກຜ່ອນ
ຫວຽດນາມມີ 3 ຕົວເມືອງດີທີ່ສຸດໃນໂລກ ເພື່ອສົມທົບທັງການເຮັດວຽກ ທັງພັກຜ່ອນ. (ພາບ: eva.vn)

ຕົວເລກສະແດງເຫຼົ່ານີ້ ປະກອບມີຄ່າໃຊ້ຈ່າຍໃນການເຊົ່າເຮືອນຢູ່ຂະໜາດນ້ອຍ (ໜຶ່ງຫ້ອງນອນ), ຄ່າອາຫານ, ການໄປມາ, ເວລາມີແສງແດດ ແລະ ແນ່ນອນວ່າຕ້ອງມີລະດັບຄວາມໄວຂອງ Wifi...

ໃນບັນຊີລາຍຊື່ 147 ນະຄອນທີ່ Holidu ໄດ້ຮັບຖືວ່າດີທີ່ສຸດ, ມີ 3 ນະຄອນຢູ່ຫວຽດນາມ ຄື: ຮ່າໂນ້ຍ (ອັນດັບທີ 18), ນະຄອນໂຮ່ຈີມິນ (ອັນດັບ 21) ແລະ ໂຫ້ຍອ່ານ (ອັນດັບທີ 32).

ເມື່ອປຽບທຽບກັບຫຼາຍເມືອງອື່ນໆໃນໂລກ, ຄວາມໄວ Wifi ຢູ່ໃນ 3 ຕົວເມືອງຂອງຫວຽດນາມ ແມ່ນບໍ່ດີເລີດປານໃດ, ແຕ່ຄ່າກິນດື່ມແມ່ນຕໍ່າກວ່າຫຼາຍ. ຕົວຢ່າງ, ຄ່າໃຊ້ຈ່າຍສະເລ່ຍຂອງການກິນ 1 ຄາບຢູ່ຮ້ານອາຫານທຳມະດາຢູ່ໃນຮ່າໂນ້ຍແມ່ນ 1.25 ປອນ (ປະມານ 40.000 ດົ່ງ); ຢູ່ໃນ ນະຄອນໂຮ່ຈີມິນ ແມ່ນ 1.57 ປອນ (ປະມານ 50,000 VND); ຢູ່ ໂຫ້ຍອ່ານ ແມ່ນ 1,33 ປອນ (ປະມານ 42,000 VND).

ເມືອງຈັດອັນດັບ 1 ໃນລາຍການຂອງ Holidu ແມ່ນບາງກອກ (ປະເທດໄທ), ນິວເດລີ (ອິນເດຍ) ເປັນອັນດັບ 2, ພູເກັດ (ປະເທດໄທ) ເປັນອັນດັບ 10, ກົວລາລໍາເປີ (ມາເລເຊຍ) ເປັນອັນດັບ 20, ສິງກະໂປ (ອັນດັບ 22); ກຸງໂຊລ (ສ.ເກົາຫລີ) ຢູ່ໃນອັນດັບທີ 34...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.