ພັດທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງຫວຽດ​ນາມ -ຈີນໃຫ້ຫຼາຍກ່​ວາ​ອີກ

16:30 | 30/09/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 28 ກັນ​ຍາ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດແຫ່ງຊາດ ໂຮ່ຈິມິນໄດ້​ສົມ​ທົບ​ກັບ​ໂຮງ​ຮຽນ​ພັກ​ສູນ​ກາງພັກ​ກອມ​ມູ​ນິດຈີນ ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ (ໂດຍ​ກົງສົມ​ທົບ​ທາງ​ໄກ) ດ້ວຍ​ຫົວ​ຂໍ້​ວ່າ: “100 ປີ​ແຫ່ງ​ການ​ພັດ​ທະ​ນາ​ຂອງພັກ​ກອມ​ມູ​ນິດຈີນ - ແລກ​ປ່ຽນ​ປະ​ສົບ​ກັນ​ກ່ຽວ​ກັບ​ການກໍ່​ສ້າງ​ພັກແລະການ​ນຳ​ພາ​ພັດ​ທະ​ນາ​ປະ​ເທດ​ຊາດລະ​ຫວ່າງພັກ​ກອມ​ມູ​ນິດຫວຽດ​ນາມແລະພັກ​ກອມ​ມູ​ນິດຈີນ”.

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ຂໍ້​ມູນ ແລະ ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ, ການພັດ​ທະ​ນາ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ຂໍ້​ມູນ ແລະ ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ, ການພັດ​ທະ​ນາ
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເຊື່ອມ​ຕໍ່​ການ​ໂອ້​ລົມ​ສົນ​ທະ​ນາ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເຊື່ອມ​ຕໍ່​ການ​ໂອ້​ລົມ​ສົນ​ທະ​ນາ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ
ພັດທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງຫວຽດ​ນາມ -ຈີນໃຫ້ຫຼາຍກ່​ວາ​ອີກ
​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ (ພາບ: Baotintuc.vn )

ກອງ​ປະ​ຊຸມ​ສຳ​ມະ​ນາ​ລວມ​ມີ 3 ວາ​ລະປຶກ​ສາ​ຫາ​ລືກ່ຽວ​ກັບ 3 ເນື້ອ​ໃນ​ຫຼັກຄື: ຜົນ​ງານ​ດ້ານ​ປະ​ຫວັດ​ສາດ​ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ, ພັກ​ກອມ​ມູ​ນິດຈີນແລະບົດ​ຮຽນ​ປະ​ສົບ​ການ​ໃນການພັດ​ທະ​ນາ​ປະ​ເທດ​ຊາດຂອງ​ສອງ​ພັກ, ແລກ​ປ່ຽນ​ປະ​ສົບ​ການ​ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ​ລະ​ຫວ່າງພັກ​ກອມ​ມູ​ນິດຫວຽດ​ນາມແລະພັກ​ກອມ​ມູ​ນິດຈີນ, ຄວາມ​ໝາຍແລະແງ່​ຫວັງ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງຫວຽດ​ນາມແລະຈີນ.

ຄະ​ນະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ມີ​ຮັບ 50 ຄຳເຫັນ​ປຶກ​ສາ​ຫາ​ລືທີ່​ໄດ້​ຄົ້ນ​ຄ້​ວາ​ຢ່າງ​ພິ​ຖີ​ພິ​ຖັນ, ມີ​ຄຸນ​ຄ່າແລະຄຸນ​ນະ​ພາບ​ດ້ານ​ວິ​ທະ​ຍາ​ສາດສູງຂອງ​ບັນ​ດາ​ສະ​ຫາຍ​ຊີ້​ນຳ, ຄຸ້ມ​ຄອງແລະພະ​ນັກ​ງານ​ວິ​ທະ​ຍາ​ສາດ​ຂຶ້ນ​ກັບ​ສະ​ຖາ​ບັນ​ການ​ເມືອງແຫ່ງ​ຊາດ​ໂຮ່​ຈີ​ມິນ, ໂຮງ​ຮຽນ​ພັກ​ສູນ​ກາງ​ຈີນແລະບັນ​ດາ​ຄະ​ນະ, ກະ​ຊວງ, ຂະ​ແໜງ​ການ​ຂັ້ນ​ສູນ​ກາງ, ບັນ​ດາສະ​ຖາ​ບັນ​ຄົ້ນ​ຄ້​ວາຂອງຫວຽດ​ນາມແລະຈີນ.

ເນື່ອງ​ໃນ​ໂອ​ກາດນີ້, ສະ​ຖາ​ບັນການ​ເມືອງແຫ່ງ​ຊາດໂຮ່​ຈີ​ມິນແລະໂຮງ​ຮຽນ​ພັກ​ສູນ​ກາງພັກ​ກອມ​ມູ​ນິດ​ຈີນໄດ້​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍຈຳ​ກ​ານ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.