ວັນທີ 24 ມິຖຸນາ, ຄ້າຍທະຫານຊາຍແດນດ່ານສາກົນນໍ້າກັ໊ນ (ທະຫານຊາຍແດນແຂວງເງະອານ) ໄດ້ຈັດຕັ້ງການພົບປະ, ແລກປ່ຽນ, ແຈ້ງສະພາບການຄຸ້ມຄອງ, ປ້ອງກັນຊາຍແດນ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກອງຮ້ອຍຊາຍແດນ 221, ກອງບັນຊາການທະຫານແຂວງຊຽງຂວາງ, ສປປ ລາວ ຮັບຊາບ.
ຍສໝ - ກະຊວງປ້ອງກັນປະເທດລາວ ຊ່ວຍເຫຼືອເງິນຈຳນວນ 200.000 USD ໃຫ້ແກ່ກອງງທຶນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ.
ລັດຖະບານລາວ ກັບອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ຮ່ວມມືກັນພັດທະນາລະບົບ ແອັບສູນບໍລິການປະຕູດຽວ ຫລື Smart (One Door Service Center) ODSC Mobile application ທີ່ນຳໃຊ້ລະບົບຄລາວ (Cloud System), ເຊິ່ງກອງປະຊຸມວິຊາການ ຂອງໜ່ວຍງານຍ່ອຍ ດ້ານປັບປຸງບໍລິຫານ ລັດຖະການ ໃນຫົວຂໍ້ “ ການບໍລິຫານລັດ ທີ່ນໍາໃຊ້ລະບົບເອເລັກໂຕຣນິກ e-governance ແບບທາງໄກ ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ 2021 ທີ່ກະຊວງພາຍໃນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ຈອນຝຣັ່ງຊົວ ກູດໂນດ (Jean-François Cuénod) ຫົວໜ້າອົງການຮ່ວມມື ເພື່ອການພັດທະນາ ຂອງປະເທດສະວິດເຊີແລນ ແລະ ທ່ານ ຊອນ ໂອຄອນແນວ ຫົວໜ້າໜ່ວຍປົກຄອງ ອົງການ UNDP.
ສອງຊາດ ລາວ-ຫວຽດນາມ ໄດ້ມີການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີນຳກັນມາແຕ່ບູຮານນະການ, ປະຊາຊົນສອງຊາດໄດ້ດຳລົງຊີວິດ ແລະ ທໍາມາຫາກິນບົນຜືນແຜ່ນດິນທີ່ມີສາຍພູຫລວງຍາວຢຽດ ແລະ ແມ່ນ້ຳຫລາຍສາຍຕິດຈອດກັນແຕ່ເໜືອເຖິງໃຕ້, ໄດ້ມີຄວາມສາມັກ ຄີຊ່ວຍເຫລືອເກື້ອກູນກັນເໝືອນດັ່ງອ້າຍນ້ອງຮ່ວມອຸທອນ, ໃນຍາມທຸກກໍ່ຮ່ວມທຸກ ແລະ ຍາມສຸກກໍ່ຮ່ວມສຸກນຳກັນຕະຫລອດມາ, ທັງໄດ້ຜ່ານການທົດສອບໃນຂະບວນການວິວັດແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຕ່າງດ້າວອັນຍືດເຍື້ອຍາວນານ ແລະ ສຸດແສນລະອິດລະອ້ຽວຂ້ຽວຂາດ ຊຶ່ງສອງຊາດ ລາວ-ຫວຽດນາມ ໄດ້ອີງຫລັງໃສ່ກັນ, ຊ່ວຍເຫລືອກັນ ຖານສະຫາຍອ້າຍນ້ອງບົນຈິດໃຈ ສາກົນອັນຜຸດຜ່ອງ ແລະ ໝົດຈິດໝົດໃຈ ໄດ້ມີຄວາມຮັກແພງເຊື່ອໝັ້ນເຊິ່ງກັນ ແລະ ກັນ ອັນເລິກເຊິ່ງ, ຍອມເສຍສະລະເພື່ອກັນ ແລະ ຮ່ວມເປັນຮ່ວມຕາຍນຳກັນ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ບັນລຸໄດ້ປະມານ 904 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 425 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 479 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 54 ລ້ານໂດລາສະຫາລັດ. ໃນນັ້ນ, ປະເທດທີ່ ສປປ ລາວ ສົ່ງອອກຫລັກ ແມ່ນ ສປ ຈີນ, ມູນຄ່າປະມານ 168 ລ້ານໂດລາ, ຫວຽດນາມ 106 ລ້ານໂດລາ, ໄທ 60 ລ້ານໂດລາ, ສະວິດເຊີແລນ 17 ລ້ານໂດລາ ແລະ ເຢຍລະມັນ 7 ລ້ານໂດລາ. ສ່ວນປະເທດທີ່ ສປປ ລາວ ນໍາເຂົ້າຫລັກ ມີ ປະເທດໄທ ມູນຄ່າປະມານ 227 ລ້ານໂດລາ, ສປ ຈີນ 117 ລ້ານໂດລາ, ຫວຽດນາມ 39 ລ້ານໂດລາ, ຢີ່ປຸ່ນ 16 ລ້ານໂດລາ ແລະ ສ ອາເມລິກາ 31 ລ້ານໂດລາ.
ໃນວັນທີ 24 ມິຖຸນາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ.ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບ ສະພາບໂຄວິດ-19 ໃນ ສປປ ລາວ ວ່າ: ວັນທີ 23 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1.574 ຄົນ. ໃນນັ້ນ, ກວດພົບຜູ້ຕິດເຊື້ອທັງໝົດ 4 ຄົນ, ຈາກນະຄອນຫລວງ 3 ຄົນ ແລະ ແຂວງສະຫວັນນະເຂດ 1 ຄົນ. ສຳລັບນະຄອນຫລວງວຽງຈັນ 3 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຈາກການສໍາຜັດໃກ້ຊິດ ກັບຜູ້ຕິດເຊື້ອເກົ່າ; ສ່ວນ ແຂວງສະຫວັນນະເຂດ 1 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.
ໃນໄລຍະທີ່ຜ່ານມາ, ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງ ສູນກາງແນວໂຮມປະເທດຊາດ, ທ່ານປະທານປະເທດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ, ປະຊາຄົມ ຊາວຫວຽດນາມ ອາໄສຢູ່ ລາວ ໄດ້ ແລະ ພວມຕັ້ງໜ້າດຳເນີນການອຸປະຖຳຊ່ວຍເຫຼືອເພື່ອແນໃສ່ ຮ່ວມແຮງຮ່ວມໃຈກັບລັດຖະບານ ແລະ ປະຊາຊົນພາຍໃນປະເທດ ໃນບັ້ນຕໍ່ສູ້ໂລກລະບາດໂຄວິດ - 19.
ຍສໝ - ຫວ່າງແລ້ວນີ້, ຢູ່ດ່ານຊາຍແດນລາໄລ (ແຂວງກວ໋າງຈີ້), ຄະນະປະຕິບັດງານຂອງຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ນຳໂດຍທ່ານ ຫງວຽນແທງບິ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງ ໄດ້ມອບອຸປະກອນການແພດໃຫ້ການນຳສອງແຂວງ ສາລະວັນ ແລະເຊກອງ (ລາວ), ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.
ຍສໝ - ສະເພາະໃນເດືອນພຶດສະພາ 2021, ວົງເງິນການຄ້າສອງສົ້ນຫວຽດນາມ-ລາວ ບັນລຸກວ່າ 113 ລ້ານໂດລາສະຫະລັດ, ເມື່ອທຽບໃສ່ໄລຍະດຽວກັນແມ່ນເພີ່ມຂຶ້ນແຮງພໍສົມຄວນ 56,7%.
ຍສໝ - ສິ້ນສຸດການຮຽນ, ມີນາຍທະຫານຄົນ 1 ໄດ້ປະເພດເກັ່ງ, 15 ຄົນໄດ້ປະເພດດີ ແລະ 1 ຄົນໄດ້ປະເພດປານກາງ.
ຍສໝ - ອຸປະກອນການແພດເຊິ່ງແຂວງວີ໋ງຟຸກ ໜູນຊ່ວຍໃນຄັ້ງນີ້, ລວມມີ: ຜ້າອັດປາກ-ອັດດັງ 300.000 ອັນ, ຊຸດປ້ອງກັນໂຄວິດ-19 1.000 ຊຸດ, ນໍ້າຢາຂ້າເຊື້ອ 1.000 ຂວດ ແລະເຄື່ອງວັດແທກອຸນຫະພູມຮ່າງກາຍ 50 ໜ່ວຍ ທີ່ຜະລິດຢູ່ຍີ່ປຸ່ນ ໜູນຊ່ວຍໃຫ້ແຂວງຫຼວງນໍ້າທາ; ຜ້າອັດປາກ-ອັດດັງ 150.000 ອັນ...
ຍສໝ - ໃນຕອນເຊົ້າວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີມອບບັດດາເຄື່ອງອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ໂດຍກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດລາວ.
ຍສໝ - ບັນດາທ້ອງຖິ່ນ ແລະ ວິສາຫະກິດໃນປະເທດລາວ ສືບຕໍ່ລະດົມເງິນໄດ້ຫຼາຍຮ້ອຍລ້ານກີບ ເພື່ອອຸປະຖຳຫວຽດນາມ ໃນການຕ້ານການລະບາດຂອງພະຍາດ COVID-19.
ອຸປະກອນການແພດໂດຍແຂວງເງະອານ ມອບໃຫ້ແຂວງຫົວພັນ ລວມມູນຄ່າ 250 ລ້ານດົ່ງ. ກອງບັນຊາການຕໍາຫຼວດແຂວງເງະອານ ມອບສະບຽງອາຫານ, ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ລວມມູນຄ່າ 100 ລ້ານດົ່ງ.
ທ່ານລຶວແມັງຮ່າ, ຜູ້ອຳນວຍການໃຫ່ຍບໍລິສັດ UNITEL ໄດ້ໄປສະຖານທູດຫວຽດນາມ ປະຈຳລາວ ມອບເງິນຈຳນວນ 20.000 USD, ສະໜັບສະໜູນກອງທຶນວັກຊິນປ້ອງກັນ ຕ້ານໂຄວິດ 19 ໂດຍລັດຖະບານຫວຽດນາມ ປຸກລະດົມ.
ໃນສະພາບທີ່ຫວຽດນາມ ກໍາລັງສຸມໃສ່ຮັບມືກັບການຜັນແປທີ່ສັບສົນຂອງພະຍາດໂຄວິດ-19, ໃນຊຸມວັນຜ່ານມາ, ແຂວງຕ່າງໆຂອງລາວ ໄດ້ສະໜັບສະໜູນເງິນເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະປະຊາຊົນຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19.
ເພື່ອຮ່ວມແຮງຮ່ວມໃຈກັບລັດຖະບານ ແລະປະຊາຊົນຫວຽດນາມ ໃນການຕໍ່ສູ້ປ້ອງກັນ, ຕ້ານພະຍາດໂຄວິດ-19, ຕອນເຊົ້າວັນທີ 10 ມິຖຸນາ, ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ (ລາວ) ໄດ້ບໍລິຈາກເງິນສົດ ແລະວັດຖຸດ້ວຍມູນຄ່າທັງໝົດ 1 ລ້ານໂດລາສະຫະລັດໃຫ້ແກ່ກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ.
ວັນທີ 09 ມິຖຸນາ 2021 ທີ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ນາງ ບຸຍ ທິ ມິງ ຮ່ວາຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ, ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບຕຳແໜ່ງໃໝ່.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ຈຸງກິ່ງ, ປະເທດຈີນ, ທ່ານ ບຸນແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ຢູ່ນອກກອງປະຊຸມພິເສດລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ແລະ ກອງປະຊຸມລັດຖະມົນຕີຮ່ວມມື ແມ່ນໍ້າຂອງ - ລ້ານຊ້າງ ຄັ້ງທີ 6. ສອງຝ່າຍໄດ້ເຫັນດີເປັນເອກະພາບໃນຫຼາຍເນື້ອໃນເພື່ອສືບຕໍ່ນຳການພົວພັນຮ່ວມມື ຫວຽດນາມ - ລາວເຂົ້າສູ່ລວງເລິກກວ່າອີກ…
ຍສໝ - ຢູ່ບັນດາດ່ານຊາຍແດນສາກົນລາວບາວ ແລະ ລາໄລ, ຊາວໜຸ່ມແຂວງກ໋ວາງຈິ ໄດ້ມອບຜ້າອັດປາກ - ອັດດັງ 20.000 ອັນ, ເຈວລ້າງມືຂ້າເຊື້ອ 30 ແກັດ, ສະບູລ້າງມື 80 ແກັດ, ນ້ຳຢາລ້າງມື 25 ແກັດ, ໝີ່ສຳເລັດຮູບ 100 ແກັດ ດ້ວຍມູນຄ່າ 120 ລ້ານດົ່ງ ໃຫ້ແກ່ຊາວໜຸ່ມແຂວງ ສະຫວັນນະເຂດ ແລະ ຊາວໜຸ່ມແຂວງສາລະວັນ (ປະເທດ ລາວ).