ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ແບ່ງປັນປະສົບການໃນການປ້ອງກັນ ແລະຕ້ານໂລກລະບາດ

07:38 | 24/10/2021

ວັນທີ 22 ຕຸລາ, ລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ປີ 2021 ໄດ້ດຳເນີນຜ່ານລະບົບທາງໄກ.

AFF Suzuki Cup 2020: ຫວຽດນາມ ພົບກັບມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ AFF Suzuki Cup 2020: ຫວຽດນາມ ພົບກັບມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ
ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ ນັກສຶກສາ 3 ປະເທດເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ
ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ແບ່ງປັນປະສົບການໃນການປ້ອງກັນ ແລະຕ້ານໂລກລະບາດ

ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ແບ່ງປັນປະສົບການໃນການປ້ອງກັນ ແລະຕ້ານໂລກລະບາດ. ພາບ: tienphong.vn

ບັນດາຜູ້ແທນໄດ້ພ້ອມກັນປຶກສາຫາລື 3 ຫົວຂໍ້ສະເພາະ, ຄື: “ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ຮ່ວມແຮ່ງຮ່ວມໃຈເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ແລະຄວາມສາມັກຄີ”; “ຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ຕະລຸມບອນ, ສະໝັກໃຈເຂົ້າຮ່ວມການປ້ອງກັນ, ຕ້ານພະຍາດໂຄວິດ-19, ເພື່ອຮັບປະກັນຊີວິດສັງຄົມ” ແລະ “ຍົກສູງກໍາລັງຄວາມສາມາດດີຈີຕອນໃຫ້ຊາວໜຸ່ມ ຫວຽດນາມ-ລາວ-ກໍາປູເຈຍ, ເຊື່ອມໂຍງເຂົ້າກັບສາກົນດ້ວຍຄວາມໝັ້ນໃຈ”... ແລະແບ່ງປັນບົດຮຽນ, ປະສົບການ, ຮູບແບບທີ່ດີ... ຂອງຊາວໜຸ່ມ ເພື່ອຮ່ວມແຮງຮ່ວມໃຈຍູ້ພະຍາດໂຄວິດ-19 ຢູ່ແຕ່ລະປະເທດໃຫ້ຖອຍໄປໂດຍໄວ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຫງອັກເລືອງ ປະທານສະຫະພັນຊາວໜຸ່ມຫວຽດນາມ ແບ່ງປັນວ່າ ເຖິງວ່າຈະຢູ່ໃນສະພາບການໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ຄະນະຊາວໜຸ່ມ, ສະຫະພັນຊາວໜຸ່ມ 3 ປະເທດຍັງໄດ້ແກ້ໄຂຄວາມຫຍຸ້ງຍາກ, ມີຫຼາຍຂໍ້ລິເລີ່ມ, ປ່ຽນແປ່ງໃໝ່ຫຼາຍຢ່າງໃນວິທີການຕິດຕໍ່, ແລກປ່ຽນຂໍ້ມູນຂ່າວສານ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ.

ຕາງໜ້າໃຫ້ຊາວໜຸ່ມກຳປູເຈຍ, ທ່ານ Hun Many - ປະທານສະຫະພັນຊາວໜຸ່ມກຳປູເຈຍ ກໍ່ໄດ້ແບ່ງປັນປະສົບການຂອງຊາວໜຸ່ມກຳປູເຈຍ ໃນການເຂົ້າຮ່ວມການປ້ອງກັນ, ຕ້ານພະຍາດໂຄວິດ-19. ຢູ່ສະຖານທີ່ເຊື່ອມຕໍ່ປະເທດເພື່ອນລາວ, ທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງປະທານສະຫະພັນຊາວໜຸ່ມລາວ ຖືວ່າ ການພົວພັນຂອງສາມປະເທດແມ່ນຊັບສົນບັດທີ່ຫາຍາກ, ຄວນໄດ້ຮັກສາ ແລະເສີມຂະຫຍາຍ.

ເຂົ້າຮ່ວມການພົບປະແລກປ່ຽນ, ທ່ານ ຫງວຽນດຶກຕ໊ຽນ, ປະທານສະຫະພັນຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ແບ່ງປັນປະສົບການຂອງຊາວໜຸ່ມນະຄອນຫຼວງຕະລຸມບອນ, ສະໝັກໃຈເຂົ້າຮ່ວມການປ້ອງກັນ, ຕ້ານພະຍາດໂຄວິດ - 19.

la.qdnd.vn

ເຫດການ
302 Found

Found

The document has moved here.