ຄວາມໝາຍຂອງການສຳເລັດວຽກງານກຳນົດ ແລະຂີດເສັ້ນຊາຍແດນຫວຽດນາມ-ລາວ

15:07 | 24/10/2021

ຊາຍແດນຫວຽດນາມ-ລາວ ແມ່ນແບບຢ່າງກ່ຽວກັບການຮ່ວມມື, ເຄົາລົບເອກະລາດອະທິປະໄຕ, ຜືນແຜ່ນດິນອັບຄົບຖ້ວນຂອງກັນ ແລະການນຳໃຊ້ບັນດາຫຼັກການຂອງກົດໝາຍ ແລະພຶດຕິກຳຕົວຈິງຂອງສາກົນຢ່າງມີຫົວຄິດປະດິດສ້າງບົນພື້ນຖານໄມຕີຈິດມິດຕະພາບແບບພິເສດ.

ວົງເງິນການຄ້າ ຫວຽດນາມ-ລາວ ສືບຕໍ່ເພີ່ມຂຶ້ນ ວົງເງິນການຄ້າ ຫວຽດນາມ-ລາວ ສືບຕໍ່ເພີ່ມຂຶ້ນ
ຕາຕະລາງອັດຕາພາສີນໍາເຂົ້າບູລິມະສິດພິເສດຫວຽດນາມ-ລາວ ຕາຕະລາງອັດຕາພາສີນໍາເຂົ້າບູລິມະສິດພິເສດຫວຽດນາມ-ລາວ
ພາບ​ປະ​ກອບ
ພາບ​ປະ​ກອບ

ປະກົດການຂອງການພົວພັນແບບພິເສດ

45 ປີແຫ່ງວັນກໍ່ສ້າງເສັ້ນຊາຍແດນ (1977-2021) ກໍ່ແມ່ນເວລາປະຕິບັດສົນທິສັນຍາມິດຕະພາບ ແລະການຮ່ວມມືປີ 1977, ຫວຽດນາມ ແລະລາວ ຍາມໃດກໍ່ຢັ້ງຢືນຄວາມຕັດສິນໃຈກໍ່ສ້າງເສັ້ນຊາຍແດນໃຫ້ກາຍເປັນຊາຍແດນໄມຕີຈິດມິດຕະພາບຖານອ້າຍນ້ອງຍາວນານລະຫວ່າງສອງປະເທດ.

ສອງຝ່າຍໄດ້ແກ້ໄຂບັນຫາກຳນົດ ແລະຂີດເສັ້ນຊາຍແດນ, ສ້າງແຜນທີ່ຊາຍແດນ, ແກ້ໄຂບັນດາເຂດຍັງຄົງຂ້າງ, ປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍ, ບັນຫາຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະສົມລົດບໍ່ຖືກລະບຽບໃນເຂດຊາຍແດນ, ການກໍ່ສ້າງ ແລະພັດທະນາລະບົບດ່ານຊາຍແດນສາກົນ, ດ່ານປະເພນີ, ດ່ານທ້ອງຖິ່ນ, ບັນດາຕະຫຼາດການຄ້າຊາຍແດນ ແລະບັນຫາອື່ນໆໃນການຄຸ້ມຄອງຊາຍແດນ.

ການສຳເລັດວຽກງານກຳນົດ ແລະຂີດເສັ້ນຊາຍແດນ, ຄຸ້ມຄອງຊາຍແດນສອງປະເທດສະແດງໃຫ້ເຫັນຢ່າງຈະແຈ້ງຄວາມຕັດສິນໃຈຂອງສອງພັກ, ສອງລັດ, ປະຊາຊົນຫວຽດນາມ-ລາວ ເພື່ອເສັ້ນຊາຍແດນຮ່ວມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາວັດທະນາຖາວອນ.

ບັນດາສົນທິສັນຍາ ແລະເອກະສານນິຕິກຳຊາຍແດນຫວຽດນາມ-ລາວ ໄດ້ລົງນາມຖືກຕາມບັນດາຫຼັກການຂອງກົດໝາຍສາກົນ ແລະພຶດຕິກຳຕົວຈິງຂອງສາກົນ, ບົນພື້ນຖານສະເໝີພາບ, ເຄົາລົບເອກະລາດ ແລະຜືນແຜ່ນດິນອັນຄົບຖ້ວນຂອງກັນ, ກໍ່ຄືຜົນປະໂຫຍດອັນຊອບທຳຂອງສອງຝ່າຍ ແລະຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດທີ່ຢາກມີເສັ້ນຊາຍແດນມິດຕະພາບຍາວນານ.

ສຳເລັດເສັ້ນຊາຍແດນຫວຽດນາມ-ລາວ ແມ່ນປະກົດການຂອງການພົວພັນພິເສດ, ປະກອບສ່ວນຕັ້ງໜ້າເຂົ້າໃນການປັບປຸງ ແລະເພີ່ມທະວີນ້ຳໃຈສາມັກຄີສູ້ຮົບ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ກໍ່ສ້າງເສັ້ນຊາຍແດນໃຫ້ຍືນຍົງຄົງຕົວ

ເສັ້ນຊາຍແດນຫວຽດນາມ-ລາວ ມີຄຸນນະພາບສູງ, ຫຼັກໝາຍງາມ ແລະທັນສະໄໝ, ໄດ້ວາດພາບ ແລະສະແດງຢ່າງລະອຽດໃນອະນຸສັນຍາ ແລະຊຸດແຜນທີ່ທັນສະໄໝ ໄດ້ແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດ, ກໍ່ສ້າງເສັ້ນຊາຍແດນຍືນຍົງຄົງຕົວ, ສ້າງພື້ນຖານນິຕິກຳໂດຍພື້ນຖານເພື່ອຄຸ້ມຄອງຊາຍແດຍໃຫ້ມີປະສິດທິຜົນ, ລວມມີການໄປມາຫາສູ່ກັນຂອງປະຊາຊົນ...ເພື່ອຮັບປະກັນອະທິປະໄຕຂອງແຕ່ລະປະເທດ, ສ້າງເງື່ອນໄຂສະດວກໃຫ້ແກ່ການທຳມາຫາກິນ, ການດຳລົງຊີວິດຂອງປະຊາຊົນສອງຝ່າຍ ແລະການຮ່ວມມືທຸກດ້ານລະຫວ່າງສອງປະເທດ, ພັດທະນາເສດຖະກິດ, ເພີ່ມທະວີການພົບປະແລກປ່ຽນມິດຕະພາບ.

ການກຳນົດ ແລະຂີດເສັ້ນຊາຍແດນຫວຽດນາມ-ລາວ ສຳເລັດແມ່ນແບບຢ່າງ ແລະບົດຮຽນເພື່ອໃຫ້ສອງປະເທດແກ້ໄຂບັນຫາຊາຍແດນຂອງຕົນກັບປະເທດບ້ານໃກ້ເຮືອນຄຽງ. ບັນດາຫຼັກການກຳນົດ ແລະບົດຮຽນກ່ຽວກັບການຂີດເສັ້ນຊາຍແດນໃນສົນທິສັນຍາປີ 1977 ແລະເອກະສານນິຕິກຳກ່ຽວກັບຊາຍແດນຫວຽດນາມ-ລາວ ກໍ່ໄດ້ລະບຸໄວ້ໃນສົນທິສັນຍາວ່າດ້ວຍຫຼັກການແກ້ໄຂບັນຫາຊາຍແດນຫວຽດນາມ-ກຳປູເຈຍ ທີ່ລົງໃນວັນທີ 20 ກໍລະກົດ 1983, ສົນທິສັນຍາກຳນົດຊາຍແດນແຫ່ງຊາດຫວຽດນາມ-ກຳປູເຈຍ ທີ່ລົງໃນວັນທີ 27 ທັນວາ 1985 ແລະສົນທິສັນຍາສະບັບເພີ່ມເຕີມສົນທິສັນຍາກຳນົດຊາຍແດນແຫ່ງຊາດຫວຽດນາມ-ກຳປູເຈຍ ປີ 1985 ທີ່ລົງໃນວັນທີ 10 ຕຸລາ 2005 ແລະສົນທິສັນຍາສະບັບເພີ່ມເຕີມສົນທິສັນຍາກຳນົດຊາຍແດນແຫ່ງຊາດ ປີ 1985 ແລະສົນທິສັນຍາສະບັບເພີ່ມເຕີມ ປີ 2005 ລະຫວ່າງຫວຽດນາມ ແລະກຳປູເຈຍ ລົງນາມໃນວັນທີ 5 ຕຸລາ 2019 ກໍ່ຄືໃນການເຈລະຈາບັນຫາຊາຍແດນລາວ-ກຳປູເຈຍ.

ການແກ້ໄຂສຳເລັດເສັ້ນຊາຍແດນຫວຽດນາມ-ລາວ ປະກອບສ່ວນສ້າງສະພາບແວດລ້ອມໝັ້ນຄົງ ແລະພັດທະນາໃຫ້ເຂດຊາຍແດນ, ສ້າງເງື່ອນໄຂປະຕິບັດໂຄງການເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ, ບັນດາໂຄງການຮ່ວມມືພັດທະນາອະນຸພາກພື້ນ ແລະອາຊຽນ. ຜົນສຳເລັດດັ່ງກ່າວຍັງປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນພາກພື້ນ.

ເສັ້ນຊາຍແດນຫວຽດນາມ-ລາວ ດ້ວຍບັນດາທັດສະນີຍະພາບທຳມະຊາດ ແລະບັນດາປູຊະນີຍະສະຖານປະຫວັດສາດແມ່ນບັນດາສະຖານທ່ີທ່ອງທ່ຽວສວຍງາມ ແລະແມ່ນຂອງຂວັນອັນລ້ຳຄ່າເພື່ອໃຫ້ຮຸ່ນຄົນໃນອະນາຄົດສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ແລະຄວາມສາມັກຄີພິເສດລະຫວ່າງສອງຊາດ.

ແນວຄວາມຄິດກ່ຽວກັບ “ເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ” ໄດ້ປະກົດຕົວທີ່ການພົບປະລະຫວ່າງນາຍົກລັດຖະມົນຕີ 3 ປະເທດ ກຳປູເຈຍ, ລາວ, ຫວຽດນາມ ໃນເດືອນທັນວາ 1999 ຢູ່ວຽງຈັນ ແລະເດືອນມັງກອນ 2002 ຢູ່ນະຄອນໂຮ່ຈີມິນ.

ເຂດສາມຫຼ່ຽມພັດທະນາກຳປູເຈຍ, ລາວ, ຫວຽດນາມ ຕັ້ງຢູ່ບໍລິເວນ 13 ແຂວງ. ຫວຽດນາມ ມີ 5 ແຂວງ: ກອນຕູມ, ຢາລາຍ, ດັ໊ກລັ໊ກ, ດັ໊ກນົງ, ບິ່ງເຟືອກ; ລາວ ມີ 4 ແຂວງ: ເຊກອງ, ອັດຕະປື, ສາລະວັນ, ຈຳປາສັກ; ກຳປູເຈຍ ມີ 4 ແຂວງ: Stung Treng, Rattanakkiri, Mondulkiri, Kratie.

la.qdnd.vn

ເຫດການ
302 Found

Found

The document has moved here.