ມອບເຄື່ອງຊ່ວຍເຫຼືອໃຫ້ກໍາລັງປະກອບອາວຸດລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19

16:30 | 16/10/2021

ທະຫານຊາຍແດນຫວຽດນາມ ມອບວັດຖຸອຸປະກອນການແພດ, ເຄື່ອງໃຊ້ທີ່ຈໍາເປັນໃຫ້ກໍາລັງປະກອບອາວຸດຂຶ້ນກັບເມືອງກະລຶມ, ແຂວງເຊກອງ, ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ສະຫະພັນມິດຕະພາບແຂວງເທື່ອທຽນ - ເຫ້ວສະໜັບສະໜູນອຸປະກອນການແພດໃຫ້ແກ່ແຂວງ ເຊກອງ ແລະ ສາລະວັນລາວ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ສະຫະພັນມິດຕະພາບແຂວງເທື່ອທຽນ - ເຫ້ວສະໜັບສະໜູນອຸປະກອນການແພດໃຫ້ແກ່ແຂວງ ເຊກອງ ແລະ ສາລະວັນລາວ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ​ເຂົ້າ​ຮ່ວມ​ໂຄງ​ການ ວັກ​ຊິນ ເພື່ອປ້ອງກັນ ໂລກລະບາດ Covid – 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ​ເຂົ້າ​ຮ່ວມ​ໂຄງ​ການ ວັກ​ຊິນ ເພື່ອປ້ອງກັນ ໂລກລະບາດ Covid – 19
ພິທີມອບ-ຮັບຂອງຂວັນໃຫ້ກໍາລັງປະກອບອາວຸດຢູ່ເສັ້ນຊາຍແດນເມືອງກະລຶມ, ແຂວງເຊກອງ, ລາວ. ພາບ: ຊວນບິງ.
ພິທີມອບ-ຮັບຂອງຂວັນໃຫ້ກໍາລັງປະກອບອາວຸດຢູ່ເສັ້ນຊາຍແດນເມືອງກະລຶມ, ແຂວງເຊກອງ, ລາວ. ພາບ: ຊວນບິງ.

ວັນທີ 14 ຕຸລາ, ທີ່ຫຼັກໝາຍ ເລກທີ 666, ຄ້າຍທະຫານຊາຍແດນອາເດີດ (ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນ-ເຫວ້) ສົມທົບກັບຄະນະເສດຖະກິດ-ປ້ອງກັນຊາດ 92 (ທະຫານເຂດ 4) ແລະຄ້າຍທະຫານຊາຍແດນອານົງ (ກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ) ຈັດຕັ້ງພິທີມອບ-ຮັບວັດຖຸອຸປະກອນການແພດ, ເຄື່ອງໃຊ້ທີ່ຈໍາເປັນເພື່ອຊ່ວຍເຫຼືອບັນດາກົມກອງກໍາລັງປະກອບອາວຸດຂຶ້ນກັບເມືອງກະລຶມ, ແຂວງເຊກອງ, ລາວ ທີ່ພວມປະສົບຄວາມຫຍຸ້ງຍາກໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີ: ເຂົ້າສານ, ໝີ່ສໍາເລັດຮູບ, ເຂົ້າໜົມແຫ້ງ; ຜ້າອັດປາກ-ອັດດັງ, ຊຸດກັນພະຍາດໂຄວິດ-19 ແລະເຄື່ອງໃຊ້ທີ່ຈໍາເປັນອື່ນໆ, ລວມມູນຄ່າທັງໝົດແມ່ນກວ່າ 50 ລ້ານດົ່່ງ.

ຈໍານວນທັນຍາຫານ, ສະບຽງອາຫານ ແລະອຸປະກອນການແພດ, ເຄື່ອງໃຊ້ທີ່ຈໍາເປັນ ເຊິ່ງບັນດາກົມກອງມອບໃຫ້ນັ້ນບໍ່ພຽງແຕ່ແມ່ນການສະໜັບສະໜູນທາງດ້ານວັດຖຸເທົ່ານັ້ນ, ຫາກຍັງແມ່ນການໃຫ້ກໍາລັງໃຈອັນໃຫຍ່ຫຼວງເພື່ອຊ່ວຍເຫຼືອກໍາລັງປະກອບອາວຸດ ແລະປະຊາຊົນຕິດກັບຊາຍແດນລາວ ຜ່ານຜ່າໄລຍະທີ່ຫຍຸ້ງຍາກໃນປະຈຸບັນອີກດ້ວຍ.

la.qdnd.vn

ເຫດການ
302 Found

Found

The document has moved here.