ໃນວັນທີ 05 ມີນາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຕາງຫນ້າໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 04 ມີນາ ທີ່ຜ່ານມາ ການເຝົ້າລະວັງຮອດ 5 ໂມງແລງ ພວກເຮົາໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 726 ຄົນ, ທຸກຄົນແມ່ນໄດ້ແທກອຸນ ຫະພູມຮ່າງກາຍ, ພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 2 ຄົນ. ຜູ້ຕິດເຊື້ອເບີ 46 ເປັນເພດຊາຍ, ອາຍຸ 28 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ; ຜູ້ຕິດເຊື້ອນ້ຳເບີ 47 ເປັນເພດຊາດ, ອາຍຸ 26 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ.
ຍສໝ - ເຂົ້າຮ່ວມກອງປະຊຸມທີ່ທ່ານ Apirat Sugondhabhirom ຫົວໜ້າກົງສູນໃຫຍ່ ລາຊະອານາຈັກໄທປະຈຳໂຮ່ຈີມິນ, ທ່ານ ຫງວຽນວຽດລວານ ເລຂາທິການສູນກາງສະມາຄົມມິດຕະພາບ ຫວຽດນາມ - ໄທ, ທ່ານນາງ ເຈິ່ນທິທູທຸ໊ຍ ຫົວໜ້າຫ້ອງວ່າການສະຫະສະມາຄົມບັນດາອົງການມິດຕະພາບຫວຽດນາມປະຈຳພາກໃຕ້ຫວຽດນາມ…
ເຖິງວ່າ ຫາກໍໄດ້ຮັບການສ້າງຕັ້ງມາໄດ້ປະມານ 3 ປີ ກໍຕາມ ແຕ່ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ມີການປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການສ້າງຄວາມສະໜິດຕິດພັນລະຫວ່າງນັກສຶກສາກັບວົງຄະນະຍາດ ແລະ ນີ້ໄດ້ກາຍເປັນບ່ອນອີງທັງທາງດ້ານວັດຖຸ ແລະ ຈິດໃຈສຳລັບນັກສຶກສາ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ເຊີນທ່ານຮັບຟັງບົດຂຽນ ດ້ວຍຫົວຂໍ້ “ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ - ບ່ອນອີງໝັ້ນແກ່ນຂອງນັກສຶກສາຫ່າງໄກຈາກບ້ານເກີດເມືອງນອນ.
ການນຳແຂວງ ໄຊຍະພູມ, ສະກົນນະຄອນ ຢັ້ງຢືນວ່າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ຫວຽດນາມ-ໄທ ຫຼາຍກວ່າອີກ.
ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດໄທ ປະຈຳຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 93 ປີແຫ່ງວັນຊາດລາຊະອານາຈັກໄທ (5 ທັນວາ 1927 - 5 ທັນວາ 2020) ແລະ ອາໄລຫາວັນເກີດຂອງເຈົ້າຊີວິດຣາຊະອານາຈັກໄທ, ທ່ານ Bhumibol Adulyadej.
ຍສໝ - ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດ SCG ສືບຕໍ່ເປີດກວ້າງການລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ; ເປັນຂົວເຊື່ອມຕໍ່ນຳບັນດາກຸ່ມບໍລິສັດໃຫຍ່ຂອງໄທ ເວົ້າສະເພາະ ແລະ ຂອງໂລກເວົ້າລວມເຂົ້າມາລົງທຶນຢູ່ຫວຽດນາມ ໃນໄລຍະຈະມາເຖິງ.
ໃນໄລຍະຜ່ານມາ, ໜ່ວຍງານພາກລັດ ແລະ ພາກເອກະຊົນຂອງໄທ ກໍໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການປ້ອງກັນ ແລະ ບັນເທົາຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ໂດຍໄດ້ມອບອຸປະກອນທາງການແພດ ແລະ ເງິນຊ່ວຍເຫລືອ ລວມມູນຄ່າຫລາຍກວ່າ 7 ລ້ານບາດ.
ກະຊວງການຕ່າງປະເທດຫວຽດນາມໃຫ້ຮູ້ວ່າ, ຕອນເຊົ້າວັນທີ 6 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີໄທ ປຣະຍຸດຈັນໂອຊາ ເພື່ອປຶກສາຫາລືການຮ່ວມມືສອງຝ່າຍຫວຽດນາມ - ໄທ ແລະ ການຮ່ວມມືໃນພາກພື້ນ ກ່ອນກອງປະຊຸມສຸດຍອດອາຊຽນ 37.
ຍສໝ - ໃນສະພາບການທີ່ທັງສອງປະເທດຫວຽດນາມ ແລະ ໄທ ໄດ້ຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງມີປະສິດທິຜົນ, ນາຍົກລັດຖະມົນຕີທັງສອງທ່ານ ໄດ້ເຫັນດີເປັນເອກະພາບ ໃນການຊຸກຍູ້ການພົວພັນຮ່ວມມືສອງຝ່າຍຕື່ມອີກ.
ຍສໝ - ວັນທີ 1 ພະຈິກ, ສະຖານທູດຫວຽດນາມ ປະຈໍາ ລາຊະອານາຈັກໄທ ໄດ້ຈັດຕັ້ງພິທີຮັບເງິນບໍລິຈາກຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ທີ່ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ.
ຍສໝ - ເມື່ອບໍ່ດົນມານີ້, ຊຸມຊົນຊາວຫວຽດນາມ ຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ໄດ້ມີຫຼາຍກິດຈະກຳທີ່ມີຄວາມໝາຍ ແລະ ແທດຈິງເພື່ອໜູນຊ່ວຍປະຊາຊົນຢູ່ພາກກາງຫວຽດນາມ ທີ່ຖືກຮັບຜົນສະທ້ອນຈາກໄພນ້ຳຖ້ວມ.
ຍສໝ - ໃນເດືອນ ຕຸລາ, ສະມາຄົມມິດຕະພາບ ຫວຽດນາມ - ລາວແຂວງໄທງວຽນ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ ໂຄງການຕ້ອນຮັບນັກສຶກສາ ລາວໄປຢູ່ກັບຄອບຄົວຂອງປະຊາຊົນ (ໂຄງການ Homestay) ປີ 2019 – 2020.
ໃນໄລຍະປີ 2016-2020, ລາວສົ່ງອອກກະແສໄຟຟ້າບັນລຸ 129.605 ລ້ານກິໂລວັດໂມງ, ມູນຄ່າ 7,2 ຕື້ໂດລາສະຫະລັດ, ເພີ່ມຂື້ນ 164% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ບາງກອກ, ສະມາຄົມມິດຕະພາບໄທ - ລາວ ປະສານງານກັບກົມອາຊີຕາເວັນອອກ, ກະຊວງການຕ່າງປະເທດໄທ ໄດ້ຈັດພິທີມອບອຸປະກອນການແພດໃຫ້ແກ່ປະເທດລາວເພື່ອປ້ອງກັນພະຍາດ Covid -19.
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ, ຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ
ວັນທີ 28 ກັນຍາ 2020 ນີ້, ຄະນະປະຕິບັດງານເພື່ອແກ້ໄຂ ບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ໄທ-ລາວ ໄດ້ຈັດກອງ ປະຊຸມທາງໄກ ວີດີໂອ ເທເລ ຄອນເຟີເລັນ ໜ່ວຍປະສານງານປະຈໍາພາກພື້ນຊາຍແດນ ລາວ-ໄທ ປະຈໍາປີ 2020.
ໃນວັນທີ 25 ກັນຍາ 2020 ນີ້, ຢູ່ກົມພົວພັນຕ່າງປະເທດ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາວາ ອາກາດເອກ ກິດຕິພົງ ແກ້ວພາ ຜູ້ຊ່ວຍທູດຝ່າຍທະຫານອາກາດໄທ ປະຈໍາ ສປປ.ລາວ ທີ່ໄດ້ສິ້ນສຸດການປະຕິບັດໜ້າທີ່ການທູດ ປະຈໍາຢູ່ລາວ.
ໃນວັນທີ 19 ກັນຍາ 2020 ນີ້, ຢູ່ທີ່ຫ້ອງປະຊຸມກະຊວງປ້ອງ ກັນປະເທດ ແຫ່ງ ສປປ.ລາວ ໄດ້ຈັດກອງປະຊຸມທາງໄກປຶກສາ ຫາລືກ່ຽວກັບວຽກງານການ ສ້າງກິດຈະກຳຕ່າງໆລະຫວ່າງ ກອງທັບປະຊາຊົນລາວກັບກອງ ທັບຣາຊະອານາຈັກໄທ.
ຍສໝ - ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ Tanee Sangrat ສະແດງຄວາມຂອບອົກຂອບໃຈຕໍ່ສະມາຄົມມິດຕະພາບຫວຽດນາມ - ໄທ ແລະບັນດາສາຂາສະມາຄົມຢູ່ບັນດາທ້ອງຖິ່ນທີ່ໄດ້ເຂົ້າຮ່ວມເດີນທາງ ແລະຮ່ວມມືໃນບັນດາການເຄື່ອນໄຫວຂອງສະຖານທູດ.
ຍສໝ - ບັນດາຜູ້ຊ່ຽວຊານຢູ່ໄທ ໃຫ້ຮູ້ວ່າ ບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020 ແມ່ນລ້ວນແຕ່ມີຜົນດີຢ່າງຕັ້ງໜ້າ, ໂດຍສະເພາະ ແມ່ນໃນສະພາບການແຜ່ລະບາດຂອງພະຍາດ COVID-19.