ການ​ພົວ​ພັນ​ລະ​ຫວ່າງ ຫວຽ​ດ​ນາມ - ໄທ ສືບ​ຕໍ່​ພັດ​ທະ​ນາ ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19

13:30 | 03/07/2021

ຍ​ສ​ໝ - ໄປ​ຄຽງ​ຄູ່​ກັບ​ບັນ​ດາ​​ຂົງເຂດຕ່າງໆ, ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ຫວຽດ​ນາມ - ໄທ ສືບ​ຕໍ່​ແມ່ນ​ຈຸດ​ພົ້ນ​ເດັນ ເມື່ອ ໄທ ຮັກ​ສາ​ລະ​ດັບ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ ໃນ​ອາ​ຊຽນ ແລະ ແມ່ນ​ນັກ​ລົງ​ທຶນ​ໃຫຍ່​ອັນ​ດັບ​ທີ 9 ຂອງ ຫວຽດ​ນາມ.

ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຊີນ​ລາອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຊີນ​ລາອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ
ນຳ​ວົງ​ເງິນ​ການ​ຄ້າລະ​ຫວ່າງໄທ - ຫວຽດ​ນາມຂຶ້ນ​ເຖິງ 25 ຕື້ USD ນຳ​ວົງ​ເງິນ​ການ​ຄ້າລະ​ຫວ່າງໄທ - ຫວຽດ​ນາມຂຶ້ນ​ເຖິງ 25 ຕື້ USD
ການ​ພົວ​ພັນ​ລະ​ຫວ່າງ ຫວຽ​ດ​ນາມ - ໄທ ສືບ​ຕໍ່​ພັດ​ທະ​ນາ ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19
ທ່ານ ຫງວຽນ​ກ໊ວກ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: baoquocte.vn)

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ ສືບ​ຕໍ່​ຮັກ​ສາ​ທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ, ໃນ​ນັ້ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ, ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19.

ທີ່​ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ນັດ​ສາ​ມັນ ​ຄັ້ງ​ທີ 8 ລະ​ຫວ່າງ ກະ​ຊວງ​ການ​ຕ່າງ​ປະ​ເທດ ສອງ​ປະ​ເທດ (ຕາມ​ຮູບ​ການ​ທາງ​ອອນ​ລາຍ) ໃນ​ວັນ​ທີ 30 ມິ​ຖຸ​ນາ ໂດ​ຍ ທ່ານ ຫງວຽນ​ກ໊ວກ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ທ່ານ Thani Thongphakdi ເລ​ຂາ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄທ ເປັນ​ປະ​ທານ​ຮ່ວມ, ສອງ​ຝ່າຍ​ໄດ້​ຕີ​ລາ​ຄາ​ວ່າ: ເຖິງວ່າ​ໂລກ​ລະ​ບາດ​ໂຄວິດ - 19 ເຮັດ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ໂດຍ​ກົງ ຖືກ​ຂາດ​ວັກ​ຂາດ​ຕອນ, ແຕ່ການ​ພົວ​ພັນ​ມິດ​ຕ​ະ​ພາບ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ ​ຍັງ​ຮັກ​ສາ​ໄດ້​ທ່າ​ພັດ​ທະ​ນາ​​ຢ່າງ​ຕັ້ງ​ໜ້າ.

ໄປ​ຄຽງ​ຄູ່​ກັບ​ບັນ​ດາ​​ຂົງເຂດຕ່າງໆ, ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ຫວຽດ​ນາມ - ໄທ ສືບ​ຕໍ່​ແມ່ນ​ຈຸດ​ພົ້ນ​ເດັນ ເມື່ອ ໄທ ຮັກ​ສາ​ລະ​ດັບ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ ໃນ​ອາ​ຊຽນ ແລະ ແມ່ນ​ນັກ​ລົງ​ທຶນ​ໃຫຍ່​ອັນ​ດັບ​ທີ 9 ຂອງ ຫວຽດ​ນາມ.

ຫ​ວຽດ​ນາມ ແລະ ໄທ ແມ່ນ​ສອງ​ປະ​ເທດ​ທຳ​ອິດ​ໃນ​ອາ​ຊຽນທີ່​ຜັນ​ຂະ​ຫຍາຍ​ການ​ຊຳ​ລະ​ການ​ຄ້າ​ຂາຍ​ຍ່ອຍດ້ວຍ​ເຕັກ​ໂນ​ໂລ​ຢີ​ໃຊ້​ລະ​ຫັດ QR. ສອ​ງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນ, ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ​ລະ​ດັບ 25 ຕື້ USD ໂດຍ​ໄວ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​ ແລະ ເປີດ​ກ້​ວາງບັນ​ດາ​ໂຄງ​ການ ODA ຂອງ​ລັດ​ຖະ​ບານ ​ໄທ ທີ່​ໜູນ​ຊ່ວຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ຊາ​ຄົ​ມ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ ຢ່າງ​ມີ​ປະ​ສິດ​ທິຜົນ.

ທ່ານ​ ຫງວຽນ​ກວ໊ກ​ຢຸງ ສະ​ເໜີ ໄທ​ ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ ແລະ ຮ່ວມ​ມື​ກັນ​ໃນ​ການ​ຖ່າຍ​ທອດ​ເຕັກ​ໂລ​ໂລ​ຢີ​ໃຫ້​ແກ່ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ຄື: ຜະ​ລິດ, ຊົມ​ໃຊ້ ແລະ ພັດ​ທະ​ນາບັນ​ດາ​ລະ​ບົບ​ດຳ​ເນີນ​ທຸ​ລະ​ກິດ​ຜະ​ລິດ​ຕະ​ພັນ​ກະ​ເສດ...

ທ່ານ ໄດ້​ຕີ​ລາ​ຄ​າ​ສູງ​ບັນ​ດາ​ຜົນ​ງານ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫ​ວຽດ​ນາມ ພ້ອ​ມ​ທັງ​ຮັກ​ສາ​ໄດ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ທ່ານ​ກໍ່​ຢັ້ງ​ຢືນ​ວ່າ ໄທ ​ຈະ​ຕັ້ງ​ໜ້າ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ແບ່​ງ​ປັ​ນ ແລະ ໜູ​ນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ ໃນ​ການ​ຄົ້ນ​ຄ້​ວາ, ຜະ​ລິດ ແລະ ສຳ​ຜັດ​ກັບ​ແຫຼ່ງວັກ​ຊິນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ ອາ​ຊ​ຽນ ຍູ້​ໄວ​ຄວາມ​ຄືບ​ໜ້າ ແລະ ປະ​ສິດ​ທິ​ຜົນ​ໃນ​ການ​ນຳ​ໃຊ້​ກອງ​ທຶນ​ ອາ​ຊຽນ ກ່ຽວ​ກັບ​ການ​ຮັມ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19.

ສອງ​ຝ່າຍ​ໄດ້​ເນັ້ນ​ໜັ້ກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໂດຍ​ອີງ​ໃສ່​ກົດ​ໝາຍ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ພິ​ເສດ​ແມ່ນ UNCLOS 1982, ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ DOC ຢ່າງ​ເຂັ້ມ​ງວດ, ຄົບ​ຖ້ວນ ແລະ ເຈ​ລະ​ຈາ COC ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ, ສອດຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ແລະ UNCLOS 1982.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.