ບັນດາວິສາຫະກິດໄທ ສືບຕໍ່ລົງທຶນເຂົ້າຫວຽດນາມ

16:34 | 29/09/2021

ຍສໝ - ອີງຕາມຂໍ້ມູນຈາກການສຳມະນາອອນໄລ "ການຮ່ວມມືດ້ານເສດຖະກິດຫວຽດນາມ-ໄທ ເພື່ອຮັບມືກັບການລະບາດຂອງພະຍາດ COVID-19" ເຊິ່ງໄດ້ຈັດຕັ້ງໂດຍສະຖານທູດຫວຽດນາມ ປະຈຳໄທ ສົມທົບກັບສະຖານທູດໄທ ປະຈຳຮ່າໂນ້ຍ ໃນວັນທີ 23 ກັນຍາ, ບັນດານັກລົງທຶນໄທ ສືບຕໍ່ໃຫ້ຄຳໝ້ນສັນຍາລົງທຶນເຂົ້າຫວຽດນາມ ດ້ວຍກວ່າ 600 ໂຄງການ, ຍອດເງິນລົງທຶນກ່ວາ 13 ຕື້ USD.

ກອງປະຊຸມສຳມະນາອອນໄລ ສະເຫຼີມສະຫຼອງ 45 ປີແຫ່ງວັນການພົວພັນທາງການທູດ ຫວຽດນາມ-ໄທ ກອງປະຊຸມສຳມະນາອອນໄລ ສະເຫຼີມສະຫຼອງ 45 ປີແຫ່ງວັນການພົວພັນທາງການທູດ ຫວຽດນາມ-ໄທ
ການພົບ​ປະ​ພົວ​ພັນ​ປະ​ຊາ​ຊົນ: ກຸນ​ແຈ​ໃຫ້​ແກ່​ການ​ພັດ​ທະ​ນາ​ກ​ານ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ ການພົບ​ປະ​ພົວ​ພັນ​ປະ​ຊາ​ຊົນ: ກຸນ​ແຈ​ໃຫ້​ແກ່​ການ​ພັດ​ທະ​ນາ​ກ​ານ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ

ການສຳມະນາຄັ້ງນີ້ ມີການເຂົ້າຮ່ວມຂອງນັກປາຖະກະຖາ 15 ຄົນທີ່ເປັນຜູ້ຊ່ຽວຊານຊັ້ນນຳດ້ານເສດຖະກິດ, ຜູ້ຄຸ້ມຄອງວິສາຫະກິດຂອງໄທ ແລະ ຫວຽດນາມ, ແລະ ບັນດາອົງການຈັດຕັ້ງສາກົນ; ໄດ້ດຶງດູດຄວາມສົນໃຈຂອງຜູ້ແທນຫຼາຍກວ່າ 200 ຄົນ ຈາກບັນດາກະຊວງ, ຈະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ.

ນີ້ແມ່ນການເຄື່ອນໄຫວທີ່ພົ້ນເດັ່ນ ໃນການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ໄທ.

ກ່າວຄຳເຫັນທີ່ພິທີເປີດກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ ຝ່ານຈິແທັງ ໄດ້ເນັ້ນໜັກເຖິງຜົນສຳເລັດໃນການຮ່ວມມືດ້ານເສດຖະກິດ ລະຫວ່າງສອງປະເທດ. ໃນສະພາບການແຜ່ລະບາດຂອງພະຍາດ COVID-19, ວົງເງິນການຄ້າສອງຝ່າຍ ຍັງຮັກສາທ່າເຕີບໂຕຢ່າງຕັ້ງໜ້າ.

ບັນດາວິສາຫະກິດໄທ ສືບຕໍ່ລົງທຶນເຂົ້າຫວຽດນາມ
ບັນດາວິສາຫະກິດໄທ ສືບຕໍ່ລົງທຶນເຂົ້າຫວຽດນາມ. (ພາບ: baoquocte)

ໃນ 8 ເດືອນທໍາອິດຂອງປີ 2021, ມູນຄ່າການຄ້າສອງຝ່າຍບັນລຸເກືອບ 13 ຕື້ USD, ເພີ່ມຂຶ້ນເກືອບ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ເຮັດໃຫ້ປະເທດໄທຮັກສາທີ່ຕັ້ງເປັນຄູ່ຮ່ວມມືການຄ້າອັນດັບໜຶ່ງຂອງຫວຽດນາມໃນອາຊຽນ.

ບັນດານັກລົງທຶນໄທ ສືບຕໍ່ໃຫ້ຄຳໝ້ນສັນຍາລົງທຶນເຂົ້າຫວຽດນາມ ດ້ວຍກວ່າ 600 ໂຄງການ, ຍອດເງິນລົງທຶນກ່ວາ 13 ຕື້ USD.

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ ຝ່ານຈິແທັງ ໄດ້ສະແດງຄວາມຂອບໃຈບັນດາວິສາຫະກິດໄທ ທີ່ໄດ້ຮ່ວມແຮງຮ່ວມໃຈຢ່າງຕັ້ງໜ້າພ້ອມກັບລັດຖະບານ ແລະ ປະຊາຊົນຫວຽດນາມໃນການຕໍ່ສູ້ກັບໂລກລະບາດ, ລວມມີການປະກອບສ່ວນເຂົ້າກອງວັກຊິນ ແລະ ໜູນຊ່ວຍອຸປະກອນການແພດໃຫ້ແກ່ໝໍຫວຽດນາມ.

ທ່ານເອກອັກຄະລັດຖະທູດ ໄດ້ຢືນຢັນວ່າ ລັດຖະບານຫວຽດນາມ ພວມມານະພະຍາຍາມປະຕິບັດບັນດາມາດຕະການ ເພື່ອຄວບຄຸມໂລກລະບາດ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວເສດຖະກິດ, ການຜະລິດ, ການດໍາເນີນທຸລະກິດຂອງວິສາຫະກິດໃນສະພາບການ “ປົກກະຕິໃໝ່”.

ທ່ານເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ Nikorndej Balankura ຢືນຢັນວ່າ ການລະບາດຂອງພະຍາດ COVID-19 ໄດ້ກໍ່ໃຫ້ເກີດສິ່ງທ້າທາຍແບບທີ່ບໍ່ເຄີຍມີມາກ່ອນ ແຕ່ກໍ່ໄດ້ນໍາເອົາໂອກາດການພັດທະນາໃໝ່ມາໃຫ້ແກ່ບັນດາວິສາຫະກິດ, ສະນັ້ນ ພາກເອກະຊົນ ຕ້ອງປັບຕົວເຂົ້າກັບຍຸກການປ່ຽນແປງຂອງສະພາບປົກກະຕິໃໝ່, ໃນນັ້ນ ມີການຫັນປ່ຽນດິຈິຕອນ, ການຫັນໄປສູ່ຂະແໜງເສດຖະກິດສີຂຽວ ແລະ ຍືນຍົງ.

ບັນດາວິສາຫະກິດໄທ ສືບຕໍ່ລົງທຶນເຂົ້າຫວຽດນາມ
ທ່ານເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ Nikorndej Balankura. (ພາບ: baoquocte)

ກ່ຽວກັບມາດຕະການຟື້ນຟູເສດຖະກິດຂອງຫວຽດນາມ ແລະ ໄທ, ບັນດາຜູ້ຊ່ຽວຊານດ້ານເສດຖະກິດ ໃຫ້ຮູ້ວ່າ: ໂລກລະບາດ COVID-19 ຍັງຜັນແປສັບສົນຢູ່, ແຕ່ທຸກປະເທດລ້ວນແຕ່ກ້າວເຂົ້າສູ່ໄລຍະກະກຽມຢ່າງຕັ້ງໜ້າ ເພື່ອຟື້ນຟູເສດຖະກິດ ໂດຍການວາງອອກບັນດານະໂຍບາຍມະຫາພາກທີ່ເໝາະສົມ ເພື່ອສະໜັບສະໜູນໃຫ້ແກ່ການຫັນປ່ຽນ..

ກ່ຽວກັບການຄ້າ ແລະ ການລົງທຶນໃນສະພາບການແຜ່ລະບາດຂອງພະຍາດໂຄວິດ -19, ດ້ວຍການເຂົ້າຮ່ວມຂອງວິສາຫະກິດສອງປະເທດ ຕາໜ້າໃນຂົງເຂດພື້ນຖານໂຄງລ່າງ, ພະລັງງານ, ການຂາຍຍ່ອຍ, ປຸງແຕ່ງອາຫານ, ການຂົນສົ່ງ, ເຕັກໂນໂລຊີຂໍ້ມູນຂ່າວສານ...

ບັນດາວິສາຫະກິດ ໄດ້ແລກປ່ຽນກ່ຽວກັບຫຼາຍມາດຕະການທີ່ໄດ້ ແລະ ກໍາລັງປະຕິບັດ ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ຮັກສາການຜະລິດດຳເນີນທຸລະກິດໃນໄລຍະສະຖານະການການລະບາດຂອງພະຍາດ, ແລະໃນເວລາດຽວກັນ ກໍ່ມີຄໍາແນະນໍາທີ່ຖືກຕ້ອງຊັດເຈນ ແທດຈິງສຳລັບລັດຖະບານຂອງສອງປະເທດ ເພື່ອຊຸກຍູ້ການພັດທະນາເສດຖະກິດ, ການຄ້າ ແລະ ການລົງທຶນ, ຮັບປະກັນຕ່ອງໂສ້ລະບົບການສະໜອງ. ບັນດາວິສາຫະກິດ ສະເໜີແນະວ່າ ລັດຖະບານສອງປະເທດ ຄວນມີແຜນການເປີດປະຕູໂດຍໄວ, ສະເໜີມາດຕະການທີ່ສອດຄ່ອງ ເພື່ອໃຫ້ວິສາຫະກິດກຽມພ້ອມເປັນຢ່າງດີ, ຈຳກັດຜົນກະທົບຕໍ່ການຜະລິດ ແລະ ດຳເນີນທຸລະກິດ, ຫຼຸດຜ່ອນຄວາມຫຍຸ້ງຍາກດ້ານການເງິນ, ແກ້ໄຂການຂາດແຄນແຮງງານ, ຫຼຸດກຳລັງການຜະລິດ, ການຂົນສົ່ງຖືກຂາດວັກຂາດຕອນ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.