ຍສໝ - ໂດຍສັງລວມ, ບັນດາສັນຍາ FTA ສອງຝ່າຍ ແລະ ຫຼາຍຝ່າຍທີ່ຫວຽດນາມໄດ້ລົງນາມກັບບັນດາປະເທດໃນພາກພື້ນອາຊີ - ອາຟຣິກກາ ໄດ້ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ, ປະກອບສ່ວນຊຸກຍູ້ການເຕີບໂຕດ້ານການສົ່ງອອກຢ່າງຫຼວງຫຼາຍ, ດຶງດູດການລົງທຶນ, ປັບປຸງຄວາມສົມດຸນທາງການຄ້າຂອງຫວຽດນາມກັບປະເທດອື່ນໆ.
ຍສໝ - ໃນວັນທີ 31 ທັນວາ, ຢູ່ນະຄອນໂຮ່ຈີມິນ, ພິທີລົງນາມໃນສັນຍາຮ່ວມມືຍຸດທະສາດຮອບດ້ານ ເພື່ອແນໃສ່ “ປະສານສົມທົບການສົ່ງເສີມ, ດຶງດູດການຮ່ວມມືລົງທຶນ ແລະ ການຄ້າລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ”.
ຍສໝ - ຕາມສະຖານທູດຫວຽດນາມ ປະຈຳອັງກິດແລ້ວ, ການປະຕິບັດສັນຍາການຄ້າເສລີຫວຽດນາມ - ອັງກິດ (UKVFTA) ຈະປະກອບສ່ວນສ້າງກຳລັງໜູນໃໝ່ ໃນການຟື້ນຟູເສດຖະກິດຂອງຫວຽດນາມ ໃນສະພາບການໂລກລະບາດຂອງ COVID-19. ກ່ຽວກັບຄວາມໝາຍຍຸດທະສາດ, ສັນຍາດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຫຼາຍຝ່າຍ, ການຫັນປ່ຽນຫຼາຍຮູບຫຼາຍແບບ, ຕັ້ງໜ້າ ແລະ ເປັນເຈົ້າການ ໃນການເຊື່ອມໂຍງສາກົນຢ່າງມີປະສິດທິຜົນ.
ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນໂຮ່ງແທັ້ກ ແລະ ທ່ານຮອງລັດຖະມົນຕີ Taras Kachka ມີຄວາມເຊື່ອໝັ້ນຕໍ່ອະນາຄົດໃນແງ່ດີຫຼາຍ ກ່ຽວກັບແງ່ຫວັງຂອງການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງສອງປະເທດ, ແລະ ເຫັນດີຈະຮ່ວມກັນເພີ່ມທະວີການແລກປ່ຽນສິນຄ້າຂອງສອງປະເທດໄດ້ບັນລຸ ຂຶ້ນເປັນ 1 ຕື້ໂດລາ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ບັນລຸໄດ້ປະມານ 869 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 436 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 434 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 2 ລ້ານໂດລາສະຫາລັດ.
ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລັດເຊຍ ໂງດຶກແມັ້ງ ໄດ້ສະແດງຄວາມຊົມເຊີຍເມື່ອປະກາດໝາກຜົນຢ່າງຕັ້ງໜ້າໃນການຮ່ວມມືດ້ານເສດຖະກິດ - ການຄ້າຫວຽດນາມ - ລັດເຊຍໃນປີ 2020 ໂດຍບໍ່ຫົວຊາຕໍ່ຜົນກະທົບຢ່າງແຮງຈາກການແຜ່ລະບາດຂອງໂຄວິດ - 19.
ຍສໝ - ໃນວັນທີ 22 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ Donald Trump.
ຍສໝ - ງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ (ຫ່າເຂົາ) ຄັ້ງທີ 20 ປີ 2020 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຫົວຂໍ້ “ເລີ່ມຕົ້ນການເດີນທາງໃໝ່, ສ້າງອະນາຄົດໃໝ່”.
ຍສໝ - ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈີ່ນຕວັນແອັງ ແລະ ທ່ານ Sung Yonu ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະພະລັງງານສ.ເກົາຫຼີ ໄດ້ຕົກລົງເປັນເອກະພາບເຫັນດີຮັບຮອງເອົາ ແລະ ມຸ່ງໄປເຖິງການລົງນາມໃນແຜນປະຕິບັດງານ ເພື່ອປະຕິບັດເປົ້າໝາຍນຳວົງເງິນການຄ້າ ສອງຝ່າຍຫວຽດນາມ - ສ.ເກົາຫຼີຂຶ້ນເຖິງ 100 ຕື້ USD ຕາມທິດສົມດຸນກວ່າໃນປີ 2023.
ຍສໝ - ຫວຽດນາມ ຍາມໃດກໍ່ຖືການຮ່ວມມືກັບອັງກິດໃນທຸກດ້ານເປັນສຳຄັນ, ພ້ອມທັງຫວັງວ່າພາຍຫຼັງລົງນາມ ບົດບັນທຶກວ່າດ້ວຍກkານສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ລາຊະອານາຈັກອັງກິດ (UKFTA), ສອງຝ່າຍຈະປະຕິບັດລະບຽບການໃຫ້ສຳເລັດ ເພື່ອໃຫ້ສັນຍາມີຜົນສັກສິດໂດຍໄວ.
ຍສໝ - ໃນກອງປະຊຸມ,ຜູ້ນຳສອງຝ່າຍໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຮ່ວມມືສອງຝ່າຍຂອງສອງທະນາຄານກາງ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການຂະຫຍາຍຕົວຂອງຂະແໜງທະນາຄານ ແລະ ເສດຖະກິດຂອງສອງປະເທດໃນຊຸມປີຜ່ານມາ.
ຍສໝ - ກະຊວງການເງິນຫວຽດນາມ ໄດ້ສົມທົບກັບກອງທຶນເງິນຕາສາກົນ (IMF) ແລະບັນດານັກຊ່ຽວຊານສາກົນຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ເພີ່ມທະວີການພົວພັນກັບນັກລົງທຶນ”.
ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕີດແທັງ ໃຫ້ຮູ້ວ່າ ການພົວພັນດ້ານການຄ້າຫວຽດນາມ - ອົດສະຕາລີ ຈະສືບຕໍ່ຂະຫຍາຍຕົວໃນປີ 2020, ໃນນັ້ນມີການປະກອບສ່ວນສຳຄັນ ຂອງບັນດາວິສາຫະກິດຫວຽດນາມຢູ່ອົດສະຕາລີ.
ຍສໝ - ເມື່ອບໍ່ດົນມານີ້, ສັນຍາຄູ່ຮ່ວມມືເສດຖະກິດຢ່າງຮອບດ້ານພາກພື້ນ (RCEP) ໄດ້ລົງນາມຢ່າງເປັນທາງການ ໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ (ແຕ່ວັນທີ 9-15 ພະຈິກ).
ຍສໝ - ວັນທີ 12 ພະຈິກ, ທ່ານ ເຈິ່ນກ໊ວກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ມີການປະຊຸມຜ່ານລະບົບທາງໄກກັບທ່ານ Greg Hands ຮອງລັດຖະມົນຕີກະຊວງການຄ້າສາກົນອັງກິດ.
ຍສໝ - ໃນປີນີ້ສອງປະເທດກໍາລັງມານະພະຍາຍາມຊຸກຍູ້ການຄ້າສອງຝ່າຍໃຫ້ເພີ່ມຂຶ້ນແຕ່ 10-15% ເມື່ອທຽບໃສ່ປີກາຍ, ອາດຈະບັນລຸ 1 ຕື້ໂດລາສະຫະລັດ ຕາມແຜນການທີ່ວາງອອກ.
ກະຊວງການຕ່າງປະເທດຫວຽດນາມໃຫ້ຮູ້ວ່າ, ຕອນເຊົ້າວັນທີ 6 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີໄທ ປຣະຍຸດຈັນໂອຊາ ເພື່ອປຶກສາຫາລືການຮ່ວມມືສອງຝ່າຍຫວຽດນາມ - ໄທ ແລະ ການຮ່ວມມືໃນພາກພື້ນ ກ່ອນກອງປະຊຸມສຸດຍອດອາຊຽນ 37.
ສະຖານທູດ ສ.ເກົາຫຼີ ປະຈໍາ ສປປ ລາວ ແລະ ສະພາການຄ້າ ສ.ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດງານແນະນຳ ກິດຈະກຳ CSR(Corporate Social Responsibility) ແລະ ເປີດສະພາການຄ້າ ສ.ເກົາຫຼີ ປະຈຳ ສປປ ລາວ ຢ່າງເປັນທາງການ ເມືຶ່ອວັນທີ 5 ພະຈິກ 2020 ທີ່ຫ້ອງປະຊຸມໃຫຍ່ ໂຮງແຮມລາວພລາຊາ ໃນນະຄອນຫຼວງວຽງຈັນ.
ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບໂຄງການຫັນເປັນດີຈີຕອນແຫ່ງຊາດ, ຕະຫຼາດດີຈີຕອນ, ບັນດາພື້ນຖານດີຈີຕອນ Make In Vietnam, ອັບເດດ ນະໂຍບາຍຫັນເປັນດີຈີຕອນຂອງບັນດາປະເທດ ອາເມລິກາລາຕິນ.
ນັບແຕ່ປີ 2015 ລະບົບທະນາຄານໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງທັງປະລິມານ ແລະ ຄຸນນະພາບ, ມາຮອດເດືອນ 6/2020 ມີທະນາຄານທັງໝົດ 44 ທະນາຄານເພີ່ມຂຶ້ນ 3 ແຫ່ງ, ມີ 14 ສາຂາ ເພີ່ມຂຶ້ນ 26 ສາຂາ, ມີ 536 ໜ່ວຍບໍລິການເພີ່ມຂຶ້ນ 65 ໜ່ວຍ, ມີຕູ້ເອທີເອັມ 1.317 ໜ່ວຍເພີ່ມຂຶ້ນ289 ໜ່ວຍ ທຽບໃສ່ປີ 2015, ຊັບສິນ, ໜີ້ສິນ ແລະ ທຶນທົ່ວລະບົບທະນາຄານ ຂະຫຍາຍຕົວເພີ່ມຂຶ້ນໃນແຕ່ລະປີ.