ຫວຽດນາມ ພ້ອມແລ້ວທີ່ຈະຂຸດຄົ້ນກາລະໂອກາດຈາກບັນດາສັນຍາ FTA

14:12 | 06/01/2021

ຍສໝ - ໂດຍສັງລວມ, ບັນດາສັນຍາ FTA ສອງຝ່າຍ ແລະ ຫຼາຍຝ່າຍທີ່ຫວຽດນາມໄດ້ລົງນາມກັບບັນດາປະເທດໃນພາກພື້ນອາຊີ - ອາຟຣິກກາ ໄດ້ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ, ປະກອບສ່ວນຊຸກຍູ້ການເຕີບໂຕດ້ານການສົ່ງອອກຢ່າງຫຼວງຫຼາຍ, ດຶງດູດການລົງທຶນ, ປັບປຸງຄວາມສົມດຸນທາງການຄ້າຂອງຫວຽດນາມກັບປະເທດອື່ນໆ.

ຫວຽດນາມ ພ ອມແລ ວທ ຈະຂ ດຄ ນກາລະໂອກາດຈາກບ ນດາສ ນຍາ fta ວິ​ສາ​ຫະ​ກິດ​ຕ່ຳແຜ່ນ​ຕັດຫຍິບ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຈາກ​ບັນ​ດາ​ສັນ​ຍາ FTA
ຫວຽດນາມ ພ ອມແລ ວທ ຈະຂ ດຄ ນກາລະໂອກາດຈາກບ ນດາສ ນຍາ fta ນຳໃຊ້ທ່າແຮງຈາກບັນດາ FTA ສໍາລັບຂະແໜງຕໍ່າແຜ່ນຕັດຫຍິບຂອງຫວຽດນາມ

ໃນຊຸມປີມໍ່ໆມານີ້, ບັນດາສັນຍາ FTA ສອງຝ່າຍ ແລະ ຫຼາຍຝ່າຍທີ່ຫວຽດນາມ ໄດ້ລົງນາມກັບບັນດາປະເທດໃນພາກພື້ນອາຊີ - ອາຟຣິກກາ ໄດ້ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ, ປະກອບສ່ວນຊຸກຍູ້ການເຕີບໂຕດ້ານການສົ່ງອອກຢ່າງຫຼວງຫຼາຍ, ດຶງດູດການລົງທຶນ, ປັບປຸງຄວາມສົມດຸນທາງການຄ້າຂອງຫວຽດນາມກັບປະເທດອື່ນໆ. ພ້ອມດຽວກັນນີ້, ປະກອບສ່ວນເຂົ້າໃນການສ້າງການສະໜອງທີ່ມີຄຸນນະພາບ, ຄວາມຫຼາຍຮູບຫຼາຍແບບ, ລາຄາທີ່ເໝາະສົມສຳລັບຄວາມຕ້ອງການວັດຖຸດິບສົ້ນເຂົ້າ, ເຄື່ອງຈັກ ແລະ ອຸປະກອນສຳລັບກິດຈະກຳການຜະລິດ ເພື່ອຮັບໃຊ້ຄວາມຕ້ອງການພາຍໃນ ແລະ ສົ່ງອອກ.

ກ່ຽວກັບການສົ່ງອອກ, ພາຍຫຼັງບັນດາສັນຍາ FTA ມີຜົນສັກສິດ, ການສົ່ງອອກຂອງຫວຽດນາມໄປຍັງບັນດາຕະຫຼາດຂອງບັນດາປະເທດສະມາຊິກ FTA ລ້ວນແຕ່ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ເວລາຫາກໍລົງນາມ, ພິເສດແມ່ນ ສຳລັບ ສ.ເກົາຫຼີ ໄດ້ເພີ່ມຂຶ້ນ 23,5%, ຈີນ (22.6%), ອິນເດຍ (20.0%), ຍີ່ປຸ່ນ (11,9%), ນິວຊີແລນ (18,5%), ອາຊຽນ (8,1%) ແລະ ອົດສະຕາລີ (8.0%).

ຫວຽດນາມ ພ ອມແລ ວທ ຈະຂ ດຄ ນກາລະໂອກາດຈາກບ ນດາສ ນຍາ fta
ຫວຽດນາມ ພ້ອມແລ້ວທີ່ຈະຂຸດຄົ້ນກາລະໂອກາດຈາກບັນດາສັນຍາ FTA. (ພາບ: congthuong)

ກ່ຽວກັບການນຳເຂົ້າ, ການນຳເຂົ້າສິນຄ້າຂອງຫວຽດນາມ ຈາກບັນດາປະເທດສະມາຊິກ FTA ໄດ້ເພີ່ມຂຶ້ນໃນໄລຍະ 2011 - 2019, ປະກອບສ່ວນເຂົ້າໃນການສະໜອງວັດຖຸດິບສົ້ນເຂົ້າ ໃນການຜະລິດພາຍໃນປະເທດຫຼາຍຂື້ນ, ຫລີກລ້ຽງການຂຶ້ນກັບອາໄສຕະຫຼາດຕ່າງໆ.

ກ່ຽວກັບການດຸ່ນດ່ຽງການຄ້າ, ປະກອບສ່ວນປ່ຽນຈາກການຂາດດຸນການຄ້າ ໄປສູ່ການຄ້າເກີນດຸນກັບບາງຕະຫຼາດ (ອິນເດຍ, ຍີ່ປຸ່ນ); ການຂາດດຸນການຄ້າກັບບາງຕະຫລາດ, ເຊັ່ນ: ຈີນ ແລະ ສ.ເກົາຫຼີ ໄດ້ຮັບການປັບປຸງ ເມື່ອອັດຕາສ່ວນການຂາດດຸນການຄ້າຕໍ່ການສົ່ງອອກເຊິ່ງໄດ້ຫຼຸດລົງ (ສ.ເກົາຫຼີ ຫຼຸດລົງຈາກ 210% ມາເປັນ 101%, ຈີນຫຼຸດລົງຈາກ 100% ມາເປັນ 80%).

ສ່ວນຫຼາຍການເຄື່ອນຍ້າຍຮ່າງປະກອບການສົ່ງອອກ ແລະ ສິນຄ້າສົ່ງອອກຂອງຫວຽດນາມ ແມ່ນຢູ່ໃນທິດທາງທີ່ດີ; ຜະລິດຕະພັນປຸງແຕ່ງ ແລະ ປະດິດ ເຊິ່ງໄດ້ມີປະໂຫຍດຢ່າງແທ້ຈິງ ເມື່ອປຽບທຽບຕໍ່ກຸ່ມສິນຄ້ານໍ້າມັນເຊື້ອໄຟ ແລະ ແຮ່ທາດ.

ກ່ຽວກັບການດຶງດູດການລົງທຶນ, ບັນດາສັນຍາ FTA ທີ່ໄດ້ລົງນາມມີບົດບາດສຳຄັນໃນການດຶງດູດການລົງທຶນຈາກອາຊຽນ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ຈີນ; ເຮັດໃຫ້ບັນດາຄູ່ຮ່ວມງານດັ່ງກ່າວ ໄດ້ກາຍເປັນນັກລົງທືນອັນດັບໜຶ່ງຂອງຫວຽດນາມ (ອາຊຽນ ເປັນ ອັນດັບ 1, ສ.ເກົາຫຼີ ເປັນອັນດັບ 2, ຍີ່ປຸ່ນເປັນອັນດັບ 3, ຈີນເປັນອັນດັບ 7).

ຫວຽດນາມ ພ ອມແລ ວທ ຈະຂ ດຄ ນກາລະໂອກາດຈາກບ ນດາສ ນຍາ fta
(ພາບ: baomoi)

ໃນໄລຍະຈະມາເຖິງ, ມີບັນດາມາດຕະການ ເພື່ອເພີ່ມປະສິດທິຜົນໃນການນຳໃຊ້ບັນດາສັນຍາ FTA. ໜຶ່ງແມ່ນສືບຕໍ່ກວດກາ ແລະ ປັບປຸງລະບົບກົດໝາຍ ເພື່ອປະຕິບັດຄຳໝັ້ນສັນຍາ ໃນບັນດາສັນຍາການຄ້າເສລີ (FTA) ທີ່ຫວຽດນາມເປັນສະມາຊິກ; ທີສອງແມ່ນເພີ່ມທະວີການໂຄສະນາກ່ຽວກັບຜົນປະໂຫຍດ ແລະ ແນະນຳໃຫ້ແກ່ວິສາຫະກິດ ກ່ຽວກັບບັນດາແບບວິທີການທີ່ມີປະສິດທິຜົນເພື່ອນຳໃຊ້ບັນດາສັນຍາການຄ້າເສລີ (FTA) ທີ່ຫວຽດນາມໄດ້ລົງນາມ; ອັນທີສາມແມ່ນການໂຄສະນາ ແລະ ແນວທາງເພື່ອສົ່ງເສີມວິສາຫະກິດໃຫ້ປ່ຽນແປງຄວາມຮັບຮູ້, ການກະທຳ, ແລະ ກິດຈະກຳການຜະລິດ ແລະ ທຸລະກິດສຳລັບຕະຫຼາດທີ່ສຳຄັນ ແລະ ມີທ່າແຮງ.

ຫວຽດນາມ ພ ອມແລ ວທ ຈະຂ ດຄ ນກາລະໂອກາດຈາກບ ນດາສ ນຍາ fta ຫວຽດນາມ ຈະສົ່ງອອກເຂົ້າສານ 10.000 ໂຕນໄປຍັງ 2 ປະເທດໃນຈໍານວນ 5 ປະເທດຂອງສະຫະພັນເສດຖະກິດອາຊີ-ເອີລົບ

ຍສໝ - ສັນຍາການຄ້າເສລີຫວຽດນາມ-ສະຫະພາບເອີລົບ (EVFTA) ໄດ້ຮັບຖືວ່າ ແມ່ນໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ຍູ້ແຮງການສົ່ງອອກເຂົ້າສານທີ່ມີຄຸນນະພາບສູງ ແລະເຂົ້າສານພິເສດປະເພດຕ່າງໆ.

ຫວຽດນາມ ພ ອມແລ ວທ ຈະຂ ດຄ ນກາລະໂອກາດຈາກບ ນດາສ ນຍາ fta ສື່​ມວນ​ຊົນ​ຕ່າງ​ປະ​ເທດ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ ໃນ​ການ​ດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ FDI

ໃນການແຂ່ງຂັນກາຍເປັນ “ເສືອຂອງ ອາຊີ”, FDI ຂອງ ຫວຽດນາມ ບັນລຸລະດັບສະເລ່ຍກວ່າ 6% GDP.

ຫວຽດນາມ ພ ອມແລ ວທ ຈະຂ ດຄ ນກາລະໂອກາດຈາກບ ນດາສ ນຍາ fta ກອງປະຊຸມຫົວເລື່ອງສະເພາະ “EVFTA ແລະ EVIPA - ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການປະຕິບັດຢ່າງມີປະສິດທິຜົນ”

ຍ​ສ​ໝ - ບັນດາຜູ້ແທນກໍແນະນຳ ແລະ ໄຈ້ແຍກໂດຍສັງເຂບບັນດາຜົນກະທົບຂອງໂລກລະບາດໂຄວິດ - 19 ຕໍ່ພື້ນຖານເສດຖະກິດທົ່ວໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ; ຜົນປະໂຫຍດຂອງພື້ນຖານເສດຖະກິດເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃໝ່.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.