ຫວຽດນາມ ແລະ ອັງກິດແລກ່ປຽນກ່ຽວກັບການຮ່ວມມືໃນຂົງເຂດການຄ້າ ແລະພະລັງງານລະຫວ່າງສອງປະເທດ

09:44 | 05/02/2021

ຍ​ສ​ໝ - ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລະສະຖານທູດອັງກິດປະ​ຈຳ​ຫວຽດ​ນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດຂໍ້ຕົກລົງ UKVFTA ຢ່າງມີປະສິດທິຜົນ,

ຫວຽດນາມ ແລະ ອ ງກ ດແລກ ປຽນກ ຽວກ ບການຮ ວມມ ໃນຂ ງເຂດການຄ າ ແລະພະລ ງງານລະຫວ າງສອງປະເທດ ທ່ານນາງ ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ Elizabeth Truss ໃຫ້​ຮູ້​ວ່າ: ຫວຽດ​ນາມ​ໃນ​ການ​ສະ​ໜັບ​ສະ​ໜູນ​ອັງ​ກິດ ເຂົ້າ​ຮ່ວມ CPTPP
ຫວຽດນາມ ແລະ ອ ງກ ດແລກ ປຽນກ ຽວກ ບການຮ ວມມ ໃນຂ ງເຂດການຄ າ ແລະພະລ ງງານລະຫວ າງສອງປະເທດ UKVFTA ນຳມາເຊິ່ງກາລະໂອກາດ ໃຫ້ການ ສົ່ງອອກສິນຄ້າຂອງ ຫວຽດນາມ
ຫວຽດນາມ ແລະ ອ ງກ ດແລກ ປຽນກ ຽວກ ບການຮ ວມມ ໃນຂ ງເຂດການຄ າ ແລະພະລ ງງານລະຫວ າງສອງປະເທດ
ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ດັ້ງ​ຮ່​ວາງ​ອານ (ພາບ: TTXVN)

ຕາມຂໍ້​ສະ​ເໜີຂອງສະຖານທູດອັງກິດປະຈຳຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ດັ້ງ​ຮ່​ວາງ​ອານ ຫາກໍ່ມີການເຮັດວຽກກັບທ່ານ Gareth Ward, ເອກອັກຄະລັດຖະທູດອັງກິດປະຈຳ ຫວຽດນາມ, ເພື່ອປຶກສາຫາລືການຮ່ວມມືໃນຂົງເຂດການຄ້າແລະພະລັງງານ ລະຫວ່າງສອງປະເທດ.

ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນທັດ​ສະ​ນະ​ກ່ຽວ​ກັບ​ເລື່ອງວ່າສັນຍາການຄ້າເສລີອັງກິດ - ອັງກິດ (UKVFTA) ມີຜົນບັງຄັບໃຊ້ແລະຖືກນຳໃຊ້ຊົ່ວຄາວນັບແຕ່ວັນທີ 1 ມັງກອນເປັນຕົ້ນໄປ, ເຊິ່ງມີຄວາມໝາຍທີ່ຍິ່ງໃຫຍ່, ແລະ​ຈະ​ແມ່ນ​ກຳ​ລັງ​ໜູນ​ເພື່ອ​ພັດ​ທະ​ນາ​ການ​ພົ​ວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ການ​ຄ້າ ແລະ ການ​ລົງ​ທຶນ​ຫວຽດ​ນາມ ແລະ ອັງ​ກິດ.

ໃນປີ 2020, ເຖິງວ່າຈະມີຜົນກະທົບ ຢ່າງ​ຫຍໍ້​ທໍ້ຈາກໂລກ​ລະ​ບາດ​ໂຄວິດ - 19ກໍ່​ຕາມ, ແຕ່​ການ​ແລ​ກ່​ປຽນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດຍັງຈະບັນລຸໄດ້​ລະ​ດັບ​ 5,6 ຕື້ USD; ໃນນັ້ນ, ຫວຽດນາມສົ່ງອອກໄປຍັງອັງກິດ 4,95 ຕື້ USD ແລະ ນຳເຂົ້າ 687 ລ້ານ USD. ອັງກິດສືບຕໍ່ແມ່ນຕະຫລາດສົ່ງອອກໃຫຍ່ທີ 3 ຂອງຫວຽດນາມໃນພາກພື້ນເອີຣົບ.

ຄຽງຄູ່ກັບເລື່ອງສັນຍາ UKVFTA ມີ​ຜົນ​ສັ​ກ​ສິດ, ນັບ​ແຕ່ຕົ້ນເດືອນມັງກອນນີ້, ການຂົນສົ່ງເຂົ້າສານຫອມ 60 ໂຕນທີ່ສົ່ງອອກໄປອັງກິດ, ໄດ້​ຮັບ​ບຸ​ລິ​ມະ​ສິດ​ທາງ​ພາ​ສີ ໃນ​ຂອບ​ເຂດສັນຍາ UKVFTA ແມ່ນເປີດ​ສາກ​ທີ່​ເປັນ​ໜ​້າ​ຊື່ມ​ຊົມໃຫ້​ແກ່​ປະ​ຊາຄົມວິສາຫະກິດຂອງສອງປະເທດ .

ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລະສະຖານທູດອັງກິດປະ​ຈຳ​ຫວຽດ​ນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດຂໍ້ຕົກລົງ UKVFTA ຢ່າງມີປະສິດທິຜົນ,

ໂດຍກ່ຽວກັບແຜນການດຳເນີນກອງປະຊຸມຄັ້ງທີ 12 ຄະນະກຳມະການປະ​ສານ​ງານ​ລະ​ຫວ່າງ ຫວຽດ​ນາມ ແລະ ອັງ​ກິດ​ກ່ຽວ​ກັບ​ການຮ່ວມມືດ້ານເສດຖະກິດ - ການຄ້າ (JETCO 12), ສອງຝ່າຍໃຫ້ບຸລິມະສິດຮັກສາແຜນການຈັດຕັ້ງ JETCO 12 ດ້ວຍຮູບການໂດຍກົງຢູ່ອັງກິດເມື່ອມີ​ເງື່ອນ​ໄຂ​ປອດ​ໄພໍ ແລະ ຄວບ​ຄຸມ​ໄດ້​ໂລກ​ລະ​ບາດ​ໂຄວິດ - 19.

ພ້ອມກັນນັ້ນ, ນັບແຕ່ນີ້ຮອດເວລາຈັດ​ຕັ້ງ​ກອງ​ປະ​ຊຸມ, ສອງຝ່າຍຈະຈັດການປະຊຸມ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາ ...ທາງ​ອອນ​ລາຍ ເພື່ອປຶກສາຫາລືແລະແກ້ໄຂບັນຫາຕ່າງໆໃນການຮ່ວມມືໃນແຕ່ລະຂົງເຂດສະເພາະ.

ຄາດວ່າປະມານເດືອນມີນາ, ທ່ານ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ດັ້ງ​ຮ່​ວາງ​ອານ ແລະ ທ່ານລັດຖະມົນຕີວ່າການກະຊວງການຄ້າອັງກິດຮັບຜິດຊອບນະໂຍບາຍການຄ້າອັງກິດ, Greg Hands ຈະເຂົ້າ​ຮ່ວມກອງປະຊຸມທາງ​ອອນ​ລາຍ ເພື່ອປຶກສາຫາລືກ່ຽວກັບການປະຕິບັດ JETCO 12 ແລະສອງຝ່າຍແຜນການຮ່ວມມືໃນໄລຍະຈະມາເຖິງ.

ຫວຽດນາມ ແລະ ອ ງກ ດແລກ ປຽນກ ຽວກ ບການຮ ວມມ ໃນຂ ງເຂດການຄ າ ແລະພະລ ງງານລະຫວ າງສອງປະເທດ ທ່ານນາງ ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ Elizabeth Truss ໃຫ້​ຮູ້​ວ່າ: ຫວຽດ​ນາມ​ໃນ​ການ​ສະ​ໜັບ​ສະ​ໜູນ​ອັງ​ກິດ ເຂົ້າ​ຮ່ວມ CPTPP

ຍ​ສ​ໝ - ອັງກິດຈະພ້ອມກັບບັນດາຄູ່ຮ່ວມມືທີ່ມີແນວຄິດດຽວກັນຄື ຫວຽດນາມ ເພື່ອຫັນບັນດາບັນຫາເສດຖະກິດປະກົດຜົນເປັນຈິງຜ່ານການຄ້າເສລີ ນຳມາເຊິ່ງກະລະໂອກາດພິເສດຫຼາຍຢ່າງໃນສະພາບການຟື້ນຟູຈາກໂລກລະບາດໂຄວິດ - 19.

ຫວຽດນາມ ແລະ ອ ງກ ດແລກ ປຽນກ ຽວກ ບການຮ ວມມ ໃນຂ ງເຂດການຄ າ ແລະພະລ ງງານລະຫວ າງສອງປະເທດ UKVFTA ນຳມາເຊິ່ງກາລະໂອກາດ ໃຫ້ການ ສົ່ງອອກສິນຄ້າຂອງ ຫວຽດນາມ

ຍ​ສ​ໝ - ປັດ​ຈຸ​ບັນ, ອັງ​ກິດ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ທາງ​ຄ້າ​ໃຫຍ່​ອັນ​ດັບ​ທີ 3 ຂອງ ຫວຽດ​ນາມ ຢູ່​ເອີ​ລົບ, ດັ່ງ​ນັ້ນການ​ລົງ​ນາມ​ສັນ​ຍາ​ການ​ຄ້າ ເສ​ລີ ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ຈ​ະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະ​ຕິ​ຮູບ, ເປີດ​ປະ​ຕູ​ຕະຫຼາດ ແລະ ຫັນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ສະ​ດວກ​ກ່​ວາ ບົນ​ພື້ນ​ຖານ​ບັນ​ດາ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ຢ່າງ​ຕັ້ງ​ໜ້າ​ທີ່​ມີ​ມາ​ກ່ອນ.

ຫວຽດນາມ ແລະ ອ ງກ ດແລກ ປຽນກ ຽວກ ບການຮ ວມມ ໃນຂ ງເຂດການຄ າ ແລະພະລ ງງານລະຫວ າງສອງປະເທດ ສັນຍາ UKVFTA ຈະໄດ້ຮັບການປະຕິບັດໂດຍຊົ່ວຄາວ

ຍ​ສ​ໝ - ໃນ​ເວ​ລາ​ຈະ​ມາ​ເຖິງ, ໄປ​ຄຽງ​ຄູ່​ກັບ​ການ​ສຳ​ເລັດ​ບັນ​ດາ​ລະ​ບຽບ​ການ​ພາຍ​ໃນ​ປະ​ເທດ​ເພື່ອ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ UKVFTA, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຈະ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ເພື່​ອ​ປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ຢ່າງ​ລະ​ອຽດ​ເພື່ອ​ນຳ​ໃຊ້​ສັນ​ຍາ​ໂດຍ​ຊົ່​ວ​ຄາ​ວ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.