ທ່ານນາງ ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ  Elizabeth Truss ໃຫ້​ຮູ້​ວ່າ: ຫວຽດ​ນາມ​ໃນ​ການ​ສະ​ໜັບ​ສະ​ໜູນ​ອັງ​ກິດ ເຂົ້າ​ຮ່ວມ CPTPP

08:49 | 03/02/2021

ຍ​ສ​ໝ - ອັງກິດຈະພ້ອມກັບບັນດາຄູ່ຮ່ວມມືທີ່ມີແນວຄິດດຽວກັນຄື ຫວຽດນາມ ເພື່ອຫັນບັນດາບັນຫາເສດຖະກິດປະກົດຜົນເປັນຈິງຜ່ານການຄ້າເສລີ ນຳມາເຊິ່ງກະລະໂອກາດພິເສດຫຼາຍຢ່າງໃນສະພາບການຟື້ນຟູຈາກໂລກລະບາດໂຄວິດ - 19.

ເຂົ້າສານຫອມງວດທຳອິດຂອງຫວຽດນາມ ໄດ້ສົ່ງອອກຂາຍໃຫ້ຕະຫຼາດອັງກິດ ຕາມສັນຍາການຄ້າເສລີອັງກິດ-ຫວຽດນາມ
ກະຊວງສາທາລະນະສຸກຫວຽດນາມ ພວມເຈລະຈາກັບ 3 ປະເທດອື່ນຄື: ອາເມລິກາ, ລັດເຊຍ ແລະ ຈີນ ເພື່ອຊື້ວັກຊິນກັນໂຄວິດ-19
ທ່ານນາງ ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ  Elizabeth Truss ໃຫ້​ຮູ້​ວ່າ: ຫວຽດ​ນາມ​ໃນ​ການ​ສະ​ໜັບ​ສະ​ໜູນ​ອັງ​ກິດ ເຂົ້າ​ຮ່ວມ CPTPP
ທ່ານນາງ ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ Elizabeth Truss

ຫວ່າງ​ແລ້ວນີ້, ທ່ານນາງ ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ Elizabeth Truss ໄດ້ປະກາດວ່າ ປະເທດອັງ​ກິດ ໄດ້ສະເໜີເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການ ໂດຍແມ່ນເຂດການຄ້າເສລີລວມມີ 11 ພື້ນຖານເສດຖະກິດສະມາຊິກກວມເອົາ 1/3 GDP ທົ່ວໂລກ. ເລື່ອງ​ເຂົ້າ​ຮ່ວມ CPTPP ໄດ້​ຖື​ວ່າ​ແມ່ນ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ປະ​ເທດ​ອັງ​ກິດ ຍ້ອນ​ວ່າ ຈະ​ຊ່ວຍ​ປະ​ເທດນີ້​ຍົກ​ເວັ້ນ​ພາ​ສີ​ຊະ​ນິດ​ຕ່າງໆ​ຕໍ່​ອາ​ຫານ​ການ​ກິນ, ເຄື່ອງ​ດື່ມ ແລະ ລົດ​ໂອ​ໂຕ, ເຫັນ​ລະ​ບົບ​ສະ​ໜອງ​ເປັນຫຼາຍ​ຮູບ​ແບບ, ພ້ອ​ມ​ທັງ​ຊຸກ​ຍູ້​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ການ​ບໍ​ລິ​ການ​ຢູ່​ອັງ​ກິດ.

ກ່ອນໜ້າ​ນັ້ນ, ໃນ​ເດືອນ​ທັນ​ວາ ປີ 2020, ຢູ່ ຫວຽດ​ນາມ ທີ່​ພິ​ທີ​ລົງ​ນາມ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ (ສັນ​ຍາ UKFTA ໄດ້​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ຕົ້ນ​ປີນີ້​ເປັນ​ຕົ້ນ​ໄປ).ທ່ານນາງ ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ Elizabeth Truss ໄດ້ຢັ້ງຢືນວ່າ ການເຂົ້າຮ່ວມ CPTPP ຈະນັບມື້ນັບຮັດໜັ້ນການພົວພັນຂອງ ລາຊະອານາຈັກ ອັງກິດ ກັບຫວຽດນາມ, ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ ສອງປະເທດ ເພີ່ມທະວີການພົວພັນກັບ 11 ພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ ໃນເຂດມະຫາສະມຸດອິນເດຍ - ປາຊີຟິກ, ນຳມາເຊິ່ງບັນດາກາລະໂອກາດໃຫ້ແກ່ລາຊະອານາຈັກອັງກິດ, ໃຫ້ແກ່ພື້ນຖານເສດຖະກິດ ກໍ່ຄືປະຊາຊົນອັງກິດ.

ທ່ານນາງ ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ Elizabeth Truss ໄດ້ຕີລາຄາສູງການສະໜັບສະໜູນຂອງ ຫວຽດນາມຕໍ່ເລື່ອງ ອັງກິດເຂົ້າຮ່ວມ CPTPP, ທ່ານນາງ Elizabeth Truss ກ່າວວ່າ: ອັງກິດ ຮູ້ສຶກດີໃຈຍ້ອນວ່າ ໄລຍະທີ່ຜ່ານມາ ຫວຽດນາມ ໄດ້ມີການສະໜັບສະໜູນຢ່າງແຮງຕໍ່ເລື່ອງອັງກິດເຂົ້າຮ່ວມພາກພື້ນການຄ້າເສລີ ທີ່ສຳຄັນຄື CPTPP. ອັງກິດຈະພ້ອມກັບບັນດາຄູ່ຮ່ວມມືທີ່ມີແນວຄິດດຽວກັນຄື ຫວຽດນາມ ເພື່ອຫັນບັນດາບັນຫາເສດຖະກິດປະກົດຜົນເປັນຈິງຜ່ານການຄ້າເສລີ ນຳມາເຊິ່ງກະລະໂອກາດພິເສດຫຼາຍຢ່າງໃນສະພາບການຟື້ນຟູຈາກໂລກລະບາດໂຄວິດ - 19.

ເມື່​ອ​ວັນ​ທີ່ 1 ກຸມ​ພາ, ອັງ​ກິດ​ໄດ້​ສະ​ເໜີ​ເຂົ້າ​ຮ່ວມ CPTPP ຢ່າງ​ເປັນ​ທາງ​ການ ໂດຍ​ກາຍ​ເປັນ​ປະ​ເທດ​ທຳ​ອິດນອກ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສ້າງ​ຕັ້ງ​ຈັດ​ສົ່ງ​ໃບ​ລົງ​ທະ​ບຽນ​ເຂົ້າ​ຮ່ວມ​ຂໍ້​ຕົກ​ລົງ​ນີ້. CPTPP ມີ​ຜົ​ນ​ສັກ​ສິດ​ແຕ່​ປີ 2018 ລວມ​ມີ 10 ປະ​ເທດ​ສະ​ມາ​ຊິກ​ຄື: ອົດ​ສະ​ຕາ​ລີ, ບ​ຣູ​ໄນ, ກາ​ນາ​ດາ, ຈີ​ເລ, ຍີ່​ປຸ່ນ, ມາ​ເລ​ເຊຍ, ເມັກ​ຊີ​ໂກ, ນິວ​ຊີ​ແລນ, ເປ​ຣູ, ສິງ​ປະ​ໂປ ແລະ ຫວຽດ​ນາມ. ຄາດ​ວ່າ ພາກ​ພື້ນ​ການ​ຄ້າ​ເສ​ລີນີ້ ກວມ​ເອົາ 13% GDP ທົ່ວ​ໂລກ.

ເຂົ້າສານຫອມງວດທຳອິດຂອງຫວຽດນາມ ໄດ້ສົ່ງອອກຂາຍໃຫ້ຕະຫຼາດອັງກິດ ຕາມສັນຍາການຄ້າເສລີອັງກິດ-ຫວຽດນາມ

ຍສໝ - ຕາມທ່ານ ຫງວຽນແກ໋ງເກື່ອງ ທູດການຄ້າຫວຽດນາມ ປະຈຳ ອັງກິດ ແລ້ວ, ຍ້ອນມີສັນຍາ UKVFTA, ສະນັ້ນ, ການສົ່ງອອກເຂົ້າສານຫອມຂອງຫວຽດນາມ ທີ່ມີຄຸນນະພາບສູງໄປຍັງຕະຫຼາດອັງກິດ ໃນປີ 2021 ຈະເພີ່ມຂຶ້ນຢ່າງແຮງ.

ກະຊວງສາທາລະນະສຸກຫວຽດນາມ ພວມເຈລະຈາກັບ 3 ປະເທດອື່ນຄື: ອາເມລິກາ, ລັດເຊຍ ແລະ ຈີນ ເພື່ອຊື້ວັກຊິນກັນໂຄວິດ-19

ຍສໝ - ໃນການເຈລະຈາລະຫວ່າງຫວຽດນາມ ແລະ ບໍລິສັດຢາ Astra Zeneca ຂອງອັງກິດ, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງສະໜອງວັກຊິນ 30 ລ້ານໂດຣ ໃຫ້ປະຊາຊົນ 15 ລ້ານຄົນ.

ສິນຄ້າສົ່ງອອກຈາກຫວຽດນາມ ໄປຍັງອັງກິດ ໄດ້ຊົມໃຊ້ພາສີບູລິມະສິດ GSP

ຍສໝ - ບົດລາຍງານຢ່າງເປັນທາງການຂອງລັດຖະບານລາຊະອານາຈັກອັງກິດ ຊີ້ແຈ້ງວ່າ ຫວຽດນາມ ຍັງສືບຕໍ່ນອນໃນບັນຊີລາຍຊື່ບັນດາປະເທດໄດ້ຊົມໃຊ້ພາສີບູລິມະສິດ GSP ຂອງອັງກິດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.