ສັນ​ຍ​າ ການ​ຄ້າ​ເສ​ລີ ຫວຽດ​ນາມ - ອ​ັງ​ກິດ ຈະ​ມີ​ຜົນ​ສັກ​ສິດ ໃນວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ

18:00 | 24/03/2021

ຍສໝ - ເພື່ອໃຫ້ສັນຍາສະບັບດັ່ງກ່າວມີຜົນສັກສິດຢ່າງເປັນທາງການ, ລັດຖະບານ ຫວຽດນາມ ໄດ້ປະກາດມະຕິວ່າດ້ວຍການອະນຸມັດຜ່ານສັນຍາສະບັບດັ່ງກ່າວ ແລະ ຈະສຳເລັດລະບຽບການໃນເດືອນ ມີນາ 2021 ນີ້.

ສ ນ ຍ າ ການ ຄ າ ເສ ລ ຫວຽດ ນາມ ອ ງ ກ ດ ຈະ ມ ຜ ນ ສ ກ ສ ດ ໃນວ ນທ 1 ພ ດສະພາ 2021 ເປ ນຕ ນໄປ ຈຳ​ເປັນ​ຕ້ອງ​ມີ​ຄວາມ​ບຸກ​ທະ​ລຸ​ຢ່າງ​ແຮງ​ກ່​ວາ​ອີກ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ລະ​ຫວ່າງ ລັດ​ເຊຍ - ຫວຽດ​ນາມ
ສ ນ ຍ າ ການ ຄ າ ເສ ລ ຫວຽດ ນາມ ອ ງ ກ ດ ຈະ ມ ຜ ນ ສ ກ ສ ດ ໃນວ ນທ 1 ພ ດສະພາ 2021 ເປ ນຕ ນໄປ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວັນ​ຝຸກ: ກອງ​ທຶນ​ສຶກ​ສາ ວື່​ອາ​ຢິງ ເຄື່ອນ​ໄຫວ​ເພື່ອ​ພາ​ລະ​ກິດ​ສົ່ງ​ເສີມ​ການ​ຮຽນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ
ສ ນ ຍ າ ການ ຄ າ ເສ ລ ຫວຽດ ນາມ ອ ງ ກ ດ ຈະ ມ ຜ ນ ສ ກ ສ ດ ໃນວ ນທ 1 ພ ດສະພາ 2021 ເປ ນຕ ນໄປ

ພິທີລົງນາມໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ລາຊະອານາຈັກອັງກິດ. (ພາບ: TTXVN)

ສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ເລີ່ມມີຜົນບັງຄັບໃຊ້ຊົ່ວຄາວນັບແຕ່ວັນທີ 1 ມັງກອນ ປີ 2021 ເພື່ອແນໃສ່ຮັບປະກັນການເຄື່ອນໄຫວທາງດ້ານການຄ້າສອງຝ່າຍລະຫວ່າງ ຫວຽດນາມແລະ ອັງກິດ ໃຫ້ບໍ່ຖືກຂາດວັກຂາດຕອນ. ນອກຈາກນັ້ນ, ເພື່ອໃຫ້ສັນຍາສະບັບດັ່ງກ່າວມີຜົນສັກສິດຢ່າງເປັນທາງການ, ລັດຖະບານ ຫວຽດນາມ ໄດ້ປະກາດມະຕິວ່າດ້ວຍການອະນຸມັດຜ່ານສັນຍາສະບັບດັ່ງກ່າວ ແລະ ຈະສຳເລັດລະບຽບການໃນເດືອນ ມີນາ 2021 ນີ້. ຫວຽດນາມ ຈະປະຕິບັດສຳເລັດລະບຽບການປະກາດກ່ຽວກັບການອະນຸມັດຜ່ານ ສັນຍາ ສະບັບດັ່ງກ່າວ ໃຫ້ແກ່ ອັງກິດ ພາຍໃນເດືອນ ມີນານີ້ ເພື່ອໃຫ້ສັນຍາສະບັບດັ່ງກ່າວ ມີຜົນສັກສິດໃນວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ.

ພາຍຫຼັງສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະອັງກິດ ແລະ ອຽກລັງເໜືອ (UKVFTA) ໄດ້ຮັບການລົງນາມຢ່າງເປັນທາງການໃນວັນທີ 29 ທັນວາ 2020 ຢູ່ ລອນດອນ, ອັງກິດ, ຫວຽດນາມ ແລະອັງກິດໄດ້ປະຕິບັດສໍາເລັດລະບຽບການພາຍໃນປະເທດໂດຍອະນຸຍາດໃຫ້ນຳໃຊ້ສັນຍາຊົ່ວຄາວນັບແຕ່ເວລາ 23 ໂມງ (GMT) ຂອງວັນທີ 31 ທັນວາ 2020 (ໝາຍຄວາມວ່າແມ່ນເວລາ 6 ໂມງເຊົ້າຂອງວັນທີ 1 ເດືອນມັງກອນ ປີ 2021 ຕາມເວລາຫວຽດນາມ).

ຕາມກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ແລ້ວ, ໃນສະພາບການທີ່ອັງກິດໄດ້ຖອນຕົວອອກຈາກສະຫະພາບເອີລົບ ຢ່າງເປັນທາງການ ແລະກະກຽມສິ້ນສຸດໄລຍະຫົວລ້ຽວຫົວຕໍ່ໃນວັນທີ 31 ທັນວາ ປີ 2020, ເລື່ອງນຳໃຊ້ສັນຍາ UKVFTA ຊົ່ວຄາວຈະຮັບປະກັນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະອັງກິດ ບໍ່ຖືກຕັດຂາດພາຍຫຼັງສິ້ນສຸດໄລຍະຫົວລ້ຽວຫົວຕໍ່ໃນຂະນະທີ່ສອງຝ່າຍສືບຕໍ່ປະຕິບັດໃຫ້ສໍາເລັດກ່ຽວກັບລະບຽບການພາຍໃນປະເທດ ເພື່ອໃຫ້ສອດຄ່ອງກັບຂໍ້ກຳນົດກົດໝາຍຂອງແຕ່ລະຝ່າຍ.

ທ່ານ Kenneth Atkinson ປະທານ ສະຫະສະມາຄົມວິສາຫະກິດ ອັງກິດ ປະຈຳ ຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ UKVFTA ຈະນຳກາລະໂອກາດໃນການເຕີບໂຕດ້ານການຄ້າ ແລະ ການໜູນຊ່ວຍດ້ານວຽກເຮັດງານທຳ, ກໍ່ຄືການຊຸກຍູ້ການເຕີບໂຕມາໃຫ້ແກ່ທັງ 2 ປະເທດ ຫວຽດນາມ ແລະ ລາຊະອານາຈັກອັງກິດ. UKVFTA ຈະຊ່ວຍຮັບປະກັນການປະຕິບັດບັນດາລະບຽບການ ແລະ ຄຳໝັ້ນສັນຍາ ເຊິ່ງໄດ້ຮັບການຕົກລົງ ຈາກ ວິສາຫະກິດ ກໍ່ຄື ລັດຖະບານສອງປະເທດ ແຕ່ກ່ອນມາຮອດປັດຈຸບັນ.

ສັນຍາ UKVFTA ໄດ້ຮັບການຕີລາຄາວ່າ ບໍ່ພຽງແຕ່ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນດ້ານການຄ້າລະຫວ່າງຫວຽດນາມ - ອັງກິດ ບໍ່ຖືກຕັດຕອນໃນໄລຍະສິ້ນສຸດໄລຍະຂ້າມຜ່ານ Brexit ເທົ່ານັ້ນ, ຫາກຍັງກາຍເປັນກຳລັງໜູນຊຸກຍູ້ການພົວພັນລະຫວ່າງ ສອງປະເທດຢ່າງຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງອີກ. ພ້ອມກັນນັ້ນ, ສັນຍາ UKVFTA ກໍ່ແມ່ນພື້ນຖານຢ່າງໝັ້ນແກ່ນເພື່ອຮັກສາ ແລະ ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສອງ ປະເທດ, ກໍຄືເພື່ອໃຫ້ ສອງຝ່າຍຊຸກຍູ້ບັນດາຂອບເຂດການຮ່ວມມືລະດັບພາກພື້ນ ແລະ ຫຼາຍຝ່າຍອື່ນໆ.

ສ ນ ຍ າ ການ ຄ າ ເສ ລ ຫວຽດ ນາມ ອ ງ ກ ດ ຈະ ມ ຜ ນ ສ ກ ສ ດ ໃນວ ນທ 1 ພ ດສະພາ 2021 ເປ ນຕ ນໄປ ປະ​ກາດ Top 500 ວິ​ສາ​ຫະ​ກິດ​ທີ່​ມີ​ການ​ເຕີບ​ໂຕ​ໄວ​ທີ່​ສຸດ ຫວຽດ​ນາມ ໃນ​ປີ 2021

ວັນທີ 10 ມີນາ, ບໍລິສັດຫຸ້ນສ່ວນການລາຍງານ, ຕີລາຄາ ຫວຽດນາມ (Vietnam Report) ໄດ້ສົມທົບກັບ ໜັງສືພິມ VietnamNet ປະກາດ ຕາຕະລາງຈັດອັນດັບ FAST500 – TOP 500 ວິສາຫະກິດ ທີ່ມີການເຕີບໂຕໄວທີ່ສຸດ ຫວຽດນາມ ໃນປີ 2021.

ສ ນ ຍ າ ການ ຄ າ ເສ ລ ຫວຽດ ນາມ ອ ງ ກ ດ ຈະ ມ ຜ ນ ສ ກ ສ ດ ໃນວ ນທ 1 ພ ດສະພາ 2021 ເປ ນຕ ນໄປ ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ຈຸດ​ສຸມ ເພື່ອ​ສ້າງ​ທ່ວງ​ທ່າ​ພັດ​ທະ​ນາ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສຸມໃສ່ບັນດາພື້ນຖານໂຄງລ່າງສຳຄັນ, ສ້າງທ່ວງທ່າພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ເປີດສາກແກ່ໄລຍະ 5 ປີ.

ສ ນ ຍ າ ການ ຄ າ ເສ ລ ຫວຽດ ນາມ ອ ງ ກ ດ ຈະ ມ ຜ ນ ສ ກ ສ ດ ໃນວ ນທ 1 ພ ດສະພາ 2021 ເປ ນຕ ນໄປ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ: ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຍ​ສ​ໝ - ຫວ່າງ​ແລ້ວ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ, ທ່ານເລ​ຂາ​ທິ​ການໃຫຍ່, ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ທອງ​ລຸນ ​ສີ​ສຸ​ລິດ ແລະ ທ່ານ ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ນາ​ຍົກ​ລັດ​ຖະ​ມົນ​ຕີ Samdech Techo Hun Sen ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ເພື່ອ​ແລ​ກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ກໍ່​ຄື​ການ​ຮ່ວມ​ມື 3 ຝ່າຍ.

ໄຊພອນ

ເຫດການ
302 Found

Found

The document has moved here.