ນັກລົງທຶນລາວ-ຈີນ ກຽມສ້າງສູນ ການຄ້າຊຸມຊົນ ຢູ່ບຶງທາດຫລວງ

08:59 | 28/03/2021

ຕາງໜ້າເຊັນສັນຍາການຮ່ວມມື ຄັ້ງນີ້ ໂດຍທ່ານ ນາງ ຫວງ ຊຸຍ ເຫວີນ (Huang Xiu Wen) ຜູ້ອໍານວຍການໂຄງການເສດຖະກິດພິເສດບຶງທາດຫລວງ ແລະ ທ່ານ ອິນທີ ເດືອນສະຫວັນ ຜູ້ອໍານວຍການບໍລິສັດ ກຣີນດີດໂຄເວີລີລາວ, ເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ພ້ອມດ້ວຍພະນັກງານ ແລະ ພາກທຸລະກິດເຂົ້າຮ່ວມ.

ນັກສຶກສາ, ນັກຄົ້ນຄວ້າສື່ມວນຊົນລາວ ຢ້ຽມຢາມ, ຄົ້ນຄວ້າຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ
ມະຫາວິທະຍາໄລຮ່າຕິງ ກໍາລັງກໍ່ສ້າງນັກສຶກສາລາວເກືອບ 500 ຄົນທີ່ຮຽນພາສາຫວຽດນາມ ແລະຂະແໜງການສະເພາະ
ນັກລົງທຶນລາວ-ຈີນ ກຽມສ້າງສູນ ການຄ້າຊຸມຊົນ ຢູ່ບຶງທາດຫລວງ
ທ່ານ ນາງ ຫວງ ຊຸຍ ເຫວີນ (Huang Xiu Wen) ຜູ້ອໍານວຍການໂຄງການເສດຖະກິດພິເສດບຶງທາດຫລວງ (ພາບ: Kpl)

ໃນວັນທີ 26 ມີນາ 2021 ທີ່ນະຄອນຫລວງວຽງຈັນ, ນັກລົງທຶນ ເສດຖະກິດພິເສດບຶງທາດຫລວງ ຮ່ວມກັບບໍລິສັດ ກຣີນດີດໂຄເວີລີລາວ ກຽມສ້າງສູນການຄ້າຊຸມຊົນ (Q Mall) ຊຶ່ງແມ່ນການຮ່ວມມືດ້ານການລົງທຶນ ແລະ ການຈັດສັນຄຸ້ມຄອງ ຕອນດິນຕອນທີ 3 ຂອງເຂດເສດຖະກິດບຶງທາດຫລວງ, ເພື່ອຮ່ວມກັນສ້າງຕັ້ງສູນການຄ້າຊຸມຊົນຂຶ້ນ ໂດຍຖືກອອກແບບດ້ວຍແນວຄິດທີ່ວ່າ “ໃຫ້ການບໍລິການເຂດຊຸມຊົນໃນທ້ອງຖິ່ນ”, ສຸມໃສ່ຄວາມຮຽກຮ້ອງຕ້ອງການໃນຊີວິດປະຈໍາວັນ, ສະໜອງການບໍລິ ການສະດວກຊື້, ຮ່ວມກັນພັດທະນາແນວຄວາມຄິດ ແລະ ການດໍາເນີນງານຂອງສູນການຄ້າຊຸມຊົນ ເພື່ອສະໜອງໃຫ້ການບໍລິການຂາຍຍ່ອຍ, ຮ້ານຄ້າສະດວກຊື້, ດ້ານສຸຂະພາບ, ຄວາມບັນເທີງ, ສະຖານ ທີ່ພັກຜ່ອນ, ຮ້ານອາຫານ ແລະ ອື່ນໆ.

ຕາງໜ້າເຊັນສັນຍາການຮ່ວມມື ຄັ້ງນີ້ ໂດຍທ່ານ ນາງ ຫວງ ຊຸຍ ເຫວີນ (Huang Xiu Wen) ຜູ້ອໍານວຍການໂຄງການເສດຖະກິດພິເສດບຶງທາດຫລວງ ແລະ ທ່ານ ອິນທີ ເດືອນສະຫວັນ ຜູ້ອໍານວຍການບໍລິສັດ ກຣີນດີດໂຄເວີລີລາວ, ເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ພ້ອມດ້ວຍພະນັກງານ ແລະ ພາກທຸລະກິດເຂົ້າຮ່ວມ.

ທ່ານ ນາງ Huang Xiu Wen ໄດ້ກ່າວວ່າ: ການຮ່ວມມືຄັ້ງນີ້ມີໄລຍະເປັນເວລາ 20 ປີ ໃນເນື້ອທີ່ 20.000 ຕາແມັດ, ໃນນີ້ມີໂຄງສ້າງເດີມ 8.500 ຕາແມັດ ເຊິ່ງມີຄວາມມຸ່ງໝັ້ນທີ່ຈະຮ່ມມືກັນ ເພື່ອເຮັດໃຫ້ສູນການຄ້າແຫ່ງນີ້ ເປັນເຄື່ອງໝາຍການຄ້າ ອັນດັບໜຶ່ງໃນຊຸມຊົນຂອງປະເທດລາວ ພ້ອມນັ້ນ ຍັງຈະຮ່ວມກັນຄົ້ນຫາໂອກາດການຮ່ວມມືດ້ານອື່ນໆ ໃນການຄຸ້ມຄອງບໍລິຫານສິ່ງອໍານວຍຄວາມສະດວກ ແລະ ການລົງທຶນ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນລາວ.

ທ່ານ ອິນທີ ເດືອນສະຫວັນ ກ່າວວ່າ: ພວກເຮົາເຫັນໂອກາດໃນການຟື້ນໂຕຂອງເສດຖະກິດ ຊຶ່ງປັດຈຸບັນ ສະຖານທີ່ບຶງທາດຫລວງ ມີຜູ້ປະກອບການທຸລະກິດຫລາກຫລາຍສາຂາ ເຂົ້າມາໃຫ້ບໍລິການ ເພື່ອບໍລິການນັກທ່ອງທ່ຽວ, ນັກລົງທຶນ ແລະ ປະຊາຊົນທີ່ເຂົ້າມາໃນເຂດ, ພວກເຮົາໝັ້ນໃຈວ່າ ຈະພັດ ທະນາເຂດດັ່ງກ່າວໃຫ້ສາມາດຕອບໂຈດ ຜູ້ມາໃຊ້ບໍລິການ, ຜູ້ມາຄ້າຂາຍໃນເຂດ ແລະ ຜູ້ລົງທຶນໃຫ້ມີຜົນກໍາໄລໄປນໍາກັນ.

ນັກສຶກສາ, ນັກຄົ້ນຄວ້າສື່ມວນຊົນລາວ ຢ້ຽມຢາມ, ຄົ້ນຄວ້າຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ຄະນະພະນັກງານ, ຄູອາຈານ, ນັກຄົ້ນຄວ້າ, ນັກສຶກສາມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ໄດ້ມາຢ້ຽມຢາມ, ທັດສະນະສຶກສາຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ.

ມະຫາວິທະຍາໄລຮ່າຕິງ ກໍາລັງກໍ່ສ້າງນັກສຶກສາລາວເກືອບ 500 ຄົນທີ່ຮຽນພາສາຫວຽດນາມ ແລະຂະແໜງການສະເພາະ

ຍສໝ - ໃນວິວັດການຮໍ່າຮຽນຢູ່ໂຮງຮຽນ, ນັກສຶກສາລາວ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກທີ່ສຸດຈາກໂຮງຮຽນກ່ຽວກັບການຮ່ໍາຮຽນ...

ສະພາແຫ່ງຊາດ ສປປ.ລາວ ສະເໜີແຜນການ ສ້າງ ແລະ ປັບປຸງກົດໝາຍ 96 ສະບັບ

ໃນ​ວາລະ​ດຳ​ເນີນ ກອງ​ປະຊຸມ​ຄັ້ງ​ປະ​ຖົມ​ມະລຶກ​ ຂອງ​ສະພາ​ແຫ່ງ​ຊາດສປປ.ລາວ​ ຊຸດທີ IX ​ ​ວັນ​ທີ 25 ມີນາ 2021 ນີ້, ຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ​ໄດ້​ສະ​ເໜີ​ແຜນການ​ສ້າງ ​ແລະ ​ປັບປຸງ​ກົດໝາຍ ​ໃນ 5 ປີ ຂອງ​ສະພາ​ແຫ່ງ​ຊາດ ຊຸດທີ IX (2021-2025) ມີ​ທັງ​ໝົດ ...

kpl.gov.la/

ເຫດການ
302 Found

Found

The document has moved here.