ຍສໝ - ໄປຄຽງຄູ່ກັບບັນດາຂົງເຂດຕ່າງໆ, ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ຫວຽດນາມ - ໄທ ສືບຕໍ່ແມ່ນຈຸດພົ້ນເດັນ ເມື່ອ ໄທ ຮັກສາລະດັບແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ໃນອາຊຽນ ແລະ ແມ່ນນັກລົງທຶນໃຫຍ່ອັນດັບທີ 9 ຂອງ ຫວຽດນາມ.
ຍສໝ - ສະມາຄົມໄທບ້ານດຽວກັນ ແທງຮວາ ຢູ່ມາເກົ໊າ ຫາກໍ່ຈັດງານພົບປະເພື່ອສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງສະມາຄົມໄທບ້ານດຽວກັນ ແທງຮວາ ແລະເປີດຕົວທີມບານເຕະຍິງ ແທງຮວາ.
ຍສໝ - ນອກຈາກການຟື້ນຟູບົດຟ້ອນທີ່ເກົ່າແກ່ຂອງພໍ່ແມ່ປະຊາຊົນເຜົ່າຜູ້ໄທຢູ່ເຊີນລາ7 ບົດແລ້ວ, ສະໂມສອນກໍ່ສະຫງວນເວລາເພື່ອຝຶກແອບບັນດາບົດຟ້ອນພື້ນເມືອງຜູ້ໄທ, ເຊີນຄູສອນມາສອນໜັງສືຊົນເຜົ່າຜູ້ໄທ ໃຫ້ແກ່ສະມາຊິກ ແລະ ພໍ່ແມ່ປະຊາຊົນໃນບ້ານ.
ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຄ້າ ໄທ Jurin Laksanawisit ໄດ້ເນັ້ນໜັກວ່າການພົວພັນຮ່ວມມືໃນຂົງເຂດເສດຖະກິດ - ການຄ້າ - ການລົງທຶນລະຫວ່າງສອງປະເທດພວມນັບມື້ນັບພັດທະນາ, ວົງເງິນການຄ້າໄທ - ຫວຽດນາມໃນ 4 ເດືອນຕົ້ນປີ 2021 ໄດ້ເພີ່ມຂຶ້ນ 20% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020 ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ - 19 ທີ່ມີການຜັນແປຢ່າງສັບສົນ.
ຕາມພະແນກກະສິກຳ ແລະ ພັດທະນາຊົນນະບົດ ຫ໋າຍເຢືອງແລ້ວ, ຮອດວັນທີ 31 ພຶດສະພາ, ແຂວງໄດ້ເກັບກູ້ ແລະ ຈຳຫນ່າຍ ໝາກລິ້ນຈີ່ ປະມານ 29.000 ໂຕນ. ໃນຈຳນວນດັ່ງກ່າວ, ສົ່ງອອກໄປຍັງ ຈີນ, ລາວ, ກຳປູເຈຍ ປະມານ 15.000 ໂຕນ.
ຍສໝ - ທີ່ການຕ້ອນຮັບ, ທ່ານນາງ ຫງວຽນເຟືອງງາ ປະທານ VUFO ໄດ້ຂ່ຳນັບຊົມເຊີຍ ທ່ານ Nikorndej Balankura ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ໄທ ປະຈຳ ຫວຽດນາມ ທີ່ໄດ້ຮັບດຳລົງຕຳແໜ່ງໃໝ່ ຢູ່ ຫວຽດນາມ, ທ່ານນາງກໍ່ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນອາຍຸການຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຮັດໃຫ້ການພົວພັນ ລະຫວ່າງ ຫວຽດນາມ - ໄທ ເລິກເຊິ່ງກ່ວາອີກ.
ຍສໝ - ໂດຍຕາງໜ້າປະຊາຊົນ, ທ່ານດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າຈຳນວນເງິນນີ້ ແມ່ນການລະດົມກຳລັງໃຈສຳລັບພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແລະ ສະແດງໃຫ້ເຫັນນະໂຍບາຍສາມັກຄີ, ຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ປະຊາຊົນພາຍໃນປະເທດ ຕໍ່ພໍ່ແມ່ປະຊາຊົນ ເຮົາຢູ່ຕ່າງປະເທດ ດ້ວຍຈິດໃຈ “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”.
ຍສໝ - ຕາມທ່ານ ຫງວຽນຝູບິ່ງ ປະທານສະມາຄົມຕິດຕໍພົວພັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ALOV) ແລ້ວ, ຈຳນວນຂອງຂວັນດັງກ່າວເຖິງວ່ານ້ອຍກໍ່ຕາມ ແຕ່ມັນສະແດງໃຫ້ເປັນນ້ຳໃຈຂອງພໍ່ແມ່ປະຊາຊົນພາຍໃນປະເທດ ຍາມໃດກໍ່ເອົາໃຈໃສ່ ແລະ ເປັນຫ່ວງເປັນໃຍຕໍ່ຊາວຫວຽດນາມ ອາໄສຢູ່ 3 ປະເທດ ຕໍ່ໜ້າການແຜ່ລະບາດຂອງໂລກລະບາດໂຄວິດ - 19 ຮອບໃໝ່ນີ້.
ຍສໝ -
ຍສໝ - ໃນຕອນບ່າຍວັນທີ 12 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາ.
ຍສໝ - ຝ່າຍ ຫວຽດນາມມີທ່ານ ຫງວຽນວັນຊີງ, ກຳມະການຜູ້ປະຈຳການຄະນະພັກແຂວງ, ຫວົໜ້າຄະນະໂຄສະນາສຶກສາຄະນະພັກແຂວງ, ປະທານສະມາຄົມມິດຕະພາບ ຫວຽດນາມ ກຳປູເຈຍ ແຂວງ ບ່າເຣີຍ - ຫວຸງເຕົ່າ, ທ່ານນາງ ເຈິ່ນທິທູຖຸຍ - ຫົວໜ້າຫ້ອງການຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ປະຈຳພາກໃຕ້ ແລະ ການນຳບັນດາພະແນກ, ຄະນະ, ຂະແໜງການ.
ຍສໝ - ປີ 2021 ແມ່ນປີຄົບຮອບ 45 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະໄທ, ຫວ່າງມໍ່ໆມານີ້, ສະຫະພັນ ເກີນເທີ ໄດ້ຈັດຕັ້ງຄະນະຜູ້ແທນລົງຢ້ຽມຢາມສະຖານກົງສຸນໃຫຍ່ປະຈຳນະຄອນໂຮ່ຈີມິນ, ໃນກອງປະຊຸມສອງຝ່າຍແລກປ່ຽນໄດ້ຈັດຕັ້ງມີຫຼາຍກິດຈະກຳ ແລະ ເຫດການຕ່າງໆທີ່ກ້າວໄປສູ່ວັນຄົບຮອບທີ່ສຳຄັນນີ້.
ຍສໝ - ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ ເພື່ອເພີ່ມທະວີການພົວພັນຮ່ວມມືຫວຽດນາມ - ໄທ; ເພີ່ມການຢ້ຽມຢາມເພີ່ມເຕີມ, ການຕິດຕໍ່ໃນລະດັບສູງ ແລະ ລະດັບຕ່າງໆ...
ຫວ່າງແລ້ວນີ້, ທີ່ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ລັດຖະບານໄທ ໄດ້ມອບນໍ້າຢາ ກວດຫາເຊື້ອພະຍາດໂຄວິດ 19 ໃຫ້ລັດຖະບານລາວ ຈໍານວນ 250 ກ່ອງ ຫລື 10.000 ຊຸດ, ມູນຄ່າ 15.625 ໂດລາສະຫະລັດ, ກ່າວມອບໂດຍທ່ານນາງ ອຸຣະວະດີ ສິພິຣົມ ອັກຄະຣະສະທູດແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ຮັບໂດຍ ທ່ານ ສົມຈິດ ພາວິໄລ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ ໂດຍມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຍສໝ - ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການພົວພັນຄູ່ຮວມມືຍຸດທະສາດເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ໄທ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ເພີ່ມທະວີບັນດາການຢ້ຽມຢາມ, ພົບປະຂັ້ນສູງ ແລະ ໃນທຸກຂັ້ນ, ຮັກສາກົນໄກຮ່ວມມືສອງຝ່າຍ.
ຍສໝ - ໃນການຢ້ຽມຢາມນີ້, ທ່ານ ເອກອັກຄະລັດຖະທູດ ຟານຈີ໊ແທັງໄດ້ຕອບສຳພາດກັບນັກຂ່າວກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ແງ່ຫວັງໃນການຮ່ວມມືລະຫວ່າງ ອູດອນທານີ ແລະ ບັນດາແຂວງ, ນະຄອນຂອງ ຫວຽດນາມ.
ຍສໝ - ຕາມໂຄງການທາງການທູດຂອງສະຖານທູດຫວຽດນາມປະຈຳ ໄທ ໃນການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໄທ, ທ່ານເອກອັກຄະລັດຖະທູດ ຟານຈີແທງ ໄດ້ນຳພາຄະນະໄປຢ້ຽມຢາມປະຊາຄົມຊາວຫວຽດນາມຢູ່ແຂວງພູເກັດ (ປະເທດໄທ) ແລະ ເຮັດວຽກກັບສະມາຄົມນັກທຸລະກິດໄທ - ຫວຽດນາມແຕ່ວັນທີ 19-21 ມີນາ.
ເພື່ອເປັນການປະກອບສ່ວນ ເຂົ້າໃນການສ້າງບັນຍາກາດ ແລະ ສະພາບແວດລ້ອມອັນດີ ໃຫ້ແກ່ການພົວພັນ ແລະ ຮ່ວມມື ລະຫວ່າງ ລາວ-ໄທ ໃນໂອກາດ ສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລາວ-ໄທ (19 ທັນວາ 1950 - 19 ທັນວາ 2020) ໃນປີ 2020, ທັງເປັນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືຕ່າງໆ ລະ ຫວ່າງ ລາວ ແລະ ໄທ ໃຫ້ມີຄວາມຍືນຍົງ ແລະ ສໍາເລັດຕາມເປົ້າໝາຍ, ໃນລະຫວ່າງວັນທີ 10-16 ມີນາ 2021, ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຮອງເລຂາຄະນະພັກກະ ຊວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງພະບາງ ແລະ ແຂວງໄຊຍະບູລີ, ຊຶ່ງເປັນເຂດທີ່ມີໂຄງການຮ່ວມມືພົ້ນເດັ່ນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ.
ຍສໝ - ໂຄງການໄດ້ຈັດຂຶ້ນຫຼາຍການເຄື່ອນໄຫວທີ່ເປັນໜ້າດຶງດູດໃຈ ໂດຍບໍ່ເສຍຄ່າ ຄືສະແດງສິລະປະວັດທະນະທຳໄທ, ສະແດງອາຫານໄທ ແລະ ຊີມບັນດາເຍື່ອງອາຫານຂອງໄທ, ບັນດາການເຄື່ອນໄຫວໃນງານບຸນສົງການ ແລະ ການເຄື່ອນໄຫວຫັດຖະກຳ…
ຍສໝ - ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດ ຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະດາ ກະຕະເວທິນ ໃນໂອກາດມາດໍາລົງຕຳແໜ່ງ ເປັນເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈຳ ສປປ ລາວ.