ທ່ານ​ພົນ​ເອກ ຟານ​ວັນ​ຢາງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ໄທ

06:25 | 20/11/2021

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 18 ພະ​ຈິກ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ - ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Nikonrndej Balankura, ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ລາ​ຊະ​ອາ​ນາ​ຈັກ​ໄທ ປະ​ຈຳ ຫວຽດ​ນາມ.

ສະຫະພັນບັນດາອົງການມິດຕະພາບແຂວງ ໄທຫງວຽນ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນຕາແສງ ດ່ຽມໝັກ ສະຫະພັນບັນດາອົງການມິດຕະພາບແຂວງ ໄທຫງວຽນ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນຕາແສງ ດ່ຽມໝັກ
ໄທ ມອບອຸປະກອນການແພດໃຫ້ຫວຽດນາມ ເພື່ອຕ້ານພະຍາດໂຄວິດ-19 ໄທ ມອບອຸປະກອນການແພດໃຫ້ຫວຽດນາມ ເພື່ອຕ້ານພະຍາດໂຄວິດ-19
ທ່ານ​ພົນ​ເອກ ຟານ​ວັນ​ຢາງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ໄທ
ທ່ານ​ພົນ​ເອກ ຟານ​ວັນ​ຢາງ - ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ​ໃຫ້​ການ​ຕ້ອນ​ຮັບ​ທ່ານ Nikonrndej Balankura, ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ລາ​ຊະ​ອາ​ນາ​ຈັກ​ໄທ ປະ​ຈຳ ຫວຽດ​ນາມ (ພາບ: qdnd.vn)

ທ່ານ​ພົນ​ເອກ ຟານ​ວັນ​ຢາງ ໄດ້​ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບັນ​ດາ​ປະ​ເທດ​ອາ​ຊຽນ, ໃນ​ນັ້ນ​ມີ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ ກັບ ໄທ.

ທ່ານ​ພົນ​ເອກ ມີ​ຄວາມ​ປາດ​ຖະ​ໜາ​ຢາກໃຫ້ໄທ​ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງຕົນໃນ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ກຸ່ມ, ຮັກ​ສາ​ບົດ​ບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ, ສ້າງ​ປະ​ຊາ​ຄົມອາ​ຊຽນ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ໝັ້ນ​ແກ່ນ, ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ເພື່ອ​ຮັກ​ສາ​ຫຼັກ​ໝັ້ນ​ລວມ​ຂອງ ອາ​ຊຽນ ໃນ​ບັນ​ຫາ​ພາກ​ພື້ນຢ່າງ​ແໜ້ນ​ແຟ້ນ, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ ແລະ ການ​ບິນ​ໃນ​ທະ​ເລຕາເວັນອອກ.

ສ່ວນ​ທ່ານ Nikonrndej Balankura ຢັ້ງ​ຢືນ​ວ່າ ໃນ​ຖາ​ນະທີ່​ປະ​ຕິ​ບັດ​ໜ້າ​ທີ່​ພົວ​ພັນ​ຕ່າງ​ປະ​ເທດ​ໃໝ່​ຢູ່ ຫວຽດ​ນາມ ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ລະ​ຫວ່າງ​ສອງ​ປະ​ເທດສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ ແລະ ນັບ​ມື້​ນັບ​ຍືນ​ຍົງ​ໃນຫຼາຍ​ຂົງ​ເຂດ, ໃນ​ນັ້ນ​ມີ​ການ​ພົວ​ພັນ​ຮ່ວມ​ມື​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ, ເນັ້ນ​ໜັກ​ເຖິງ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈະ​ສືບ​ຕໍ່​ແມ່ນ​ເສົາຫຼັກ​ເພື່ອ​ເພີ່ມ​ທະ​ວີ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.