ໄທ ມອບອຸປະກອນການແພດໃຫ້ຫວຽດນາມ ເພື່ອຕ້ານພະຍາດໂຄວິດ-19

15:54 | 13/11/2021

ຍສໝ - ເມື່ອບໍ່ດົນມານິ້, ຢູ່​ທີ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ​ໄທ ​ໄດ້​ຈັດ​ພິທີ​ມອບ-ຮັບ​ອຸປະກອນ​ການ​ແພດ​ຕ້ານ​ພະຍາດ​ໂຄ​ວິດ-19 ທີ່​ລັດຖະບານ​ໄທ​ມອບ​ໃຫ້​ຫວຽດນາມ.

ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ໄທ - ຫວຽດ​ - ບ່ອນ​ອີງ​ທີ່​ໝັ້ນ​ແກ່ນ​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ໄທ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ໄທ - ຫວຽດ​ - ບ່ອນ​ອີງ​ທີ່​ໝັ້ນ​ແກ່ນ​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ໄທ
ການ​ພົບ​ປະແລ​ກ​ປ່ຽນ​ລະ​ຫວ່າງ​ຊາວໜຸ່ມ ຫວຽດ​ນາມ - ໄທ, ​ໃນ​ທ່າມກາງ​ໂລກ​ລະ​ບາດ​ໂຄວິດ - 19 ການ​ພົບ​ປະແລ​ກ​ປ່ຽນ​ລະ​ຫວ່າງ​ຊາວໜຸ່ມ ຫວຽດ​ນາມ - ໄທ, ​ໃນ​ທ່າມກາງ​ໂລກ​ລະ​ບາດ​ໂຄວິດ - 19
 ໄທ ມອບອຸປະກອນການແພດໃຫ້ຫວຽດນາມ ເພື່ອຕ້ານພະຍາດໂຄວິດ-19
ໄທ ມອບອຸປະກອນການແພດໃຫ້ຫວຽດນາມ ເພື່ອຕ້ານພະຍາດໂຄວິດ-19. ພາບ: TTXVN

ອຸປະກອນການແພດທີ່ຊ່ວຍເຫຼືອໃຫ້ຫວຽດນາມ ມີມູນຄ່າ 2,5 ລ້ານບາດ (ເທົ່າກັບ 75.000 ໂດລາສະຫະລັດ) ລວມມີ ຜ້າອັດປາກ-ອັດດັງ N95, ຕຽງກູ້ໄພສຸກເສີນ, ເຄື່ອງ oxygen system... ອຸປະກອນການແພດທີ່​ຊ່ວຍ​ເຫຼືອ​ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບໄທ - ຫວຽດນາມ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ​ໄທ ​ຊ່ວຍເຫຼືອ​ຊາວ​ຫວຽດ​ນາມ ໃນ​ການປ້ອງກັນ, ​ຕ້ານ​ພະຍາດໂຄວິດ – 19.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ-ຮັບ, ທ່ານ Thani Thongphakdi ​ເລຂາຜູ້ປະຈໍາການ​ກະຊວງ​ການ​ຕ່າງປະ​ເທດ​ໄທ ​ແລະ ທ່ານ Sanan Angubolkul, ປະທານ​ສະມາຄົມ​ມິດຕະພາບ​ໄທ - ຫວຽດນາມ ຢືນຢັນ​ວ່າ: ຍາມ​ໃດ​ໄທ ກໍ່ຄຽງບ່າຄຽງໄຫຼ່​ກັບຫວຽດນາມ ໃນຍາມ​ຫຍຸ້ງຍາກ, ພ້ອມ​ກັນ​ນັ້ນ ກໍ່​ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຈະ​ຄວບ​ຄຸມ​ສະ​ພາບ​ພະຍາດໂຄວິດ-19 ໄດ້ ​ແລະ​ຟື້ນ​ຟູ​ເສດ​ຖະ​ກິດໂດຍ​ໄວ.

ນອກຈາກ​ການ​ຊ່ວຍເຫຼືອໃນຄັ້ງ​ນີ້, ບັນດາ​ວິ​ສາ​ຫະກິດ​ໄທ ທີ່​ລົງທຶນ​ຢູ່ຫວຽດນາມ ກໍ່​ຮ່ວມແຮງຮ່ວມໃຈ​ຢ່າງ​ຕັ້ງໜ້າ​ກັບ​ລັດຖະບານຫວຽດນາມ ​ໃນ​ການຕໍ່ສູ້​ຕ້ານ​ພະຍາດ​ໂຄ​ວິດ-19 ດ້ວຍ​ຈຳນວນ​ເງິນນັບ​ຫຼາຍ​ລ້ານ​ໂດ​ລາສະຫະລັດ ປະກອບ ສ່ວນ​ເຂົ້າ​ໃນ​ກອງ​ທຶນ​ວັກຊິນ ​ແລະອຸປະກອນ​ການ​ແພດ​ອື່ນໆພ້ອມກັບເຄື່ອງໃຊ້ທີ່​ຈຳ​ເປັນ​ໃຫ້​ບັນດາ​ທ້ອງ​ຖິ່ນ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.